ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແອ່ງຄຳ ຈັນທິຣາດ ປະສົບກັບເຫດການຮ້າຍແຮງ ໃນລະຫວ່າງອົບພະຍົບ ມາຕັ້ງຖິ່ນຖານໃນສະຫະລັດ


ທ່ານແອ່ງຄຳ ຈັນທິຣາດ ແລະພັນລະຍາ ໄປທ່ຽວຊົມນ້ຳຕົກແຫ່ງນຶ່ງ ຢູ່ໃນລັດຄາໂຣໄລນາເໜືອ.
ທ່ານແອ່ງຄຳ ຈັນທິຣາດ ແລະພັນລະຍາ ໄປທ່ຽວຊົມນ້ຳຕົກແຫ່ງນຶ່ງ ຢູ່ໃນລັດຄາໂຣໄລນາເໜືອ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິການຂອງວີໂອເອລາວໃນຄໍ່າຄືນນີ້ ທ່ານຈະໄດ້ຟັງເລື້ອງລາວຊີວິດການອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ທີ່ແສນຍາກລຳບາກຂອງທ່ານແອ່ງຄຳ ຈັນທິລາດ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ຊະຕາກຳຊີວິດຂອງຊາວອົບພະຍົບລາວ ທີ່ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດແມ່ນແຕກຕ່າງກັນໄປ ໂດຍສ່ວນໃຫຍ່ແລ້ວ ກໍໄດ້ປະສົບຜົນສຳເລັດ ໃນການດຳລົງຊີວິດຢູ່ໃນດິນແດນທີ່ໃຫ້ໂອກາດແກ່ຊາວອົບພະຍົບໝົດທຸກຄົນ ບໍ່ວ່າທ່ານຈະມາຈາກປະເທດໃດກໍຕາມ. ເສັ້ນທາງການເດີນທາງເຂົ້າມາໃນສະຫະລັດຂອງທ່ານແອ່ງຄຳ ຈັນທິລາດ ເລີ້ມຕົ້ນຂຶ້ນ ຕອນລາວມີອາຍຸໄດ້ປະມານສິບກວ່າປີ ໃນປີ 1982 ເມື່ອອ້າຍເອື້ອຍນ້ອງ 6 ຄົນແລະແມ່ ພາກັນເດີນທາງຈາກເມືອງປາກເຊ ແຂວງຈຳປາສັກ ຂຶ້ນໄປວຽງຈັນ ເພື່ອລອຍຂ້າມແມ່ນ້ຳຂອງໄປຝັ່ງໄທ ດັ່ງທີ່ທ່ານແອ່ງຄຳເລົ່າໃຫ້ຟັງວ່າ:

ເມື່ອຖາມວ່າ ໃນເວລາລອຍຂ້າມແມ່ນ້ຳຂອງຢູ່ນັ້ນ ເຈົ້າຮູ້ສຶກຢ້ານບໍ່? ທ່ານແອ່ງຄຳ ໄດ້ຕອບວ່າ:

ຫຼັງຈາກທີ່ໝົດທຸກຄົນຂ້າມນ້ຳຂອງຕະຫຼອດປອດໄພແລ້ວ ກໍໄດ້ພາກັນໄປພັກເຊົາຢູ່ບ້ານຂອງພວກລັກພາຂ້າມຝັ່ງທີ່ໄດ້ຈັດໄວ້ນັ້ນ ຄືນນຶ່ງ ແລ້ວໃນມື້ເຊົ້າຕໍ່ມາຈຶ່ງໄດ້ພາກັນໄປແຈ້ງທາງການໄທເພື່ອຈົດທະບຽນເຂົ້າສູນນາໂພ ເພື່ອໄປພົບກັບພໍ່ຂອງລາວ ກໍຄືມື້ລາງ ທ່ານຄຳມະນີ ຈັນທິຣາດ ທີ່ລໍຖ້າຢູ່ໃນສູນຢູ່ແລ້ວ. ທ່ານແອ່ງຄຳ ກ່າວວ່າ ລາວໄດ້ອາໄສຢູ່ສູນນາໂພເປັນເວລາສາມສີ່ເດືອນເພາະວ່າ ພໍ່ຂອງລາວໄດ້ຖືກເອີ້ນເຂົ້າສຳພາດ ເພິ່ນຈຶ່ງໄດ້ສົ່ງຂ່າວຫາພວກລູກເຕົ້າແລະພັນລະຍາໃຫ້ຂ້າມມາ ແລະໃນເບື້ອງຕົ້ນພໍ່ຂອງລາວຢາກຈະໄປເທດຝຣັ່ງ ດັ່ງທີ່ທ່ານແອ່ງຄຳ ອະທິບາຍກ່ຽວກັບການສຳພາດໄປປະເທດທີສາມວ່າ:

ຕໍ່ມາໃນປີດຽວກັນນັ້ນ ຄອບຄົວຂອງທ່ານແອ່ງຄຳ ໄດ້ຖືກສົ່ງໄປສູນອົບພະຍົບໃນປະເທດຟີລິບປິນກ່ອນຈະໄດ້ໄປສະຫະລັດ ຊຶ່ງໃນການເດີນທາງຈາກສູນນາໂພໄປຍັງສະໜາມບິນທີ່ບາງກອກນັ້ນ ກໍໄດ້ເກີດອຸປະຕິເຫດທີ່ຮ້າຍແຮງສຸດ ຊຶ່ງກາຍເປັນຂ່າວໂດ່ງດັງໄປທົ່ວ ໃນເວລານັ້ນ ດັ່ງທີ່ລາວໄດ້ເລົ່າໃຫ້ຟັງວ່າ:

ໃນຕອນເກີດເຫດເປັນຕອນເດິກດື່ນ ທ່ານແອ່ງຄຳ ຜູ້ທີ່ຍັງມີອາຍຸເຍົາໄວປະມານສິບກວ່າປີ ເມື່ອຮູ້ສຶກຕົວຈາກທີ່ລົດເມແລ່ນຕົກລົງເຫວຮ່ອມພູໄປຄ້າງຢູ່ກ້ອນຫີນ ລາວເລົ່າໃຫ້ຟັງຕໍ່ໄປວ່າ:

ເມື່ອເຈົ້າໜ້າທີ່ຕຳຫຼວດໄທ ໄດ້ຮັບແຈ້ງຂ່າວຮ້າຍດັ່ງກ່າວແລ້ວ ຈຶ່ງໄດ້ສົ່ງໜ່ວຍກູ້ໄພເລັ່ງໄປຊ່ວຍເຫຼືອພວກຜູ້ເຄາະຮ້າຍທັງຫຼາຍ ແລະຊາວອົບພະຍົບລາວທັງໝົດຢູ່ໃນລົດເມທີ່ລອດຊີວິດ ກໍໄດ້ຖືກສົ່ງໄປຮັກສາຢູ່ທີ່ໂຮງໝໍໃນທ້ອງຖິ່ນເປັນເວລານຶ່ງອາທິດ ດັ່ງທີ່ທ່ານແອ່ງຄຳ ໄດ້ເລົ່າໃຫ້ຟັງ ຊຶ່ງໝາຍຄວາມວ່າ ການເດີນທາງໄປຟີລິບປິນກໍໄດ້ຖືກເລື່ອນອອກໄປ.

ຫຼັງຈາກນັ້ນ ນຶ່ງອາທິດຕໍ່ມາ ພວກຊາວລາວອົບພະຍົບກໍໄດ້ເດີນທາງໄປເຖິງສະໜາມບິນຟີລິບໃນນະຄອນຫຼວງມານີລາ ຕໍ່ຈາກນັ້ນ ກໍໄດ້ພາກັນຂຶ້ນລົດເມອີກຄັ້ງນຶ່ງມຸ້ງໜ້າໄປຍັງສູນອົບພະຍົບ ທີ່ຢູ່ຫ່າງຈາກສະໜາມບິນ ໂດຍໃຊ້ເວລາເຖິງສອງຊ່ວງໂມງ ອັນເປັນການເດີນທາງທີ່ສະເທືອນຂວັນແລະຈິດໃຈຂອງພວກຜູ້ໂດຍສານທັງໝົດອີກເທື່ອນຶ່ງ ຊຶ່ງທ່ານແອ່ງຄຳໄດ້ເລົ່າວ່າ:

ເປັນຈັ່ງໂຊກ ໝົດທຸກຄົນກໍໄດ້ໄປຮອດສູນອົບພະຍົບໃນຟີລິບປິນຢ່າງປອດໄພແລະສາເຫດທີ່ພວກຊາວລາວອົບພະຍົບຕ້ອງໄປຢູ່ສູນໃນຟີລິບປິນກ່ອນຈະໄດ້ໄປອາເມຣິການັ້ນ ທ່ານແອ່ງຄຳ ໄດ້ອະທິບາຍວ່າ ເພື່ອຮຽນພາສາອັງກິດເສຍກ່ອນ ແລະຄອບຄົວຂອງລາວໄດ້ອາໄສຢູ່ໃນສູນບໍ່ດົນ ຈຶ່ງໄດ້ອອກເດີນທາງໄປລົງນະຄອນແຊນແຟຣນຊິສໂກ ລັດຄາລີຟໍເນຍ ແລ້ວຕໍ່ຍົນໄປນະຄອນຊິຄາໂກ ລັດອີລລີນອຍ ຂອງສະຫະລັດ ໃນເດືອນກຸມພາ 1983 ຊຶ່ງເປັນສະຖານທີ່ບ່ອນນ້າບາວແລະນ້າສາວຂອງລາວ ໄດ້ຕັ້ງຖິ່ນຖານ ແລະກໍໄດ້ມີຄອບຄົວຊາວອາເມຣິກັນ ເປັນຜູ້ອຸບປະຖຳ ຫຼື ສະປ່ອນເຊີ້ ມາຕ້ອນຮັບ ແລະກໍໄດ້ນັດພົບກັບນ້າບາວແລະນ້າສາວຂອງລາວ ທັງສອງຝ່າຍໄດ້ຕົກລົງກັນໃຫ້ຄອບຄົວຂອງທ່ານແອ່ງຄຳ ໄປອາໄສຢູ່ກັບນ້າບ່າວນ້າສາວ ໃນນະຄອນຊິຄາໂກ ອີງຕາມການກ່າວຂອງທ່ານແອ່ງຄຳ.

ທ່ານແອ່ງຄຳ ໄດ້ເລີ້ມເຂົ້າໂຮງຮຽນຊັ້ນປໍ 7 ຕາມອາຍຸຂອງລາວໃນເວລານັ້ນ ແລະໄດ້ຮ່ຳຮຽນມາຈົນຈົບຊັ້ນມັດທະຍົມປາຍ ແລ້ວຄອບຄົວຂອງລາວ ກໍໄດ້ຍົກຍ້າຍໄປຢູ່ເມືອງ ໂຄໂນເວີ ລັດຄາໂຣໄລນາເໜືອ ໃນປີ 1989 ດັ່ງທີ່ລາວໄດ້ອະທິບາຍວ່າ :

ແລະລາວກໍໄດ້ໄປຮ່ຳຮຽນຕໍ່ວິທະຍາໄລເອກະຊົນ ໃນຂະແໜງວິສະວະກຳກົນຈັກ ໂດຍທຶນຂອງຕົນເອງແລະພໍ່ແມ່ ຊຶ່ງລາວເອງກໍໄປເຮັດວຽກ ຢູ່ທີ່ຮ້ານອາ ຫານຂອງພີ່ນ້ອງຢູ່ທີ່ລັດເມນ ໃນລະຫວ່າງການພັກສົກຮຽນເປັນປະຈຳ ມາໄດ້ ປີເຄິ່ງ ຈົນວ່າທຶນຮອນໝົດແລ້ວກໍຢຸດການສຶກສາ ລາວຈຶ່ງໄດ້ຊອກຫາວິທີທາງສ້າງເນື້ອສ້າງຕົວດ້ວຍການເຂົ້າສະໝັກເປັນທະຫານມາຣີນຂອງສະຫະລັດ ໃນເດືອນກັນຍາ ປີ 1993 ແຕ່ຍ້ອນການຝຶກຊ້ອມເປັນທະຫານມາຣີນນັ້ນ ໜັກໜາສາຫັດຫຼາຍສຳລັບຮ່າງກາຍຂອງທ່ານແອ່ງຄຳ ດັ່ງທີ່ລາວໄດ້ກ່າວໃຫ້ຟັງວ່າ:

ເມື່ອໄດ້ຖືກປົດອອກຈາກທະຫານມາຣີນ ຍ້ອນສາເຫດຮ່າງກາຍໄດ້ຮັບບາດເຈັບແລະບໍ່ສາມາດຝຶກແອບໄດ້ອີກຕໍ່ໄປ ທ່ານແອ່ງຄຳ ໄດ້ສະແດງຄວາມຮູ້ໃຫ້ຟັງ ກ່ຽວກັບເລື້ອງນີ້ ວ່າ:

ເຖິງແມ່ນວ່າ ທ່ານແອ່ງຄຳ ໄດ້ປະສົບກັບອຸຸປະສັກຕ່າງໆນາໆມາໃນຊີວິດ ບໍ່ວ່າ ຈະຈາກອຸປະຕິເຫດລົດເມຂວ້ຳລອດຊີວິດມາໄດ້ ແລະດ້ານບັນຫາເສັ້ນເອັນຫົວເຂົ່າທັງສອງຂ້າງຂາດມາແລ້ວກໍຕາມ ແຕ່ລາວກໍຍັງສູ້ຊົນກັບຊີວິດຕໍ່ໄປໂດຍບໍ່ມີຄວາມທໍ້ຖອຍແຕ່ຢ່າງໃດເລີຍ ແລ້ວໃນປັດຈຸບັນນີ້ ລາວກໍໄດ້ສ້າງຄອບຄົວແລະມີລູກສາມຄົນ ເຮັດວຽກຢູ່ທີ່ບໍລິສັດຜະລິດເບຣກທຸກຊະນິດໃຫ້ແກ່ບໍລິສັດເອກະຊົນແຫ່ງນຶ່ງ ໃນເມືອງຄານນາໂປລິສ ລັດຄາໂຣໄລນາເໜືອ ແລະລາວກໍ ໄດ້ໃຫ້ຄຳແນະນຳວ່າ ຖ້າທ່ານໃດທີ່ຢູ່ລັດເວີຈີເນຍຂຶ້ນໄປຫາລັດເມນ ເມື່ອກະສຽນອອກິນເບ້ຍບຳນານ ໃຫ້ຂາຍເຮືອນທີ່ໄດ້ລາຄາສູງກວ່າ 5 ແສນຂຶ້ນໄປນັ້ນ ແລ້ວມາຢູ່ລັດຄາໂຣໄລນາເໜືອ ຊຶ່ງທ່ານສາມາດຊື້ເຮືອນຫຼັງໃຫຍ່ພ້ອມກັບດິນກວ້າງໃນລາຄາ 2 ແສນຫາ 3 ແສນໂດລາ ຄ່າຄອງຊີບກະຖືກ ມີສະຖານທີ່ທ່ອງທ່ຽວທຳມະຊາດແລະນ້ຳຕົກຫຼາຍແຫ່ງທາງກ້ຳຕາເວັນຕົກ ແລະມີທະເລທາງກ້ຳຕາເວັນອອກ. ນອກນັ້ນຍັງມີຊຸມຊົນຊາວລາວຫຼາຍສົມຄວນ ມີວັດລາວສອງແຫ່ງໃກ້ເມືອງຂອງລາວນຳດ້ວຍ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດທ່ານແອ່ງຄຳ ຈັນທິລາດ ຜູ້ທີ່ໄດ້ຜ່ານຜ່າອຸປະສັກຕ່າງໆນາໆ ຈົນໃນທີ່ສຸດກໍຕັ້ງເນື້ອຕັ້ງຕົວເປັນພົນລະເມືອງຄານນາໂປລິສ ຂອງລັດຄາໂຣໄລນາເໜືອ ມາເຖິງປັດຈຸບັນນີ້. ເຊີນພົບກັບພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ອາທິດໜ້າເວ ລາດຽວກັນນີ້.

XS
SM
MD
LG