ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ລາວ ສຳພາດທ່ານນາງ ບີ ສະຫວັດດີ ເຈົ້າຂອງບໍລິສັດ ແຈ່ວສົ້ມ ມາເດີ ມາເດີ


ທ່ານນາງ ບີ ສະຫວັດດີ ເຈົ້າຂອງບໍລິສັດແຈ່ວສົ້ມ ມາເດີ ມາເດີ.
ທ່ານນາງ ບີ ສະຫວັດດີ ເຈົ້າຂອງບໍລິສັດແຈ່ວສົ້ມ ມາເດີ ມາເດີ.

ໃນລາຍ​ການຊຸມຊົນລາວ ໃນທະວີບ ອາເມຣິກາ ຂອງວີ​ໂອ​ເອພາກພາສາ ລາວ ແລງວັນອາທິດມື້ນີ້ ພວກເຮົາຈະລົມກັບທ່ານນາງ ບີ ສະຫວັດດີ ຈາກນະຄອນ ແຊນດີເອໂກ ລັດ ຄາລິຟໍເນຍ ກ່ຽວ ກັບ ການດໍາລົງຊີວິດຂອງຜູ້ກ່ຽວ ແລະ ຊີວິດການເປັນຢູ່ຂອງຄົນລາວໃນເມືອງດັ່ງກ່າວ, ເຊີນຟັງການສໍາພາດກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.


ທ່ານຜູ້ຟັງທີ່ເຄົາລົບ, ມື້ນີ້ຂ້າພະເຈົ້າໄດ້ຮັບກຽດໂອ້ລົມກັບທ່ານນາງ ບີ ສະຫວັດດີ, ເຈົ້າຂອງບໍລິ ສັດນໍ້າແຈ່ວສົ້ມ ມາເດີ ມາເດີ. ທ່ານນາງ ບີ ສະຫວັດດີ ແມ່ນນັກທຸລະກິດລາວ ອາເມຣິກັນ ໜຸ່ມນ້ອຍທີ່ໄດ້ປະສົບຄວາມສຳເລັດໃນການດຳເນີນກິດຈະການຂອງລາວ. ມື້ນີ້ເຮົາຈະລົມກັບລາວ ກ່ຽວກັບ ການດຳລົງຊີວິດຂອງລາວໃນຊຸມຊົນ ແລະ ທຸລະກິດຂອງລາວ.​ ສະບາຍດີ, ກະລຸນາ ແນະນໍາຕົນເອງອີກເທື່ອນຶ່ງໄດ້ບໍ່?

ບີ: ຂ້ອຍຊື່ ບີ ສະຫວັດດີ, ອາຍຸ 32 ປີ.

ຕຸ້ຍ: ນ້ອງແຕ່ງງານແລ້ວບໍ?

ບີ: ບໍ່ທັນແຕ່ງງານເທື່ອ, ໝັ້ນກັບຄູ່ໝັ້ນ.

ຕຸ້ຍ: ບີ ເກີດຢູ່ໃສ?

ບີ: ເກີດຢູ່ ແຊນດີເອໂກ.

ຕຸ້ຍ: ນ້ອງໄດ້ໄດ້ເວົ້າພາສາລາວເລື້ອຍຢູ່ບໍ?

ບີ: ເວົ້າໜ້ອຍດຽວກະໄດ້. ສັບໄປສັບມານີ້ແຫຼະ.

ຄົນລາວທີ່ເກີດຢູ່ ສະຫະລັດ ສ່ວນຫຼາຍຈະເວົ້າພາສາ ລາວ ໄດ້, ບາງຄົນແມ່ນເຂົ້າໃຈແຕ່ບໍ່ກ້າເວົ້າ.

ທ່ານນາງ ບີ ສະຫວັດດີ ກັບຄູ່ໝັ້ນ ໄປຮ່ວມອອກລາຍການຂອງໂທລະພາບ ຫວຽດນາມ.
ທ່ານນາງ ບີ ສະຫວັດດີ ກັບຄູ່ໝັ້ນ ໄປຮ່ວມອອກລາຍການຂອງໂທລະພາບ ຫວຽດນາມ.

ປັດຈຸບັນນີ້ ທ່ານນາງ ບີ ແມ່ນອາໄສຢູ່ໃນບ້ານຫຼັງດຽວກັນ ກັບຄູ່ໝັ້ນ ແລະ ແມ່. ລາວເວົ້າວ່າ ລາວໄດ້ອາໄສຢູ່ທີ່ນັ້ນໄດ້ຊາວປາຍປີແລ້ວ ແລະ ບໍ່ເຄີຍຍ້າຍໄປຢູ່ບ່ອນອື່ນຈັກເທື່ອ.

ຕຸ້ຍ: ບ່ອນນ້ອງຢູ່ມັນເປັນແນວໃດແດ່? ມີຄົນລາວຫຼາຍບໍ່?

ບີ: ມີຄົນລາວຫຼາຍ. ອາຫານລາວ Authentic (ຂອງແທ້ດັ້ງເດີມ). ປະມານ, ບາງເທື່ອ 5, 6 ຮ້ານຢູ່ ແຊນດີເອໂກ.

ຕຸ້ຍ: ຄົນຢູ່ຫັ້ນສ່ວນຫຼາຍແມ່ນຄົນໜຸ່ມ ຫຼື ສູງອາຍຸ? ເຂົາເຈົ້າມັກເຮັດຫຍັງ?

ບີ: ມີປົນກັນເລີຍ, ຜູ້ໜຸ່ມກັບຜູ້ເຖົ້າ. ຈະມັກຊຸມກັນນີ້ແຫຼະ

ຕຸ້ຍ: ນ້ອງຊຸມກັນ, ເຮັດຂອງກິນຢູ່ບ້ານແມ່ນອາຫານລາວ ຫຼື ອາເມຣິກາ?

ບີ: ຂ້ອຍຮູ້ຈັກເຮັດອາຫານລາວຫຼາຍ. ຕຳໝາກຫຸ່ງ, ທຸກຢ່າງ, ລາບ, ແໜມ ເຂົ້າ ຂ້ອຍມັກໝົດຫັ້ນແຫຼະ.

ຕຸ້ຍ: ແມ່ນໃຜສອນເຮັດກິນ?

ບີ: ແມ່ຂ້ອຍ, ແມ່ຂ້ອຍມັກເຮັດກິນ ກະເລີຍຮຽນເອົານຳລາວ ແລະ ກະສອນ ວິທີເຮັດອາຫານ.

ຕຸ້ຍ: ແມ່ຂອງນ້ອງເພິ່ນຍ້າຍມາພີ້ດົນແລ້ວບໍ?

ບີ: ຍ້າຍມາ 33 ປີນີ້ແຫຼະ, ຕອນລາວຍ້າຍມາ ລາວອອກຂ້ອຍນຶ່ງປີ ຫຼັງຈາກນັ້ນ.

ຕຸ້ຍ: ແລ້ວພໍ່ຂອງນ້ອງເດ?

ບີ: ລາວຢູ່ເມືອງລາວດຽວນີ້, ໃກ້ວັງວຽງ, ຜາຕັ້ງ. ພໍ່ຂ້ອຍລາວກະກັບ ໄປກັບມາ.

ຕຸ້ຍ: ແຕ່ວ່າລາວບໍ່ແມ່ນຄົນສັນຊາດ ອາເມຣິກາ ບໍ?

ບີ: ບໍ່, ບໍ່. ລາວເປັນຄົນລາວ.

ນະຄອນແຊນດີເອໂກ ເປັນເມືອງທີ່ໃຫຍ່ສຸດອັນດັບສອງຂອງລັດ ຄາລິຟໍເນຍ ແລະ ເປັນເມືອງທີ່ສວຍງາມຫຼາຍຕັ້ງຢູ່ແຄມຝັ່ງມະຫາສະໝຸດປາຊີຟິກ.

ທ່ານນາງ ບີ ເວົ້າວ່າ, ນະຄອນແຊນດີເອໂກ ມີວັດລາວສາມແຫ່ງ. ຄູບາແມ່ນ ມີມາຈາກປະເທດ ລາວ ແລະ ກໍມີຄົນລາວ ຢູ່ ສະຫະລັດ ໄປບວດເປັນຄູບາດ້ວຍ. ທ່ານນາງ ບີ ກໍເຂົ້າວັດເຂົ້າວາຄືກັບຄົນລາວທົ່ວໄປ. ໂດຍສະເພາະເວລາວັນພະ, ໄປຕັກບາດ ຫຼື ໄປງານຕ່າງໆທີ່ຈັດຢູ່ວັດ. ຍາມໄປຕັກບາດ, ແມ່ຂອງລາວຈະແຕ່ງກິນ ຫຼັງຈາກນັ້ນລາວກໍຈະໄປວັດກັບແມ່.

ແຈ່ວສົ້ມ ມາເດີ ມາເດີ.
ແຈ່ວສົ້ມ ມາເດີ ມາເດີ.

ທ່ານນາງ ບີ, ເປັນເຈົ້າຂອງທຸລະກິດຂະໜາດນ້ອຍ ເຮັດນໍ້າແຈ່ວສົ້ມສົ່ງຂາຍຢູ່ຕະຫຼາດ ແລະ ຂາຍທາງອອນໄລນ໌ຊື່ບໍລິສັດຂອງລາວແມ່ນ ມາເດີ ມາເດີ. ເວັບໄຊ້ຂອງບໍລິສັດແມ່ນ WWW.auntiebeeskitchen.com ບໍລິສັດຂອງ ລາວແມ່ນຕັ້ງມາໄດ້ສາມປີແລ້ວ. ສຳລັບສາເຫດທີ່ມາຂອງການຕັ້ງ ບໍລິສັດແຈ່ວສົ້ມແມ່ນມີດັ່ງນີ້.

ບີ: ແຕ່ກ່ອນເຮັດການຢູ່ທະນາຄານ, ທະນາຄານ Union. ເຮັດຮ້ານ Printing ຢູ່ໝູ່ບ້ານ ມີຣາມາ. ຂ້ອຍກະເຮັດກິນຢູ່ເຮັດຕະຫຼອດເວລາຫັ້ນນະ. ແລ້ວໝູ່ຂ້ອຍກະມາຖາມ ໂອ, ຄືບໍ່ເຮັດແຈ່ວສົ້ມຂາຍກິນ. ເຂົາເຈົ້າວ່າແຊບ. ລະກະເລີຍເຮັດຫຼິ້ນໄປນີ້ແຫຼະ. ຕໍ່ມາມັນກະຂຶ້ນ, ຂຶ້ນ. ແລ້ວຂ້ອຍກະເລີຍໄດ້ລາອອກຈາກວຽກຂອງຂ້ອຍ.”

ຕຸ້ຍ: ນ້ອງມີໂຮງງານໃຫຍ່ບໍ່?

ບີ: ກະໂອເຄຢູ່, ມີພະນັກງານສອງສາມຄົນນີ້ແຫຼະ.

ຕຸ້ຍ: ແມ່ນໃຜເປັນຜູ້ຕັ້ງຊື່ໃຫ້?

ບີ: ໝູ່ຂ້ອຍອອກຊື່ ມາເດີ ມາເດີ. ເອົາແບບນັ້ນລະກະເລີຍວ່າ ໂອເຄເຮັດແບບ ນັ້ນຊັ້ນນະ. ອັນນີ້ຊື່ແຈ່ວ ມາເດີ ມາເດີ. ກະມ່ວນຄືກັນ. It’s a fun name.

ຕຸ້ຍ: ແຈ່ວຂອງນ້ອງມີຂາຍຢູ່ໃສແດ່?

ບີ: ດຽວນີ້ພວກເຮົາຂາຍຢູ່ 8 ລັດ, ລະກະຕະຫຼາດບາງເທື່ອປະມານ 50 ຕະຫຼາດຂຶ້ນນີ້ແຫຼະ.

ຕຸ້ຍ: 8 ລັດນີ້ມີລັດໃດແດ່?

ບີ: ໂດຍ, ຄາລິຟໍເນຍ, ເນວາດາ, ອີລລີນອຍ, ນິວ ເມັກຊິໂກ, ໄອໂອວາ, ເທັກຊັສ, ອໍເຣກອນ ກັບ ຄາໂຣໄລນາເໜືອ.

