ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ທັນວາ ໒໐໒໕

ຄອບຄົວຍານາງ ບຸນມີ ຖາວອນ ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ປີ 1975 ແລະໄດ້ສ້າງຕັ້ງວັດ ທັງຊ່ອຍເຫຼືອຊຸມຊົນຊາວລາວ


ຍານາງບຸນມີ ບອນນີ ບອນນີ ຖາວອນ ພ້ອມກັບລູກສາວ ທ່ານນາງອາແລັກສາ ຖາວອນ ຢູ່ທີ່ງານລາຕີສັງສັນໃນເມືອງແຊນຕາອານາ ລັດຄາລີຟໍເນຍ.
ຍານາງບຸນມີ ບອນນີ ບອນນີ ຖາວອນ ພ້ອມກັບລູກສາວ ທ່ານນາງອາແລັກສາ ຖາວອນ ຢູ່ທີ່ງານລາຕີສັງສັນໃນເມືອງແຊນຕາອານາ ລັດຄາລີຟໍເນຍ.

ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣະກາ ສຳລັບຄ່ຳຄືນນີ້ ວີໂອເອລາວ ຈະນຳທ່ານໄປພົບກັບ ຍານາງບຸນມີ ບອນນີ ຖາວອນ ຜູ້ທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ຕັ້ງແຕ່ປີ 1975 ຊຶ່ງຄອບຄົວຂອງເພິ່ນໄດ້ຊ່ອຍເຫຼືອບັນດາພີ່ນ້ອງຊາວລາວອົບພະຍົບທີ່ເຂົ້າມາຕັ້ງຖິ່ນຖານຕາມທີຫລັງ ໃນລັດຄາລີຟໍເນຍ ຊຶ່ງ ໄຊຈະເລີນສຸກ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຄອບຄົວຂອງຍານາງບຸນມີ ບອນນີ ຖາວອນ ເປັນກຸ່ມຄອບຄົວອົບພະຍົບຊຸດທຳອິດທີ່ໄດ້ເດີນທາງມາຕັ້ງຖິ່ນຖານຢູ່ໃນສະຫະລັດ ທີ່ປະກອບດ້ວຍ ພໍ່ຄືທ່ານຊຽງທາ ໜໍ່ແຜ່ນຄຳ ຮວມທັງແມ່ອ້າຍເອື້ອຍນ້ອງແລະຫຼານສາວ ໄດ້ພາກັນຫລົບໜີອອກຈາກລາວເມື່ອປີ 1974 ໃນຊ່ວງນີ້ ຍັງບໍ່ທັນມີສູນອົບພະຍົບເທື່ອດັ່ງນັ້ນ ຍານາງກ່າວວ່າ ເພິ່ນໄປຢູ່ກັບເອື້ອຍກົກຢູ່ ທີ່ອຸດອນປະເທດໄທ ດັ່ງທີ່ເພິ່ນເລົ່າໃຫ້ຟັງວ່າ:

please wait

No media source currently available

0:00 0:00:24 0:00
ລິງໂດຍກົງ

ເອື້ອຍກົກຂອງເພິ່ນໄດ້ອອກໄປຢູ່ໄທກັບສາມີ ຜູ້ເປັນນາຍພົນທີ່ມີຊື່ສຽງໃນເວລານັ້ນ ຊຶ່ງຕອນນັ້ນ ຍານາງຈື່ໄດ້ວ່າ ມີອາຍຸໄດ້ 8 ປີ ຫາກໍຮຽນຈົບຊັ້ນ ປໍສາມ ແລະກໍໄດ້ອາໄສຢູ່ໃນອຸດອນໄລຍະນຶ່ງ ຕໍ່ມາກໍໄດ້ໄປຢູ່ສູນນ້ຳຮອງບໍ່ດົນ ແລ້ວຄອບຄົວທັງໝົດກໍໄດ້ເດີນທາງໄປສະຫະລັດ ໃນປີ 1975 ຄອບຄົວຂອງເພິ່ນໄປຕົກຢູ່ເມືອງວາຍນ໌ ໂກຣບວ໌ ລັດເຄັນທັກກີ ສ່ວນເອື້ອຍກົກກັບສາມີ ໄປຢູ່ອີກລັດນຶ່ງຕ່າງຫາກກ່ອນ ຊຶ່ງເພິ່ນກ່າວໃຫ້ຟັງວ່າ:

please wait

No media source currently available

0:00 0:00:12 0:00
ລິງໂດຍກົງ

ຫຼັງຈາກໄດ້ເຂົ້າມາໃນສະຫະລັດແລ້ວ ໂດຍໄດ້ຮັບການອຸປະຖຳຈາກຄອບຄົວຊາວອາເມຣິກັນທີ່ນັບຖືສາສະໜາຄຣິສຕຽນ ດັ່ງທີ່ຍານາງກ່າວໃຫ້ຟັງ ແລະໄດ້ເລີ້ມເຂົ້າໂຮງຮຽນປະຖົມປີທີຫ້າ ຕໍ່ມາໃນປີ 1976 ຄອບຄົວຂອງເພິ່ນໄດ້ຍົກຍ້າຍຖິ່ນຖານໄປຢູ່ລັດຄາລີຟໍເນຍ ຊຶ່ງເພິ່ນອະທິບາຍ ວ່າ:

please wait

No media source currently available

0:00 0:00:46 0:00
ລິງໂດຍກົງ

ຕອນໄປຕັ້ງຖິ່ນຖານຢູ່ໃນເມືອງໂຄສຕາເມສາ ລັດຄາລີຟໍເນຍ ຄອບຄົວຊາວອົບພະຍົບລາວທີ່ອາໄສຢູ່ໃນເມືອງນີ້ ຍັງບໍ່ທັນຫຼາຍ ດັ່ງທີ່ຍານາງກ່າວໃຫ້ຟັງວ່າ:

ລິງໂດຍກົງ

ຫຼັງຈາກໄດ້ມາຢູ່ຮ່ວມກັນຢ່າງຄົບໜ້າອີກຄັ້ງນຶ່ງ ເມື່ອເອື້ອຍກົກຂອງເພິ່ນໄດ້ຍ້າຍມາຢູ່ນຳແລະເພິ່ນກໍໄດ້ຮ່ຳຮຽນຈົນຈົບມະຫາວິທະຍາໄລ ຊຶ່ງໃນໄລຍະນີ້ ຄອບຄົວຊາວອົບພະຍົບລາວ ຈຳນວນຫຼວງຫຼາຍໄດ້ເລີ້ມພາກັນໂຕນໜີອອກຈາກລາວ ເຂົ້າໄປ​ຢູ່​ໃນສູນແຫ່ງຕ່າງໆ ແລະໄດ້ທະຍອຍກັນເດີນທາງເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ໂດຍສະເພາະໃນລັດຄາລີຟໍເນຍ ທີ່ເປັນລັດທີ່ນິຍົມຊົມຊອບຂອງຄອບຄົວຊາວອົບພະຍົບລາວ ເພາະວ່າສະພາບອາກາດດີ ຄືຢູ່ກັບເມືອງລາວ ຊຶ່ງຍານາງບຸນມີ ກ່າວວ່າ ໃນໄລຍະເຂົ້າຮ່ຳຮຽນຢູ່ໂຮງຮຽນມັດທະຍົມ ແລະມະຫາວິທະຍາໄລຢູ່ນັ້ນ ກໍໄດ້ພົບເຫັນຄົນລາວຫຼາຍຂຶ້ນ ແລະເພິ່ນກ່າວໃຫ້ຟັງວ່າ ພໍ່ຂອງເພິ່ນ ກໍເປັນຜູ້ນຶ່ງທີ່ໄດ້ຊ່ອຍເຫຼືອແລະປຸ້ມລຸມຊາວລາວອົບພະຍົບທີ່ເຂົ້າມາຕັ້ງຖິ່ນຖານຕາມຫຼັງ ຢູ່ໃນເຂດເມືອງແຊນຕາອານາ ສ້າງສາວັດວາແລະສະມາຄົມລາວຂຶ້ນ ດັ່ງທີ່ຍານາງ ເວົ້າໃຫ້ຟັງດັ່ງນີ້:

ລິງໂດຍກົງ

ແລະກໍ​ມີວັດລາວແຫ່ງນຶ່ງທີ່ພໍ່ຂອງຍານາງບຸນມີ ຮ່ວມກັນກັບພີ່ນ້ອງຄອບຄົວ ຊາວລາວຢູ່ໃນເຂດເມືອງແຊນຕາອານາໄດ້ສ້າງຂຶ້ນມານັ້ນ ຊຶ່ງຍານາງກ່າວວ່າ:

ລິງໂດຍກົງ

ຍານາງບຸນມີ ບອນນີ ຖາວອນ ພ້ອມກັບລູກສາວ ແລະຍາດຕິພີ່ນ້ອງໃນງານລາຕີສັງສັນຢູ່ທີ່ເມືອງແຊນຕາອານາ ລັດຄາລີຟໍເນຍ.
ຍານາງບຸນມີ ບອນນີ ຖາວອນ ພ້ອມກັບລູກສາວ ແລະຍາດຕິພີ່ນ້ອງໃນງານລາຕີສັງສັນຢູ່ທີ່ເມືອງແຊນຕາອານາ ລັດຄາລີຟໍເນຍ.

ເຖິງແມ່ນວ່າ ພໍ່ແລະແມ່ຂອງຍານາງບຸນມີ ໄດ້ໝົດບຸນໄປໄດ້ດົນນານແລ້ວກໍຕາມ ແຕ່ມູນມໍ​ລະດົກທີ່ເພິ່ນໄດ້ຝາກໄວ້ໃຫ້ແກ່ລູກຫຼານ ກໍຄືສິ່ງທີ່ເພິ່ນໄດ້ສ້າງຂຶ້ນນັ້ນ. ດັ່ງນັ້ນ ຍານາງບຸນມີ ກ່າວໃຫ້ວີໂອເອລາວຟັງວ່າ ເພິ່ນມີຄວາມ ຕັ້ງໃຈຢາກຈະສ້າງສູນກາງຊຸມຊົນສຳລັບຊາວລາວແລະພົນລະເມືອງທົ່ວໄປ ໃນເຂດອໍເຣນຈ໌ຄາວຕີ ແລະໃນປັດຈຸບັນນີ້ ເພິ່ນກໍໄດ້ເປັນຮອງປະທານຄະນະ ກຳມະການຮັບຜິດຊອບໃນເລື້ອງບັນຊີຂອງວັດໂພຊະຍາຣາມ ທີ່ເມືອງສະແຕນ ຕັນ ລັດຄາລີຟໍເນຍ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບຍານາງ ບຸນມີ ບອນນີ ຖາວອນ ທີ່ອາໄສຢູ່ໃນເມືອງແຊນຕາອານາ ເຂດເທດສະບານອໍເຣນຈ໌ຄາວຕີ ລັດຄາລີຟໍເນຍ ມາເປັນເວລາຫຼາຍສິບປີແລ້ວ ມາພົບກັບພວກເຮົາອີກໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ໃນວັນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG