ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ໃນເຂດເມືອງໂປຊາດາ ອາເຈັນຕິນາ ຢູ່ແຕ່ໃນເຮືອນ ຖ້າບໍ່ມີວຽກຈຳເປັນ


ພະທີ່ພາກັນໃສ່ໜ້າກາກ ເພື່ອກັນການລະບາດຂອງໂຄວິດ-19 (ຮູບຈາກເວັບໄຊຂອງພະອາຈານສົມສັກ ອິນທະວິໄລ)
ພະທີ່ພາກັນໃສ່ໜ້າກາກ ເພື່ອກັນການລະບາດຂອງໂຄວິດ-19 (ຮູບຈາກເວັບໄຊຂອງພະອາຈານສົມສັກ ອິນທະວິໄລ)

ຮອງເຈົ້າອາວາດວັດລາວ ໃນເມືອງໂປຊາດາ ແຂວງມິຊິໂອເນສ ປະເທດອາເຈັນຕີນາ ກ່າວວ່າ ຊຸມຊົນລາວໃນເຂດດັ່ງກ່າວ ກໍຄືກັນກັບປະຊາຊົນຢູ່ໃນຫຼາຍໆປະເທດ ໄດ້ຖືກສັ່ງໃຫ້ກັກໂຕ ຢູ່ແຕ່ໃນບ້ານໃນເຮືອນ ນອກຈາກວ່າ ມີທຸລະທີ່ຈຳເປັນເທົ່ານັ້ນ. ພະອາຈານ ສົມສັກ ອິນທະວິໄລ ຮອງເຈົ້າອາວາດ ວັດລາວ ຣັຕນະຣັງສີຍາຣາມ ໃນເມືອງໂປຊາດາ​ ກ່າວວ່າ:

ສຳລັບການເຮັດບຸນສິນກິນທານຫຼືພິທີທາງສາສະໜາອື່ນໆນັ້ນ ພະອາຈານສົມສັກ ກ່າວວ່າ ກໍໄດ້ມີການໂຈະເປັນການຊົ່ວຄາວ ຍ້ອນຄຳສັ່ງດັ່ງກ່າວ ຫ້າມບໍ່ໃຫ້ມີການເຕົ້າໂຮມກັນ ຫຼາຍກວ່າຫ້າຄົນຂຶ້ນໄປ. ພະອາຈານສົມສັກ ກ່າວຕື່ມວ່າ:


ກ່ຽວກັບ ການສະຫຼອງບຸນປີໃໝ່ນັ້ນ ພະອາຈານສົມສັກກ່າວວ່າ ຖ້າຫາກມີການປະກາດຍົກເລີກຄຳສັ່ງຫ້າມ ໃຫ້ອອກນອກບ້ານນອກເຮືອນໃນກາງເດືອນເມສາ ຕາມທີ່ທາງການໄດ້ປະກາດໄປແລ້ວນັ້ນ ການສະຫຼອງບຸນປີໃໝ່ລາວ ກໍອາດຈະຈັດຂຶ້ນໃນທ້າຍເດືອນເມສານີ້ ແຕ່ກໍຈະຂຶ້ນຢູ່ກັບສະພາບການໂຕຈິງ.

XS
SM
MD
LG