ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊີວິດ ແລະການປະຕິບັດ ໜ້າທີ່ຮ່ວມກັນ ພາຍໃນສະມາຄົມ ແລະໂບດ ຂອງ ອາຈານ ອາຣອນ ພູວົງ ຜາງນິວົງ


ຮູບພາບຂອງອາຈານ ອາຣອນ ພູວົງ ຜາງນິວົງ
ຮູບພາບຂອງອາຈານ ອາຣອນ ພູວົງ ຜາງນິວົງ

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຂອງວີໂອເອ ພາກພາສາ ລາວ ແລງມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບອາຈານອາຣອນ ພູວົງ ຜາງນິວົງ ກ່ຽວກັບຊີວິດການເປັນຢູ່ ຂອງຄົນອາເມຣິກັນເຊື້ອສາຍລາວ ໃນເມືອງຮັນຊວຽລ, ລັດແອລາບາ ຊຶ່ງທິບສຸດາ ຈະນຳມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.


ທ່ານ ອາຣອນ ພູວົງ ຜາງນິວົງ ຫລືທີ່ຫລາຍໆຄົນຮຽກເພິ່ນວ່າ ອາຈານ Aron, ເພິ່ນເປັນຄົນລາວສັນຊາດອາເມຣິກັນ ເກີດ ແລະເຕີບໃຫຍ່ຢູ່ລາວ ເຊິ່ງເພິ່ນໄດ້ເລົ່າໃນຊ່ວງນີ້ ໃຫ້ພວກເຮົາຟັງວ່າ:

ປັດຈຸບັນ ອາຈານ ອາຣອນ ຜາງນິວົງ ອາໄສຢູ່ທີ່ເມືອງ ຮັນຊວຽລ, ລັດ ແອລາບາມາ. ເພິ່ນໄດ້ເລົ່າສູ່ຟັງວ່າ ກ່ອນທີ່ເພິ່ນຈະໄດ້ຍົກຍ້າຍມາຢູ່ທີ່ນີ້ ແຕ່ກ່ອນເພິ່ນກໍ່ອາໄສຢູ່ທີ່ເມືອງ ດູມາສ, ລັດ ເທັກຊັສ ກັບພັນລະຍາ ແລະລູກໆຂອງເພິ່ນ ໂດຍເພິ່ນເຮັດໜ້າທີ່ເປັນເຊຍພິບານ ຢູ່ທີ່ໂບດຂອງຄະນະ ເຊົາເທິນ ແບັບຕິສທ໌ ຢູ່ໃນລັດ ເທັກຊັສ, ເພິ່ນໄດ້ຊ່ວຍເຫລືອພີ່ນ້ອງຄົນລາວຫລາຍໆຄອບຄົວໃນຫລາຍໆດ້ານ ດັ່ງນີ້:

ແຕ່ຍ້ອນທາງລັດຖະສະພາຂອງອົງການ ນອດທ໌ ອາເມຣິກັນ ມິດຊັນ ບອດ (North American Mission Board) ຂອງປະເທດອາເມຣິກາໄດ້ຊັກຊວນ ແລະຂໍຮ້ອງໃຫ້ຍົກຍ້າຍມານໍາພາໂບດໃນເມືອງ ຮັນຊວຽລ, ລັດ ແອລາບາມາ ເພື່ອຊ່ວຍເຫລືອພີ່ນ້ອງຄົນລາວບັນດາຊົນເຜົ່າຢູ່ທີ່ນີ້, ໂດຍເພິ່ນໄດ້ກ່າວ ແລະອະທິບາຍເຖິງສະມາຄົມຊາວລາວ ແລະໂບດທີ່ເພິ່ນປະຕິບັດໜ້າທີ່ຢູ່ນັ້ນສູ່ຟັງວ່າ:

ນອກຈາກຈະນໍາພາໃນເລື່ອງຕ່າງໆ ເພື່ອຊ່ວຍເຫລືອທຸກຄົນພາຍໃນສະມາຄົມແລະໂບດຂອງອາຈານແລ້ວ ອາຈານ ອາຣອນ ຜາງນິວົງ ຍັງໄດ້ຄໍານຶງເຖິງບັນດາເດັກນ້ອຍຄົນລາວຮຸ້ນໃໝ່ທີ່ເກີດ ແລະເຕີບໃຫຍ່ຢູ່ທີ່ນີ້ ໃຫ້ຮູ້ຈັກເຖິງຕົ້ນກໍາເນີດ ແລະຮີດຄອງລາວນໍາດ້ວຍ ໂດຍເພິ່ນໄດ້ອະທິບາຍກ່ຽວກັບເລື່ອງນີ້ວ່າ:

ນອກຈາກນັ້ນ ອາຈານ ອາຣອນ ຜາງນິວົງ ຍັງໄດ້ກ່າວເຖິງກິດຈະກໍາພາຍໃນສະມາຄົມທີ່ພວກເພິ່ນໄດ້ປະຕິບັດຮ່ວມກັນໃນຊ່ວງການລະບາດຂອງພະຍາດໂຄວິດ-19 ສູ່ຟັງຕື່ມອີກດັ່ງນີ້:

ອາຈານ ອາຣອນ ຜາງນິວົງ ຍັງໄດ້ກ່າວເຖິງເຫດຜົນທີ່ເພິ່ນຮັກເມືອງນີ້ ແລະດໍາລົງຊີວິດຢູ່ໄດ້ໃນຊ່ວງກະສຽນອາຍຸຂອງເພິ່ນ ແລະເພິ່ນຍັງໄດ້ແນະນໍາຕື່ມດ້ວຍວ່າ ເໝາະສົມກັບຄົນໄວອາຍຸການທໍາງານດ້ວຍ:

ປັດຈຸບັນ ອາຈານ ອາຣອນ ຜາງນິວົງ ໄດ້ກະສຽນແລ້ວ ແຕ່ເພິ່ນກໍ່ຍັງມ່ວນຊື່ນກັບການເຮັດວຽກຮ່ວມກັບທຸກຄົນຢູ່ໃນສະມາຄົມຂອງໂບດທີ່ອາຈານປະຈໍາຢູ່ ເພິ່ນມີຄວາມສຸກຢູ່ກັບພັນລະຍາ ພ້ອມກັບລູກໆທັງ 4 ຄົນຂອງເພິ່ນທີ່ແຕ່ງງານມີຄອບຄົວໝົດແລ້ວ, ມີວຽກເຮັດງານທໍາທີ່ດີ ແລະກໍ່ຢູ່ເມືອງດຽວກັນເພື່ອຢູ່ໃກ້ກັບພໍ່ ແລະແມ່, ເພິ່ນບອກຕື່ມອີກວ່າ ເພິ່ນມີຫລານໆເຖິງ 8 ຄົນແລ້ວ.

ນອກຈາກນີ້ແລ້ວ ອາຈານ ອາຣອນ ຜາງນິວົງ ຍັງໄດ້ກ່າວເຖິງຄວາມປາດຖະໜາໃນຊ່ວງອາຍຸກະສຽນຂອງເພິ່ນ ແລະຍັງຝາກເຖິງຄົນລາວທຸກໆຄົນດັ່ງນີ້:

ຢ່າງໃດກໍ່ຕາມ ນອກຈາກຄວາມຮັກໃນເຊື້ອຊາດ ຜືນເຜົ່າພົງພັນ ບັນພະບູລຸດ ແລະຖິ່ນກໍາເນີດແລ້ວ, ບໍ່ວ່າຈະຢູ່ແຫ່ງຫົນໃດ ເປັນຄົນສັນຊາດໃດ ຫລືເຊື້ອຊາດໃດ, ສິ່ງນຶ່ງອີກທີ່ທຸກຄົນຄວນກະທໍາ ແລະສໍານຶກກໍ່ຄື ເປັນຄົນດີ ແລະສ້າງປະໂຫຍດໃຫ້ແກ່ສັງຄົມນັ້ນໆ ເພື່ອຄວາມສຸກ ແລະຄວາມສະຫງົບຂອງລູກຫລານພວກເຮົາທຸກໆຄົນທີ່ຈະຕ້ອງຢູ່ຮ່ວມກັນໄປໃນອະນາຄົດອັນຍາວໄກອີກດ້ວຍ.

ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນການໂອ້ລົມກັບອາຈານອາຣອນ ພູວົງ ຜາງນິວົງກ່ຽວ ກັບຊີວິດການເປັນຢູ່ ຂອງຄົນອາເມຣິກັນເຊື້ອສາຍລາວ ໃນເມືອງຮັນຊວຽລ, ລັດແອລາບາ. ເຮົາຈະກັບມາພົບກັບທ່ານອີກ ໃນວັນອາທິດໜ້າ ພ້ອມກັບລາຍການຊຸມຊົນລາວ ໃນທະວີບອາເມຣິກາເລື້ອງໃໝ່ ກະລຸນາຫາໂອກາດຕິດຮັບຟັງໃຫ້ໄດ້.

XS
SM
MD
LG