ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະ ວີບອາເມຣິກາ ໃນຄຳຄືນນີ້ ທ່ານຈະໄດ້ຮັບຟັງການສຳພາດກ່ຽວກັບການມາຕັ້ງ ຖິ່ນຖານໃໝ່ ຂອງຄອບຄົວທ່ານຈອນ ຫລືຍອດ ສີສຸວັນ ຢູ່ໃນນະຄອນຟີນິກສ໌ (Phoenix) ຂອງລັດອາຣີໂຊນາ ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ຊຶ່ງບົວສະຫວັນ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ທ່ານຈອນ ຫລື ຍອດ ສີສຸວັນ, ປະທານສະມາຄົມລາວປະຈໍາລັດອາຣີໂຊນາ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ເປັນຊາວອົບພະຍົບຜູ້ນຶ່ງທີ່ປະສົບຜົນສໍາເລັດສູງໃນການມາຕັ້ງຖິ່ນຖານໃນດິນແດນໃໝ່ຊຶ່ງທ່ານມາເຖິງສະຫະລັດໃນປີ 1980. ການຕັດສິນໃຈຂອງທ່ານຍອດ ໃນການອົບພະຍົບມາຕັ້ງຖິ່ນຖານໃໝ່ຢູ່ສະຫະລັດ ທີ່ມີພາສາ, ວັດທະນະທໍາ, ສະພາບເສດຖະກິດ ແລະສັງຄົມ ແຕກຕ່າງກັນຫລາຍທີ່ສຸດກັບຢູ່ລາວນັ້ນ ແມ່ນມີ ທັງປະເດັນທີ່ເປັນແຮງກົດດັນ ແລະແຮງບັນດານໃຈ ອັນໃຫຍ່ຫລວງຈຶ່ງເກີດຂຶ້ນໄດ້. ດັ່ງການໃຫ້ສໍາພາດຂອງ ທ່ານທີ່ເປັນຜູ້ນໍາປະຊາຄົມລາວທ່ານນີ້ ໃນນະຄອນຟີນິກສ໌ (Phoenix), ເມືອງ ເອກຂອງລັດອາຣີໂຊນາ ເລົ່າກ່ຽວກັບສິ່ງທີ່ພາໃຫ້ທ່ານເອົາຄອບຄົວລັກລອບໜີ ອອກຈາກບ້ານ ໃນນະຄອນຫລວງວຽງຈັນ ສູ່ຟັງວ່າ:
ການເລີ້ມຕົ້ນຊີວິດໃໝ່ດ້ວຍສອງຝາມືເປົ່າຂອງອົບພະຍົບດັ່ງທ່ານຍອດ ໃນເວລາ ມາຕັ້ງຖິ່ນຖານໃໝ່ນັ້ນ ແນ່ນອນແມ່ນເຕັມໄປດ້ວຍຄວາມລໍາບາກ ຊຶ່ງທ່ານເວົ້າເຖິງຄວາມບາກບັ່ນຂອງເພິ່ນ ໃນຕອນນັ້ນ ນັບແຕ່ພາຄອບຄົວມາຢູ່ສູນອົບ ພະຍົບໜນອງຄາຍຈົນມາຮອດສະຫະລັດໃໝ່ໆສູ່ຟັງວ່າ:
ສ່ວນການເດີນທາງໄປມານັ້ນກໍແມ່ນລໍາບາກຍ້ອນບໍ່ມີເງິນຊື້ລົດໃຫຍ່ຂີ່ ແລະກໍບໍ່ ມີລັດເມຮັບໃຊ້ໃນສະໄໝນັ້ນ ສະນັ້ນທ່ານເລົ່າສູ່ຟັງວ່າ:
ດ້ວຍຄວາມຝັນຢາກເປັນນັກວິສະວະກອນທ່ານຍອດຈຶ່ງພະຍາຍາມບຸກບືນຊອກ ໂອກາດໄປເຂົ້າໂຮງຮຽນໃນຕອນຄໍ່າ ນັບແຕ່ຮຽນພາສາອັງກິດ ຈົນໄດ້ເຂົ້າໂຮງຮຽນວິທະຍາໄລທີ່ສອນວິຊາຊີບຫລື community college ແລະຈາກນັ້ນກໍຮຽນຕໍ່ໃນມະຫາວິທະຍໄລຈົນໄດ້ຮັບປະລິນຍາຕີ ດັ່ງທີ່ທ່ານ ເລົ່າສູ່ຟັງອີກວ່າ:
ສະຫະລັດເປັນປະເທດໃຫຍ່ທີ່ມີຊື່ສຽງໃນໂລກວ່າ ເປັນດິນແດນແຫ່ງຄວາມຝັນ, ເປັນປະເທດທີ່ໃຫ້ໂອກາດແກ່ທຸກຄົນແລະຕ້ອນຮັບເອົາອົບພະຍົບຈາກທົ່ວໂລກ. ບໍ່ວ່າຈະເປັນໃຜ ແລະມາຈາກໃສຖ້າມີຄວາມດຸໝັ່ນ ແລະສູ້ຊົນແລ້ວສ່ວນຫລາຍ ກໍຈະປະສົບຜົນສໍາເລັດໃນທີ່ສຸດແລະບັນດາບໍລິສັດກໍມັກຈະຊຸກຍູ້ຜູ້ທີ່ມີຄວາມຕັ້ງ ໃຈໃນການເຮັດວຽກ ແລະຝັກໄຝ່ຫາຄວາມກ້າວໜ້າທາງດ້ານການສຶກສາ ແລະ ພັດທະນາອາຊີບ ດັ່ງທີ່ທ່ານຍອດກເລົ່າປະສົບການຂອງທ່ານ ທີ່ໄດ້ຮັບການສົ່ງເສີມເຊັ່ນນັ້ນ ໃນແຕ່ລະບ່ອນທີ່ທ່ານເຮັດການຢູ່ນັ້ນສູ່ຟັງວ່າ:
ເມື່ອທົບທວນຄືນເບິ່ງແລ້ວ ທ່ານກໍບອກວ່າ ການມາຕັ້ງຖິ່ນຖານໃໝ່ໃນສະຫະ ລັດ ແມ່ນຕ້ອງໄດ້ຜ່ານຜ່າ ຄວາມຫຍຸ້ງຍາກ ແລະຕ້ອງມີຄວາມຕັດສິນໃຈສູງ ແຕ່ວ່າສຸດທ້າຍກໍປະສົບຜົນສໍາເລັດສົມດັ່ງທີ່ຕັ້ງໃຈໄວ້ກ່ອນທີ່ທ່ານຈະອອກຈາກ ບ້ານມາຊຶ່ງທ່ານສະຫລຸບໃຫ້ຟັງດັ່ງນີ້:
ປັດຈຸບັນ ຄອບຄົວຂອງທ່ານຍອດແມ່ນມີຖານະອັນໝັ້ນຄົງ, ລູກຂອງທ່ານສອງ ຄົນ ທີ່ເກີດຢູ່ໃນລາວ ແລະມາເຕີບໂຕໃນສະຫະລັດນັ້ນ ກໍໄດ້ຮັບການສຶກສາສູງ ແລະມີອາຊີບໝັ້ນຄົງດີ. ລູກຊາຍຂອງທ່ານ ພ້ອມພັນລະຍາ ເປັນເຈົ້າຂອງທຸລະກິດເສີມສວຍບໍລິການເຮັດເລັບ ໃນຂະນະທີ່ລູກສາວຂອງທ່ານກໍມີທຸລະກິດຂອງ ຕົນເອງທີ່ເປັນສາຂານຶ່ງຂອງບໍລິສັດ ປະກັນໄພຟາມເມີສ໌ (Farmers) ໂດຍທີ່ມີ ຄົນເຮັດວຽກເປັນນາຍໜ້າ ໃຫ້ຫລາຍສິບຄົນຢູ່ໃນນະຄອນຟີນິສ໌. ທ່ານຍອດເອງ ກໍເປັນຜູ້ນໍາ ຂອງປະຊາຄົມລາວ ມາໄດ້ເກືອບ 10 ປີແລ້ວ ຊຶ່ງທ່ານນໍາພາເຂົາເຈົ້າ ໃຫ້ສາມັກຄີຊ່ວຍເຫລືອຊຶ່ງກັນ ແລະກັນ, ຄໍ້າຊູວັດວາສາດສະໜາ ແລະຮັກຮີດຄອງປະເພນີລາວໄວ້. ດຽວນີ້ ຢູ່ໃນລັດອາຣີໂຊນາ ແມ່ນ ມີວັດລາວຢູ່ 3 ແຫ່ງ ຊຶ່ງທ່ານເລົ່າລາຍລະອຽດສູ່ຟັງດັ່ງນີ້:
ໃນເມື່ອກ່ອນຄົນລາວຢູ່ໃນລັດອາຣີໂຊນາແມ່ນບໍ່ຫລາຍ ແຕ່ໃນສິບປີກວ່າມານີ້ ມີຄົນລາວຍົກຍ້າຍມາຈາກລັດຕ່າງໆໂດຍສະເພາະ ແມ່ນລັດທີ່ມີຊາຍແດນຕິດກັນ ຄື ລັດຄາລິຟໍເນຍ ແລະເທັກຊັສນັ້ນ ເຂົ້າໄປຢູ່ໃນນະຄອນຟີນິກ ຊຶ່ງເປັນເມືອງໃຫຍ່ທີ່ສຸດຂອງລັດອາຣີໂຊນາ ນັ້ນນັບມື້ນັບຫລາຍຂຶ້ນຍ້ອນຄ່າຄອງຊີບ ເຊັ່ນຄ່າ ບ້ານຄ່າເຮືອນຖືກ. ປັດຈຸບັນນີ້ ກໍມີຊາວລາວປະມານ 2 ພັນກວ່າຄົນແລ້ວອາໄສຢູ່ທີ່ນັ້ນ. ເມື່ອຖາມເຖິງອາຊີບຂອງເຂົາເຈົ້ານັ້ນ ທ່ານ ຍອດ ເລົ່າສູ່ຟັງວ່າ:
ລັກສະນະສໍາຄັນຂອງອາຣິໂຊນາກໍຄືເປັນລັດທີ່ເຕັມໄປດ້ວຍທະເລຊາຍ, ດິນຟ້າອາກາດຮ້ອນ ແລະແຫ້ງແລ້ງ ແຕ່ວ່າ ໃນແຕ່ລະເຂດກໍມີອາກາດທີ່ແຕກຕ່າງກັນ ດັ່ງ ທີ່ທ່ານຍອດ ເລົ່າສູ່ຟັງວ່າ:
ສະນັ້ນ ຖ້າເວົ້າເຖິງດ້ານກະສິກໍາແລ້ວ ໃນເມື່ອກ່ອນແມ່ນຫຍຸ້ງຍາກຫລາຍ ແຕ່ຢູ່ຕໍ່ມາໄດ້ນຶ່ງທົດສະວັດຜ່ານມານີ້ລັດກໍມີການຂະຫາຍຕົວຮອບດ້ານຊຶ່ງປັດຈຸບັນ ແມ່ນມີຕົວເມືອງທີ່ຕິດໆກັນໄປດັ່ງ ທ່ານທ່ານຍອດ ເລົ່າສູ່ຟັງວ່າ:
ເນື່ອງຈາກອາຣີໂຊນາເປັນເຂດທີ່ມີທະເລຊາຍ. ທະເລຊາຍ Sonoran Desert ທີ່ກວ້າງ 260,000 ຕາລາງກິໂລແມັດ ກວາມເອົາເນື້ອທີ່ສ່ວນໃຫຍ່ ໃນພາກໃຕ້ຂອງລັດດັ່ງກ່າວ ສະນັ້ນພືດທີ່ເກີດ ແລະເຕີບໂຕໄດ້ດີຢູ່ໃນເຂດນີ້ ແມ່ນຈະເປັນປະເພດຕົ້ນຕະບອງເພັດນາໆຊະນິດລວມທັງຕົ້ນຕະບອງເພັດ Saguaro ທີ່ສູງ ແລະດູດນໍ້າໄປເກັບໄວ້ຢູ່ທາງໃນລໍາຕົ້ນໃນລະດູຝົນ, ແລະ ຄົນສາມາດຕັດເອົາໄປເຮັດເສົາເຮືອນໄດ້ອີກດ້ວຍ.
ນອກຈາກນັ້ນ ອາຣີໂຊນາເປັນລັດທີ່ເຕັມໄປດ້ວຍພູຜາ ແລະທີວທັດທໍາມະຊາດງາມຕາ ແລະ ມີຈຸດດຶງດູດນັກທ່ອງທ່ຽວຂອງໂລກຢູ່ຫລາຍແຫ່ງ ເຊັ່ນພູຫີນອັນໃຫຍ່ຫລວງ ຫລື Grand Canyon ຢູ່ທາງພາກຕາເວັນຕົກສຽງເໜືອຂອງລັດ ໃກ້ກັບຊາຍແດນຕິດກັບລັດເນວາດາແລະລັດຢູທາ. ພ້ອມກັນນັ້ນອາຣີໂຊນາ ກໍຍັງເຕັມໄປດ້ວຍສະຖານທີ່ປະຫວັດສາດເກົ່າແກ່ທີ່ເຮັດໃຫ້ລັດດັ່ງກ່າວມີຊື່ສຽງ. ນຶ່ງໃນນັ້ນກໍແມ່ນ ສະຖານທີ່ປາສາດ ທູມສໂຕນ (Tombstone) ທີ່ຕັ້ງຢູ່ໃກ້ຊາຍ ແດນຕິດກັບປະເທດເມັກຊິໂກຊຶ່ງທ່ານຍອດເລົ່າເຖິງສະຖານທີ່ເລົ່ານີ້ສູ່ຟັງວ່າ:
ສະຫລຸບແລ້ວລັດອາຣີໂຊນາທີ່ຢູ່ທາງພາກໃຕ້ຂອງສະຫະລັດນັ້ນກໍໄດ້ຮັບເອົາ ອົບພະຍົບຈາກລາວມາຕັ້ງຖິ່ນຖານໃນລັດດັ່ງກ່າວຫລາຍພັນຄົນ ແລະ ທ່ານຈອນ ຫລື ຍອດ ສີສຸວັນ ແມ່ນໄດ້ມີສ່ວນປະກອບອັນຫລວງຫລາຍ ໃນການຊ່ວຍເຫລືອ ແລະພັດທະນາຊຸມຊົນລາວຢູ່ໃນລັດນັ້ນ.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາວ ຊຶ່ງມື້ນີ້ທ່ານ ຍອດ ສີສຸວັນທີ່ນະຄອນຟີນິກສ໌ (Phoenix) ເມືອງເອກຂອງລັດອາຣີໂຊນາ ມາເລົ່າເຖິງເລື້ອງການຕັ້ງຖິ່ນຖານຂອງເພິ່ນຢູ່ໃນລັດດັ່ງກ່າວທີ່ຕັ້ງຢູ່ທາງພາກຕາເວັນ ຕົກສຽງໃຕ້ ຂອງສະຫະລັດ. ຂໍເຊີນບັນດາທ່ານພົບກັບ ລາຍການຊຸມຊົນລາວ ຂອງພວກເຮົາໄດ້ອີກ ໃນວັນອາທິດໜ້າເວລາດຽວກັນນີ້.