ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງນາຍົກລາວ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ


ດຣ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ໃນວັນທີ 28 ກັນຍາ 2012 (UN Photo)
ດຣ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ການຕ່າງປະເທດ ສປປ ລາວ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ໃນວັນທີ 28 ກັນຍາ 2012 (UN Photo)
ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະລັດຖະ
ມົນຕີການຕ່າງປະເທດ ສປປ ລາວ ໄດ້ກ່າວຄຳປາໄສຕໍ່ກອງປະ
ຊຸມສະມັດຊາໃຫຍ່ສະຫະປະຊາຊາດສະໄໝທີ 67 ໃນມື້ວັນສຸກ
ສັບປະດາແລ້ວນີ້ ຊຶ່ງທ່ານໄດ້ເວົ້າເຖິງ ຫລາຍໆເລື່ອງ ຮວມທັງ
ຄວາມວຸ້ນວາຍ ໃນພາກຕາເວັນອອກກາງ ວິກິດການດ້ານການ
ເງິນໃນຢູໂຣບ ການເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າ
ອາກາດ ບົດບາດຂອງສະມາຄົມອາຊ່ຽນ ການເຕີບໂຕຂອງເສດ
ຖະກິດລາວ ຕະຫຼອດທັງອຸບປະສັກຂອງລະເບີດທີ່ບໍ່ທັນແຕກຕໍ່
ການພັດທະນາສັງຄົມແລະເສດຖະກິດໃນລາວ.

ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະລັດຖະມົນ
ຕີການຕ່າງປະເທດ ສປປ ລາວ ໄດ້ກ່າວຄໍາປາໄສຂອງທ່ານ
ເປັນພາສາອັງກິດ ໂດຍເລີ້ມຕົ້ນວ່າ ໃນໄລຍະສອງປີຜ່ານມານີ້
ປະຊາຄົມນາໆຊາດ ໄດ້ປະເຊີນກັບບັນຫາທ້າທາຍ ທີ່ໜ້າຢ້ານກົວ ແລະສະລັບຊັບຊ້ອນ ຫລາຍໆຢ່າງທີ່ເກີດຂຶ້ນຢ່າງຕໍ່ເນື່ອງບໍ່ວ່າໃນດ້ານການເມືອງແລະຄວາມໝັ້ນຄົງຫຼືໃນດ້ານ ສັງຄົມເສດຖະກິດ ແລະກ່າວຕໍ່ໄປວ່າ:

ທ່ານທອງລຸນເວົ້າວ່າ “ຄວາມຊັບຊ້ອນທາງດ້ານການເມືອງພູມີພາກ ແລະຄວາມ ວຸ້ນວາຍໂດຍສະເພາະໃນພາກຕາເວັນອອກກາງ ທີ່ຍັງດຳເນີນຢູ່ຕໍ່ມາ ແລະແກ່ ຍາວຈົນເຖິງທຸກມື້ນີ້ ເບິ່ງຊົງວ່າຄືຈະບໍ່ໄດ້ຮັບການແກ້ໄຂ ໃນໄວໆນີ້ແຕ່ຢ່າງໃດ ເລີຍ. ການໃຊ້ຄວາມຮຸນແຮງ ໃນທຸກຮູບແບບ ເຊັ່ນການໂຈມຕີສະຖານທູດໃນ ລີເບຍນັ້ນ ແມ່ນເປັນທີ່ຮັບເອົາບໍ່ໄດ້ເດັດຂາດ ສຳຫຼັບພວກເຮົາ.”

ທ່ານທອງລຸນເວົ້າວ່າ ຍິ່ງໄປກວ່ານັ້ນ ວິກິດການທາງດ້ານເສດຖະກິດແລະການເງິນທີ່ໄດ້ ມີຜົນກະທົບຕໍ່ທຸກໆປະເທດໃນໂລກນັ້ນ ແມ່ນໄດ້ກ້າວໄປເຖິງຈຸດທີ່ໜ້າຢ້ານກົວ ໂດຍໄດ້ ສ້າງຄວາມວິຕົກກັງວົນອັນໃຫຍ່ຫຼວງຕໍ່ທຸກໆປະເທດເຖິງແມ່ນສະຫະພາບຢູໂຣບເປັນມະ ຫາອຳນາດທີ່ສຳຄັນ ທາງດ້ານເສດຖະກິດກໍຕາມ.

ທ່ານກ່າວວ່າ ຄວາມວຸ້ນວາຍທາງດ້ານການເມືອງ ແລະວິກິດການດັ່ງກ່າວ ໄດ້ທ້າທາຍຕໍ່ ຄວາມສາມາດ ແລະຄວາມໜ້າເຊື່ອຖື ຂອງກົນໄກການຄຸ້ມຄອງຂອງໂລກ ທີ່ແນໃສ່ເພື່ອ ແກ້ໄຂບັນຫາທີ່ໜ້າຢ້ານກົວເຫຼົ່ານີ້.

ທ່ານຮອງນາຍົກລັດຖະມົນຕີລາວ ຍັງໄດ້ເວົ້າເຖິງການເຈລະຈາ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ໂດຍກ່າວວ່າ ບໍ່ມີຮ່ອງຮອຍຂອງຄວາມກ້າວໜ້າໃດໆ ທັງໆທີ່ສົນທິ ສັນຍາກຽວໂຕ ກໍຈະໝົດອາຍຸລົງ ໃນປີ 2012 ນີ້ ໃນຂະນະທີ່ການດຳເນີນຄວາມພະຍາ ຍາມ ເພື່ອສ້າງຕັ້ງກົນໄກ ໃນການຄວບຄຸມອາວຸດຂອງນາໆຊາດ ກໍໄດ້ປະສົບກັບຄວາມ ລົ້ມແຫຼວ ແລະຄວາມໝັ້ນໝາຍຂອງບັນດາປະເທດຈະເລີນແລ້ວຕໍ່ກຸ່ມປະເທດທີ່ຫຼໍ່ແຫຼມ
ເຊັ່ນ ປະເທດທີ່ຫຼ້າຫຼັງການພັດທະນາ ປະເທດທີ່ກຳລັງພັດທະນາ ທີ່ບໍ່ມີທາງອອກທະເລ ແລະປະເທດເກາະດອນນ້ອຍໆ ທີ່ກຳລັງພັດທະນາ ກໍເປັນໄປໃນລະດັບຕໍ່າ. ທ່ານກ່າວ ຢໍ້າວ່າ ທ່າມກາງບັນຫາທ້າທາຍເຫຼົ່ານີ້ ອົງການສະຫະປະຊາຊາດຊຶ່ງເປັນອົງການລະດັບ ໂລກອົງການດຽວທີ່ມີສະມາຊິກຫຼາຍທີ່ສຸດແລະມີໂຄງສ້າງທີ່ໜ້າເຊື່ອຖືທີ່ສຸດ ໃນການຮັບ ມືກັບວິກິດການຕ່າງໆນັ້ນ ຄວນຈະໄດ້ຮັບການເສີມຂະຫຍາຍ ໃຫ້ມີຄວາມເຂັ້ມແຂງຕື່ມ ຂຶ້ນ.

ທ່ານທອງລຸນກ່າວວ່າບັນດາອົງການຈັດຕັ້ງພູມີພາກຮວມທັງສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ຫລືອາຊ່ຽນກໍໄດ້ມີບົດບາດອັນສຳຄັນເພີ້ມຂຶ້ນກ່ຽວກັບ ບັນຫາຕ່າງໆຂອງໂລກ.

ທ່ານທອງລຸນເວົ້າວ່າ “ສະມາຄົມອາຊ່ຽນ ພວມກ້າວເຂົ້າສູ່ ຂັ້ນຕອນທີ່ສຳຄັນ ໃນ ການຈັດຕັ້ງປະຕິບັດຄວາມໝາຍໝັ້ນຕັ້ງໃຈຂອງພວກຜູ້ນຳອາຊ່ຽນເພື່ອສ້າງຕັ້ງ ປະຊາຄົມອາຊ່ຽນ ທີ່ປະກອບດ້ວຍ 3 ເສົາຄໍ້າ ເຊັ່ນ: ປະຊາຄົມທາງດ້ານການ ເມືອງ - ຄວາມໝັ້ນຄົງ ປະຊາຄົມເສດຖະກິດ ແລະປະຊາຄົມສັງຄົມ-ວັດທະນະ ທຳ ພາຍໃນປີ 2015.”

ອິງຕາມທ່ານທອງລຸນນັ້ນກໍແມ່ນວ່າ ການເຄື່ອນໄຫວດັ່ງກ່າວຈະຫັນປ່ຽນໃຫ້ອາຊ່ຽນກາຍ ເປັນປະຊາຄົມ ທີ່ມີຄວາມທຸ່ນທ່ຽງທາງການເມືອງ ມີການຮວມຕົວທາງເສດຖະກິດ ແລະ ປຸ້ມລຸມສາມັກຄີກັນທາງສັງຄົມ.

ກ່ຽວກັບ ສປປ ລາວນັ້ນ ທ່ານທອງລຸນເວົ້າວ່າ ປະເທດຂອງທ່ານໄດ້ດຳເນີນການຢ່າງສຸດ ຂີດ ເພື່ອເຮັດຫຼ້ອນພັນທະນາໆຊາດ ໂດຍສືບຕໍ່ ດຳເນີນນະໂຍບາຍການຮ່ວມມືກັບທຸກ ປະເທດໃນໂລກທີ່ອີງໃສ່ຫຼັກແຫ່ງຄວາມສະເໝີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເຄົາ ລົບຕໍ່ເອກກະລາດແຫ່ງຊາດ ອະທິປະໄຕ ແລະບໍ່ແຊກແຊງ ເຂົ້າໃນກິດຈະການພາຍໃນ ຂອງກັນແລະກັນ. ທ່ານເວົ້າວ່າ ໃນປີກາຍນີ້ ເສດຖະກິດຂອງ ສປປ ລາວໄດ້ເຕີບໂຕໃນ ອັດຕາສະເລ່ຍ 8% ຂະນະທີ່ການລົງທຶນໂດຍກົງຂອງຕ່າງປະເທດ ໄດ້ໂດດຂຶ້ນເປັນ 30 ກວ່າເປີເຊັນ. ທ່ານທອງລຸນເວົ້າວ່າ ເປົ້າໝາຍໃນການຫຼຸດຜ່ອນຄວາມທຸກຍາກທີ່ຕັ້ງໄວ້ ໃນແຜນພັດທະນາສັງຄົມເສດຖະກິດ 5 ປີ ກໍໄດ້ບັນລຸ ດັ່ງນັ້ນ ຈຶ່ງເຮັດໃຫ້ຊີວິດການເປັນ ຢູ່ຂອງປະຊາຊົນລາວດີຂຶ້ນເທື່ອລະກ້າວ.

ທ່ານທອງລຸນເວົ້າວ່າ “ທັງໝົດນີ້ ໄດ້ປູພື້ນຖານອັນແໜ້ນໜາ ໄປສູ່ການບັນລຸເປົ້າ ໝາຍສະຫັດສະວັດຂອງອົງການສະຫະປະຊາຊາດພາຍໃນປີ 2015 ແລະສ້າງ ເງື່ອນໄຂເພື່ອໃຫ້ປະເທດລາວຫຼຸດພົ້ນຈາກສະຖານະພາບການເປັນປະເທດຫຼ້າ ຫຼັງການພັດທະນາ ພາຍໃນປີ 2020.”

ແຕ່ໃນຂະນະດຽວກັນ ທ່ານທອງລຸນກໍເວົ້າວ່າ ສປປ ລາວ ຍັງປະເຊີນກັບ ບັນຫາທ້າທາຍ ຫຼາຍໆຢ່າງ ຮວມທັງບັນຫາລະເບີດທີ່ຍັງບໍ່ທັນແຕກ ຊຶ່ງທ່ານກ່າວວ່າເປັນອຸບປະສັກທີ່ສຳ ຄັນສຳຫຼັບການພັດທະນາເສດຖະກິດແລະສັງຄົມດ້ວຍເຫດນີ້ທ່ານຈຶ່ງໄດ້ຮຽກຮ້ອງໃຫ້ປະ ເທດຕ່າງໆ ເຂົ້າເປັນພາຄີໃນສົນທິສັນຍາວ່າດ້ວຍລະເບີດລູກຫວ່ານ ໂດຍມີວິໄສທັດໃນ ການຫ້າມນຳໃຊ້ລະເບີດປະເພດນີ້ຢ່າງສິ້ນເຊີງນັ້ນ.

ພ້ອມນີ້ ທ່ານທອງລຸນຍັງເວົ້າວ່າ ສປປ ລາວ ຮູ້ສຶກເປັນກຽດ ທີ່ໄດ້ຖືກມອບໝາຍໃຫ້ເປັນ ເຈົ້າພາບຈັດກອງປະຊຸມສຸດຍອດເອເຊຍຢູໂຣບຄັ້ງທີ 9 ຊຶ່ງຈະມີຂຶ້ນທີ່ນະຄອນຫຼວງວຽງ ຈັນໃນວັນທີ 5 ຫາ 6 ພະຈິກນີ້. ທ່ານກ່າວວ່າກອງປະຊຸມດັ່ງກ່າວ ຈະເປັນໂອກາດອັນດີ ສຳຫຼັບໃຫ້ພວກຜູ້ນຳຂອງເອເຊຍ ແລະຢູໂຣບ ໄດ້ສົນທະນາຫາລື ແລະແລກປ່ຽນຄວາມ ຄິດຄວາມເຫັນກ່ຽວກັບບັນຫາຕ່າງໆຂອງໂລກ ຊຶ່ງຈະເປັນປະໂຫຍດແກ່ທັງສອງຝ່າຍ.

ສຳຫຼັບພາກຕາເວັນອອກກາງ ທ່ານທອງລຸນໄດ້ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດມະຕິ ຕ່າງໆຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະໃຫ້ມີການສ້າງຕັ້ງສອງ ປະເທດ ຄືອິສຣາແອລແລະປາແລສໄຕນ໌ດຳລົງຢູ່ຄຽງຄູ່ກັນຢ່າງມີສັນຕິພາບແລະຄວາມ ໝັ້ນຄົງ. ທ່ານເວົ້າວ່າ ສປປ ລາວ ຂໍຢືນຢັນອີກຄັ້ງນຶ່ງ ໃນການສະໜັບສະໜຸນຕໍ່ການເຂົ້າ ເປັນສະມາຊິກໂດຍເຕັມ ຂອງປາແລສໄຕນ໌ ຢູ່ໃນອົງການສະຫະປະຊາຊາດ. ພ້ອມດຽວ ກັນນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ມີການຍົກເລີກການລົງໂທດທາງດ້ານການເງິນແລະການ ຄ້າຕໍ່ຄິວບາໂດຍບໍ່ມີເງື່ອນໄຂໃດໆທັງສິ້ນແລະໃນທັນທີ ຊຶ່ງທ່ານເວົ້າວ່າ ໄດ້ສ້າງຄວາມ ຍາກລຳບາກບໍ່ນ້ອຍມາເປັນເວລາດົນນານ ໃຫ້ແກ່ການດຳລົງຊີວິດຂອງຊາວຄິວບານັ້ນ.

ກ່ຽວກັບເລື່ອງອື່ນໆນັ້ນ ທ່ານທອງລຸນໄດ້ກ່າວເຖິງບັນຫາທ້າທາຍພິເສດຕໍ່ບັນດາປະເທດ ທີ່ກຳລັງພັດທະນາບໍ່ມີທາງອອກສູ່ທະເລ ຊຶ່ງເກີດຈາກໄລຍະທາງທີ່ຫ່າງໄກຈາກຕະຫຼາດ ໂລກແລະຕົ້ນທຶນຄ່າໃຊ້ຈ່າຍໃນການຂົນສົ່ງສູງທີ່ໄດ້ກາຍເປັນອຸບປະສັກຂັດຂວາງຕໍ່ການ ດຳເນີນຄວາມພະຍາຍາມ ໃນການພັດທະນາແບບຍືນຍົງຂອງປະເທດ. ທ່ານເວົ້າວ່າບັນ ຫາເຫຼົ່ານີ້ຈະໜັກເພີ່ມຂຶ້ນເວລາເສດຖະກິດຂອງປະເທດໄດ້ຮັບຜົນກະທົບຈາກວິກິດການ ຕ່າງໆ ເຊັ່ນ ວິກິດການດ້ານການເງິນ ສັງຄົມ ໄພພິບັດທຳມະຊາດ ການປ່ຽນແປງຂອງດິນ ຟ້າອາກາດ. ທ່ານເວົ້າວ່າ ນອກນັ້ນແລ້ວ 50% ຂອງປະເທດທີ່ກຳລັງພັດທະນາ ບໍ່ມີທາງ ອອກທະເລ ຍັງເປັນປະເທດທີ່ດ້ອຍພັດທະນານຳດ້ວຍ.

ທ່ານທອງລຸນກ່າວວ່າ ດ້ວຍເຫດນີ້ “ທ່ານຈຶ່ງຂໍຮຽກຮ້ອງໃຫ້ປະຊາຄົມນາໆຊາດໃຫ້ ຄວາມສົນໃຈແລະການຊ່ອຍເຫຼືອເພີ້ມຂຶ້ນຕໍ່ບັນດາປະເທດທີ່ມີຄວາມຫຼໍ່ແຫຼມເຫຼົ່າ
ນີ້ ໂດຍຜ່ານການຈັດຕັ້ງປະຕິບັດໂດຍເຕັມແຜນປະຕິບັດງານໂຄງການ Almaty ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການທົບທວນ 10 ປີເບິ່ງການຈັດຕັ້ງ ປະຕິບັດກ່ຽວກັບແຜນປະຕິບັດງານໂຄງການ Almaty ຊຶ່ງຈະມີຂຶ້ນໃນປີ 2014 ນີ້.”


ທ່ານທອງລຸນໄດ້ມ້ວນທ້າຍຄຳປາໄສຂອງທ່ານດ້ວຍການກ່າວຢໍ້າອີກຄັ້ງນຶ່ງຕໍ່ຄວາມໝາຍ ໝັ້ນແລະການຕັດສິນໃຈຢ່າງເດັດດ່ຽວ ທີ່ຈະສືບຕໍ່ດຳເນີນງານຢ່າງໃກ້ຊິດຮ່ວມກັບປະຊາ ຄົມນາໆຊາດເພື່ອເຮັດໃຫ້ໂລກມີສັນຕິພາບພາຍໃຕ້ແຜນການໃໝ່ທີ່ມີຄວາມຍຸຕິທຳແລະ ມີປະຊາທິປະໄຕຫຼາຍຂຶ້ນ ອີງຕາມການຮ່ວມມືກັບທຸກໆປະເທດໃນການແກ້ໄຂບັນຫາທ້າ ທາຍຕ່າງໆທີ່ໂລກກຳລັງປະເຊີນໜ້າຢູ່ໃນເວລານີ້.
XS
SM
MD
LG