ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວກະສິກອນ ປູກກາເຟໃນລາວ ຈະເຫັນຜົນກຳໄລຫຼາຍຂຶ້ນ ໃນປີນີ້


ກະສິກອນຄົນນຶ່ງກຳລັງເກັບໝາກກາເຟ ຢູ່ສວນກາເຟແຫ່ງນຶ່ງ ໃນ​ເມືອງປາກຊ່ອງ ແຂວງຈຳປາສັກ.
ກະສິກອນຄົນນຶ່ງກຳລັງເກັບໝາກກາເຟ ຢູ່ສວນກາເຟແຫ່ງນຶ່ງ ໃນ​ເມືອງປາກຊ່ອງ ແຂວງຈຳປາສັກ.

ການປູກກາເຟໃນລາວຫລຸດລົງ, ຄວາມຕ້ອງການບໍລິໂພກກາເຟພາຍໃນປະເທດເພີ້ມຂຶ້ນ ບວກໃສ່ອັດຕາແລກປ່ຽນເງິນກີບຕໍ່ເງິນຕາຕ່າງປະເທດຫຼຸດ ລົງຫລາຍ ເຮັດໃຫ້ບັນດາກະສິກອນ ປູກກາເຟໃນລາວເຫັນວ່າການເກັບກ່ຽວກາ ເຟຈະນໍາລາຍໄດ້ມາໃຫ້ເຂົາເຈົ້າສູງສົມຄວນໃນປີນີ້. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລາວເປັນປະເທດທີ່ສົ່ງອອກກາເຟ ອັນດັບທີ 23 ຂອງໂລກ ແລະກາເຟລາວກວມເອົາປະມານ 0.4 ເປີເຊັນ ຂອງຕະຫລາດກາເຟໂລກ ອີງຕາມເວັບໄຊ The Coffee Maven ຊຶ່ງເປັນອົງການບໍ່ຫວັງຜົນກໍາໄລຂອງສະຫະລັດ. ແຕ່ຢ່າງໃດກໍຕາມ ປະລິມານການສົ່ງອອກກາເຟຂອງລາວ ມີທ່າອ່ຽງຫລຸດລົງ ຂະນະທີ່ມູນຄ່າການສົ່ງອອກ ກັບເພີ້ມຂຶ້ນ. ໃນປີ 2021 ລາວສົ່ງອອກກາເຟເກືອບ 30,400 ໂຕນ ໂດຍມີມູນຄ່າ 72 ລ້ານ 590 ພັນກວ່າໂດລາ, ຊຶ່ງເພີ້ມຂຶ້ນ 2 ລ້ານ 2 ແສນກວ່າໂດລາ ເມື່ອທຽບໃສ່ ປີ 2020 ທີ່ສົ່ງກາເຟໃນປະລິມານຫລາຍກວ່າ 35 ລ້ານໂຕນ, ອີງຕາມໂຕເລກຂອງສະມາຄົມກາເຟລາວ. ຕົກມາປີນີ້ ຄາດວ່າປະລິມານ ຂອງການສົ່ງອອກກາເຟລາວ ຈະຫລຸດລົງປະມານ 10 ພັນໂຕນ ຫລື 32 ເປີເຊັນ ຊຶ່ງຈະເຫລືອປະມານ 20,000 ໂຕນເທົ່ານັ້ນ. ທັງນີ້ ກໍເປັນຍ້ອນຫລາຍປັດໄຈ ເຊັ່ນການປ່ຽນແປງໃນຕະຫລາດໂລກ ແລະຜົນຜະລິດໃນປະເທດ ຫລຸດລົງ ກໍຍ້ອນວ່າ ຊາວກະສິກອນລາວ ທີ່ປູກກາເຟ ກໍຫັນໄປປູກພືດອຸດສາຫະກໍາອັນອື່ນ ເຊັ່ນມັນຕົ້ນ ແລະຢາງພາລາແທນ, ອີງຕາມ ທ່ານສີໜຸກ ສີສົມບັດ, ທີ່ປຶກສາປະທານສະມາຄົມກາເຟລາວ.

ດັ່ງທີ່ວີໂອເອ ໄດ້ສະເໜີໄປ ໃນເດືອນມັງກອນຜ່ານມານັ້ນ ລາວວາງເປົ້າໝາຍການເຕີບໂຕຂອງຜະລິດຕະພັນລວມພາຍໃນ (GDP) ໃນປີ 2022 ໄວ້ທີ່ລະ ດັບ 4.2 ເປີເຊັນ ທຽບໃສ່ປີ 2021 ຊຶ່ງໃນນັ້ນ ຂະແໜງກະສິກຳ ຄາດວ່າຈະຂະຫຍາຍຕົວໃນລະດັບ 2.5 ເປີເຊັນ. ແຕ່ຢ່າງໃດກໍຕາມປາກົດວ່າທາງລັດຖະບານ ກໍບໍ່ໄດ້ມີມາດຕະການສົ່ງເສີມການຜະລິດກາເຟເລີຍ ຈຶ່ງເຮັດໃຫ້ຊາວສວນທີ່ເຄີຍປູກກາເຟຈໍານວນນຶ່ງ ໃນເມື່ອກ່ອນ ຫັນໄປປູກພືດອຸດສະຫະກໍາປະເພດອື່ນແທນ ແລະເຮັດໃຫ້ການຜະລິດດ້ານນີ້ຫລຸດລົງ.

ໝາກກາເຟສີຂາວ ປູກຢູ່ໃນເມືອງປາກຊ່ອງ ແຂວງຈຳປາສັກ.
ໝາກກາເຟສີຂາວ ປູກຢູ່ໃນເມືອງປາກຊ່ອງ ແຂວງຈຳປາສັກ.

ແຕ່ຢ່າງໃດກໍຕາມຄວາມຕ້ອງການບໍລິໂພກກາເຟພາຍໃນປະເທດ ກໍາລັງເພີ້ມຂຶ້ນ, ອີງຕາມທ່ານສີໜຸກ. ພ້ອມກັນນັ້ນ ຄ່າຂອງເງິນກີບຫລຸດລົງຢ່າງວ່ອງໄວ ນັບແຕ່ກາງປີ 2021 ເປັນຕົ້ນມາ ຊຶ່ງກໍຄືອັດຕາແລກປ່ຽນ 1 ໂດລາ ແມ່ນ 9,470 ກີບ ໃນທ້າຍເດືອນ ມິຖຸນາ 2021 ຂຶ້ນເປັນ 11,475 ກີບ ໃນອາທິດແລ້ວນີ້.

ສະພາບການນີ້ ເປັນຜົນພອຍເຮັດໃຫ້ຕົ້ນທຶນການຜະະລິດ ທີ່ຈ່າຍເປັນເງິນກີບຕໍ່າ ເມື່ອທຽບໃສ່ກັບເງິນໂດລາທີ່ເປັນສະກຸນເງິນທີ່ຄິດໄລ່ລາຄາສົ່ງອອກກາເຟ ນັ້ນ. ສະນັ້ນຊາວສວນປູກກາເຟ ຄາດວ່າ ປີນີ້ຈະໄດ້ກໍາໄລດີ ດັ່ງທີ່ ຜູ້ປະກອບການປູກກາເຟທ່ານນຶ່ງໃນເມືອງປາກຊ່ອງ ເມື່ອຖາມເຖິງລາຄາກາເຟນັ້ນ ທ່ານຕອບພວກເຮົາວ່າ:

"ເລີ້ມຕົ້ນກະຍັງສາມສີ່ພັນດີແລ້ວ ກາເຟປີນີ້ ດຽວນີ້ສູງແລ້ວ ໝາກຂາວສີ່ສິບເກົ້າພັນ ເຂົາຕາກແຫ້ງ ແມ່ນສີ່ສິບເກົ້າພັນຕໍ່ກິໂລ ສູງຫັ້ນນແລ້ວ ສົ່ງໃຫ້ບໍລິສັດເຂົາພໍ່ຄ້າ ເຂົາມາຊື້ ມັນຫຼາຍບໍລິສັດຊື້ ຕິແຕ່ບໍ່ມີຂາຍ ມັນສະດວກຢູ່ ຂາຍຫັ້ນນ ມັນເວົ້າແຕ່ລາຄາ ແຕ່ປີນີ້ ລາຄາໂອເຄ ມັນດີຢູ່ລາຄາຄວາມໝາຍຫັ້ນ".

ການປູກກາເຟໃນລາວແມ່ນເລີ້ມຕົ້ນຂຶ້ນຕັ້ງແຕ່ສະໄໝຝຣັ່ງປົກຄອງລາວໃນສັດຕະວັດ ທີ 19 ຢູ່ທີ່ພູພຽງບໍລິເວນ, ເມືອງປາກຊ່ອງ ແຂວງຈໍາປາສັກ. ໃນເມື່ອກ່ອນ ກາເຟໂຣບົສຕາແມ່ນປູກຫລາຍທີ່ສຸດ ແຕ່ວ່າໃນຊຸມປີຫລັງໆມານີ້ ກາເຟອາຣາບິກາ ແມ່ນປູກຫລາຍກວ່າໝູ່ ຊຶ່ງຈະເຫັນໄດ້ຈາກການສົ່ງອອກກາເຟອາ ຣາບິກາ ຂອງລາວ ໃນປີ 2020 ແລະ 2021 ແມ່ນປະມານ 22,670 ໂຕນ ຂະນະທີ່ການສົ່ງອອກກາເຟໂຣບົສຕາ ມີພຽງແຕ່ 10,800 ກວ່າໂຕນ ໃນປີ 2020 ແລະ 5,000 ກວ່າໂຕນ ໃນປີ 2021. ຄວາມຕ້ອງການກາເຟອາຣັບບິກາ ໃນຫວຽດນາມ ຊຶ່ງເປັນຕະຫລາດສົ່ງອອກຫລັກຂອງກາເຟລາວນັ້ນສູງ ຄື ໃນປີ 2020 ແລະ 2021 ຫວຽດນາມນໍາເຂົ້າກາເຟປະເພດນີ້ ຫລາຍເກືອບຮອດ 15,900 ໂຕນ ແລະ 12,100 ກວ່າໂຕນຕາມລໍາດັບ. ບັນດາບໍລິສັດຫວຽດນາມ ແມ່ນຊື້ກາເຟຈາກລາວ ໄປປະສົມໃສ່ກັບກາເຟອື່ນ ຍ້ອນວ່າກາເຟລາວ ມີລາຄາຖືກ, ອີງຕາມ ກຸ່ມບໍລິສັດຜະລິດກາເຟ ດາຍຫ້ວງຖຸຍ (Dai Hoang Thuy) ໃນຫວຽດນາມ ທີ່ກ່າວຕໍ່ວາລະສານ The Diplomat ຊຶ່ງເປັນວາລະສານທາງອອນລາຍ ທີ່ມີສໍານັກງານ ຕັ້ງຢູ່ນະຄອນຫລວງວໍຊິງຕັນ.

ເມື່ອຖາມເຖິງຕະຫລາດສົ່ງອອກກາເຟຂອງລາວນັ້ນ ເຈົ້າໜ້າທີ່ຂັ້ນສູງໃນສະມາຄົມກາເຟລາວ ກໍຕອບວ່າ ຍັງຈະເປັນຕະຫລາດເດີມ ຂະນະທີ່ການຜະລິດກາເຟໃນລາວ ຈະຫລຸດລົງ ຊຶ່ງທ່ານກ່າວດັ່ງນີ້:

“ສ່ວນຫລາຍໄປປະເທດຫວຽດນາມ ໄທແລະກະອີຢູ ສະພາບອີຢູສ່ວນນຶ່ງແມ່ນ ແມ່ນມັນກະເຂົາໄດ້ຫລາຍ ແຕ່ວ່າຜົນຜະລິດມັນຊິຕົກຕໍ່າ”.

ສະຫລຸບແລ້ວຊາວກະສິກອນປູກກາເຟໃນລາວ ຄາດວ່າ ຈະມີລາຍຮັບດີໃນປີນີ້ ເພາະວ່າ ມີຄົນປູກກາເຟໃນປະເທດຫລຸດລົງ ຂະນະທີ່ຄວາມຕ້ອງການກາເຟໃນຕະຫລາດພາຍໃນເພີ້ມຂຶ້ນ ແລະຄວາມຕ້ອງການຈາກຕະຫລາດພາຍນອກຄາດວ່າ ຈະບໍ່ມີການປ່ຽນແປງຫລາຍ.

XS
SM
MD
LG