ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍານາງພອນທິບ ພະນະຄອນ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານ ຢູ່ໃນນະຄອນພອດແລນ ລັດອໍເຣກອນ ຕັ້ງແຕ່ປີ 1986 ຈົນເຖິງປັດຈຸບັນນີ້


ຍານາງພອນທິບ ພະນະຄອນ ປະທານສະມາຄົມແມ່ຍິງລາວຂອງນະຄອນພອດແລນ ລັດອໍເຣກອນ
ຍານາງພອນທິບ ພະນະຄອນ ປະທານສະມາຄົມແມ່ຍິງລາວຂອງນະຄອນພອດແລນ ລັດອໍເຣກອນ

ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ສຳລັບຄ່ຳຄືນນີ້ ທ່ານຈະໄດ້ຟັງການເຂົ້າມາຕັ້ງຖິ່ນຖານ ຂອງຍານາງພອນທິບ ພະນະຄອນ ຢູ່ໃນເມືອງພອດແລນ ລັດອໍເຣກອນ ຕັ້ງແຕ່ປີ 1986 ຈົນເຖິງປັດຈຸບັນນີ້ ແລະຍານາງ ໄດ້ຖືກເລືອກໃຫ້ເປັນປະທານສະມາຄົມແມ່ຍິງລາວ ຂອງເມືອງພອດແລນ ສະໄໝທຳອິດ ໃນປີ 2020 ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາງພອນທິບ ພະນະຄອນ ເມື່ອຕອນຍັງເຍົາໄວໄດ້ອົບພະຍົບຫລົບ ໜີໄປຝັ່ງໄທ ຟາກນະຄອນພະນົມ ພ້ອມກັບຄອບຄົວຂອງເອື້ອຍ ແລະອ້າຍເຂີຍ ກັບຫຼານ ແລະໄດ້ເຂົ້າສູນອົບພະຍົບ ຢູ່ໃນນະຄອນພະນົມ ເປັນເວລາສອງປີ ແລ້ວກໍໄດ້ເດີນທາງຕໍ່ໄປປະເທດຟີລິບປິນ ຊຶ່ງຄົນລາວອົບພະຍົບຫຼາຍຄອບຄົວໃນຊ່ວງໄລຍະນີ້ ຕ່າງກໍໄດ້ເດີນທາງຜ່ານປະເທດນີ້ ບ່ອນທີ່ຍານາງກ່າວໃຫ້ຟັງວ່າ ໄດ້ຮ່ຳຮຽນພາສາອັງກິດໜ້ອຍນຶ່ງ ເປັນເວລາ 6 ເດືອນ ກ່ອນທີ່ຈະເດີນທາງມາສະຫະລັດ ອາ ເມຣິກາ ຊຶ່ງຍານາງເລົ່າໃຫ້ຟັງດັ່ງນີ້:

ຕອນມາຕົກຢູ່ທີ່ນະຄອນພອດແລນ ລັດອໍເຣກອນທາງພາກຕາເວັນຕົກສຽງເໜືອ ຕິດກັບລັດວໍຊິງຕັນ ທີ່ມີຊາຍແດນຕິດກັບປະເທດການາດາ ຍານາງພອນທິບ ມີອາຍຸ 16 ປີ ຈຶ່ງໄດ້ເລີ້ມເຂົ້າໂຮງຮຽນມັດທະຍົມໄດ້ພຽງສອງປີ ຊຶ່ງເພິ່ນເລົ່າໃຫ້ຟັງເຖິງສະພາບຕອນມາຮອດໃໝ່ໆວ່າ:

ໃນຊ່ວງປີ 1984 ທັງຊາວລາວ ຊາວຫວຽດນາມ ແລະຊາວກຳປູເຈຍ ຫຼາຍໝື່ນຫຼາຍແສນ ຕ່າງກໍພາກັນອົບພະຍົບມາສະຫະລັດ ສ່ວນໃຫຍ່ມັກຈະໄປຢູ່ເຂດທີ່ມີສະພາບອາກາດຄ້າຍຄືກັບຢູ່ເອເຊຍຕາເວັນອອກສຽງໃຕ້ ສຳລັບຢູ່​ພອດແລນແລ້ວ ຍານາງພອນທິບ ເລົ່າໃຫ້ຟັງວ່າ:

