ລິ້ງ ສຳຫລັບເຂົ້າຫາ

logo-print

ລາວ ຂຶ້ນ​ບັນ​ຊີ​ ສັດ​ປ່າ​ເປັນ 3 ກຸ່ມ ແຕ່​ກໍ​ຍັງ​ອະ​ນຸ​ຍາດ ​ໃຫ້​ລ່າ​ສັດ ເພື່ອເປັນ​ອາ​ຫານຢູ່


ກ້ອງ​ຖ່າຍ​ຮູບ​ສັດ​ປ່າ​ໃນ​ລາວ.

ທາງ​ການ ລາວ ຂຶ້ນ​ບັນ​ຊີ​ສັດ​ປ່າ​ເປັນ 3 ກຸ່ມ​ໂດຍ​ຫ້າມ​ຢ່າງ​ເດັດ​ຂາດ ​ໃນ​ບັນ​ຊີ​ທີ 1, ສ່ວນ​ບັນ​ຊີ​ທີ 2 ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ກ່ອນ​ທຳ​ການ​ລ່າ ແລະ ບັນ​ຊີ​ທີ​ 3 ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ລ່າ ​ເພື່ອ​ເປັນ​ອາ​ຫານ.

ທ່ານ ສຸ​ຊາດ ໄຊ​ຍະ​ກຸ​ມານ ຫົວ​ໜ້າ​ກົມ​ປ່າ​ໄມ້ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ຖະ​ແຫຼງ​ຢືນ​ຢັນ​ວ່າ ເພື່ອ​ປະ​ຕິ​ບັດ​ຕາມ​ອະ​ນຸ​ສັນ​ຍາ​ວ່າ​ດ້ວຍ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ ກ່ຽວ​ກັບ ສັດ​ປ່າ​ທີ່​ໃກ້​ສູນ​ພັນ ຫຼື CITES ທີ່ ສ​ປ​ປ ລາວ ໄດ້​ເຂົ້າ​ຮ່ວມ​ເປັນ​ພາ​ຄີ​ໃນ​ອະ​ນຸ​ສັນ​ຍາ​ນັບ​ແຕ່​ປີ 2004 ເປັນ​ຕົ້ນ​ມາ ລັດ​ຖະ​ບານ ລາວ ກໍ​ໄດ້​ພະ​ຍາ​ຍາມ​ຈັດ​ຕັ້ງ​ປະ​ຕິ​ບັດ​ ໃນ​ທຸກວິ​ທີ​ທາງ ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຂໍ້​ກຳ​ນົດ​ໃນ​ອະ​ນຸ​ສັນ​ຍາ​ດັ່ງ​ກ່າວ ໂດຍ​ຫຼ້າ​ສຸດ​ກໍ​ໄດ້​ມີ​ການ​ຂຶ້ນ​ບັນ​ຊີ​ສັດ​ປ່າ​ ເປັນ 3 ກຸ່ມ​ດ້ວຍ​ກັນ ​ກໍ​ຄື ບັນ​ຊີ​ທີ 1 ເປັນ​ສັດ​ປ່າ​ປະ​ເພດ​ຫວງ​ຫ້າມບໍ່​ໃຫ້​ລ່າ​ຢ່າງ​ເດັດ​ຂ​າດ, ບັນ​ຊີ​ທີ 2 ເປັນ​ສັດ​ປ່າ​ປະ​ເທດ​ອະ​ນຸ​ລັກ​ທີ່​ຈະ​ສາ​ມາດ​ລ່າ​ໄດ້​ໂດຍ​ໄດ້​ຮັບ​ການ​ອະ​ນ​ຸ​ຍາດ​ເປັນ​ກໍ​ລະ​ນີ​ພິ​ເສດ​ຈາກ​ທາງ​ການລາວ ເທົ່າ​ນັ້ນ ແລະ ບັນ​ຊີ​ທີ 3 ເປັນ​ສັດ​ປ່າ ​ປະ​ເທດ​ທີ່​ຜ່ອນ​ຜັນ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ລ່າ ເພື່ອ​ນຳ​ມາ​ເປັນ​ອາ​ຫານ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ ສຸ​ຊາດ ຢືນ​ຢັນ​ວ່າ:
"ເຮົາມີກົດໝາຍຊຶ່ງໄດ້ກຳນົດເລື່ອງພັນທະໜ້າທີ່ໃນການອະນຸລັກ-ປົກປັກຮັກສາ ແລະ ພວກເຮົາກະໄດ້ຜັນຂະຫຍາຍອອກມາເປັນນິຕິກຳລຸ່ມກົດໝາຍຊຶ່ງໄດ້ກຳນົດເປັນບັນຊີ 1 ແມ່ນບັນຊີທີ່ມີຄວາມສ່ຽງທີ່ໃກ້ຈະສູນພັນ ແລະ ໂຕນີ້ພວກເຮົານີ້ຫ້າມເດັດຂາດ ບໍ່ອະນຸຍາດໃຫ້ລ່າ. ບັນຊີ 2 ນີ້ ການຊື້ການຂາຍຕ້ອງມີເງື່ອນໄຂການລ່າ. ບັນຊີ 3 ນີ້ ໝາຍຄວາມວ່າອັນນີ້ນິ ອະນຸຍາດໃຫ້ປະຊາຊົນ ເພາະວ່າມັນຕິດພັນກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າເຮົາຢູ່ເນາະ ຕົວຢ່າງເລື່ອງຫາສັດປ່າມາກິນເປັນອາຫານ."

ທັງ​ນີ້ລັດ​ຖະ​ບານ ລາວ ໄດ້​ເຂົ້າ​ຮ່ວມ ແລະ ເລີ່ມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອ​ການ​ຕ້ານ​ອາ​ຊະ​ຍາ​ກຳ​ຕໍ່​ສັດ​ປ່າ ນັບ​ແຕ່​ປ​ີ 2014 ເປັນ​ຕົ້ນ​ມາ ໂດຍ​ໄດ້​ຂຶ້ນ​ບັນ​ຊີ​ສັດ​ປ່າ ແລະ ສັດ​ນ້ຳ 95 ຊະ​ນິດ. ​ເປັນ​ສັດ​ປ່າ​ຫວງ​ຫ້າມ ແລະ 65 ຊະ​ນິດ​, ເປັນ​ສັດ​ປ່າ​ຄຸ້ມ​ຄອງ​ຕາມ​ກົດ​ໝາຍ ຫາກ​ແຕ່​ວ່າ ​ດ້ວຍ​ຂໍ້​ຈຳ​ກັດ​ໃນ​ດ້ານ​ງົບ​ປະ​ມານ, ​ບຸກ​ຄະ​ລາ​ກອນ ແລະ ເຄື່ອງ​ໄມ້​ເຄື່ອງ​ມື​ທີ່​ທັນ​ສະ​ໄໝ ຈຶ່ງ​ເຮັດ​ໃຫ້​ການ​ປ້ອງ​ກັນ ແລະ ການ​ປາບ​ປາມບໍ່​ສາ​ມາດ​ດຳ​ເນີນ​ການ​ໄດ້​ຢ່າງ​ທົ່ວ​ເຖິງ ທັງ​ຍັງ​ເປັນ​ຊ່ອງ​ທາງ​ທີ່​ຂະ​ບວນ​ການ​ຄ້​າ​ສັດ​ປ່າ ແລະ ພັນ​ພືດ​ຂ​້າມ​ຊາດ​ໃຫ້​ສາ​ມາດ​ສວຍ​ໃຊ້ລາວ ເປັນ​ເຂດ​ຂົນ​ສົ່ງ​ຜ່ານ​ໄປ​ຍັງ​ປະ​ເທດ​ທີ 3 ໄດ້​ຢ່າງກວ້າງ​ຂວາງ​ອີກ​ດ້ວຍ.

ທັງ​ນີ້​ທ່ານ ອັດ​ທະ​ພົນ ຈະ​ເລີນ​ຊັນ​ສາ ຮອງ​ອະ​ທິ​ການ​ບໍ​ດີ​ກົມ​ປ່າ​ໄມ້ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ຢືນ​ຢັນ​ວ່າ ການ​ລັກ​ລອບ​ຕັດ​ໄມ້​ກະ​ຍູງ ຢູ່​ໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຂອງ ໄທ ຍັງ​ເກີດ​ຂຶ້ນ​ເລື້ອຍ​ມາ ແລະ ມີ​ລັກ​ສະ​ນະ​ເປັນ​ຂະ​ບວນ​ການ​ຂ້າມ​ຊາດ ທີ່​ມີ​ການ​ຈັດ​ແບ່ງ​ໜ້າ​ທີ່​ລະ​ຫວ່າງ​ກັນ​ຢ່າງ​ຊັດ​ເຈນ ໂດຍ​ຂະ​ບວນ​ການ​ໃນ ໄທ ຮັບ​ຜິດ​ຊອບ​ການ​ລັກ​ລອບ​ຕັດ​ໄມ້​ກະ​ຍູງ ສ່ວນ​ຂະ​ບວນ​ການ​ຢູ່​ໃນ ລາວ ກໍ​ຮັບ​ເອົາ​ໄມ້​ກະ​ຍູງ​ຈາກ ໄທ ແລະ ຂົນ​ຜ່ານ ລາວ ໄປ ຫວຽດ​ນາມ ສ່ວນ​ຂະ​ບວນ​ການ​ໃນ ຫວຽດ​ນາມ ກໍ​ຈະ​ສົ່ງ​ຕໍ່​ໄປ​ໃຫ້​ຜູ້​ສັ່ງ​ຊື້​ໃນ ຈີນ ຕາມ​ລຳ​ດັບ.

ໃນ​ຊ່ວງ 8 ປີ​ທີ່​ຜ່ານ​ມາ ກົມ​ປ່າ​ໄມ້ ໄທ ສາ​ມາດ​ຈັບ​ກຸມ​ສະ​ມາ​ຊິກ​ຂະ​ບວນ​ການ​ຄ້າ​ໄມ້​ກະ​ຍູງ​ຂ້າມ​ຊາດ​ໄດ້ 6,936 ຄົນ​ຈາກ​ການ​ຈັບ​ກຸມ 9,196 ຄັ້ງ ແລະ ຍຶ​ດ​ໄມ້​ກະ​ຍູງ​ໄດ້ 127,055 ທ່ອນ ຄິດ​ເປັນ​ມູນ​ຄ​່າຫຼາຍກວ່າ 3,070 ລ້ານ​ບາດ ໂດຍ​ເຂດ​ທີ່​ມີ​ການ​ລັກ​ລອບ​ຂົນ​ໄມ້​ກະ​ຍູງ​ອອກ​ຈາກ ໄທ ຫຼາຍ​ທີ່​ສຸດ​ກໍ​ຄື​ເຂດ​ຕິດ​ຕໍ່​ຊາຍ​ແດນ​ລະ​ຫວ່າງ ໄທ ກັບ ລາວ ນັ້ນ​ເອງ.

ນອກ​ຈາກ​ການ​ເປັນ​ທາງ​ຜ່ານ​ຂອງ​ການ​ລັກ​ລອບ​ຂົນ​ສົ່ງ​ໄມ້​ກະ​ຍູງ​ຈາກ ໄທ ໄປ​ຫາ ຫວຽດ​ນາມ ແລະ ຈີນ ດັ່ງ​ກ່າວ​ແລ້ວ ສຳ​ນັກ​ງານ​ເລ​ຂາ​ທິ​ການ CITES ກໍ​ໄດ້​ຈັດ​ສົ່ງ​ໜັງ​ສື​ເຖິງ​ລັດ​ຖະ​ບານ ລາວ ເພື່ອ​ຢ້ຳ​ເຕືອນ​ວ່າ ລາວ ຍັງ​ເປັນ​ປະ​ເທດ​ທີ່​ມີ​ການ​ລັກ​ລອບ​ຄ້າ​ຂາຍ​ສັດ​ປ່າ ແລະ ຊິ້ນ​ສ່ວນ​ສັດ​ປ່າ​ທີ່​ຕ້ອງ​ຫ້າມ​ຕາມ​ອະ​ນຸ​ສັນ​ຍາ CITES ທັງ​ຍັງ​ມີ​ການ​ລັກ​ລອບ​ນຳ​ເຂ​ົ້າ​ຊິ້ນ​ສ່ວນ​ສັດ​ປ່າ​ທີ່​ຕ້ອງ​ຫ້າມ​ເຊັ່ນ ງາ​ຊ້າງ, ນໍແຮດ ຈາກ ອາຟຣິກາ ເພື່ອສົ່ງຕໍ່ໄປຍັງປະເທດທີ 3 ອີກດ້ວຍ ທັງນີ້ໂດຍຫວັງໃຫ້ລັດຖະບານ ລາວ ດຳເນີນມາດຕະການປາບປາມການລັກລອບຄ້າສັດປ່າ
ແລະ ຊິ້ນສ່ວນສັດປ່າຢ່າງເຂັ້ມງວດ ທັງນັ້ນຍັງຢ້ຳອີກດ້ວຍວ່າ ທາງການ ລາວ ຈະລາຍ
ງານຜົນການຈັດຕັ້ງປະຕິບັດຕໍ່ກ​ອງ​ປະ​ຊ​ຖມ​ໃຫຍ່ CITES ໃນ​ປ້າຍ​ປີ 2019 ນີ້​ອີກ​ດ້ວຍ.

ເບິ່ງຄວາມເຫັນ (1)

ຟໍຣັມສະແດງຄວາມເຫັນ ກ່ຽວກັບເລື່ອງນີ້ ອັດແລ້ວ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG