ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍການຊຸມຊົນ ລາວ ໃນທະວີບ ອາເມຣິກາ ສຳພາດ ນັກສຶກສາທຶນ Fulbright ນາງ ວຽງສະຫວັນ ໄຊຈະເລີນ


ວຽງສະຫວັນ ຊົມທີວທັດຢູ່ ແກຣນ ແຄນຢອນ.
ວຽງສະຫວັນ ຊົມທີວທັດຢູ່ ແກຣນ ແຄນຢອນ.

ໃນລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີ​ໂອ​ເອພາກພາສາລາວແລງວັນອາທິດມື້ນີ້ ນາງ ວຽງສະຫວັນ ໄຊຈະເລີນ ນັກສຶກສາ ລາວ ຢູ່ເມືອງ ແມນເຊັສເຕີ ລັດ ນິວ ແຮມເຊີ ຈະມາລົມສູ່ຟັງກ່ຽວກັບຮໍ່າຮຽນ ແລະ ອາໄສຢູ່ ສະຫະລັດ, ເຊິ່ງ ພຸດທະສອນ ຈະນໍາເອົາບົດສຳພາດມາສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

ບັນດາທ່ານຜູ້ຟັງທີ່ເຄົາລົບປົກກະຕິແລ້ວ ພວກເຮົາຈະໄດ້ຟັງການສຳພາດຂອງຄົນລາວທີ່ອາໄສຢູ່ໃນ ສະຫະລັດ ກ່ຽວກັບ ການໃຊ້ຊີວິດຂອງເຂົາເຈົ້າ, ແລະ ຊຸມຊົນທີ່ເຂົາເຈົ້າອາໄສຢູ່ໃນ ທະວີບອາເມຣິກາ, ແຕ່ມື້ນີ້ຂ້າພະເຈົ້າໄດ້ຮັບໂອກາດພິເສດສຳພາດສາສຶກສາຄົນເກັ່ງມາຈາກປະເທດ ລາວ, ເຊິ່ງຕອນນີ້ ລາວກຳລັງສຶກສາຢູ່ມະຫາວິທະຍາໄລ່ແຫ່ງນຶ່ງໃນເມືອງ ແມນເຊັສເຕີ ລັດ ນິວແຮມເຊີ. ເຊີນທ່ານມາຮູ້ຈັກກັບລາວເລີຍ.

ວຽງສະຫວັນ ເປັນນຶ່ງໃນນັກສຶກສາລາວ 4 ຄົນທີ່ເສັງໄດ້ທຶນການສຶກສາຂອງ ສະຫະລັດ, ເຊິ່ງທຶນນີ້ຈະມີການແຂ່ງຂັນກັນກັບຄົນໃນທົ່ວປະເທດ ລາວ. ຄົນທີ່ເສັງໄດ້ທຶນດັ່ງກ່າວນີ້ແມ່ນຖືກວ່າເປັນນຶ່ງໃນຄົນທີ່ເກັ່ງ ແລະ ສະຫຼາດຫຼາຍ.

ວຽງສະຫວັນ ຖ່າຍຮູບໂດດຢູ່ຕໍ່ໜ້າຕຶກຫໍລັດຖະສະພາ ສະຫະລັດ.
ວຽງສະຫວັນ ຖ່າຍຮູບໂດດຢູ່ຕໍ່ໜ້າຕຶກຫໍລັດຖະສະພາ ສະຫະລັດ.

ວຽງສະຫວັນ ຖ່າຍຮູບໃກ້ກັບເທພີເສລີພາບ, ນະຄອນ ນິວຢອກ.
ວຽງສະຫວັນ ຖ່າຍຮູບໃກ້ກັບເທພີເສລີພາບ, ນະຄອນ ນິວຢອກ.


ນັກສຶກສາມະຫາວິທະຍາໄລໃນ ສະຫະລັດ ແມ່ນຈະຮຽນໜັກຫຼາຍ, ໂດຍສະເພາະນັກສຶກສາທຶນລັດຖະບານ. ເຊິ່ງເຂົາເຈົ້າມີແຕ່ຈະຮຽນ ແລະ ບໍ່ສາມາດໄປເຮັດວຽກເສີມໄດ້.

