ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນລະເມືອງລາວໄດ້ສະແດງການຄັດຄ້ານຫຼາຍຂຶ້ນຕໍ່ການຕັດສິນຄະດີຕ່າງໆໂດຍຄະນະຜູ້ພິພາກສາຂອງສານປະຊາຊົນ ໃນທົ່ວປະເທດລາວ


ທ່ານນາງວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸງຂອງ ສປປ ລາວ.
ທ່ານນາງວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸງຂອງ ສປປ ລາວ.

ພົນລະເມືອງລາວໄດ້ສະແດງການຄັດຄ້ານຫຼາຍຂຶ້ນຕໍ່ການຕັດສິນຄະດີຕ່າງໆໂດຍຄະນະຜູ້ພິພາກສາຂອງສານປະຊາຊົນ ໃນທົ່ວປະເທດລາວ ເພາະເຫັນວ່າເປັນການຕັດສິນທີ່ບໍ່ບໍລິສຸດ-ຍຸຕິທໍາ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ສະມາຊິກສະພາແຫ່ງຊາດລາວເປີດເຜີຍວ່າ ບັນຫາສໍາຄັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ສະແດງການຮຽກຮ້ອງ ເພື່ອຂໍໃຫ້ດໍາເນີນການແກ້ໄຂ ແລະປັບປຸງຢ່າງຮີບດ່ວນທີ່ສຸດກໍຄື ການຕັດສິນຄະດີຕ່າງໆໂດຍບັນດາຜູ້ພິພາກສາ ແລະການປະຕິບັດໜ້າທີ່ ຂອງບັນດາພະນັກງານສານທຸກຂັ້ນໃນທົ່ວປະເທດ ໃຫ້ມີຄວາມໂປ່ງໃສ ແລະມີຄວາມຍຸຕິທໍາຢ່າງແທ້ຈິງ ໂດຍມາດຕະການນຶ່ງທີ່ສາມາດຈັດຕັ້ງປະຕິບັດໄດ້ທັນທີ ຄືການກວດກາ ສາຍພົວພັນ ລະຫວ່າງຜູ້ພິ ພາກສາ ແລະພະນັກງານສານ ກັບຄູ່ຄວາມ ໃນຄະດີຕ່າງໆທີ່ລວມເຖິງການກວດກາບັນດາຄໍາຮ້ອງຂອງຄູ່ຄວາມໃນຄະດີ ທີ່ກ່ຽວກັບການຄັດຄ້ານ ການແຕ່ງຕັ້ງຄະນະຜູ້ພິພາກສາ ແລະພະນັກງານສານທີ່ຮັບຜິດຊອບໃນຄະດີຄວາມຕ່າງໆນໍານັ້ນ ເພາະຖືວ່າເປັນມາດຕະການສໍາຄັນທີ່ຈະສະກັດກັ້ນບໍ່ໃຫ້ມີສາຍພົວພັນເກີດຂຶ້ນໃນທຸກໆຄະດີ ເຊິ່ງສະພາບການໂຕຈິງໃນລາວຍັງບໍ່ມີການຈັດຕັ້ງປະຕິບັດດັ່ງກ່າວ ຈຶ່ງເຮັດໃຫ້ປະຊາຊົນລາວ ບໍ່ມີຄວາມເຊື່ອຖື ຕໍ່ລະບົບສານຍຸຕິທໍາຂອງລາວ ແລະໄດ້ພາກັນສະແດງການຄັດຄ້ານຕໍ່ການຕັດ ສິນຂອງຄະນະຜູ້ພິພາກສາ ເພີ້ມຂຶ້ນນັບມື້ໃນເວລານີ້, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວໄດ້ຢືນຢັນວ່າ:

“ສາເຫດທີ່ພາໃຫ້ມີການຂໍອຸທອນ ແລະຂໍລຶບລ້າງຄໍາຕັດສິນ ແລະຄໍາພິພາກ ສານີ້ ອັນທີນຶ່ງ: ກົດໝາຍໄດ້ກໍານົດການໃຫ້ສິດໃນການຮ້ອງຂໍອຸທອນ ແລະຂໍລຶບລ້າງ, ສອງ: ໂຈດ ແລະຈໍາເລີຍ ມີເຈດຕະນາຢາກແກ່ຍາວໃນການໃຊ້ແທນໜີ້ສິນ ແລະອື່ນໆ, ສາມ: ການຊີ້ແຈງ-ອະທິບາຍຂອງຄະນະສານຕໍ່ກັບການຕັດສິນ ຫຼືການພິພາກສາ ຄູ່ຄວາມບໍ່ເຂົ້າໃຈ ກໍເປັນສາເຫດນຶ່ງ ທີ່ພາໃຫ້ມີການຮ້ອງຂໍອຸທອນ ແລະຂໍລຶບລ້າງ.”

ໂດຍປະຊາຊົນລາວໄດ້ຕັ້ງຂໍ້ສົງໄສຕໍ່ການປະຕິບັດໜ້າທີ່ຂອງບັນດາຜູ້ພິພາກ ສາແລະພະນັກງານສານທຸກຂັ້ນເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນຂໍ້ສົງໄສຕໍ່ການພິຈາລະນາຕັດສິນ ແລະການດໍາເນີນຄະດີ ​ທີ່ບໍ່ໂປ່ງໄສ ແລະບໍ່ຍຸຕິທໍາ ລວມເຖິງການຈັດຕັ້ງປະຕິບັດ ຂັ້ນຕອນດ້ານຕຸລາການ ທີ່ບໍ່ມີປະສິດທິພາບ ແລະບໍ່ໄດ້ມາດຕະຖານຕາມຫຼັກສາກົນ, ໃນນີ້ລວມທັງພະນັກງານໄອຍະການທີ່ບໍ່ມີຄຸນນະພາບ ແລະປະຕິບັດໜ້າທີ່ບໍ່ໂປ່ງໃສ ເຊິ່ງເຫັນໄດ້ຈາກການທີ່ສາ ມາດບັງຄັບຄະດີຕາມການຕັດສິນຂອງສານໄດ້ພຽງ 5.47 ເປີເຊັນຂອງຂອງຄະດີອາຍາທັງໝົດ 39,484 ຄະດີ ແລະ 11.8 ເປີເຊັນ ຂອງຄະດີແພ່ງທັງໝົດ 11,405 ຄະດີ ໃນຮອບປີທີ່ຜ່ານມາ, ພ້ອມກັນນີ້ ການທີ່ສັງຄົມລາວມີການຂັດແຍ້ງກັນເພີ້ມຂຶ້ນນັບມື້ ກໍເປັນສາເຫດນຶ່ງ ທີ່ເຮັດໃຫ້ມີການຟ້ອງຮ້ອງກັນເປັນຄະດີຄວາມຈົນເກີນຄວາມສາມາດທີ່ສານຈະຮັບໄດ້, ດັ່ງທີ່ ທ່ານນາງວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຢືນຢັນວ່າ:

“ການສ້າງຜູ້ພິພາກສາສືບທອດ, ປ່ຽນແທນ ຍັງຈໍາກັດໃນຫຼາຍດ້ານ ເຮັດໃຫ້ ການພິຈາລະນາແກ້ໄຂຄະດີ ຍັງບໍ່ໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດລາວຮັບຮອງ ໂດຍສະເພາະຢູ່ສານປະຊາຊົນນະຄອນຫຼວງວຽງຈັນ ທີ່ມີຄະດີເກີດຂຶ້ນຫຼາຍ, ຜູ້ພິພາກສາຜູ້ນຶ່ງ ຮັບຜິດຊອບແກ້ໄຂຄະດີ 20 ກວ່າເລື້ອງ ຕໍ່ເດືອນ, ເຊິ່ງສາເຫດກໍແມ່ນຍ້ອນການກໍານົດມາດຕະຖານເປັນຜູ້ພິພາກສາຍັງສູງເກີນໄປ, ການກໍານົດໄລຍະການເລື່ອນຊັ້ນຜູ້ພິພາກສາຍາວເກີນໄປ, ການທຽບຊັ້ນຜູ້ພິພາກສາ ກໍຍັງບໍ່ມີຄວາມເປັນເອກະພາບ, ການແຕ່ງຕັ້ງຍົກ ຍ້າຍ, ປະຕິບັດວິໄນ ແລະການຈັດວາງຜູ້ພິພາກສາ ຜ່ານຫຼາຍຂັ້ນຕອນ.”

ສ່ວນອົງການໄອຍະການປະຊາຊົນສູງສຸດ ລາຍງານວ່າ ການຕິດຕາມ-ກວດກາການປະຕິບັດຄໍາຕັດສິນຂອງສານ ໃນປີ 2023 ທີ່ມີຄະດີອາຍາ ເຖິງ 39,484 ເລື້ອງ ແລະຄະດີແພ່ງ 11,405 ເລື້ອງນັ້ນ ພົບວ່າ: ສາມາດປະຕິບັດຕາມຄໍາຕັດສິນຂອງສານໃນຄະດີອາຍາໄດ້ພຽງ 2,160 ເລື້ອງ ແລະຄະດີແພ່ງ 1,346 ເລື້ອງ, ເຊິ່ງເທົ່າກັບ 5.47 ເປີເຊັນຂອງຄະດີອາຍາ ແລະ 11.8 ເປີເຊັນຂອງຄະດີແພ່ງຕາມລໍາດັບ.

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງບໍ່ພຽງແຕ່ຈະເຮັດໃຫ້ເກີດບັນຫາ ກ່ຽວກັບການມີຄະດີຄົງຄ້າງ ໃນຊັ້ນຂອງການບັງຄັບຄະດີເພີ້ມຂຶ້ນນັບມື້ເທົ່ານັ້ນ ແຕ່ອົງການ Human Rights Watch ຍັງໄດ້ສະເໜີລາຍງານວ່າ ການບັງຄັບໃຊ້ກົດໝາຍເກົ່າທີ່ຖືກຍົກເລີກໄປແລ້ວອີກດ້ວຍ, ເຊິ່ງກໍໝາຍຄວາມວ່າ ໄດ້ມີການເລືອກປະຕິບັດກົດໝາຍ ຕໍ່ປະຊາຊົນຜູ້ທີ່ຂັດແຍ້ງກັບພະນັກງານລັດໃນຊັບສິນທີ່ຖືກເວນຄືນຢ່າງບໍ່ຍຸຕິທໍາອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG