ໃນລາຍການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງເປັນລາຍການໃໝ່ຂອງວີໂອເອພາກພາສາລາວ ທີ່ຈະນຳເອົາ ຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຕາມເມືອງແລະລັດຕ່າງໆໃນທົ່ວທະວີບອາເມຣິກາ ມາສະເໜີທ່ານ ຊຶ່ງໃນແລງແລງວັນອາທິດມື້ນີ້ ເຮົາຈະພາທ່ານໄປພົບກັບ ຄົນລາວອາເມຣິກັນທ່ານນຶ່ງ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ນະຄອນແອັດແລນຕາ ລັດຈໍເຈຍ. ໄພສານມີລາຍງານເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານລາວັນ ບົວແພງ ພ້ອມດ້ວຍພັນລະຍາ ຍານາງມາດີ ແລະລູກ 2 ຄົນໄດ້ ເຂົ້າໄປຢູ່ໃນສູນອົບພະຍົບ ຈັງຫວັດອຸບົນ ປະເທດໄທ ຊົ່ວໄລຍະນຶ່ງ ກ່ອນຈະເດີນທາງມາຕັ້ງຖິ່ນຖານຢູ່ສະຫະລັດ ແລະໃນລະຫວ່າງຢູ່ໃນສູນອຸບົນນັ້ນ ທ່ານກໍໄດ້ເຮັດວຽກກັບຫ້ອງການສຳພາດຂອງອາເມຣິກາ ຢູ່ທີ່ນັ້ນ. ທ່ານລາວັນກ່າວວ່າ ທ່ານເດີນທາງມາຫະລັດ ກໍຍ້ອນມີພີ່ນ້ອງ ຢູ່ນະຄອນແອັນແລນຕາ. ທ່ານກ່າວເພີ້ມຕື່ມກ່ຽວກັບເລື້ອງນີ້ວ່າ:
ທ່ານພໍຊິເວົ້າສູ່ຟັງໄດ້ບໍນໍ ຫຼັງຈາກຮຽນພາສາອັງກິດແລະຮຽນພິເສດແລ້ວ ທ່ານໄດ້ເຮັດລ້າເຮັດການຫຍັງເນາະ?
ເວລາທ່ານເດີນທາງເຂົ້າມາຕັ້ງຖິ່ນຖານຢູ່ແອັດແລນຕາໜີ້ ຄົນລາວຢູ່ເຂດນີ້ມີຫຼາຍປານໃດເນາະທ່ານ? ແລະກາປັດຈຸບັນນີ້ ມີຫຼາຍປານໃດ?
ຢາກໃຫ້ທ່ານເວົ້າສູ່ຟັງກ່ຽວກັບຄວາມເປັນຕາໜ້າຢູ່ຂອງນະຄອນແອັດແລນຕາເນາະທ່ານ?
ບັດນີ້ ຢາກໃຫ້ທ່ານເວົ້າສູ່ຟັງ ກ່ຽວກັບຊີວິດການເປັນຢູ່ຂອງຊຸມຊົນລາວໃນນະ ຄອນແອັດແລນຕ້ານໍ ສ່ວນໃຫຍ່ເຂົາເຈົ້າເຮັດລ້າເຮັດການຫຍັງເນາະທ່ານ?
ບັດນີ້ຢາກໃຫ້ທ່ານເວົ້າສູ່ຟັງກ່ຽວກັບເລື້ອງວັດວາສາສະໜາ ຢູ່ໃນເຂດນະຄອນແອັດແລນຕາໜີ້ມີວັດລາວຈັກແຫ່ງ ແລະກໍວັນບຸນວັນສິນເພິ່ນເຮັດຈັງໃດເນາະ?
ທ່ານມີຫຍັງນໍ ຢາກຝາກຝັງໄປຫາທ່ານຜູ້ຟັງຢູ່ທາງເມືອງລາວ?
ນະຄອນແອັດແລນຕາ ເປັນເມືອງເອກ ພ້ອມທັງເປັນເມືອງໃຫຍ່ມີພົນລະເມືອງຫຼາຍກວ່າໝູ່ ແລະກໍເປັນເມືອງສຳຄັນສຸດໃນລັດຈໍເຈຍ ທີ່ຕັ້ງຢູ່ໃນພາກຕາເວັນອອກສຽງໃຕ້ຂອງສະຫະລັດ. ປັດຈຸບັນນີ້ ມີຄົນອາເມຣິກັນເຊື້ອສາຍລາວອາໄສຢູ່ແລະເຮັດວຽກເຮັດການໃນນະຄອນແອັດແລນຕາ ແລະເຂດອ້ອມແອ້ມປະມານຫຼາຍໆພັນຄົນ.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນແມ່ນການໂອ້ລົມກັບທ່ານລາວັນ ສົມແພງ ຢູ່ນະຄອນ ແອັດແລນຕາ ລັດຈໍເຈຍ ສະຫະລັດອາເມຣິກາ.ເຊີນພົບກັບລາຍການຊຸມຊົນລາວໃນທະວີບອາເມຣິກາຂອງເຮົາໄດ້ອີກໃນວັນອາທິດໜ້າເວລາດຽວກັນນີ້.
ເບິ່ງຄວາມເຫັນ (4)
ໂຫລດຄວາມເຫັນ ຕື່ມອີກ