ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກອອກແບບເສື້ອຜ້າ ໜ້າໃໝ່ Andy South


ແອນດີ ສຸດທິພົງ ຫລື Andy South ກັບເສື້ອຜ້າຊຸດກິລາ 3 ຊຸດ ທີ່ລາວອອກແບບ ແລະໄດ້ຊະນະໃນລາຍການ Project Runway ຕອນທີ 11(Oct. 7, 2010) ແລະນາງແບບຊື່ດັງ Heidi Klum ຊື້ໄປເປັນສ່ວນນຶ່ງຂອງ collection ເສື້ອຜ້າຍີ່ຫໍ້ຂອງນາງ.
ແອນດີ ສຸດທິພົງ ຫລື Andy South ກັບເສື້ອຜ້າຊຸດກິລາ 3 ຊຸດ ທີ່ລາວອອກແບບ ແລະໄດ້ຊະນະໃນລາຍການ Project Runway ຕອນທີ 11(Oct. 7, 2010) ແລະນາງແບບຊື່ດັງ Heidi Klum ຊື້ໄປເປັນສ່ວນນຶ່ງຂອງ collection ເສື້ອຜ້າຍີ່ຫໍ້ຂອງນາງ.

​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ​ຂອງ​ວີ​ໂອ​ເອ​ແລງ​ມື້​ນີ້ ​ເຮົາຈະ​ແນະ​ນໍາ​ໃຫ້​ທ່ານ​ຮູ້ຈັກ​ກັບ​ Andy South ຫລື ​ແອນ​ດີ ສຸດທິ​ພົງ ທີ່​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເຂົ້າ​ແຂ່ງຂັນການ​ອອກ​ແບບ​ ເສື້ອ​ຜ້າ ​ໃນ​ລາຍການ​ໂທລະພາບ Project Runway ​ແລະ​ກໍ​ກໍາລັງ​ທໍາ​ຄະ​ແນນໄດ້​ດີ ມີ ​ຫວັງ​ໄດ້​ຊະນະ​ເລີດດ້ວຍ​. ໜຸ່ມ​ລາວ​ອາ​ເມຣິກັນ​ຄົນ​ນີ້ ມີ​ພື້ນຖານ​ຄວາມ​ເປັນ​ມາ​ແນວ​ໃດ​ແລະ​ ເຮັດ​ຈັ່ງ​ໃດ ຈຶ່ງ​ໄດ້​ເຂົ້າ​ຮ່ວມ​ໃນ Project Runway ທີ່​​ເປັນ​ແປ້ນ​ກະດານ​ສໍາລັບ​ກະ​ໂດດ​ໄປ​ ສູ່ອາຊີບ​ ການ​ເປັນ​ fashion designer ຫລື​ນັກອອກ​ແບບ​ເສື້ອ​ຜ້າ ທີ່​ໂດ່​ງດັງ​ຂຶ້ນ​ມາ​ໃນ​ ຄືນ​ດຽວ​ນັ້ນ.

ເວລາ​ນີ້ ປະຊາຊົນ​ໃນ​ລັດຣາ
ວາຍ ກາງ​ມະຫາ​ສະມຸດ​ປາຊີຟິກ​ ກໍາລັງ​ຮື​ຮາ​ຕື່ນເຕ້ນ​ກັນ​ໃຫຍ່ ກັບ​ນັກ​ອອກ​ແບບ​ເສື້ອ​ຜ້າໜ້າໃໝ່ Andy South ທີ່​ເປັນ​ຄົນລັດ​ຮາ​
ວາຍ ຜູ້ຊຶ່ງ​ກຳລັງ​ສ້າງຊື່ສຽງໃຫ້
ລັດ​ບ້ານເກີດ ຍ້ອນ​ກຳລັງ​ທຳ
ຄະ​ແນນ​ໄດ້ດີ​ເລີດໃນ​ການ​ແຂ່ງ
ຂັນ​ອອກ​ແບບ​ເສື້ອຜ້າ ​ໃນ​ລາຍ
ການ​ໂທລະພາບ​ Project
Runway ສຳລັບ​ປີ​ນີ້ ຊຶ່ງ​ເປັນ
ປີ​ທີ 8 ຫລື Season 8 ຊຶ່ງ
ກໍາລັງ on air ຫລື​ອອກ​ອາກາດ​ຢູ່ໃນ​ເວລາ​ນີ້ ​ແລະ​ພ້ອມ​ດຽວ​ກັນ ກໍ​ສ້າງ​ຊື່ສຽງໃຫ້ຕົນ
ເອງ​ໃນ​ລະດັບ​ຊາດ ຍ້ອນ​ເສື້ອຜ້າທີ່​ເຂົາ​ອອກ​ແບບ ທີ່ຕ້ອງຕາ​ຕ້ອງ​ໃຈ​ກຳມະການ​ຕັດສິນ​
ໃນ​ລາຍການ Project Runway ທີ່​ເປັນ​ນາງ​ແບບ​ຊື່​ດັງ Heidi Klum ທີ່ໄດ້ຊື້ເອົາເສື້ອ
ຜ້າ​ຂອງ​ແອນ​ດີ ​ເຂົ້າເປັນສ່ວນນຶ່ງ​ຂອງ Collection ​ເສື້ອຜ້າຍີ່ຫໍ້ຂອງ​ນາງ ທີ່ຫາ​ກໍ​ເປີດ​ໂຕ​ ແລະ​ນຳ​ອອກ​ຈຳ​ນ່າຍ on line ຫລື​ທາງ​ອິນ​ເຕີ​ແນັທ ຜ່ານ​ amazon.com

Andy South ກໍາລັງຫຍິບຊຸດ ສໍາລັບເຂົ້າແຂ່ງຂັນໃນ Project Runway Season 8.(2010)
Andy South ກໍາລັງຫຍິບຊຸດ ສໍາລັບເຂົ້າແຂ່ງຂັນໃນ Project Runway Season 8.(2010)

ແມ່ນ​ໃຜ​ຄື​ໜຸ່ມ​ນັກ​ອອກ​ແບບ​ເສື້ອຜ້າ ຫລື fashion
designer ໜ້າ​ໃໝ່ຄົນນີ້ ທີ່ສາມາດສ້າງຊື່ສຽງ​ໃຫ້ຕົນເອງ
ໃນ​ລະດັບ​ຊາດ​ໄດ້ ພາຍໃນເວລາ​ພຽງ 11 ອາທິດ ຫລັງ​
ຈາກ​ທີ່ໄດ້ອອກອາກາດໃນລາຍການ Project Runway?

ສຳລັບ​ຜູ້ຊົມລາຍການແລະຄົນທົ່ວໆໄປແລ້ວ ເຂົາຄື Andy
South ​ແຕ່ສໍາລັບ​ປະຊາ​ຄົມ​ລາວ​ແລ້ວ ເຂົາ​ຄື ​ແອນ​ດີ ຫລື
ແອນ​ດຣູ ສຸດທິ​ພົງ ຊຶ່ງພະຍາງ​ທຳ​ອິດ​ຂອງ​ນາມສະກຸນ
ສຸດທິ​ພົງນັ້ນ ແອນ​ດີ​ໄດ້ເອົາ​ມາ​ ເປັນ​ນາມສະກຸນ​ຂອງ​ຊື່ອອກ
ແບບຫລື​ຍີ່ຫໍ້ເສື້ອຜ້າຂອງເຂົາ ໂດຍອ່ານ​ເປັນ​ພາສາ​ອັງກິດ​ວ່າ South ທີ່ແປວ່າທິດໃຕ້ນັ້ນ ເອງ ເພື່ອໃຫ້ສະດວກ​ໃນ ການ​ອອກສຽງ ສຳລັບ​ຊາວ​ອາ​ເມ​ຮິ​ກັນ.

ແອນ​ດີ​ ເກີດ​ແລະ​ໃຫຍ່ທີ່ໂຮ​ໂນ​ລູລູ ​ເປັນ​ລູກ​ຊາຍ​ຂອງ​ ທ່ານ​ກົງ​ສະ​ນິດ ​ແລະ​ທ່ານ​ນາງ​ນີລະ
ພອນ ສຸດທິ​ພົງ. ຕອນ​ນີ້ ມີ​ອາຍຸ 24 ປີ ຮຽນ​ຈົບ​ອະນຸ​ປະລິນຍາ​ຈາກ Honolulu Com-
munity College ຊຶ່ງເປັນມະຫາ​ວິທະຍາ​ໄລ​ສອງ​ປີ. ​ແອນ​ດີ​ມັກ​ຫຍິບ​ປັກ​ຖັກ​ຮ້ອຍ ມາຕັ້ງ
ແຕ່ຍັງນ້ອຍ ໂດຍໄດ້​ຮຽນ​ຈາກ​ມານ​ດາ. ເວລາແມ່ຫຍິບເສື້ອ ແອນດີມັກຈະໄປປ້ວນປ້ຽນຢູ່ ອ້ອມຂ້າງອ້ອມແອວ ສັງເກດເບິ່ງ ແລ້ວກໍເຮັດຕາມ

“ຂະນ້ອຍເຄີຍຫຍິບເຄື່ອງນໍາແມ່. I followed her when I was a kid. I
learned from her…..ຕອນຍັງນ້ອຍ ຂະນ້ອຍຈະເຮັດຕາມແມ່ ແລະຮຽນຮູ້ນໍາ
ເພິ່ນ. ຫລັງຈາກຮຽນຈົບໄຮສະກູລ ຂະນ້ອຍບໍ່ຮູ້ວ່າໂຕເອງຢາກຮຽນຫຍັງ ຫລື
ຢາກເປັນຫຍັງ ແຕ່ກໍຮູ້ວ່າມັກຫຍິບປັກຖັກຮ້ອຍແລະມີສີມືໃນດ້ານນີ້ ຈຶ່ງເຂົ້າຮຽນ
ຕໍ່ທີ່ມະຫາວິທະຍາໄລຊຸມຊົນ 2 ປີ ໃນຂະແໜງວິຊາ Fashion Technology.
ແມ່ນຕອນນັ້ນເອງ ທີ່ຂະນ້ອຍຄົ້ນພົບໂລກຂອງແຟຊັ່ນ ຊຶ່ງເປັນໂລກທີ່ສວຍງາມ
ຫລາຍ ເປັນໂລກທີ່ສາມາດປ່ຽນຮູບລັກສະນະຂອງຄົນໄດ້.”

ແອນດີເວົ້າວ່າ ຄົນເຮົາສາມາດປ່ຽນໂຕເອງ ດ້ວຍເສື້ອຜ້າທີ່ເຮົາໃສ່ ເຂົ້າທໍານອງທີ່ວ່າ ນົກ
ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ ນັ້ນເອງ.

ພໍຈົບໂຮງຮຽນໃນປີ 2004, ແອນດີກໍເລີ້ມສ້າງຜົນງານອອກແບບເສື້ອຜ້າຂອງຕົນ ໂດຍ
ການຕັດເສື້ອຜ້າຊຸດງາມໆໃຫ້ມານດາໃສ່ໄປງານ ແລະຕັດໃຫ້ໝູ່ເພື່ອນທີ່ມັກ sketches
ຫລືຮູບວາດທີ່ລາວອອກແບບ. ຊື່ຂອງແອນດີດັງຂື້ນມາໃນລັດຮາວາຍ ຫລັງຈາກທີ່ລາວ
ອອກແບບຊຸດລາຕີຫລືຊຸດກາງຄືນ ໃຫ້ໝູ່ທີ່ເຂົ້າແຂ່ງຂັນປະກວດນາງງາມ ແລະໄດ້ຊະນະ
ຄືນາງງານ Miss Hawaii 2007 ແລະເອື້ອຍຂອງນາງທີ່ໄດ້ຊະນະນາງງາມ Miss
Hawaii USA 2008. ຫລັງຈາກນັ້ນ ຊື່ຂອງແອນດີກໍເປັນທີ່ຮ້ຈັກຂອງຄົນຫລາຍຂຶ້ນ
ເນຶ່ອງຈາກຮາວາຍເປັນລັດນ້ອຍໆ ແລະແອນດີຄ່ອຍໆສ້າງຊື່ສຽງໃຫ້ຕົນເອງຂຶ້ນມາ ຈາກ
ການຕັດຊຸດລາຕີໃຫ້ບັນດານາງສາວທີ່ເຂົ້າແຂ່ງຂັນໃນງານປະກວດນາງງາມຕ່າງໆ. ຕໍ່ມາ
ແອນດີໄດ້ຢຸດຕັດຊຸດລາຕີ ແລະຕັດສິນໃຈທີ່ຈະເຮັດຊຸດ collection ເສື້ອຜ້າຍີຫໍ້ຂອງຕົນ
ເອງ ກໍພໍດີໄດ້ຮັບການທາບທາມຈາກ Project Runway ຊຶ່ງແອນດີເວົ້າວ່າ ມັນເປັນເວລາ
ພໍເໝາະພໍດີແທ້ໆ ເພາະມັນອໍານວຍໃຫ້ລາວໄດ້ກັບຄືນໄປເຮັດໃນສິ່ງທີ່ລາວຢາກເຮັດໄປ
ຕະຫລອດຊີວິດ. ເຮັດແນວໃດ ແອນດີຈຶ່ງໄດ້ເຂົ້າຮ່ວມໃນລາຍການ Project Runway?

ຊຸດກາງຄືນທີ່ແອນດີ ສຸດທິພົງ ອອກແບບແລະໄດ້ຊະນະໃນການ ແຂ່ງຂັນ ໃນຕອນທີ 8 ຂອງລາຍການ Project Runway, ວັນທີ 16 ກັນຍາ 2010.
ຊຸດກາງຄືນທີ່ແອນດີ ສຸດທິພົງ ອອກແບບແລະໄດ້ຊະນະໃນການ ແຂ່ງຂັນ ໃນຕອນທີ 8 ຂອງລາຍການ Project Runway, ວັນທີ 16 ກັນຍາ 2010.

“They called around.
They called people in
Hawaii…ເຂົາເຈົ້າໂທລະ
ສັບໄປຖາມຜູ້ຄົນ ໃນລັດຮາ
ວາຍວ່າ ມີຜູ້ໃດແດ່ທີ່ມີສີມື
ພໍທີ່ຈະຖືກຄັດເລືອກມາອອກ
ລາຍການໄດ້ບໍ່? ແລະທຸກໆ
ຄົນກໍຕອບເປັນສຽງດຽວກັນ ວ່າ Andy South…”

ແອນດີກໍເລີຍໄດ້ຮັບການທາບ
ທາມໃຫ້ໄປຄັດເລືອກເຂົ້າແຂ່ງ
ຂັນ ແຕ່ບໍ່ເປັນຈັ່ງໂຊກ ແອນດີ
ບໍ່ຜ່ານໃນຕອນທໍາອິດນັ້ນ.

“The first time I was
very young. That was
2 years before. I was
still very young
then... ຕອນທໍາອິດນັ້ນ
ຂະນ້ອຍຍັງນ້ອຍຫລາຍ ຄື
ເມື່ອສອງປີກ່ອນນີ້ ຂະນ້ອຍ
ຄິດວ່າໂຕເອງພ້ອມແລ້ວ. ແຕ່ຄວາມຈິງແລ້ວ ຂະນ້ອຍຍັງບໍ່ພ້ອມເລີຍ. ຂະນ້ອຍ
ບໍ່ຮູ້ວ່າ ໃນຖານະເປັນ fashion designer ນັ້ນ ຂະນ້ອຍມັກອອກແບບເສື້ອຜ້າ
ແນວໃດ ຫລືສໄຕລ໌ແບບໃດແທ້. ແຕ່ເທື່ອນີ້ ຕອນທີ່ຂະນ້ອຍກັບຄືນມາອີກ ຂະ
ນ້ອຍຮູ້ແລ້ວວ່າໂຕເອງ ຕ້ອງການຫຍັງແລະຢາກອອກແບບເສື້ອຜ້າແນວໃດ?
ຂະນ້ອຍໃຫຍ່ຂຶ້ນດຽວນີ້. ເທື່ອທໍາອິດນັ້ນ ຂະນ້ອຍມີສີມື ແຕ່ບໍ່ມີສຽງ ໝາຍເຖິງ ວ່າ ບໍ່ມີສະໄຕລ໌ທີ່ເປັນເອກະລັກຂອງຕົນເອງ.”

ແລ້ວ ສະໄຕລ໌ແບບໃດ ທີ່ເປັນເອກະລັກຂອງແອນດີ?

“It’s elegance-dramatic elegance, very feminine for a woman
that’s strong. I pulled a lot of inspiration from home –
Laos. ຄວາມສວຍແລະສະງ່າງາມ - ຄວາມງາມສະງ່າແບບໂລດໂຜນ ແບບ
ແມ່ຍິງໆ ສໍາລັບແມ່ຍິງທີ່ເຂ້ມແຂງ ເປັນໂຕຂອງໂຕເອງ. ຂະນ້ອຍໄດ້ຄວາມ
ດົນໃຈມາຫລາຍຈາກບ້ານ ຄືຈາກປະເທດລາວ. ຂະນ້ອຍໃຊ້ແຜ່ນແພລາວ
ຫລາຍສົມຄວນ ແລະໃຊ້ເຄຶ່ອງເງິນ ຈາກປະເທດລາວນໍາ ຄືຂະນ້ອຍເອົາມາ
ແລ້ວກໍມ້າງອອກ ແລ້ວເອົາມາປະດິດໃໝ່ເອົາເອງ ແລ້ວກໍປະດັບປະດາໃສ່ ເສື້ອຜ້າທີ່ຂະນ້ອຍອອກແບບ.”

Andy South ກັບ Heidi Klum ນາງແບບຊື່ດັງ ທີ່ຊື້ເອົາ ເສື້ອຜ້າຂອງແອນດີ ເຂົ້າເປັນຊຸດ collection ຂອງນາງ ທີ່ນໍາອອກຈໍານ່າຍທາງ amazon.com
Andy South ກັບ Heidi Klum ນາງແບບຊື່ດັງ ທີ່ຊື້ເອົາ ເສື້ອຜ້າຂອງແອນດີ ເຂົ້າເປັນຊຸດ collection ຂອງນາງ ທີ່ນໍາອອກຈໍານ່າຍທາງ amazon.com

ຍ້ອນສະໄຕລ໌ ຫລືແນວອອກ
ແບບເສື້ອຜ້າທີ່ໂລດໂຜນ ແຕ່
ກໍງາມສະງ່ານີ້ເອງ ແອນດີຈຶ່ງ
ຖືກທາບທາມໃຫ້ເຂົ້າແຂ່ງຂັນ
ໃນການຄັດເລືອກຂອງ
Project Runway ອີກເທື່ອ
ນຶ່ງ ຊຶ່ງຂັ້ນຕອນໃນການຄັດ
ເລືອກນັ້ນ ບໍ່ແມ່ນຂອງງ່າຍ
ເລີຍ. ແອນດີຕ້ອງໄດ້ເຊັນສັນ
ຍາ ຍາວ 25 ໜ້າ ທີ່ບັງຄັບ
ໃຫ້ຮັກສາທຸກຢ່າງໄວ້ເປັນ
ຄວາມລັບ. ແລ້ວລາວຕ້ອງ
ໄດ້ຫອບ portolio ກໍຄືຜົນ
ງານຮູບຖ່າຍແລະຮູບວາດ
ຂອງເສື້ອຜ້າທີ່ລາວອອກແບບ
ນັ້ນ ໄປໃຫ້ເຈົ້າໜ້າທີ່ Project
Runway ເບິ່ງຢູ່ນະຄອນ
Seattle ລັດວໍຊິງຕັນ, ເຂົ້າ
ສໍາພາດ ແລະສະແດງຜົນງານ
ຕັດຫຍິບເສື້ອຜ້າໃຫ້ເຂົາເຈົ້າ
ເບິ່ງ ໂດຍໃຊ້ເວລາທັງໝົດນຶ່ງ
ເດືອນ. ຫລັງຈາກນັ້ນ ແອນດີ
ກໍກັບຄືນເມືອຮາວາຍ ລໍຖ້າຟັງ
ຜົນວ່າຈະອອກມາແນວໃດ.
ແຕ່ສອງອາທິດຕໍ່ມາ ແອນດີກໍໄດ້ຮັບໂທລະສັບຈາກ Project Runway ພ້ອມກັບຂ່າວດີ
ທີ່ວ່າ ແອນດີເປັນຜູ້ນຶ່ງໃນຈໍານວນ 17 ຄົນ ທີ່ຜ່ານການຄັດເລືອກ. ຫລັງຈາກນັ້ນ ແອນດີ
ກໍເດີນທາງໄປນະຄອນນີວຢ໊ອກ ເພື່ອເຂົ້າແຂ່ງຂັນ ທີ່ມີການຖ່າຍວີດີໂອໄປພ້ອມ ເພື່ອນໍາ
ອອກອາກາດໃນລາຍການ Project Runway ນັ້ນ ຊຶ່ງຂັ້ນຕອນທັງໝົດນີ້ ແມ່ນໃຊ້ເວລາ ປະມານ 2 ເດືອນ.

“I auditioned in April​. I started filming in June, and we’re
done in July… ຂະ​ນ້ອຍ​ເອົາ​ຜົນງານ​ໄປສະ​ເໜີ​ໃນ​ເດືອນ​ເມສາ ​ແລ້ວ​
ກໍ​ເລີ້ມ​ຖ່າຍ​ວີ​ດິ​ໂອ​ໃນ​ເດືອນ​ມີ​ຖຸນາ ​ແລະ​ຖ່າຍ​ແລ້ວ​ໃນ​ເດືອນ​ກໍລະກົດ.
ຂະ​ນ້ອຍ​ເມື່ອຍ​ຫລາຍ ​ເພາະ​ບໍ່​ໄດ້​ນອນ ມີ​ແຕ່​ຫຍິບ​ເສື້ອ​ໝົດ​ມື້​ໝົດ​ເວັນ.”

ມາ​ຮອດ​ອາທິດນີ້(ວັນ​ທີ 14 ຕຸລາ) ລາຍການ Project Runway ​Season 8 ​ໄດ້​ອອກ​
ອາກາດ​ໄປ​ແລ້ວ 11 ຕອນ. ​ໃນ​ແຕ່ລະ​ຕອນ ຈະ​ມີ​ຜູ້​ແຂ່ງຂັນ​ໄດ້​ຊະນະ​ຄົນ​ນຶ່ງ​ ແລະ​ຄົນ ​ນຶ່ງ ​ຖືກ​ຄັດ​ອອກ.

ຜ່ານ​ມາ​ ຊຸດ​ເສື້ອ​ຜ້າ​ຂອງ​ແອນ​ດີ ​ໄດ້​ຊະນະ​ໄປ​ແລ້ວ 2 ຄັ້ງ ຄື​ເທື່ອ​ທີ​ນຶ່ງ ​ໃນ​ຕອນ​ທີ 8
ເປັນ​ຊຸດ​ກະ​ໂປງ​ໃສ່​ໄປ​ງານ ​ແລະ​ເທື່ອ​ທີ 2 ​ແມ່ນ​ໃນ​ຕອນ​ທີ 11 ທີ່​ອອກ​ອາກາດ​ໄປ​ໃນ​
ອາທິດ​ແລ້ວ​ນີ້(ວັນ​ພະຫັດ ທີ 7 ຕຸລາ) ຊຶ່ງ​ເປັນ​ຊຸດ​ກິລາທີ່​ຕ້ອງ​ຕ້ອງ​ຕ້ອງ​ໃຈ​ນາງ​ແບບ​
ຊື່​ດັງ Heidi Klum ທີ່​ເປັນ​ກໍາມະການ​ຄົນ​ນຶ່ງ ​ແລະ​ໄດ້​ເຊັນ​ສັນຍາ​ຊື້​ເອົາ​ຊຸດ​ກິລາຂອງ
ແອນ​ດີ ມາ​ເປັນ​ສ່ວນ​ນຶ່ງ​ຂອງ collection ​ເສື້ອ​ຜ້າ​ຍີ່​ຫໍ້​ຂອງ​ນາງ ທີ່​ເປີດ​ໂຕ​ໄປ​ ໃນ​ວັນ
ທີ 8 ຕຸລາ ອາທິດ​ແລ້ວ​ນີ້.

ລາຍການ Project Runway ຕອນ​ທີ 12 ຊຶ່ງ​ຈະ​ມີ​ການ​ປະກາດ​ຊື່ສາມ​ຄົນ​ທີ່​ຈະ​ໄດ້​ເຂົ້າ
ແຂ່ງຂັນ​ໃນ​ຮອບ​ສຸດ​ທ້າຍ​ນັ້ນ ຈະ​ອອກ​ອາກາດ ​ລໃນແລງ​ວັນ​ພະຫັດ​ມື້​ນີ້ - ທີ 14 ຕຸລາ.
ທ່ານ​ສາມາດ​ຕິດຕາມ​ເບິ່ງ​ໄດ້ ທາງ​ຊ່ອງ Lifetime ຫລື​ທາງ

http://www.mylifetime.com/shows/project-runway/season-8/photos/designers/andy-south-episode-5#id=10

ແລງ​ວັນ​ພະຫັດ​ໜ້າ(ທີ 21 ຕຸລາ) ​ເຮົາ​ຈະ​ມີ​ຕອນ​ທີ​ສອງ​ຂອງ​ການ​ສໍາ​ພາດ​ກັບ​ແອນ​ດີ
ສຸດທິ​ພົງ ມາສະ​ເໜີ​ທ່ານ​ອີກ ພ້ອມ​ກັບ​ຂ່າວ​ຄືບ​ໜ້າ​ກ່ຽວ​ກັບ​ການ​ແຂ່ງຂັນ​ຂອງ​ເຂົາ​ໃນ
Project Runway. ​ໂປດ​ຕິດຕາມ​ຟັງ.

XS
SM
MD
LG