ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວ ຍານາງສີດາ ຈັນສົມບັດ ຢູ່​ເມືອງສປຣິງຟີລ ລັດເວີຈີເນຍ ມີຈິດໃຈໃສສັດທາສາສະໜາພຸດ ຈຶ່ງໄດ້ອຸທິດຊັບສິນແລະເວລາສ່ວນຕົວ ສ້າງສາວັດລາວ


ວັດລາວ ພຸດທະເມດຕາ ສູນກາງປະຕິບັດກຳມະຖານ ທີ່ເມືອງອັບເປີ ມາຣໂບໂຣ ລັດແມຣີແລນ.
ວັດລາວ ພຸດທະເມດຕາ ສູນກາງປະຕິບັດກຳມະຖານ ທີ່ເມືອງອັບເປີ ມາຣໂບໂຣ ລັດແມຣີແລນ.

ທ່ານຜູ້ຟັງ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາສຳລັບ ແລງມື້ນີ້ ທ່ານຈະໄດ້ຟັງການເຂົ້າມາຕັ້ງຖິ່ນຖານ ຂອງຄອບຄົວ ຍານາງສີດາ ຈັນສົມບັດ ຢູ່​ເມືອງສປຣິງຟີລ ແຟແຟັກສ໌ ຄາວຕີ ລັດເວີຈີເນຍ ຊຶ່ງໃນປັດຈຸບັນນີ້ ເພິ່ນແລະສາມີ ໄດ້ກະສຽນອອກກິນເບ້ຍບຳນານແລ້ວ ແລະໄດ້ມີຈິດໃຈໃສສັດທາສາສະໜາພຸດ ຈຶ່ງໄດ້ອຸທິດທັງຊັບສິນ ເວລາ ແລະເຫື່ອແຮງສ້າງສາວັດລາວພຸດທະເມດຕາ ທີ່ເມືອງອັບເປີມາໂບໂຣ ລັດແມຣີແລນ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຄອບຄົວຂອງຍານາງ ສີດາ ຈັນສົມບັດ ພ້ອມກັບສາມີ ແລະລູກທັງສີ່ຄົນ.
ຄອບຄົວຂອງຍານາງ ສີດາ ຈັນສົມບັດ ພ້ອມກັບສາມີ ແລະລູກທັງສີ່ຄົນ.

ຍານາງສີດາ ຈັນສົມບັດ ອາໄສຢູ່ທີ່ຄຸ້ມດົງໂດກ ເມືອງໄຊທານີ ແຂວງນະ ຄອນຫຼວງວຽງຈັນ ໃນປີ 1984 ເພິ່ນແລະສາມີທ່ານບຸນຍົງ ຈັນສົມບັດ ພ້ອມກັບລູກສີ່ຄົນ ແລະນ້ອງຊາຍແລະນ້ອງສາວຂອງເພິ່ນ ໄດ້ເດີນທາງອອກຈາກເມືອງລາວ ຂ້າມໄປຝັ່ງໄທ ດັ່ງທີ່ເພິ່ນເລົ່າເຖິງເສັ້ນທາງຂອງການອົບພະຍົບກ່ອນຈະໄດ້ໄປຮ້ອດສະຫະລັດອາເມຣິກາໃຫ້ຟັງວ່າ:

ນະຄອນຮີວສຕັນ ຂອງລັດແທັກຊັສ ເປັນເມືອງໃຫຍ່ທີ່ມີປະຊາກອນຫຼາຍເປັນອັນດັບສີ່ຂອງສະຫະລັດ ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ ໃກ້ກັບອ່າວກາລແວັສຕັນ ແລະອ່າວເມັກຊິໂກ ຊຶ່ງຍານາງເລົ່າໃຫ້ຟັງວ່າ ສາເຫດທີ່ໄປຕົກຢູ່ ຮີວສຕັນ ນັ້ນ ກໍເພາະພີ່ນ້ອງທາງສາມີເພິ່ນ ໄດ້ເປັນຜູ້ຮັບປະກັນເອົາຄອບຄົວເພິ່ນມາສະຫະລັດ ດັ່ງທີ່ເພິ່ນກ່າວວ່າ:

ຢູ່ນະຄອນຮີລສຕັນ ໃນປີ 1986 ຍານາງໄດ້ເບິ່ງແຍງລູກສີ່ຄົນ ພ້ອມທັງນ້ອງຊາຍແລະນ້ອງສາວ ສ່ວນທ່ານບຸນຍົງ ກໍໄດ້ອອກໄປຫາວຽກເຮັດງານທຳ ຊຶ່ງຍານາງເລົ່າຕໍ່ໃຫ້ຟັງວ່າ:

ເມື່ອພີ່ນ້ອງທີ່ອາໄສຢູ່ໃນລັດເວີຈີເນຍ ທາງພາກຕາເວັນອອກສຽງເໜືອ ໄດ້ຊັກຊວນໃຫ້ຂຶ້ນໄປຢູ່ລັດດັ່ງກ່າວ ຍານາງກ່າວໃຫ້ຟັງວ່າ ສາມີຂອງເພິ່ນ ໄດ້ຂຶ້ນໄປເບິ່ງວຽກການຢູ່ທີ່ນັ້ນ ແລະຊອກຫາທີ່ຢູ່ອາໄສເສຍກ່ອນ ພາຍໃນສາມເດືອນຄອບຄົວຂອງຍານາງ ກໍໄດ້ພາກັນຂຶ້ນໄປຫາສາມີຂອງເພິ່ນ ທີ່ເມືອງຟອລສ໌ ເຊີຈ ໃນປີ 1987. ຫຼັງຈາກທີ່ໄດ້ຕັ້ງຖິ່ນຖານຢູ່ໃນລັດນີ້ແລ້ວ ຍານາງແລະສາມີ ກໍໄດ້ພາກັນຫາຢູ່ຫາກິນມາຕະຫຼອດ ຕາມປົກກະຕິ ຊຶ່ງຍານາງເລົ່າໃຫ້ຟັງເຖິງວຽກງານທີ່ຍານາງໄດ້ເຮັດ ເພື່ອລ້ຽງລູກເຕົ້າແລະນ້ອງໆ ສູ່ຟັງວ່າ:

ສ່ວນສາມີຂອງເພິ່ນນັ້ນ ຍານາງກ່າວໃຫ້ຟັງວ່າ ສາມີເພິ່ນກໍໄດ້ເຮັດວຽກຫຼາຍຢ່າງເຊັ່ນກັນຢູ່ທີ່ຮ້ານຂາຍລົດ ຈາກເປັນພະນັກງານທຳມະດາຈົນໄດ້ໄຕ່ເຕົ້າຂຶ້ນໄປເປັນຊ່າງແປງລົດ ປະຈຳຮ້ານຂາຍລົດຫຼາຍສາຂາ ມາໄດ້ຫຼາຍສິບປີ ແລ້ວທ່ານກໍໄດ້ກະສຽນອອກກິນເບ້ຍບຳນານ ເຊັ່ນດຽວກັນກັບຍານາງສີດາ.

ເມື່ອພວກເພິ່ນໄດ້ອອກກິນເບ້ຍບຳນານ ແລະລູກເຕົ້າທັງສີ່ຄົນກໍໄດ້ສ້າງຄອບຄົວທັງໝົດແລ້ວ ມີຫຼານແລະເຫຼນຫຼາຍຄົນ ແຕ່ກໍໄດ້ທຽວໄປວັດປ່າທີ່ຕັ້ງຢູ່ນອກເມືອງສປັອດຊີລເວເນຍ ຫຼາຍຮ້ອຍກິໂລແມັດ ໂດຍໃຊ້ເວລາຫຼາຍຊົ່ວໂມງກວ່າຈະໄປເຖິງ ຍ້ອນເຫດຜົນດັ່ງກ່າວ ຍານາງສີດາ ກ່າວອະທິບາຍໃຫ້ຟັງວ່າ:

ສະຖານທີ່ທີ່ພວກເພິ່ນໄດ້ໄປຊື້ເອົານັ້ນ ເປັນບ້ານຫຼັງໃຫຍ່ ມີພື້ນທີ່ເປັນເດີ່ນອ້ອມເຮືອນບໍ່ກວ້າງປານໃດ ແລະມີບ້ານສອງສາມຫຼັງຢູ່ໃກ້ຄຽງ ຕັ້ງຢູ່ໃນ ເມືອງລໍຕັນ ຂຶ້ນກັບເຂດແຟແຟັກຄາວຕີ ໂດຍຕັ້ງຊື່ວັດວ່າ ວັດລາວເວີຈີເນຍ ເມື່ອເວ ລາມີງານບຸນປະເພນີຕ່າງໆ ກໍມີຊາວລາວ ຢູ່ໃກ້ຄຽງແລະຢູ່ຕ່າງລັດກໍມາຮ່ວມເຮັດບຸນກິນທານຕາມປະເພນີຂອງຊາວພຸດ ມາໄດ້ຫຼາຍປີ ແລະທາງວັດກໍໄດ້ຈັດງານບຸນຊ່ວງເຮືອ ໃນເດືອນກັນຍາ ຢູ່ທີ່ອ່າວໂພຮິກ ຊຶ່ງເປັນສວນສາທາ ລະນະຢູ່ບໍ່ໄກຈາກວັດ ມາໄດປີທີ 7 ແລ້ວ. ຕໍ່ມາໃນປີ 2017 ຫາ 2018 ກໍໄດ້ມີບັນຫາກັບບ້ານໃກ້ເຮືອນຄຽງທີ່ຈົ່ມວ່າ ເມື່ອມີງານບຸນເທື່ອໃດ ລົດເຂົ້າອອກທາງນ້ອຍ ສ້າງຄວາມຍາກລຳບາກໃຫ້ແກ່ພວກເຂົາເຈົ້າ ຊຶ່ງຍານາງ ອະທິບາຍໃຫ້ຟັງວ່າ ຍ້ອນສາເຫດນີ້ແຫລະ ພວກຄະນະກຳມະການໂດຍມີມື້ລາງທ່ານຈຳປາ ຈັນທະວົງ ເປັນປະທານ ໄດ້ຕັດສິນໃຈ ຊອກຫາສະຖານທີ່ແຫ່ງໃໝ່ ແລ້ວກໍໄດ້ໄປຊື້ດິນຢູ່ທີ່ເມືອງອັບເປີມາຣໂບໂຣ ລັດແມຣີແລນ ຫ່າງຈາກລັດເວີຈີເນຍ ບໍ່ໄກ ຖ້າຂັບລົດຈາກເວີຈີເນຍໄປທີ່ນັ້ນ ໃຊ້ເວລາບໍ່ເຖິງນຶ່ງຊົ່ວໂມງ ແລ້ວພວກເພິ່ນໄດ້ຍ້າຍໄປສະຖານທີ່ແຫ່ງໃໝ່ ແລະປ່ຽນຊື່ວັດມາເປັນວັດພຸດທະເມດຕາ. ປັດຈຸບັນສາມີຂອງຍານາງສີດາ ເປັນປະທານຮ່ວມກັບຍາທ່ານໄຕ ສ່ວນຍານາງສີດາ ກໍເຄີຍເປັນນາຍຄັງ ແຕ່ໄດ້ມອບໜ້າທີ່ໃຫ້ຜູ້ອື່ນແລ້ວ ແລະກໍຍັງເປັນທີ່ປຶກສາ ແລະເປັນຜູ້ຮັບຜິດຊອບດ້ານອາຫານການກິນ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນເລື້ອງລາວການເຂົ້າມາຕັ້ງຖິ່ນຖານ ຢູ່ໃນສະຫະ ລັດ ອາເມຣິກາ ຂອງຄອບຄົວຍານາງສີດາ ຈັນສົມບັດ ຊຶ່ງໄດ້ມີຄວາມສັດທາສາສະໜາພຸດ ຈຶ່ງໄດ້ອຸທິດຊັບສິນ ເວລາ ແລະເຫື່ອແຮງເພື່ອສ້າງສາວັດລາວ ພຸດທະເມດຕາ ໃນເມືອງອັບເປີມາໂບໂຣ ຂອງລັດແມຣີແລນ. ຂໍເຊີນທ່ານມາຟັງລາຍງານຊຸມຊົນຊາວລາວເລື້ອງໃໝ່ ໃນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG