ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວກໍາໜົດວັນເລືອກຕັ້ງ ສະພາຊຸດໃໝ່ ໃສ່ວັນທີ 30 ເມສາ


ສະພະແຫ່ງຊາດລາວຊຸດທີ 6 ໄດ້ຮັບຮອງເອົາການດັດແກ້ກົດໝາຍ ວ່າດ້ວຍການເລືອກຕັ້ງ ໃນລະຫວ່າງກອງປະຊຸມສະໄໝສາມັນຄັ້ງທີ່ 10 ເມື່ອເດືອນທັນວາ 2010.
ສະພະແຫ່ງຊາດລາວຊຸດທີ 6 ໄດ້ຮັບຮອງເອົາການດັດແກ້ກົດໝາຍ ວ່າດ້ວຍການເລືອກຕັ້ງ ໃນລະຫວ່າງກອງປະຊຸມສະໄໝສາມັນຄັ້ງທີ່ 10 ເມື່ອເດືອນທັນວາ 2010.

ທາງການລາວກໍາໜົດໃຫ້ປະຊາຊົນລາວ ອອກໄປໃຊ້ສິດ ເລືອກຕັ້ງສະພາແຫ່ງຊາດ ຊຸດໃໝ່ໃນວັນທີ່ 30 ເມສາ ປີນີ້ ໂດຍໄດ້ມີການເພີ່ມຈຳນວນສະມາຊິກຈາກ 115 ຄົນເປັນ 130 ຄົນ.

ທ່ານ ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງ
ຊາດລາວຊຸດທີ 6 ຖະແຫຼງຢືນຢັນວ່າ ທ່ານ ຈູມມະລີ
ໄຊຍະສອນ ປະທານປະເທດລາວ ໄດ້ລົງນາມໃນລັດຖະດໍາລັດເລກທີ 295 ລົງວັນທີ 22
ທັນວາ 2010 ທີ່ຜ່ານມາ ເພື່ອກໍາໜົດໃຫ້ວັນທີ 30 ເມສາ 2011 ນີ້ ເປັນມື້ປ່ອນບັດ
ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7 ຢ່າງເປັນທາງການ.

ໂດຍສຳລັບປະຊາຊົນລາວຜູ້ທີ່ຈະມີສິດເລືອກຕັ້ງໃນຄັ້ງໃໝ່ນີ້ຈະຕ້ອງມີອາຍຸຄົບ 18 ປີຂຶ້ນ
ໄປສ່ວນຜູ້ທີ່ຈະມີສິດໃນການສະມັກແຂ່ງຂັນໃນການຮັບການເລືອກຕັ້ງເປັນສະມາຊິກສະພາ
ແຫ່ງຊາດນັ້ນກໍ່ຈະຕ້ອງມີອາຍຸຕັ້ງແຕ່ 21 ປີບໍລິບູນຂຶ້ນໄປ ແລະໃນການເລືອກຕັ້ງຄັ້ງໃໝ່
ນີ້ກໍ່ຍັງຈະມີຈຳນວນສະມາຊິກເພີ່ມຂື້ນຈາກເດີມ 115 ຄົນເປັນ 130 ຄົນອີກດ້ວຍ ເນື່ອງ
ຈາກວ່າຈຳນວນປະຊາກອນລາວໃນປັດຈຸບັນໄດ້ ເພີ່ມຂຶ້ນຈາກ 5.7 ລ້ານຄົນເປັນ 6.3
ລ້ານຄົນ ໃນຂະນະທີ່ກົດໝາຍເລືອກຕັ້ງຂອງລາວໄດ້ກໍາໜົດໄວ້ວ່າ ປະຊາກອນລາວທຸກ
5 ໝື່ນຄົນໃຫ້ມີສະມາຊິກສະພາໄດ້ 1 ຄົນນັ້ນເອງ.

ກອງປະຊຸມສະໄໝທີ 10 ຂອງສະພາແຫ່ງຊາດລາວ ຊຸດທີ 6 ທີ່ອັດລົງ ໃນເດືອນທັນວາ 2010.
ກອງປະຊຸມສະໄໝທີ 10 ຂອງສະພາແຫ່ງຊາດລາວ ຊຸດທີ 6 ທີ່ອັດລົງ ໃນເດືອນທັນວາ 2010.

ການລົງນາມໃນລັດຖະດຳລັດ
ດັ່ງກ່າວຂອງປະທານປະເທດ
ລາວ ຄືເປັນຜົນຕໍ່ເນື່ອງຈາກ
ການທີ່ສະພາແຫ່ງຊາດລາວ
ຊຸດທີ 6 ໄດ້ຮັບຮອງເອົາການ
ດັັດແກ້ກົດໝາຍວ່າດ້ວຍການ
ເລືອກຕັ້ງໃນລະຫວ່າງກອງ
ປະຊຸມສະໄໝສາມັນຄັ້ງທີ 10
ເມື່ອເດືອນທັນວາທີ່ຜ່ານມາ
ແລະໃນໂອກາດດຽວກັນນີ້
ກອງປະຊຸມກໍ່ຍັງໄດ້ຮັບຮອງ
ເອົາການດັດແກ້ກົດໝາຍວ່າດ້ວຍສະພາແຫ່ງຊາດລາວອີກດ້ວຍ. ໂດຍມີເປົ້າໝາຍເພື່ອເສີມ
ຂະຫຍາຍບົດບາດຂອງສະມາຊິກສະພາໃຫ້ຫຼາຍຂື້ນ ຊຶ່ງລວມເຖິງບົດບາດຂອງສະມາຊິກ
ສະພາເພດຍິງອີກດ້ວຍ ດັ່ງທີ່ທ່ານ ດວງດີ ອຸດທະຈັກ ຫົວໜ້າຄະນະກໍາມາທິການວັດທະ
ນາທໍາ-ສັງຄົມ ໄດ້ໃຫ້ການຊີ້ແຈງວ່າ:

“ຈຸດນຶ່ງແລະແມ່ນໂຄງປະກອບຂອງສະພາແຫ່ງຊາດ ດຽວນີ້ປ່ຽນຊື່ເປັນຄະນະເລ
ຂາທິການ ແລະໃນນັ້ນກະມີວຽກຫ້ອງວ່າການກະຢູ່ໃນນັ້ນ. ຢາກເວົ້າວ່າຕົ້ນຕໍຫຼະ
ແມ່ນວ່າ ຄະນະເລຂາທິການຮັບຜິດຊອບດ້ານເນື້ອໃນນີ້ຫຼະ ຫ້ອງວ່າການຫຼະແມ່ນ
ຮັບຜິດຊອບເລື່ອງບໍລິຫານ-ການເງິນ ອັນທີ່ສອງກະແມ່ນ ສ.ສ.ເພດຍິງນີ້ ຊຶ່ງແຕ່
ເກົ່າແມ່ນບໍ່ໄດ້ ກໍາໜົດຢູ່ໃນກົດໝາຍ ແຕ່ມາຊຸດນີ້ຄິດວ່າຢາກຈະຍົກຖານະບົດ
ບາດຂອງສ.ສ.ເພດຍິງຂື້ນ ແລະເອົາໄວ້ໃນກົດໝາຍນີ້”

ນອກຈາກນັ້ນ ກອງປະຊຸມດັ່ງກ່າວຍັງໄດ້ລົງມະຕິຮັບຮອງເອົາການລາອອກຈາກຕໍາແໜ່ງ
ນາຍລັດຖະມົນຕີຂອງທ່ານ ບົວສອນ ບຸບຜາວັນ ແລະກໍ່ໄດ້ມີມະຕິເລືອກຕັ້ງໃຫ້ ທ່ານ
ທອງສິງ ທໍາມະວົງ ເປັນນາຍົກລັດຖະມົນຕີຄົນໃໝ່ ຕາມການນໍາສະເໜີຂອງປະທານປະ
ເທດລາວ ແລະພ້ອມກັນນີ້ ກອງປະຊຸມຍັງໄດ້ມີມະຕິແຕ່ງຕັ້ງໃຫ້ທ່ານນາງ ປານີ ຢາທໍຕູ້
ເປັນປະທານສະພາແຫ່ງຊາດລາວຄົນໃໝ່ອີກດ້ວຍ.

ຜູ້ນໍາສູງສຸດຂອງລາວ ສາມຄົນ ຊົມເຊີຍກັນແລະກັນ
ຜູ້ນໍາສູງສຸດຂອງລາວ ສາມຄົນ ຊົມເຊີຍກັນແລະກັນ

ໃນ​ການ​ລາ​ອອກ​ຈາກ​ຕໍາ​ແໜ່ງນາ​ຍົກ​ລັດຖະມົນຕີຂອງ​ທ່ານ
ບົວ​ສອນໃນ​ຄັ້ງນີ້ ທ່ານ​ໄດ້​ໃຫ້​ເຫດຜົນ​ກ່ຽວກັບບັນຫາ​ຄອບ
ຄົວ. ສ່ວນ​ທາງ​ດ້ານ​ທ່ານ​ທອງ​ສິງ ​ໃນ​ຖານະ​ນາ​ຍົກ​ລັດຖະ
ມົນຕີ​ຄົນ​ໃໝ່ຂອງ​ລາວ​ນັ້ນ ກໍ​ໄດ້​ໃຫ້ການຢືນຢັນ​ວ່າ ທ່ານ
ຈະ​ປະຕິບັດໜ້າທີ່​ຢ່າງ​ດີ​ທີ່​ສຸດ ດ້ວຍ​ການ​ປະຕິບັດ​ກົດໝາຍ
ຢ່າງ​ເຄັ່ງ​ຄັດ, ມີ​ຄວາມ​ໂປ່​ງ​ໃສ, ມີ​ເອກະ​ພາບ​ແລະ​ເສີມ​ສ້າງ
ເງື່ອນ​ໄຂ​ສະດວກ​ ໃຫ້​ແກ່​ພາກ​ທຸລະ​ກິດການ​ຄ້າ, ການ​ລົງ
ທຶນ, ລວມ​ເຖິງ​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄວາມ​ເປັນ​ຢູ່
ທີ່​ດີ​ຂຶ້ນຂອງ​ປະຊາຊົນ​ບັນດາ​ເຜົ່າ ທີ່​ມີ​ຄວາມ​ສະ​ເໝີພາບກັນ ພາຍ​ໃຕ້ກົດໝາຍ.

ກອງ​ປະ​ຊຸມ​ຄັ້ງຫລ້າ​ສຸດ​ນີ້ ຖື​ເປັນຄັ້ງສຸດ​ທ້າຍ​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 6. ​ດ້ວຍ​ເຫດ​ນີ້ ຈຶ່ງ​ໄດ້​ມີ​ການ​ຮັບຮອງເອົາ​ກົດໝາຍວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ ​ແລະກົດໝາຍວ່າ​ດ້ວຍ​ການ​ ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ ສະບັບ​ດັດ​ແກ້​ໃໝ່ ​ເພື່ອ​ຮອງ​ຮັບ​ການ​ເລືອກ​ຕັ້ງສະມາ ​ຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່ ກໍ​ຄື​ຊຸດ​ທີ່ 7 ທີ່​ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງການ​ໃນຕົ້ນປີ 2011 ​ເປັນຕົ້ນ​ໄປ.

ນອກຈາກ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ຮັບຮອງ​ເອົາ​ກົດໝາຍວ່າ​ດ້ວຍ ການ​ແກ້​ໄຂ​ຂໍ້​ຂັດແຍ່ງ​ທາງ​ເສດຖະກິດ ກົດໝາຍວ່າ​ດ້ວຍ​ການວັດ​ແທກ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ​ສະບັບ​ທີ່ 7 ຈາກ​ປີ 2011 ຫາ​ປີ 2015 ​ແລະບົດ​ລາຍ​ງານກ່ຽວກັບ​ໂຄງການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເຊື່ອ​ມຕໍ່ລະຫວ່າງລາວ​ກັບ​ຈີນ ​ເປັນຕົ້ນ.

XS
SM
MD
LG