ຕຸ້ຍ: ຢູ່ຮ້ານກັບເວັບໄຊ້ ອັນໃດໄດ້ຂາຍຫຼາຍກວ່າກັນ?

ບີ: ຢູ່ຮ້ານໄດ້ຂາຍຫຼາຍກ່ອນຢູ່ເວັບໄຊ້.

ຕຸ້ຍ: ຕອນເລີ່ມຂາຍທຳອິດ, ນ້ອງຂາຍຈັກແກ້ວກ່ອນ?

ບີ: ມີແຕ່ 12 ແກ້ວນີ້ແຫຼະ,​ ທິດນຶ່ງກະ 24 ແກ້ວ. ມີແຕ່ໝູ່ນີ້ແຫຼະ. ຄອບຄົວ. ຊື້ໄປກະໃຫ້ໝູ່ກິນ.

ຕຸ້ຍ: ດຽວນີ້ເດືອນນຶ່ງຂາຍປະມານຈັກແກ້ວ?

ບີ: ເດືອນນຶ່ງບາງເທື່ອປະມານຫ້າພັນແກ້ວນີ້ແຫຼະ. A lot of jeaw som.

ຕຸ້ຍ: ນ້ອງຂາຍແກ້ວນຶ່ງທໍ່ໃດ?

ບີ: ແກ້ວນຶ່ງກະແລ້ວແຕ່ຕະຫຼາດອີຫຍັງ. ຂ້ອຍອອນໄລນ໌ $5.99 ຕະຫຼາດຢູ່ ແຊນດີເອໂກ ກະຂາຍປະມານ $5.99 - $6.99. ຢູ່ລັດ ຄາໂຣໄລນາ, ອໍເຣກອນ ເຂົາເຈົ້າຂາຍແພງໜ້ອຍນຶ່ງຍ້ອນຄ່າຂົນ ສົ່ງ $7.99.

ນໍ້າແຈ່ວ ມາເດີ ມາເດີ ວາງຂາຍຢູ່ຕະຫຼາດ.
ນໍ້າແຈ່ວ ມາເດີ ມາເດີ ວາງຂາຍຢູ່ຕະຫຼາດ.

ສຳລັບເຄື່ອງປະສົມໃນນໍ້າແຈ່ວນັ້ນແມ່ນມີໝາກເຜັດ, ຜັກທຽມ, ນໍ້າປາ, ນໍ້າຕານ ແລະ ນໍ້າໝາກນາວ. ແຈ່ວສົ້ມ ມາເດີ ມາເດີ ແມ່ນບໍ່ໄດ້ປະສົມນໍ້າເລີຍ. ເຄື່ອງປະສົມທຸກຢ່າງຈະແມ່ນຂອງສົດ.

ຕຸ້ຍ: ເລີ່ມເຮັດບໍລິສັດຕ້ອງໄດ້ເຮັດຫຍັງຫຼາຍບໍ່? ໃຊ້ເງິນລົງທຶນຫຼາຍບໍ່? ເຮັດຈັ່ງໃດແດ່?

ບີ: ກະບໍ່ຫຼາຍໆ. ກະປະມານ 10,000 - 15,000 ນີ້ແຫຼະ,​ ປະມານນັ້ນ. ກະຕ້ອງໄປເຮັດຄຳຮ້ອງກັບເມືອງ, ອັນນັ້ນກະຍາກຄືກັນ. ເພາະວ່າຕ້ອງໄດ້ ໃບອະນຸຍາດ ແລະ ລາຍເຊັນຫຼາຍແນວຫັ້ນນະ. ແລ້ວເຂົາເຈົ້າຕ້ອງໄດ້ໄປ ກວດເຈົ້າ ແລະ ເຈົ້າຕ້ອງໄດ້ຖືກຮັບຮອງ. ມັນແມ່ນຂັ້ນຕອນທີ່ຫຍຸ້ງ ຍາກຫຼາຍ. ລັດຄາລິຟໍເນຍ ມັນຍາກກວ່າລັດອື່ນ. ຢູ່ລັດຄາລິຟໍເນຍ ມັນຍາກຫຼາຍທີ່ຈະໄດ້ໃບອະ ນຸຍາດ ແລະ ມັນມີຄ່າໃຊ້ຈ່າຍຫຼາຍ. ເງິນນີ້ທຸກປີແມ່ນແຕກຕ່າງ.

ແຈ່ວມາເດີ ມາເດີ ກັບໄຂ່ລູກ.
ແຈ່ວມາເດີ ມາເດີ ກັບໄຂ່ລູກ.

ຕຸ້ຍ: ຢູ່ໂຮງງານນ້ອງມີເຄື່ອງຈັກຫຍັງແດ່?

ບີ: ກະມີເຄື່ອງຈັກຕິດກາ, ແນວເອົາກາໃສ່ແກ້ວຫັ້ນນະ. ລະກະມີເຄື່ອງຈັກຕື່ມ ແຈ່ວໃສ່ແກ້ວ. ແນວບີບໝາກນາວ. ມີແນວບົດຫັ້ນນະ. ບົດທຸກຢ່າງ.

ຕຸ້ຍ: ຄ່າເຊົ່າບ່ອນຜະລິດແຈ່ວເດືອນທໍ່ໃດ?

ບີ: ແພງເຕີບ. ປະມານ $1,600 ນີ້ແຫຼະ.

ຕຸ້ຍ: ນອກຈາກຄົນລາວ ທີ່ກິນແຈ່ວສົ້ມ ມາເດີ ມາເດີ ແລ້ວ, ມີຄົນປະເທດອື່ນ ທີ່ມັກຊື້ໄປກິນບໍ່?

ບີ: ຄົນຫວຽດ ເຂົາເຈົ້າມັກກິນແຈ່ວຂ້ອຍຫຼາຍ. ແລ້ວເຂົາເຈົ້າເອີ້ນໄປ ໂທລະພາບຂ່າວ ຫວຽດ ນາມ. ໄປໂຄສະນາຢູ່ພຸ້ນ. ເຂົາເຈົ້າໃຫ້ເຮັດຄືວ່າແຈ່ວສົ້ມຂ້ອຍເຮັດເປັນຕໍາໝາກຫຸ່ງກະໄດ້, ກຸ້ງນໍ້າປາກະໄດ້. ກະເລີຍເຮັດວິທີສອນໜ້ອຍນຶ່ງໃຫ້. ໃຫ້ເຂົາເຈົ້າຮູ້ໃຊ້ນຳຫຍັງຫັ້ນນະ.

ຕຸ້ຍ: ນອກຈາກຄົນ ຫວຽດນາມ ແລ້ວ, ມີຄົນຈາກໃສທີ່ມັກກິນ?

ບີ: ຄົນ ແມັກ (ເມັກຊິໂກ), ຄົນ ຫວຽດ, ອາເມຣິກັນ, ຂະເໝນ, ຟີລິບປິນ, ໄທ.

ສະຫຼຸບແລ້ວ, ນະຄອນ ແຊນດີເອໂກ ແລະ ລັດຄາລິຟໍເນຍ ໂດຍທົ່ວໄປ, ທຸກຄົນແມ່ນມີໂອກາດທີ່ຈະກ້າວໜ້າໃນໜ້າທີ່ວຽກງານ ແລະ ທຸລະກິດຫຼາຍ. ລັດດັ່ງກ່າວເປັນລັດທີ່ໃຫຍ່, ການເຮັດທຸລະ ກິດແມ່ນສາມາດເຕີບໂຕໄດ້ໄວ ຫຼາຍຖ້າທ່ານເຮັດດີ ແລະ ມີຄຸນນະພາບສູງ.

ນອກຈາກໂອກາດໃນໜ້າທີ່ວຽກງານ ນະຄອນດັ່ງກ່າວກໍເປັນເມືອງທີ່ສວຍງາມ ຫຼາຍ. ທ່ານສາ ມາດໄປລອຍນໍ້າທະເລ, ທ່ຽວຊົມກຳປັ່ນຮົບຂອງກອງທັບ ສະຫະລັດ, ສວນສັດ ແລະ ສວນສະໜຸກຕ່າງໆ.

XS
SM
MD
LG