ຫຼັງຈາກທີ່ໄດ້ຮຽນຈົບຈາກມັດທະຍົມແລ້ວ ຍານາງໄດ້ໄປຮຽນຕໍ່ຢູ່ໂຮງ ຮຽນວິຊາຊີບ ດ້ານບັນຊີ ໃນຂະນະດຽວກັນເຮັດວຽກເປັນພະນັກງານເສີບ ຢູ່ຮ້ານອາຫານໄທ ມາໄດ້ປີນຶ່ງ ຕໍ່ຈາກນັ້ນ ເພິ້ນບໍ່ຮູ້ວ່າ ຢາກຈະເຮັດຫຍັງ ແລະຮູ້ສຶກຢາກຈະໄປພະຈົນໄພ ແລະໄດ້ຄິດພໍ້ໃນເວລາຢູ່ໂຮງຮຽນມີທະຫານບົກເຂົ້າມາໂຮງຮຽນເພື່ອເກນເອົາຜູ້ສະໝັກ ກໍເລີຍໄດ້ຕັດສິນໃຈເຂົ້າສະໝັກເປັນທະຫານກອງທັບບົກສະຫະລັດ ໃນກອງກຳລັງສຳຮອງ ຊຶ່ງຍານາງໃຫ້ເຫດຜົນວ່າ ເປັນການຕັດສິນໃຈທີ່ດີ ເພາະໄດ້ຮັບປະສົບການຫຼາຍຢ່າງ ເຊັ່ນສອນໃຫ້ເຮົາມີລະບຽບ ມີມານະອົດທົນ ມີຄວາມມຸ້ງໝັ້ນ. ຫຼັງຈາກເຂົ້າເປັນທະຫານ Army Reserve ມາໄດ້ສອງປີເຄິ່ງ ແລະໄດ້ເຮັດວຽກເປັນແພດກວດຄົນໃນຂັ້ນພື້ນຖານ ແລ້ວຍານາງກໍໄດ້ຖືພາລູກຊາຍກົກ ຈຶ່ງໄດ້ຕັດສິນໃຈອອກຈາກທະຫານ ເພື່ອມາເບິ່ງແຍງລູກ. ເມື່ອລູກຊາຍໃຫຍ່ແລ້ວ ຍານາງ ກໍກັບຄືນໄປເຮັດວຽກຢູ່ທະນາຄານເປັນນັກບັນຊີ ແລະໄດ້ໄຕ້ເຕົ່າຂຶ້ນໃນຕຳແໜ່ງຕ່າງໆມາເລື້ອຍໆ ຈົນໄດ້ເປັນຜູ້ຈັດການທະນະຄານຢູ່ໃກ້ເຮືອນ ໃນນະຄອນພອດແລນ ຈົນເຖິງປັດຈຸບັນນີ້.

ຍານາງກ່າວເຖິງການໄດ້ເຂົ້າໄປພົວພັນກັບສະມາຄົມແມ່ຍິງລາວຂອງພອດແລນ ທີ່ໄດ້ຕັ້ງຂຶ້ນມາຕັ້ງແຕ່ປີ 1982 ໃຫ້ຟັງດັ່ງນີ້:

ຕົກມາໃນປີ 2020 ຍານາງໄດ້ຖືກເລືອກໃຫ້ເປັນປະທານສະມາຄົມນຶ່ງສະໄໝ ໄລຍະ 4 ປີ ປັດຈຸບັນມີຄະນະກຳມະການທັງໝົດ 5 ຄົນ ຊຶ່ງຍານາງໃຫ້ລາຍລະອຽດດັ່ງນີ້:

ຍານາງອະທິບາຍຕື່ມເຖິງກິດຈະກຳຫຼັກຂອງສະມາຄົມ ອີກວ່າ:

ນອກຈາກນັ້ນແລ້ວ ສະມາຄົມຍັງປະສານງານກັບວັດລາວສອງແຫ່ງຢູ່ໃນນະຄອນພວດແລນ ແລະອີກແຫ່ງນຶ່ງໃນແວນຄູເວີ ລັດວໍຊິງຕັນ ເພື່ອໃຫ້ການສະໜັບສະໜຸນອຸ້ມຊູ ບໍ່ວ່າຈະເປັນທຶນຮອນຫຼືອາຫານການກິນ ເປັນຕົ້ນ ແລະທາງຄະນະກຳມະການຂອງວັດດັ່ງກ່າວ ເພິ່ນກໍອະນຸຍາດ ໃຫ້ສະມາຄົມນຳໃຊ້ສະຖານທີ່ເພື່ອກິດຈະກຳທາງດ້ານວັດທະນະທຳແລະປະເພນີຕ່າງໆ. ສ່ວນສະມາຊິກຂອງສະມາຄົມ ຍານາງກ່າວວ່າ ມີຢູ່ 365 ຄອບຄົວ ຖ້າໄລ່ຄົນໃນຄອບຄົວມີຈຳນວນທັງໝົດ 1060 ຄົນ ທີ່ປະກອບດ້ວຍທັງຜົວແລະເມຍ ທັງພໍ່ແລະແມ່ ລູກເຕົ້າທັງຫຼາຍ ແຕ່ຫົວໜ້າສຳມະໂນຄົວກໍແມ່ນຜູ້ຍິງ.

ຍານາງພອນທິບ ພະນະຄອນ ພ້ອມກັບລູກສາວ ໃນງານສະເຫຼີມສະຫຼອງ ປີໃໝ່ລາວ
ຍານາງພອນທິບ ພະນະຄອນ ພ້ອມກັບລູກສາວ ໃນງານສະເຫຼີມສະຫຼອງ ປີໃໝ່ລາວ

ໃນຊ່ວງທີ່ມີການລະບາດຂອງພະຍາດໂຄວິດນັ້ນ ທາງສະມາຄົມກໍໄດ້ປຸກລະດົມລົນນະລົງພີ່ນ້ອງຊາວລາວ ໃຫ້ໄປສັກຢາວັກຊີນກັນໂຄວິດ-19. ຍານາງຍັງມີແຜນການຢາກຈະສົ່ງເສີມພວກລູກຫຼານລາວ ໃຫ້ຮູ້ຈັກວັດທະທຳຂອງຊາວລາວ ເຊັ່ນການນຸ່ງຖືສິ້ນ ການຟ້ອນ ແລະການຫຼິ້ນດົນຕີພື້ນເມືອງຂອງລາວ ພ້ອມທັງພາສາລາວ ແລະຮີດຄອງປະເພນີ ເປັນຕົ້ນ. ດຽວນີ້ເພິ່ນໄດ້ປະສານງານໄປຫາສະມາຄົມແມ່ຍິງລາວຢູ່ລັດໃກ້ຄຽງ ເຊັ່ນລັດວໍຊິງຕັນ ເພື່ອແລກປ່ຽນຄວາມຄິດເຫັນ ແລະຖອດຖອນບົດຮຽນນຳກັນ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ແມ່ນເລື້ອງລາວຂອງຍານາງພອນທິບ ພະນະຄອນ ປະທານສະມາຄົມແມ່ຍິງລາວຂອງເມືອງພອດແລນ ຜູ້ທີ່ໄດ້ຕັ້ງຖິ່ນຖານຢູ່ໃນເມືອງພອດແລນ ລັດອໍເຣກອນ ນັບຕັ້ງແຕ່ໄດ້ເດີນທາງມາເຖິງສະຫະລັດ ອາເມຣິກາ ໃນປີ 1986 ແລະກໍບໍ່ໄດ້ຍົກຍ້າຍໄປໃສເລີຍ.

XS
SM
MD
LG