ການໄປສຶກສາຢູ່ຕ່າງປະເທດແມ່ນຄວາມຝັນຂອງໝົດທຸກຄົນ. ການໄດ້ໄປຮຽນຢູ່ຕ່າງປະເທດຈະເປັນໂອກາດໃນການພັດທະນາຕົນເອງ, ຄົ້ນຫາສິ່ງໃໝ່ເຂົ້າໃນປະສົບການຊີວິດ ແລະ ກໍຍັງເປັນການພິສູດເຖິງຄວາມສາມາດທີ່ຈະເພິ່ງພາອາໄສຕົນເອງ ໃນເວລາທີ່ດຳລົງຢູ່ຕາມລຳພັງຢູ່ຕ່າງປະເທດ. ດັ່ງທີ່ ວຽງສະຫວັນ ໄດ້ກ່າວຕໍ່ໄປນີ້

ການສຶກສາປະລິຍາໂທຈະໃຊ້ເວລາຢູ່ປະມານ 2 ປີ. ນັກສຶກສາທີ່ຮຽນຈົບຈາກ ສະຫະລັດ ສ່ວນຫຼາຍຈະມີໂອກາດໃນການຫາວຽກໄດ້ດີບໍ່ວ່າຈະເປັນປະເທດຂອງຕົນເອງ ຫຼື ຢູ່ໃນ ສະຫະລັດ.

ປັດຈຸບັນນີ້ ວຽງສະຫວັນ ແມ່ນກຳລັງຮຽນທາງອອນໄລນ໌ ຍ້ອມໂຣກລະບາດໄວຣັສໂຄໂຣນາ. ລາວເວົ້າວ່າໄດ້ເລີ່ມຮຽນຕັ້ງແຕ່ເດືອນມີນາ ຈົນເຖິງປັດຈຸບັນ. ວຽງສະຫວັນ ບອກວ່າ ການຮຽນອອນໄລນ໌ ແມ່ນທ້າທາຍ ແລະ ຍາກຫຼາຍ. ເວລາຮຽນຢູ່ໃນຫ້ອງລາວສາມາດຖາມທຸກຄຳຖາມທີ່ຂ້ອງໃຈໄດ້ ແຕ່ວ່າຮຽນອອນໄລນ໌ເວລາທີ່ຈະລົມກັບອາຈານແມ່ນບໍ່ສະດວກ ແລະ ຫໍສະໝຸດແມ່ນໄດ້ ປິດໝົດ. ຂໍ້ມູນສຳລັບບົດຮຽນຕ່າງໆແມ່ນມີແຕ່ໄດ້ເຂົ້າຊອກຫາທາງຄອມພິວເຕີເທົ່ານັ້ນ.

ວຽງສະຫວັນ ໄປທ່ຽວກັບໝູ່ຢູ່ເມືອງ ຟິລາແດລເຟຍ, ລັດ ເພັນຊິລເວເນຍ.
ວຽງສະຫວັນ ໄປທ່ຽວກັບໝູ່ຢູ່ເມືອງ ຟິລາແດລເຟຍ, ລັດ ເພັນຊິລເວເນຍ.

ລັດ ນິວແຮມເຊີ ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງ ສະຫະລັດ ຕິດກັບປະເທດ ການາດາ ແລະ ເມືອງ ແມນເຊັສເຕີ ໃນລັດດັ່ງກ່າວກໍເປັນເມືອງທີ່ນ້ອຍ ມີປະຊາກອນປະມານ 110,000 ກວ່າຄົນ.

ລັດດັ່ງກ່າວມີປະຊາກອນຫຼາຍເຊື້ອຊາດຜິວພັນຄືລັດອື່ນໆ ແລະ ອາຫານການກິນກໍ່ຫຼາກຫຼາຍ, ແຕ່ມັນກໍບໍ່ໄດ້ໝາຍຄວາມວ່າອາຫານດັ່ງກ່າວນັ້ນຈະມີທຸກປະເພດ ຫຼື ຫາໄດ້ງ່າຍ. ໂດຍສະເພາະອາຫານລາວ, ເຄື່ອງປຸງຕ່າງໆແມ່ນຕ້ອງໄດ້ໄປຊື້ຢູ່ຕະຫຼາດອາຫານສາກົນ.

ເມືອງ ແມນເຊັສເຕີ ເປັນເມືອງທີ່ດີຫຼາຍສຳລັບການດຳລົງຊີວິດ. ມັນມີຊຸມຊົນທີ່ມີຄວາມຫຼາກຫຼາຍ, ມີຫຼາຍວັດທະນະທຳ, ພ້ອມດ້ວຍສິ່ງແວດລ້ອມອ້ອມຂ້າງທີ່ດີ, ມີສະຖານທີ່ບັນເທີງ ແລະ ບ່ອນທ່ຽວຊົມຕ່າງໆ.

XS
SM
MD
LG