ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Andy South ຜ່ານເຂົ້າ ຮອບສຸດທ້າຍ


ພວກເຂົ້າແຂ່ງຂັນໃນ Project Runway Season 8 ທີ່ຮວມທັງ Andy South ຫລືແອນດີ ສຸທິພົງ(ຊຸດດໍາ, ກາງ, ແຖວຫລັງ) ພ້ອມກັບກໍາມະການສອງທ່ານ ທີ່ຮວມທັງນາງແບບຊຶ່ດັງ Heidi Klum (ຢືນ, ທາງໜ້າ)
ພວກເຂົ້າແຂ່ງຂັນໃນ Project Runway Season 8 ທີ່ຮວມທັງ Andy South ຫລືແອນດີ ສຸທິພົງ(ຊຸດດໍາ, ກາງ, ແຖວຫລັງ) ພ້ອມກັບກໍາມະການສອງທ່ານ ທີ່ຮວມທັງນາງແບບຊຶ່ດັງ Heidi Klum (ຢືນ, ທາງໜ້າ)

ລາຍການ Project Runway ຕອນທີ 12 ກໍໄດ້ອອກອາກາດໄປແລ້ວ ເມື່ອວັນອາທິດ ທີ 14 ຕຸລາ ຜ່ານມາ. ຜົນທີ່ອອກມາ ກໍຄື Andy South ຫລື ແອນດີ ສຸດທິພົງ ແມ່ນນຶ່ງ ໃນຜູ້ເຂົ້າແຂ່ງຂັນ 3 ຄົນ ທີ່ຈະໄດ້ເຂົ້າຮອບສຸດທ້າຍ ເພື່ອຍາດເອົາຕໍາແໜ່ງຜູ້ຊະນະເລີດ ພ້ອມກັບເງິນລາງວັນຈໍານວນ 1 ແສນ$ ຈາກບໍລິສັດເຄື່ອງສໍາອາງ L'Oreal ຂອງ Paris ແລະລາງວັນອື່ນໆອີກ.

ແຕ່ທີ່ສໍາຄັນທີ່ສຸດນັ້ນ ກໍຄືການໄດ້ຮັບການຮັບຮູ້ທີ່ວ່າ ຕົນ
ມີຄວາມສາມາດ ແລະມີພອນສະຫວັນ ໃນການອອກແບບ
ເສື້ອຜ້າທີ່ງາມໆ ຫລູຫລາ ຫລືອາດຈະໂລດໂຜນໃນບາງ
ຄັ້ງ ແຕ່ກໍເປັນທີ່ດຶງດູດສາຍຕາຂອງພວກນັກແຟຊັ່ນທັງ
ຫລາຍ ທີ່ໃຫ້ການຮັບຮູ້ ກໍເພາະວ່າຜູ້ອອກແບບເສື້ອຜ້າ
ເຫລົ່ານັ້ນ ໄດ້ຜ່ານການແຂ່ງຂັນໃນ Project Runway ມາແລ້ວ ນັ້ນເອງ.

ລາຍການ Project Runway ແມ່ນລາຍການທີ່ພວກ
ທີ່ໄຝ່ຝັນຢາກເປັນ fashion designer ຫລືນັກອອກ
ແບບເສື້ອຜ້າທີ່ໂດ່ງດັງ ຢາກມີໂອກາດໄດ້ເຂົ້າປຮ່ວມແຂ່ງ
ຂັນ ເພາະມັນເປັນແປ້ນກະດານ ສໍາລັບກະໂດດໄປສູ່ອາ ​ຊີບທີ່ເຂົາເຈົ້າໄຝ່ຝັນຢາກເຮັດ ດັ່ງທີ່ແອນດີເວົ້າວ່າ:

"All of us, we're all starting out. So
Project Runway is really big, a really
big platform to show who we are and then for people what
we can do and to take interest. This is where we launch off
to our careers...ພວກເຮົາໝົດທຸກຄົນແມ່ນຫາກໍເລີ້ມຕົ້ນ. ສະນັ້ນ ໂພຣເຈັກ
ຣັນເວ ຈື່ງແມ່ນໃຫຍ່ແລະສໍາຄັນຫລາຍ. ມັນເປັນເວທີທີ່ສໍາຄັນແທ້ໆ ເພື່ອສະ
ແດງໃຫ້ຜູ້ຄົນຮູ້ວ່າ ພວກເຮົາແມ່ນໃຜ ແລະໃຫ້ເຂົາເຈົ້າເຫັນວ່າ ພວກເຮົາສາມາດ
ເຮັດຫຍັງໄດ້ແດ່ ແລະໃຫ້ເຂົາເຈົ້າສົນໃຈໃນສິ່ງທີ່ພວກເຮົາເຮັດ. ມັນແມ່ນເວທີທີ່ ພວກເຮົາເລີ້ມຕົ້ນອາຊີບ ຂອງພວກເຮົາ."

ອີກຊຸດນຶ່ງທີ່ແອນດີ ສຸດທິພົງ ອອກແບບ ສົ່ງເຂົ້າແຂ່ງຂັນ ໃນ Project Runway, Season 8.
ອີກຊຸດນຶ່ງທີ່ແອນດີ ສຸດທິພົງ ອອກແບບ ສົ່ງເຂົ້າແຂ່ງຂັນ ໃນ Project Runway, Season 8.

ແຕ່ກວ່າຈະມາຮອດຂັ້ນນີ້ ກໍບໍ່
ແມ່ນຂອງງ່າຍ. ແອນດີແລະ
ເພື່ອນໆທີ່ເຂົ້າຮ່ວມແຂ່ງຂັນ
ຕ້ອງໄດ້ອອກແບບເສື້ອຜ້າແລະ
ຕັດຫຍິບ ແລ້ວກໍຈັດໃຫ້ນາງ
ແບບໃສ່ຍ່າງເທິງ catwalk
ໃຫ້ຄະນະກໍາມະການເບິ່ງ ເພື່ອ
ຄັດເລືອກເອົາຜູ້ຊະນະສໍາລັບແຕ່
ລະຕອນຂອງລາຍການ Project
Runway ນັ້ນຊຶ່ງໃນແຕ່ລະຕອນ
ທາງຜູ້ຈັດລາຍການກໍຈະເອົາຫົວ
ຂໍ້ການທ້າທາຍຫລື challenge
ໃຫ້ຜູ້ແຂ່ງຂັນ ແລ້ວບອກໃຫ້ໄປ
ອອກແບບຊຸດເສື້ອຜ້າອອກມາ
ທີ່ໃຫ້ເຂົ້າກັບຫົວຂໍ້ການທ້າທາຍ
ນັ້ນ ຫລືພາໄປບ່ອນໃດບ່ອນນື່ງ
ແລ້ວໃຫ້ອອກຫົວຄິດປະດິດສ້າງ
ເອົາເອງ ໂດຍໃຫ້ເໝາະສົມກັບ
ສະຖານທີ່ທີ່ໄດ້ໄປເຫັນມາ ຫລື
ຄວາມໝາຍຂອງສະຖານທີ່ຕາມ
ຄວາມຄິດຂອງຜູ້ແຂ່ງຂັນ ໂດຍ
ໃຊ້ເວລາພຽງປະມານນຶ່ງມື້ຫລື
ສອງມື້ ຊຶ່ງແອນດີໄດ້ອະທິບາຍ
ເຖິງຂັ້ນຕອນດັ່ງກ່າວນີ້ ໃນການ ໂອ້ລົມກັບຂ້າພະເຈົ້າ.

// ບົດສໍາພາດ //

ແຕ່ບໍ່ວ່າຫົວຂໍ້ການທ້າທາຍນັ້ນ ຈະຍາກປານໃດ ແອນດີກໍຜ່ານມາໄດ້ໂດຍຕະຫລອດ ແລະ
ໄດ້ຄະແນນດີດ້ວຍ ຍ້ອນຄວາມວ່ອງໄວແລະຫົວຄິດປະດິດສ້າງ ຕະຫລອດທັງສີມື ແລະ
ຄວາມສາມາດໃນການອອກແບບແລະຕັດຫຍິບ. ແອນດີເວົ້າວ່າ ເຫດຜົນອີກປະການນຶ່ງ
ກໍຄົງຈະແມ່ນບຸກຄະລິກລັກສະນະ ທີ່ສຸພາບອ່ອນນ້ອມແລະນິໄສແບບຄົນລາວ ຂອງລາວ ເອງ. ແອນດີເວົ້າວ່າ:

"Being Lao, I'm always quiet. I hold my tongue. Other
people don't realize that when you talk too much, it
really comes off a certain way... ດ້ວຍການທີ່ຂະນ້ອຍເປັນຄົນລາວ
ຂະນ້ອຍຈຶ່ງບໍ່ຄ່ອຍມັກປາກ ແລະບໍ່ເວົ້າຫລາຍ. ຄົນອື່ນໆບໍ່ຮູ້ດອກວ່າ ເວລາ
ເຂົາເຈົາເວົ້າຫລາຍແລ້ວ ມັນສໍ່ລັກສະນະບໍ່ດີວາດໃດວາດນຶ່ງອອກມາ ທີ່ອາດ
ບໍ່ຖືກໃຈຄົນຟັງກລືຄົນເບິ່ງ. ຄັນເຈົ້າປາກຫລາຍ ຫລືເວົ້າ ໂລໆເລໆ..."

ແອນດີບໍ່ມັກປາກ ເປັນຄົນມິດໆ ແຕ່ເສື້ອຜ້າທີ່ລາວອອກແບບ ກັບໂດດເດ່ນແລະໂລດໂຜນ.

"It's totally opposite - very dramatic, very strong. But as a person, I am very quiet. A lot of designers do a really dramatic, very loud thing, but most artists are very quiet and shy...ມັນກົງກັນຂ້າມກັນຢ່າງສິ້ນເຊີງ ເພາະວ່າມັນໂລດໂຜນ ໂດດເດ່ນ
ແຕ່ວ່າໂຕຂະນ້ອຍເອງ ກັບເປັນຄົນມິດໆ. ພວກນັກອອກແບບເສື້ອຜ້າຫລາຍຄົນ
ພວກສິນລະປິນຫລາຍຄົນ ປະດິດສ້າງຜົນງານທີ່ໂດດເດ່ນ ໂລດໂຜນ ແຕ່ວ່າ
ພວກສິນລະປິນສ່ວນໃຫຍ່ ແມ່ນບໍ່ມັກປາກ ແລະຂີ້ອາຍດ້ວຍຊໍ້າ."

Andy South ຫລື ແອນດີ ສຸດທິພົງ ຍໍມືນົບ ສະແດງຄວາມ ຂອບໃຈ ຕໍ່ຄະນະກໍາມະການຕັດສິນການປະກວດ ຂອງລາຍການ Project Runway ປີທີ 8 (2010).
Andy South ຫລື ແອນດີ ສຸດທິພົງ ຍໍມືນົບ ສະແດງຄວາມ ຂອບໃຈ ຕໍ່ຄະນະກໍາມະການຕັດສິນການປະກວດ ຂອງລາຍການ Project Runway ປີທີ 8 (2010).

ໃນການແຂ່ງຂັນໃນລາຍການ
Project Runway ນີ້ ແອນດີ
ໄດ້ອອກແບບເສື້ອຜ້າທັງໝົດ 10
ຊຸດ ມີທັງຊຸດກາງຄືນ ຊຸດຄອ໊ກ
ເທລ ຊຸດກະໂປງ ຊຸດສົ້ງ ຊຸດ
ອາບນໍ້າ ຊຸດກິລາແລະອື່ນໆອີກ.
ໃນນັ້ນ 2 ຊຸດແມ່ນໄດ້ຊະນະໃນ
ລາຍການແຂ່ງຂັນ ຕອນທີ 8
ກັບຕອນທີ​ 11 ຊຶ່ງໃນຕອນທີ
11 ນັ້ນ ຊຸດກິລາຂອງແອນດີ
ໄດ້ຖືກນາງແບບຊື່ດັງ Heidi
Klum ຊື້ເອົາເຂົ້າໃນ
collection ເສື້ອຜ້າຍີ່ຫໍ້ຂອງ
ນາງ ທີ່ນໍາອອກຈໍານ່າຍທາງ amazon.com

ລາຍການ Project Runway
ຍັງຈະອອກອາກາດອີກ 2 ຕອນ
ຄືຕອນທີ 13 ໃນແລງວັນພະ
ຫັດມື້ນີ້ (ທີ 21 ຕຸລາ) ແລະ
ຕອນສຸດທ້າຍໃນແລງວັນພະຫັດ
ໜ້າ(ທີ 28 ຕຸລາ) ຊຶ່ງຈະເປັນ
ການຖ່າຍທອດການສະແດງ
ແຟຊັ່ນ ໃນ Fashion Week ຂອງນະຄອນນິວຢອກ ທີ່ໄດ້ຈັດຂຶ່ນເມື່ອຕົ້ນເດືອນກັນຍາທີ່
ຜ່ານມາ ຊຶ່ງມີນັກອອກແບບເສື້ອຜ້າຈາກທົ່ວໂລກ ມາປະກອບສ່ວນສະແດງຜົນງານຂອງຕົນ
ໂດຍທີ່ຜູ້ແຂ່ງຂັນໃນລາຍການ Project Runway 3 ຄົນທີ່ໄດ້ຜ່ານເຂົ້າຮອບສຸດທ້າຍ ກໍ
ໄດ້ເຂົ້າຮ່ວມດ້ວຍ ຊຶ່ງກໍລວມທັງ Andy South ຫລືແອນດີ ສຸດທິພົງນັ້ນເອງ ທີ່ໄດ້ເອົາ
ເສື້ອຜ້າຫລາຍໆຊຸດທີ່ລາວໄດ້ອອກແບບແລະຕັດຫຍິບເອງຄົນດຽວທັງໝົດ ສະເພາະການ
ສະແດງຄັ້ງນີ້ນັ້ນ ຂຶ້ນໂຊວ໌ເທິງ catwalk ແລະໃນໂອກາດນີ້ເອງ ແອນດີກໍໄດ້ສະແດງ
ຄວາມເປັນລາວອອກມາອີກຄັ້ງນຶ່ງ ໂດຍໄດ້ໃຊ້ເພງ ນະໂມຕັດສະ ຂອງເກດສະໜາ
ວິໄລລັກ ເປັນດົນຕີບັນເລງໃນເວລາ ທີ່ນາງແບບຂອງລາວ ຍ່າງຢູ່ເທິງ catwalk.

"Music is a big part of what I do, and it changes with each collection. But for this particular collection, and since I was inspired by the Buddha Park in Vientiane, so I pulled a lot
from Laos, from home, and so I used Euay Ketsana's
music...ດົນຕີແມ່ນພາກສ່ວນສໍາຄັນສ່ວນນຶ່ງຂອງສິ່ງທີ່ຂະນ້ອຍເຮັດ ແລະຂະ
ນ້ອຍຈະປ່ຽນດົນຕີສໍາລັບ collection ແຕ່ລະຊຸດ. ແຕ່ສໍາລັບ collection
ຊຸດນີ້ໂດຍສະເພາະນັ້ນ ຍ້ອນວ່າຂະນ້ອຍໄດ້ຄວາມດົນໃຈມາຈາກວັດຊຽງຄວນ
ຢູ່ວຽງຈັນ ແລະໄດ້ສິ່ງດົນໃຈຫລາຍໆຢ່າງມາຈາກບ້ານເມືອງລາວ ຂະນ້ອຍ
ຈຶ່ງໄດ້ເອົາດົນຕີຂອງເອື້ອຍເກດສະໜາມາໃຊ້. ສໍາລັບຂະນ້ອຍແລ້ວ ດົນຕີ
ແມ່ນ
ຕົວສ້າງອາລົມແລະຄວາມຮູ້ສຶກ ແລະນໍາພາໄປຍັງໂລກ ທີ່ຂະນ້ອຍໄດ້
ຮັບສິ່ງດົນຈິດດົນໃຈ. ສະນັ້ນ ດົນຕີຈຶ່ງແມ່ນສິ່ງດົນໃຈທີ່ສໍາຄັນຫລາຍສໍາລັບ
ຂະນ້ອຍ. ມັນຄືສິ່ງເຊື່ອມໂຍງທາງຄວາມຮູ້ສຶກອັນດຽວ ທີ່ຂະນ້ອຍມີກັບພວກ ຜູ້ຄົນທີ່ໄປເບິ່ງເຄື່ອງນຸ່ງຂອງຂະນ້ອຍ.
"

ເຖິງແມ່ນຈະເກີດແລະໃຫຍ່ທີ່ລັດຮາວາຍ ແຕ່ແອນດີກໍຍັງມີຄວາມຮູ້ສຶກເປັນລາວ ຫລາຍ
ກ່ວາຄົນໜຸ່ມລຸ້ນດຽວກັນຫລາຍໆຄົນ ທີ່ມີເຊື້ອສາຍລາວ ແລະໃຫຍ່ຢູ່ອາເມຣິການີ້ ທັງນີ້
ກໍເພາະວ່າ ຍາພໍ່ຍາແມ່ ຄືທ່ານກົງສະນິດ ກັບຍານາງນີລະພອນ ສຸດທິພົງ ໄດ້ພາໄປພົວ
ພັນກັບກິດຈະກໍາຕ່າງໆຂອງປະຊາຄົນລາວແຕ່ຍັງນ້ອຍແລ້ວ. ຕອມມາຢ້ຽມຢາມວໍຊິງຕັນ
ເພື່ອໃຫ້ສໍາພາfກັບວີໂອເອຄັ້ງນີ້ ແອນດີກໍໄດ້ໄປຮ່ວມໃນງານສະຫລອງຄົບຮອບ 6 ປີຂອງ
ມູນນິທິມູນມໍລະດົກລາວ ຫລື Lao Heritage Foundation. ແອນດີຮູ້ສຶກປະທັບໃຈ
ຫລາຍ ທີ່ໄດ້ເຫັນເດັກນ້ອຍອາເມຣິກັນ ເຊື້ອສາຍລາວ ຫລິ້ນເຄື່ອງດົນຕີລາວ ແລະບັນເລງ
ເພງລາວ ເດີມ ແລະຟ້ອນນາດຕະສິນໃຫ້ບັນດາແຂກໄດ້ຊົມ.

"I want to get involved. I want to get involved with Lao
Heritage Foundation - any program that supports the arts
and preserves culture because it is a huge thing for
me...ຂະນ້ອຍຢາກເຂົ້າໄປພົວພົນ ຢາກມີສ່ວນພົວພັນນໍາມູນນິທິມູນມໍລະດົກລາວ
ແລະໂຄງການໃດໆກໍຕາມ ທີ່ສະໜັບສະໜູນແລະສົ່ງເສີມສິນລະປະ ແລະຮັກສາ
ໄວ້ຊຶ່ງວັດທະນະທໍາ ເພາະມັນເປັນເລື້ອງໃຫຍ່ຫລາຍສໍາລັບຂະນ້ອຍ ເປັນສິ່ງນຶ່ງ
ທີ່ຂະນ້ອຍມີຄວາມເຊື່ອໝັ້ນແລະຮູ້ສຶກຢ່າງແຮງກ້າ ນັ້ນກໍຄືໂອບອູ້ມເອົາມູນເຊື້ອ
ມໍລະດົກຂອງຊາດຕົນ ແລະຮັກສາໄວ້ ເພື່ອທີ່ຈະບໍ່ໄດ້ຫລົງລືມພື້ນຖານ ຫລື ຄວາມເປັນມາຂອງຕົນເອງ."

ຕໍ່ຄໍາຖາມກ່ຽວກັບໂຄງການໃນອະນາຄົດ ຫລັງຈາກ Project Runway ນັ້ນ ແອນດີເວົ້າ
ວ່າ ເຖິງແມ່ນຜົນການແຂ່ງຂັນຈະອອກມາແນວໃດ ໄດ້ຊະນະຫລືບໍ່ໄດ້ຊະນະ ກໍຕາມ ລາວ
ກໍຈະຍ້າຍໄປຢູ່ນິວຢອກ ແລະເປີດຮ້ານເສື້ອຜ້າ ຍີ່ຫໍ້ຂອງຕົນເອງ.

ອີກຊຸດນຶ່ງໃນ collection ຊຸດເສຶ້ອຜ້າທີ່ແອນດີ ສຸດທິພົງ ອອກແບບ ສໍາລັບເຂົ້າແຂ່ງໃນ Project Runway, ປີທີ 8 (2010)
ອີກຊຸດນຶ່ງໃນ collection ຊຸດເສຶ້ອຜ້າທີ່ແອນດີ ສຸດທິພົງ ອອກແບບ ສໍາລັບເຂົ້າແຂ່ງໃນ Project Runway, ປີທີ 8 (2010)

"That's the dream. ຄັນ
ເຮັດວຽກໃຫ້ບໍລິສັດ ກໍຕ້ອງ
ອີກຫລາຍປີ before I branch off to do my own thing. I think, at this point, with the exposure that I'm getting on the show, I really should just focus on going
there...ນັ້ນແມ່ນຄວາມຝັນ
ຂອງຂະນ້ອຍ. ຄັນເຮັດ
ວຽກໃຫ້ຮ້ານເສື້ອຜ້າອື່ນ
ກໍຄົງຕ້ອງອີກຫລາຍປີ
ກ່ວາຈະແຍກອອກມາເຮັດ
ເອງໄດ້. ຂະນ້ອຍຄິດວ່າ
ມາຮອດຈຸດນີ້ແລ້ວ ແລະ
ຈາກການເຜີຍແຜ່ ແລະ
ຄວາມສົນໃຈທີ່ຂະນ້ອຍໄດ້
ຮັບ ຜ່ານທາງລາຍການ
Project Runway ນັ້ນ
ຂະນ້ອຍຄວນຈະສຸມໃສ່ການໄປຕັ້ງຕົ້ນຢູ່ທີ່ນັ້ນ ແລະເຮັດໃຫ້ຄວາມຝັນຂອງຂະນ້ອຍ

ເປັນຈິງຂຶ້ນມາ ເພາະວ່າມັນຢູ່ໃກ້ແຄ່ເອື້ອມນີ້ເອງ. ຜ່ານມານັ້ນ ມັນເປັນປະສົບປະ
ການທີ່ງົດງາມຫລາຍ. ໃນໄລຍະ 4 ເດືອນຜ່ານມານີ້ ມີຫລາຍໆອັນໄດ້ປາກົດ
ເປັນຄວາມຈິງຂຶ້ນມາ ເພາະສະນັ້ນ ຖ້າຈະຢຸດຢູ່ແຄ່ນີ້ ກໍຄົງຈະເປັນເລື້ອງທີ່ໜ້າ
ເສົ້າໃຈ ແລະໜ້າເສຍດາຍທີ່ສຸດ."

ເຖິງຖ້າວ່າ ບໍ່ໄດ້ຊະນະເລີດໃນການແຂ່ງຂັນໃນລາຍການ Project Runway ແລະພາດ
ລາງວັນ 1 ແສນ$ ຈາກບໍລິສັດເຄື່ອງສໍາອາງ L'Oreal ແອນດີກໍຄາດຫວັງວ່າຈະໄດ້ຮັບ
ການສະໜັບສະໜູນ ຈາກຜູ້ຊົມທີ່ມັກເສື້ອຜ້າທີ່ລາວອອກແບບ ແລະມາຈ້າງໃຫ້ລາວອອກ
ແບບເສື້ອຜ້າໃຫ້. ຢ່າງໃດກໍຕາມ ແອນດີເວົ້າວ່າ ລາວຕື່ນເຕ້ນຫລາຍທີ່ໄດ້ກ້າວມາຮອດ ຂັ້ນນີ້.

ຄວາມໄຝ່ຝັນຂອງແອນດີ ສຸດທິພົງ ຈະເປັນຈິງຈົນຮອດຂັ້ນສຸດຍອດ ຄືໄດ້ຊະນະເລີດໃນ
ການແຂ່ງຂັນ Project Runway ຫລືບໍ່ນັ້ນ ເຮົາກໍຈະໄດ້ຮູ້ກັນ ໃນລາຍການ PR ຕອນ
ທີ 14 ຫລືຕອນສຸດທ້າຍ ທີ່ຈະອອກອາກາດໃນແລງວັນພະຫັດໜ້າ ທີ 28 ຕຸລາ ຊຶ່ງຈະ
ຖ່າຍທອດການປະກອບສ່ວນຂອງ ແອນດີ ກັບເພື່ອນຮ່ວມແຂ່ງຂັນທີ່ຜ່ານມາຮອດຮອບ
ສຸດທ້າຍ ໃນການສະແດງແຟຊັ່ນ ໃນລາຍການ Fashion Week ຫລືສັບປະດາແຫ່ງແຟ
ຊັ່ນ ຂອງນະຄອນນິວຢອກ ທີ່ໄດ້ຈັດຂື້ນເມື່ອຕົ້ນເດືອນກັນຍານັ້ນ. ໃນການສະແດງດັ່ງ
ກ່າວ ແອນດີກໍໄດ້ຂຶ້ນຍ່າງເທິງ catwalk ນໍາ ເພື່ອຮັບເອົາການຮັບຮູ້ ຈາກຄະນະກໍາມະ
ການແລະຜູ້ຊົມ ຊຶ່ງແອນດີກໍໄດ້ກະທໍາເຊ່ນນັ້ນ ດ້ວຍການຍໍມືນົບຢ່າງນອບນ້ອມ ຕາມ
ປະເພນີຂອງຄົນລາວ. ແລະໃນຕອນທີ່ຍ່າງຢູ່ເທິງ catwalk ກັບນາງແບບນັ້ນ ແອນດີ
ໄດ້ຍົກມືຂຶ້ນປ້າຍນໍ້າຕານໍາ. ຈະແມ່ນນໍ້າຕາແຫ່ງຄວາມດີໃຈທີ່ໄດ້ຊະນະເລີດ ຫລືວ່າ ເສຍ
ໃຈທີ່ພາດລາງວັນຊະນະເລີດ ກໍຕ້ອງໄດ້ລໍຖ້າເບິ່ງກັນ.

ໝາຍເຫດ: ລາຍການນີ້ ອອກອາກາດເມື່ອວັນພະຫັດ ທີ 21 ຕຸລາ. ເຊີນຟັງລາຍ
ການທັງໝົດ ໂດຍຄລິກບ່ອນສຽງ. ແລະເບິ່ງວີດີໂອການສະແດງຊຸດ collection ຂອງ
ແອນດີ ເທິງ catwalk ຂອງ Project Runway ໃນຕອນສຸດທ້າຍຂອງການແຂ່ງຂັນ
ເມື່ອຄືນວັນທີ 28 ຕຸລາຜ່ານມານີ້ ໂດຍຄລິກລິ້ງຄ໌ຢູ່ທາງລຸ່ມ.

ປາກົດວ່າ ແອນດີນໍ້າຕາຊືມດ້ວຍຄວາມຕື້ນຕັນໃຈ ແລະດີໃຈທີ່ໄດ້ກ້າວມາເຖິງຂັ້ນນີ້
ບໍ່ແມ່ນຍ້ອນໄດ້ຊະນະເລີດ ເພາະວ່າລາງວັນຊະນະເລີດຕົກເປັນຂອງຍິງສາວອາເມ
ຣິກັນ ນຶ່ງໃນ 3 ຄົນ ທີ່ໄດ້ຜ່ານເຂົ້າຮອບສຸດທ້າຍຂອງການແຂ່ງຂັນນັ້ນ.

XS
SM
MD
LG