ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານສະມາຄົມ ລາວ-ອາເມຣິກັນ ແລະສະມາຊິກສະມາຄົມແມ່ຍິງລາວ ຮັບຜິດຊອບດ້ານວັດທະນະທຳ ສອນລູກຫຼານລາວ ປະເພນີຂອງຊາວລາວ


ຍານາງດອກເດືອນ ທິບສຸວັນ ກຳລັງສັ່ງສອນລູກສິດ ລູກຫຼານຊາວລາວອາເມຣິກັນ ຢູ່ທີ່ວັດລາວ ໃນເມືອງແຊນດີ ລັດອໍເຣກອນ.
ຍານາງດອກເດືອນ ທິບສຸວັນ ກຳລັງສັ່ງສອນລູກສິດ ລູກຫຼານຊາວລາວອາເມຣິກັນ ຢູ່ທີ່ວັດລາວ ໃນເມືອງແຊນດີ ລັດອໍເຣກອນ.

ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວໃນທະວີບອາເມຣິກາຂອງ ວີໂອເອ ໃນຄ່ຳຄືນນີ້ ທ່ານຈະຟັງເລື້ອງລາວ ຂອງແມ່ຍິງລາວທ່ານນຶ່ງ ທີ່ໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນລັດວໍຊິງຕັນຂອງສະຫະລັດ ໂດຍທີ່ເນື້ອຄູ່ຂອງຍານາງ ໄດ້ເດີນທາງໄປລາວ ເພື່ອຂໍແຕ່ງງານກັບເພິ່ນ ແລະປັດຈຸບັນນີ້ ຍານາງເປັນທັງປະທານສະມາຄົມ ໃນລັດວໍຊິງຕັນ ແລະເປັນສະມາຊິກ ຄະນະກຳມະການ ຂອງສະມາຄົມແມ່ຍິງລາວ ຢູ່ໃນລັດອໍເຣກອນ ຮັບຜິດຊອບດ້ານສິນລະປະວັດທະນະ ທຳແລະປະເພນີລາວ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາງດອກເດືອນ ທິບສຸວັນ ຊື່ຫຼິ້ນວ່າ ນົກ ເປັນຄົນໄທເໜືອ ປາກເວົ້າສຳນຽງຫຼວງພະບາງ ແລະບາງຄັ້ງກໍເວົ້າສຳນຽງວຽງຈັນ ນັບຕັ້ງແຕ່ອາຍຸຍັງເຍົາໄວ ຄອບຄົວຂອງເພິ່ນໄດ້ຍົກຍ້າຍຖິ່ນຖານໄປຢູ່ຫຼາຍແຫ່ງ ດັ່ງທີ່ເພິ່ນເລົ່າໃຫ້ ວີໂອເອ ລາວ ຟັງວ່າ:

ໃນຕອນທີ່ຍານາງອາໄສຢູ່ໃນນະຄອນຫຼວງພະບາງຢູ່ນັ້ນ ເພິ່ນໄດ້ຮ່ຳຮຽນໃນດ້ານສິນລະປະວັນນະຄະດີ ໃນການຟ້ອນລຳ ທີ່ເປັນເອກະລັກ-ວັດທະນະທຳອັນດີງາມຂອງຊາວລາວ ໂດຍສະເພາະ ມາໄດ້ຫຼາຍປີສົມຄວນ ແລະເປັນແຮງບັນດານໃຈທີ່ຝັງເລິກໃນຈິດໃຈຂອງເພິ່ນ ຊຶ່ງເພິ່ນໄດ້ເວົ້າໃຫ້ຟັງວ່າ:

ຍານາງດອກເດືອນ ທິບສຸວັນ ປະທານສະມາຄົມລາວ ອາເມຣິກັນ ຄລອກຄາວຕີ ເມືອງແວນຄູເວີ ລັດວໍຊິງຕັນ ເປັນຄູສອນຟ້ອນ ພ້ອມກັບບັນດານັກຮຽນລູກຫຼານຊາວລາວອາເມຣິກັນ.
ຍານາງດອກເດືອນ ທິບສຸວັນ ປະທານສະມາຄົມລາວ ອາເມຣິກັນ ຄລອກຄາວຕີ ເມືອງແວນຄູເວີ ລັດວໍຊິງຕັນ ເປັນຄູສອນຟ້ອນ ພ້ອມກັບບັນດານັກຮຽນລູກຫຼານຊາວລາວອາເມຣິກັນ.

ຄອວຄົວຂອງຍານາງດອກເດືອນ ໄດ້ຍ້າຍຈາກຫຼວງພະບາງ ເຂົ້າໄປຢູ່ນະຄອນ ຫຼວງວຽງຈັນ ແລ້ວຍານາງ ກໍໄດ້ໄປຮ່ຳຮຽນຕໍ່ທີ່ໂຮງຮຽນມັດທະຍົມວຽງ​ຈັນ ຊັ້ນມໍນຶ່ງ ເພິ່ນກ່າວວ່າ ໄດ້ຮຽນພາສາອັງກິດນຳດ້ວຍ ເມື່ອຕົກມາໃນປີ 2003 ຍານາງກໍໄດ້ເດີນທາງໄປສະຫະລັດ ອາເມຣິກາ ຫານ້ອງຊາຍທີ່ໄດ້ອາໄສຢູ່ໃນລັດອາລາສກາ ຊຶ່ງການເດີນທາງໄປສະຫະລັດ ໃນຄັ້ງນີ້ ໄດ້ຫັນປ່ຽນຊີວິດຂອງເພິ່ນຢ່າງບໍ່ໜ້າເຊື່ອ ດັ່ງທີ່ເພິ່ນເລົ່າໃຫ້ຟັງດັ່ງນີ້:

ເມື່ອຍານາງນົກ ໄດ້ແຕ່ງງານກັບສາມີຊາວອາເມຣິກັນ ທ່ານ ໄມຄ໌ ສມິຕ (Mike Smith) ແລ້ວ ເພິ່ນຈຶ່ງໄດ້ເດີນທາງເຂົ້າມາຕັ້ງຖິ່ນຖານກັບສາມີ ຢູ່ໃນເມືອງແວນຄູເວີ ໃນເຂດຄລອກ ຄາວຕີ ຂອງລັດວໍຊິງຕັນ ໃນປີ 2007 ຈົນເຖິງປັດຈຸບັນນີ້ ເມືອງນີ້ຕັ້ງຢູ່ໃກ້ກັບເຂດຊາຍແດນຕິດກັບ ລັດອໍເຣກອນ ດັ່ງທີ່ຍານາງນົກກ່າວວ່າ ໃຊ້ເວລາຂັບລົດຂ້າມຂົວໄປພຽງ 10 ຫາ 15 ນາທີ ເທົ່ານັ້ນ. ເພິ່ນຍັງເລົ່າໃຫ້ຟັງອີກວ່າ ເມື່ອໄດ້ເຂົ້າມາສ້າງຕັ້ງຄອບຄົວໃໝ່ ກັບສາມີຊາວອາເມຣິກັນ ກໍບໍ່ຄ່ອຍມີບັນຫາຫຍັງໃນເລື້ອງຂອງພາສາ ຫຼືວັດທະນະທຳໃດໆເລີຍ ແລະຍານາງກ່າວວ່າ ສາມີຂອງເພິ່ນເປັນຄົນທີ່ມີຈິດໃຈດີ ພາໄປຫາຊຸມຊົນຊາວລາວ ທີ່ອາໄສຢູ່ໃນເມືອງແລະລັດໃກ້ຄຽງ ທັງພາໄປວັດໄປວາຍາມມີງານບຸນປະເພນີຕ່າງໆ ແລະອີກຢ່າງນຶ່ງ ທັງສອງໄດ້ເຄີຍແຕ່ງງານມາກ່ອນແລ້ວ ຕ່າງຝ່າຍກໍມີລູກຕິດຄົນລະສອງຄົນ ຈຶ່ງເຂົ້າອົກເຂົ້າໃຈຊຶ່ງກັນແລະກັນໄດ້ງ່າຍຂຶ້ນ ດັ່ງທີ່ຍານາງໄດ້ກ່າວໃຫ້ຟັງວ່າ:

ຍານາງດອກເດືອນ ທິບສຸວັນ ຢູ່ກາງລະຫວ່າງ ນາງສັງຂານ ໃນງານບຸນປີໃໝ່ລາວ
ຍານາງດອກເດືອນ ທິບສຸວັນ ຢູ່ກາງລະຫວ່າງ ນາງສັງຂານ ໃນງານບຸນປີໃໝ່ລາວ

ຍານາງນົກ ເລົ່າໃຫ້ຟັງອີກວ່າ ເພິ່ນໄດ້ເປັນແມ່ບ້ານ ສ່ວນສາມີຂອງເພິ່ນເປັນນັກບິນຂັບເຮືອບິນໂດຍສານ ເມື່ອສາມີໄປບິນ ເພິ່ນກໍໄປເຮັດວຽກເປັນທັງພະ ນັກງານເສີບ ແລະແມ່ຄົວ ຢູ່ທີ່ຮ້ານອາຫານ ພາຍຫຼັງຈາກທີ່ພວກລູກເຕົ້າຂອງພວກເພິ່ນເຕີບໃຫຍ່ແລ້ວ ແລະສາມີຂອງເພິ່ນໄດ້ກະສຽນອອກກິນເບ້ຍບຳນານ ສາມີຂອງເພິ່ນກໍເປັນຫ່ວງເປັນໃຍນຳຍານາງ ເພາະວຽກງານໃນຮ້ານອາຫານ ເຫັນວ່າເປັນວຽກໜັກຫຼາຍ ຈຶ່ງໄດ້ບອກໃຫ້ຍານາງລາອອກການ ແລະໃນປັດຈຸບັນນີ້ ຍານາງໄດ້ເຂົ້າເປັນສະມາຊິກຂອງສະມາຄົມລາວ-ອາເມຣິກັນເຂດ ຄລອກ ຄາວຕີ ເມືອງແວນຄູເວີ ລັດວໍຊິຕັນ ແລະໄດ້ຖືກແຕ່ງຕັ້ງໃຫ້ເປັນປະທານ ຊຶ່ງຍານາກ່າວໃຫ້ຟັງວ່າ:

ນອກຈາກ ຍານາງໄດ້ເປັນປະທານຂອງສະມາຄົມລາວໃນເຂດຄລອກ ຄາວຕີແລ້ວ ເພິ່ນຍັງໄດ້ເປັນສະມາຊິກຂອງສະມາຄົມແມ່ຍິງລາວ ໃນນະຄອນພອດແລນ ລັດອໍເຣກອນນຳດ້ວຍ ຊຶ່ງຮັບຜິດຊອບໃນເລື້ອງຂອງສິນລະປະວັດທະນາທຳຂອງລາວ ເຊັ່ນການສອນຟ້ອນລຳແບບປະພີນີລາວ ແລະ ການນຸ່ງຖືຊຸດປະຈຳຊາດລາວ ແລະການພົວພັນກັບສະມາຄົມອື່ນໆ ເພື່ອນຳເອົານັກຟ້ອນທັງຫຼາຍໄປສະແດງໃນງານຕ່າງໆເປັນຕົ້ນ ດັ່ງທີ່ເພິ່ນໄດ້ອະທິບາຍໃຫ້ຟັງດັ່ງນີ້:

ນາງລູລູ ຢູ່ກາງ ລູກສິດຂອງຍານາງ ດອກເດືອນ ທິບສຸວັນ ໄປຮ່ວມສະແດງການຟ້ອນປະເພນີລາວ ໃນງານບຸນປີໃໝ່ ຂອງປະຊາຄົມລາວຊາວມົ້ງ ໃນລັດອໍເຣກອນ.
ນາງລູລູ ຢູ່ກາງ ລູກສິດຂອງຍານາງ ດອກເດືອນ ທິບສຸວັນ ໄປຮ່ວມສະແດງການຟ້ອນປະເພນີລາວ ໃນງານບຸນປີໃໝ່ ຂອງປະຊາຄົມລາວຊາວມົ້ງ ໃນລັດອໍເຣກອນ.

ຍານາງນົກຍັງສະລະເວລາຂອງຕົນເອງໄປຊ່ອຍພີ່ນ້ອງຊາວລາວໃນສັງຄົມໂດຍ ສະເພາະໃນງານແຕ່ງດອງ ແລະງານແຫ່ນາງສັງຂານ ຕາມແບບປະເພນີດັ້ງ ເດີມຂອງລາວ ຊຶ່ງເພິ່ນຈະໃຫ້ຄຳແນະນຳ ວິທີໜຸ່ງຖືຊຸດລາວ ພ້ອມທັງເຄື່ອງປະ ດັບປະດາຕ່າງໆນາໆ ໃຫ້ແກ່ເຈົ້າບ່າວ-ເຈົ້າສາວ ແລະເຊັ່ນດຽວກັນກັບການນຸ່ງຖືຂອງບັນດານາງສັງຂານທັງຫຼາຍ ຢູ່ທີ່ວັດສາມແຫ່ງຢູ່ໃນບໍລິເວນ ເຂດແວນຄູເວີ ຂອງລັດວໍຊິງຕັນ ແລະນະຄອນພອດແລນ ຂອງລັດອໍເຣກັນ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນເລື້ອງລາວ ຂອງຍານາງ ດອກເດືອນ ທິບສຸວັນ ຫຼື ນົກແມ່ຍິງລາວ ທີ່ດຸໝັ່ນ ມີນ້ຳໃຈທີ່ປະເສີດແລະເອື້ອເຟື້ອເພື່ອແພ່ ເປັນຜູ້ທີ່ອຸທິດເວລາໃຫ້ແກ່ສັງຄົມລາວ ຖອດຖອນບົດຮຽນທາງດ້ານສິນລະປະວັນນະຄະດີ-ວັດທະນະທຳ ແລະປະເພນີ ອັນດີງາມ ໃຫ້ແກ່ລູກຫຼານລາວ-ຊາວອາເມຣິກັນເພື່ອໃຫ້ຮູ້ຈັກເຄົານົບທຳນຽມຂອງລາວ ເຊີນຟັງລາຍການຊີວິດຊາວລາວໃນທະວີບອາເມຣິກາຂອງວີໂອເອລາວ ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG