ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ຊາ​ລີ ສິດ​ທິ​ສົມ​ພອນ ຕັດ​ສິນ​ໃຈ​ສ່ຽງ​ຊີ​ວິດ ລອຍ​ຂ້າມ​ນ້ຳ​ຂອງ ໄດ້​ມາ​​ສ້າງຊີ​ວິດ​ໃໝ່ ທີ່​ດີກວ່າໃນ ສ​ຫລ ດັ່ງ​ໃຈ​ຫວັງ


ທ່ານ ຊາ​ລີ ສິດ​ທິ​ສົມ​ພອນ, ດີດ​ກິ​ຕາ ຢູ່​ໃກ້​ກັບ​ພູ​ຫີນ​ແດງ ຫລື ໃນ​ລັດ​ເນ​ວະ​ດາ ຊຶ່ງ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ແຫ່ງ​ນຶ່ງ​ທີ່​ໂດ່ງ​ດັງ​ຂອງ ສ​ຫລ
ທ່ານ ຊາ​ລີ ສິດ​ທິ​ສົມ​ພອນ, ດີດ​ກິ​ຕາ ຢູ່​ໃກ້​ກັບ​ພູ​ຫີນ​ແດງ ຫລື ໃນ​ລັດ​ເນ​ວະ​ດາ ຊຶ່ງ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ແຫ່ງ​ນຶ່ງ​ທີ່​ໂດ່ງ​ດັງ​ຂອງ ສ​ຫລ

ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນລາວໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະ​ເອົາການສຳ ພາດກັບທ່ານຊາ​ລີ ສິດ​ທິ​ສົມ​ພອນ ຈາກ​ແຂ​ວງ​ສະ​ຫວັນ​ນະ​ເຂດ ທີ່​ໄດ້ມາຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ນະ​ຄອນລັ​ສ ເວ​ກັ​ສ, ລັດ​ເນ​ວາ​ດາ, ທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ ແຕ່​ປີ 1980​ ຊຶ່ງ​ທ່ານ​ໄດ້​ກາຍ​ເປັນຜູ້​ນຳ​ປະ​ຊາ​ຄົມ​ລາວ ​ຜູ້​ຫ້າວ​ຫັນ ແລະ​ປະ​ກອບ​ສ່ວນ​ຊ່ວຍ​ເຫລືອ​ສັງ​ຄົມຈົນເປັນ​ທີ່​ຮູ້​ຈັກ​ກັນ​ດີ ​ສຳ​ລັບ​ຊຸມ​ຊົນ​ລາວໃນ​ລັດ​ດັ່ງ​ກ່າວ ​ລາຍ​ລະ​ອຽດຈະ​ເປັນ​ແນວ​ໃດ​ນັ້ນ ຂໍ​ເຊີນ​ທ່ານ​ໄປ​ຟັງຈາກບົວ​ສະ​ຫວັນໄດ້ ​ໃນອັນດັບຕໍ່ໄປ.

​ທ່ານ​ຊາ​ລີ ທີ່​ເປັນ​ປະ​ທານ​ວັດ​ລາວ ແຫ່ງ​ນຶ່ງ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ບຸນ​ປີ​ໃໝ່​ລາວ
​ທ່ານ​ຊາ​ລີ ທີ່​ເປັນ​ປະ​ທານ​ວັດ​ລາວ ແຫ່ງ​ນຶ່ງ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ບຸນ​ປີ​ໃໝ່​ລາວ

ສະ​ຫະ​ລັດອາ​ເມ​ຣິ​ກາ​ຕັ້ງ​ແຕ່​ໃດ​ມາ​ແມ່ນມີຜູ້​ຄົນ​ຈາກຫລາ​ຍາ​ພາກ​ຂອງ​ໂລກ ດັ້ນ​ດົ້ນມາ​ຫາ​ ຊຶ່ງ​ຫລາຍ​ຄົນ​ກໍ​ໄດ້ສ່ຽງ​ໄພມາ ເພື່ອຢາກມາ​ຫາໂອກາດສ້າງ​ຊີ​ວິດໃໝ່​ທີ່​ດີກວ່າ​ເກົ່າ. ເຊັ່ນ​ດຽວ​ກັນ ທ່ານຊາ​ລີ ສິດ​ທິ​ສົມ​ພອນ, ໜຸ່ມ​ລາວ​ທີ່​ເປັນ​ລູກ​ຊາຍ​ຂອງ​ອະ​ດີດ​ນາຍ​ຕຳ​ຫລວດ ໃນສ​ະ​ໄໝກ່ອນ 1975 ​ນັ້ນ​ ກໍໄດ້ຕັດ​ສິນ​ໃຈ​ສ່ຽງ​ຊີ​ວິດ​ລອຍ​ຂ້າມ​ນ້ຳ​ຂອງ ໄປ​ຢູ່​ສູນ​ອົບ​ພະ​ຍົບ​ໃນ​ປະ​ເທດ​ໄທ ເພື່ອລໍ​ຖ້າ​ໂອ​ກາດ ມາສ້າງ​ຄວາມ​ກ້າວ​ໜ້າ​ຢູ່​ໃນ​ສະ​ຫະ​ລັດ ແລະທ່ານ​ກໍ​ໄດ້​ມາ​ຮອດນະ​ຄອນ ​ລັ​ສ ເວ​ກັ​ສ ​ໃນປີ1980 ດັ່ງໃຈ​ຫວັງ ຊຶ່ງ​ທ່ານ​ໄດ້​ເລົ່າເລື້ອງນີ້​ສູ່​ວີ​ໂອ​ເອ​ຟັງ​ວ່າ:

​ທ່ານ ຊາ​ລີ ແລະ​ພັນ​ລະ​ຍາ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ທີ່​ລັ​ສ ເວ​ກັ​ສ
​ທ່ານ ຊາ​ລີ ແລະ​ພັນ​ລະ​ຍາ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ທີ່​ລັ​ສ ເວ​ກັ​ສ

ເໝືອນ​ດັ່ງ​ຊາວ​ອົບ​ພະ​ຍົບທົ່ວ​ໄປ​ທີ່ມາ​ສ້າງ​ຊີ​ວິດ​ໃໝ່​ຢູ່ໃນ​ຕ່າງປະ​ເທດທີ່​ມີ​ພາ​ສາ ແລະ​ວັດ​ທະ​ນະ​ທຳ​ແຕກ​ຕ່າງ​ກັບ​ປະ​ເທດ​ຕົນ​ເອງນັ້ນ ໃນ​ຂັ້ນ​ຕົ້ນ ທ່ານ​ຊາ​ລີ ກໍຕ້ອງ​ສູ້​ຊົນຫາ​ລ້ຽງ​ຊີບ​ຕົນ​ເອງໂດຍບໍ່​ໄດ້​ເຂົ້າ​ຮຽນ​ຕໍ່ ເພາະ​ຢູ່​ໃນ​ນະ​ຄອນ​ແຫ່ງນັ້ນ ບໍ່​ໄດ້​ມີ​ອົງ​ການ​ຊ່ວຍ​ເຫລືອ​ອົບ​ພະ​ຍົບ​ເໝືອນ​ກັບ​ລັດ​ອື່ນໆ ​ດັ່ງ​ທີ່​ທ່ານ​ເລົ່າ​ໃຫ້​ຟັງ​ວ່າ:

​ທ່ານ​ຊາ​ລີ ຮ້ອງເພັງ​ຮ່ວມ​ກັບ​ນັກ​ຮ້ອງ​ຍິງ​ໃນ​ງານ​ລ້ຽງ​ງານ​ນຶ່ງ ໃນ​ລ​ັ​ສ ເວ​ກັ​ສ
​ທ່ານ​ຊາ​ລີ ຮ້ອງເພັງ​ຮ່ວມ​ກັບ​ນັກ​ຮ້ອງ​ຍິງ​ໃນ​ງານ​ລ້ຽງ​ງານ​ນຶ່ງ ໃນ​ລ​ັ​ສ ເວ​ກັ​ສ

ແຕ່​ຢ່າງ​ໃດ​ກໍ​ຕາມ ເນື່ອງ​ຈາກວ່າ ນະ​ຄອນ​ລັດ​ສ​ເວ​ກັ​ສ ທີ່​ເປັນ​ສູນ​ແຫ່ງກາງ​ທ່ອງ​ທ່ຽວ​ ແລະ​ບັນ​ເທີງ​ທີ່​ໂດງ​ດັງ​ຂອງ​ໂລກ​ແຫ່ງ​ນຶ່ງ ແມ່ນມີວຽກ​ເຮັດ​ງານ​ທຳ ຫລາຍ​ຢ່າງໃຫ້​ແກ່​ແຮງ​ງານ​ທີ່ບໍ່​ມີ​ຄວາມ​ຄ່ອງ​ແຄ້ວ​ດ້ານ​ພາ​ສາ​ອັງ​ກິດ​ ຫລື ບໍ່​ໄດ້​ຮັບ​ການ​ສຶກ​ສາ​ສູງ ຊຶ່ງ​ລວມ​ທັງ​ອົບ​ພະ​ຍົບຈາກ​ລາວ ແລະ​ປະ​ເທ​ດ​ອື່ນທັງຫຼາຍ ຈຶ່ງ​ເປັນ​ບ່ອນ​ທີ່​ເຮັດ​ໃຫ້​ຄົນ ປະ​ກອບ​ອາ​ຊີບ​ໄດ້​ງ່າຍກວ່າ​ເມືອງອື່ນ ດັ່ງ​ທີ່​ທ່ານ​ຊາ​ລີ ເລົ່າ​ສູ່​ຟັງ​ວ່າ:

ທ່ານ​ຊາ​ລີ ສິດ​ທິ​ສ​ົມ​ພອນ ແລ​ະ​ພັນ​ລະ​ຍາ
ທ່ານ​ຊາ​ລີ ສິດ​ທິ​ສ​ົມ​ພອນ ແລ​ະ​ພັນ​ລະ​ຍາ

ນະ​ຄອນ​ລັ​ສ​ ເວ​ກັ​ສທີ່​ຕັ້ງ​ຢູ່​ໃນ​ລັດ​ເນ​ວະ​ດາ ເປັນ​ດິ​ນ​ແດນ​ທີ່ແຫ້ງ​ແລ້ງ ແລະ​ມິ​ທະ​ເລ​ຊາຍ ສະ​ນັ້ນ​ລັດ​ຖະ​ບານ​ສະ​ຫະ​ລັດອາ​ນຸ​ຍາດ​ໃຫ້ສ້າງເມືອງ​ດັ່ງ​ກ່າວ ໃຫ້​ເປັນສູນ​ກາງ​ແຫ່ງ​ການ​ທ່ອງ​ທ່ຽວ ແລະການ​ພະ​ນັນ​ແບບ​ຖືກ​ກົດ​ໝາຍ ແລະມີ ການ​ຄຸ້ມ​ຄອງ​ດີ. ພະ​ນັກ​ງານ​ເຮັດ​ວຽກ​ໃນ​ຂະ​ແໜງ​ອຸດ​ສະ​ຫະ​ກຳ​ໃນ​ຂະ​ແໜງນີ້​ກໍ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ, ການ​ປົກ​ປ້ອງ​ຈາກ​ອົງ​ການກຳ​ມະ​ບານຂອງ​ແຮງ​ງານອາ​ເມ​ຣິ​ກັນ ແລະ​ໄດ້​ຮັບ​ສະ​ຫວັດ​ດີ​ການ​ດີ ດັ່ງ​ທີ່​ທ່ານ​ຊາ​ລີ ເລົ່າ​ກໍ​ລະ​ນີ​ຂອງ ທ່ານ​ກໍ​ຄື​ແຮ​ງ​ງານ​ທົ່ວ​ໄປ ​ຢູ່​ໃນ​ນະ​ຄອນ​ໃຫຍ່​ແຫ່ງນັ້ນສູ່​ຟັງ​ວ່າ:

ລັ​ສເວ​ກັ​ສ ເປັນ​ເມືອງ​ໃຫຍ່​ທີ່​ເຕັມ​ໄປ​ດ້ວຍ​ໄຟ​ແສງ​ສີ ແລະ​ມີ​ຄວາມ​ປອດ​ໄພ​ສູງ ແລະ​ເນື່ອງ​ຈາກວ່າ ຄົນ​ສ່ວນ​ໃຫຍ່​ໃນ​ເມືອງນັ້ນເຮັດ​ວຽກ​ໃນ​ຂະ​ແໜງບໍ​ລິ​ກາ​ນັກ​ທ່ອງ​ທ່ຽວທີ່​ມັກ​ໄປ​ທ່ຽວນະ​ຄອນທີ່​ສີ​ວິ​ໄລ​ງົດ​ງາມ​ແຫ່ງນັ້ນ ໃນ​ວັນ​ທ້າຍ​ສັບ​ປະ​ດາ ສະ​ນັ້ນຜູ້​ຄົນ​ສ່ວນ​ໃຫຍ່​ຈຶ່ງ​ບໍ່​ມັກ​ພັກ​ການ​ໃນ​ວັນ​ທ້າຍ​ສັບ​ປະ​ດາ ແຕ່​ພັກ​ວັນ​ພະ​ດ ແລະ​ວັນ​ພະ​ຫັດແທນ.

ບຸນບັ້ງ​ໄຟ ທີ​ວັດ​ລາວ​ແຫ່ງ​ນຶ່ງ​ໃນນະ​ຄອນ​ລັ​ສ ເວ​ກັ​ສ ທີ່​ທ່ານຊາ​ລີ ເປັນຜູ້​ນຶ່ງ​ໃນ​ຄະ​ນະ​ນຳ​ພາຈັດ​ງານ​ບຸນນີ້​
ບຸນບັ້ງ​ໄຟ ທີ​ວັດ​ລາວ​ແຫ່ງ​ນຶ່ງ​ໃນນະ​ຄອນ​ລັ​ສ ເວ​ກັ​ສ ທີ່​ທ່ານຊາ​ລີ ເປັນຜູ້​ນຶ່ງ​ໃນ​ຄະ​ນະ​ນຳ​ພາຈັດ​ງານ​ບຸນນີ້​

ເນື່ອງ​ຈາກ​ມີ​ວຽກ​ເຮັດ​ງານ​ທຳ​ອັນ​ດີ​ມັນ​ຈຶ່ງ​ດຶງ​ດູດ​ເອົາຄົນ​ລາວ ໃຫ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ​ເມືອງ​ດັ່ງ​ກ່າວຫລາຍ ຊຶ່ງ​ປັດ​ຈຸ​ບັນກໍມີ​ປະ​ມານ 4,000 ຄົນ​, ອີງ​ຕາມ ທ່ານ​ຊາ​ລີ.

ຄົນລາວບໍ່​ວ່າ​ຈະ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃສກໍຕາມ ຈະ​ນຳ​ເອົາ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຕົນ​ໄປ​ນຳ. ສ່ວນທ່ານ​ຊາ​ລີ ຊຶ່ງ​ເປັນ​ຜູ້​ນຶ່ງ​ທີ່​ໄປ​ຕັ້ງ​ຖິ່ນ​ຖານ​ໃນ​ນະ​ຄອນນັ້ນໃນ​ກຸ່ມ​ທຳ​ອິດ ແລະ​ເປັນ​ຜູ້​ມີ​ພອນ​ສະ​ຫວັນ​ໃນ​ດ້ານ​ສິນ​ລະ​ປະ​ຮ້ອງ​ເພັງ​ທ່ານ​ຈຶ່ງເປັນ​ຄົນ​ນຶ່ງທີ່​ນຳ​ພາ​ຊຸມ​ຊົນ​ລາວໃນ​ນະ​ຄອນ​ໃຫຍ່ແຫ່ງ​ນັ້ນ ສ້າງ​ສາວັດລາວຂຶ້ນ 2 ແຫ່ງ ​ຊຶ່ງ​ທ່ານ​ເລົ່າ​ສູ່​ຟັງ​ວ່າ:

ນອກນັ້ນ​ແລ້ວ ຊຸ​ມ​ຊົນ​ລາວທີ່​ມີ​ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີ​ກັນ​ດີ ກໍໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ນາງ​ງາມ​ທີ່​ເດີນ​ທາງ​ມາ​ຈາກ​ປະ​ເທດລາວ ເພື່ອມາ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ​ໃນ​ສະ​ຫະ​ລັດເກືອບ​ວ່າທຸກ​ຄັ້ງ​ເຄີຍ ແລະ​ຄັ້ງ​ຫລ້າ​ສຸດ​ ກໍ​ຄື​ເມື່ອ​ສອງ​ອາ​ທິດກ່ອນ​ໜ້ານີ້ ກໍໄດ້ໃຫ້​ການ​ຕ້ອນ​ຮັບ ແລະ​ຈັດ​ງານ​ບາ​ສີ​ສູ່​ຂວັນ​ໃຫ້ແກ່​ນາງ​ປ່າເຢັງ ຊາ ລໍ, ນາງ​ງາມ​ຈາກ​ລາວທີ່​ເດີນ​ທາງ​ໄປ​ແຫວ່​ ລັ​ສ ເວ​ກັ​ສ ​ກ່ອນ​ທີ່ນາງ​ແລະ​ຄະ​ນະ ຈະ​ເດີນ​ທາງ​ໄປ​ປະ​ກວດ​ນາງ​ງາມ​ຈັກກະ​ວານ​ທີ່​ຈັດ​ຂຶ້ນ​ໃນ​ວັນເສົາ​ວານນີ້ ໃນເມືອງນີວ​ໂອ​ລີນ​ສ໌, ​ລັດ​ລຸຍ​ເຊຍ​ນາ ດັ່ງ​ທີ່​ທ່ານ​ຊາ​ລີ ເລົ່າເລື້ອງນີ້​ສູ່​ຟັງ​ວ່າ:

ທ່ານ​ສາ​ລີ ປັດ​ຈຸ​ບັນ ​ນອກ​ຈາກ​ມີ​ອາ​ຊີບ​ອັນ​ໝັ້ນ​ຄົງໃນໂຮງ​ຫລິ້ນກາ​ຊີ​ໂນ​ຂະໜາດ​ໃຫຍ່​ແຫ່ງ​ນຶ່ງແລ້ວ ກໍ​ຍັງເປັນ​ຫົວ​ໜ້າວົງ​ດົນ​ຕີ ລາວເວ​ກັ​ສ ​ທີ່​ຜູ້​ຄົນ​ຮູ້​ກັນ​ດີ ແລະ​ເປັນ​ປະ​ທານ​ວັດ​ລາວ​ແຫ່ງ​ນຶ່ງ​ໃນ​ນະ​ຄອນນັ້ນ​ອີກ​ດ້ວຍ. ທ່ານ​ໄດ້ແຕ່ງ​ງານ​ກັບແມ່​ຍິງ​ທີ່​ເປັນ​ເພື່ອນ​ຂອງ​ທ່ານ​ແຕ່​ສະ​ໄໝຢູ່​ລາວ ແລະ​ມີ​ລູກ​ຊາຍນຳ​ກັນ​ສອງ​ຄົນ ຊຶ່ງ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ການ​ສຶກ​ສາ​ ແລະ​ມີ​ວຽກ​ເຮັດ​ງານ​ທຳ​ດີ. ເມື່ອ​ຫວນ​ຄືນ​ເບິ່ງ​ແລ້ວ ທ່ານ​ຊາ​ລີ ​ທີ່​ໄດ້​ຕັດ​ສິນ​ໃຈ​ສ່ຽງ​ຊີ​ວິດ​ລອ​ຍ​ຂ້າມ​ນ້ຳ​ຂອງໄປ​ຍັງ​ຝັ່ງ​ໄທກັບ​ໝູ່​ຊາວ​ໜຸ່ມດ້ວຍ​ກັນນັ້ນ ແມ່ນປະ​ສົບ​ຜົນ​ສຳ​ເລັດ​ສູງ​ດັ່ງ​ໃຈ​ຫວັງ ​ຫລັງຈາກ​ໄດ້​ມີ​ຕັ້ງ​ຖິ່ນ​ຖານໃນ​ນະ​ຄອນ​ລັ​ສ ເວ​ກັ​ສ ຂອງ​ສະ​ຫະ​ລັດ​ແລ້ວ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນເລື້ອງລາວ​ຂອງ​ ທ່ານຊາ​ລີ ສິດ​ທິ​ສົມ​ພອນ ທີ່​ອົບ​ພະ​ຍົບ​ມາຈາກ​ແຂວງສະ​ຫວັນ​ນະ​ເຂດ ແລະ​ໄດ້​ກາຍມາ​ເປັນຜູ້​ນຳ​ທີ່​ສຳ​ຄັນ​ຄົນ​ນຶ່ງຂອງ​ຊຸມ​ຊົນ​ລາວ​ໃນ​ນະ​ຄອນລັ​ສເວ​ກັ​ສ, ລັດເນ​ວະ​ດາ ທີ່​ມີ​ຊື່​ສຽງ​ວ່າ​ເປັນສູນ​ກາງ​ແຫ່ງ​ການ​ບັນ​ເທີງ​ລະ​ດັບ​ໂລກ​. ຂໍເຊີນທ່ານ ຮັບຟັງລາຍການຊຸມຊົນ ຊາວລາວເລື້ອງໃໝ່ ໃນອາທິດໜ້າ ເວລາດຽວກັນນີ້.

ເບິ່ງວີ​ດິ​ໂອ​ການ​ບາ​ສີ​ສູ່​ຂວັນ​ໃຫ້​ແກ່​ນາງ​ປ່າ​ເຢັງ ຊາ​ລໍ ທີ່​ມາ​ຈາກ​ລາວ​ເພື່ອມາ​ປະ​ກວດ​ນາງ​ງາມ​ຈັກ​ກະ​ວານ

XS
SM
MD
LG