ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາລາວ ປະລະການຮຽນຫລາຍເປັນພິເສດ ຍ້ອນຜົນກະທົບຢ່າງໜັກ ຈາກເສດຖະກິດທີ່ຝືດເຄືອງ ແລະຂາດຄວາມຫວັງ ໃນອະນາຄົດ


ມະຫາວິທະຍາໄລແຫ່ງຊາດ ດົງໂດກ ຂອງ ສປປ ລາວ ໃນນະຄອນຫຼວງວຽງຈັນ
ມະຫາວິທະຍາໄລແຫ່ງຊາດ ດົງໂດກ ຂອງ ສປປ ລາວ ໃນນະຄອນຫຼວງວຽງຈັນ

ທ້າມກາງເສດຖະກິດຝືດເຄືອງ ແລະໂອກາດໜ້ອຍທີ່ຈະໄດ້ວຽກເຮັດງານທໍານັ້ນ ກໍາລັງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຂະແໜງການສຶກສາ ຊຶ່ງເຮັດໃຫ້ນັກຮຽນໃນລາວ ປະລະການຮຽນຫລາຍເປັນພິເສດໃນປີນີ້, ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນຫາໄພເງິນເຟີ້ທີ່ມີສາເຫດຕົ້ນຕໍມາຈາກການຫລຸດລົງຢ່າງຕໍ່ເນື່ອງຂອງຄ່າເງິນກີບ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນສ່ວນໃຫຍ່ທີ່ມີລາຍໄດ້ຕໍ່າ ຫລືເປັນເງິນກີບ ບວກໃສ່ກັບການຫຼິ້ນພັກຫຼິ້ນພວກ ແລະສໍ້ລາດບັງຫຼວງໄດ້ເຮັດ ໃຫ້ນັກຮຽນຫລາຍຄົນ ເກີດຄວາມທໍ້ຖອຍໃຈ ແລ້ວປະຫລະການຮຽນເພື່ອໄປຊອກວຽກເຮັດງານທໍາ ໃນປະເທດເພື່ອນບ້ານ ໂດຍສະເພາະແມ່ນໃນໄທ ດັ່ງທີ່ນັກສຶກສາມະຫາວິທະຍາໄລແຫ່ງຊາດຜູ້ນຶ່ງ ທີ່ຕັດສິນໃຈອອກໂຮງຮຽນ ເປີດເຜີຍຄວາມຮູ້ສຶກໃຫ້ພວກເຮົາຮູ້ວ່າ:

“ໂອ້ຍສະພາບເສດຖະກິດ ເງິນໆທອງໆສູ່ມື້ນີ້ ຢ້ານບໍ່ລອດຫັ້ນນະ ອີ່ຕົນພໍ່ແມ່ຈັກເພິ່ນຊິເອົາເງິນມາແຕ່ໃສ ມາສົ່ງເສີມຊາມຊາຊິຈົບຕັ້ງຫລາຍປີ ຊໍ້າບໍ່ພໍຮຽນຈົບມາ ກະຈັກຊິໄດ້ເຮັດວຽກຢູ່ໃສ ເສັ້ນສາຍກະບໍ່ມີ ເງິນທອງກະບໍ່ມີ. ສ່ວນວ່າຈົບອອກໄປນີ້ ກະຈັກຊິໄປເຮັດວຽກຢູ່ໃສ ຕອນນີ້ກະຊິໄປເຮັດວຽກຢູ່ໄທກ່ອນ ຈັກສອງສາມປີຕາມເຂົາບໍລິສັດປະກາດ ຈຶ່ງວ່າກັນໃໝ່ ເວົ້າມາກະ ເໝື່ອຍເນາະ”

ຜົນກະທົບອັນໜັກໜ່ວງຈາກສະພາບການດັ່ງກ່າວ ຕໍ່ຂະແໜງການສຶກສານັ້ນ ແມ່ນໜັກເປັນພິເສດສໍາລັບປີນີ້ ເພາະມີນັກຮຽນຂໍໂຈະການຮຽນໄວ້ຊົ່ວຄາວ ແລະນັກຮຽນອອກໂຮງຮຽນໄປຫລາຍຮ້ອຍຄົນ ດັ່ງທີ່ທ່ານເກດແກ້ວ ສີຫາລາດ, ສະມາຊິກສະພາແຫ່ງຊາດ ປະຈໍານະຄອນຫຼວງ ວຽງຈັນ ເຂດ 1 ກ່າວຕໍ່ກອງ ປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ຫາກໍ່ສິ້ນສຸດລົງ ເມື່ອມໍ່ໆມານີ້ວ່າ:

“ມີນັກຮຽນຂໍໂຈະການຮຽນນີ້ 89 ສະຫາຍ ໃນ 11 ຄະນະ. ມີນັກຮຽນປະລະການຮຽນນີ້​ 550 ຄົນ, ຍິງ 230 ຄົນ ໃນສິບສີ່ຄະນະ. ຄະນະທີ່ປະການຮຽນຫລາຍທີ່ສຸດແມ່ນຄະນະວິສະວະກໍາ 189 ແລະຕໍ່ມາແມ່ນຄະນະຄະນິດຕະສາດ 133 ແລະມີນັກສຶກສາແຕ່ປີທີສອງຫາປີທີສຸດທ້າຍນີ້ ເຂົາເຈົ້າມີຄວາມຫຍຸ້ງຍາກໃນການຈ່າຍຄ່າຮຽນ ມີຄວາມຫຍຸ້ງຍາກຫລາຍ.”

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ.
ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ.

ທ່ານກ່າວອີກວ່າ ສະພາບການນີ້ ຍັງສົ່ງຜົນເຮັດໃຫ້ຄຸນນະພາບການສຶກສາຕໍ່າ ແລະຂາດຄວາມສົມດູນໃນຕະຫລາດແຮງງານ ລະຫວ່າງຂະແໜງການຕ່າງໆ ເພາະມີບາງຂະແໜງວິຊາຮຽນ ກໍມີນັກຮຽນຫລຸດລົງຢ່າງໜ້າເປັນຫ່ວງອີກດ້ວຍ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ແລ້ວບາດນີ້ ການສອບເສັງນັກສຶກສາມະຫາວິທະຍາໄລແຫ່ງຊາດປີ 2023-24 ນີ້ ຫນ້ອຍຜິດປົກກະຕິ. ມີນັກຮຽນໄປເສັງຫັ້ນ ມີແຕ່ເຈັດພັນກວ່າຄົນ ເກືອບວ່າຜູ້ໃດໄປເສັງ ເກືອບວ່າໄດ້ໝົດ. ແລ້ວມີບາງຄະນະບໍ່ມີຄົນໄປເສັງ, ບໍ່ມີຄົນໄປຮຽນ ຫລືວ່າຮຽນກະນ້ອຍ ຕົວຢ່າງຄະນະປະຫວັດສາດ, ວິຊາພູມສາດ, ວິຊາວິທະຍາສາດ, ກິລາ ຄັນເຮົາຍັງເປັນແນວນີ້ຢູ່ ເຮົາຍັງຮັກສານະໂຍບາຍແບບນີ້ຢູ່ບັນດາຂະແໜງການເຫລົ່ານີ້ ຈະບໍ່ມີຄົນໄປຮຽນ ຈະໄດ້ປິດຄະນະການຮຽນອັນນີ້ບໍ່ຈັ່ງຊັ້ນນີ້ ພວກເຮົາຈະເກີດສະພາບວ່າ ເປັນຫຍັງລູກຫລານເຮົາຈຶ່ງວ່າ ອອກໂຮງຮຽນ ເຂົາເຈົ້າບັນຫາພິດເສດຖະະກິດໜີ້ ເຂົາເຈົ້າຈຶ່ງອອກໂຮງຮຽນ ໄປອອກແຮງງານຫາເງິນ”.


ດັ່ງທີ່ວີໂອເອໄດ້ສະເໜີໄປເມື່ອມໍ່ໆມານີ້ ການທີ່ມີແຮງງານລາວມັກພາກັນໄປຊອກເຮັດວຽກຢູ່ໄທ ແມ່ນມີຜົນກະທົບເຮັດໃຫ້ເກີດສະພາບຂາດແຄນແຮງ ຢູ່ໃນຫລາຍຂະແໜງງານພໍສົມຄວນ ນັບທັງດ້ານບໍລິການ ແລະການທ່ອງທ່ຽວ. ອີງຕາມບົດສໍາຫລວດແຮງງານຮ່ວມປີ 2022 ລະຫວ່າງສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດ ແລະອົງການແຮງງານສາກົນ ຫລື ILO ແລ້ວ ການຂາດແຄນແຮງງານ ຫລືບຸກຄະລາກອນກວມເອົາ 22 ເປີເຊັນ ຊຶ່ງເປັນຂໍ້ຖ່ວງດຶງອັນໜັກໜ່ວງກວ່າໝູ່ ໃນ 3 ຂໍ້ຈໍາກັດຕົ້ນຕໍທີ່ພາໃຫ້ທຸລະກິດຕ່າງໆ ຂະຫຍາຍຕົວໄດ້ຍາກ ຊຶ່ງໂຕເລກນີ້ ແມ່ນສູງກວ່າການຂາດເຂີນທຶນຮອນອີກດ້ວຍ.

ລາຍງານນີ້ເວົ້າອີກວ່າ ການຂາດແຄນແຮງງານທີ່ວ່ານີ້ ແມ່ນຂາດທັງທາງດ້ານປະລິມານ ແລະຄຸນນະພາບໂດຍສະເພາະແມ່ນຢູ່ເຂດນອກເມືອງ. ພ້ອມກັນນັ້ນ ຄຸນນະພາບໃນການສຶກສາຕໍ່າ ຍັງເຮັດໃຫ້ມີການຂາດແຄນພະນັກງານ ທີ່ມີ ຄວາມສາມາດ, ມີທັກສະໃນດ້ານໄອທີ, ພາສາຕ່າງປະເທດ, ການຂາຍ ແລະການບໍລິການອື່ນໆອີກດ້ວຍ ໃນປະເທດທີ່ມີເສດຖະກິດນ້ອຍ ແລະຝືດເຄືອງໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້.

XS
SM
MD
LG