ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກທຸລະກິດ ຈີນ ຖະແຫຼງຕອບໂຕ້ ຕໍ່ການຖືກ ຈັດເຂົ້າ ບັນຊີດຳ ໂດຍທາງການ ສະຫະລັດ


ໜ້າຈໍຄອມພິວເຕີ ສະແດງໃຫ້ເຫັນແຜນທີ່ຂອງເຂດສາມຫຼ່ຽມຄຳ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຂອງທ່ານ ຊຸນ ດາຮົງ, ຫົວໜ້າຄະນະກຳມະການຕໍ່ຕ້ານຢາເສບຕິດຂອງ ຢຸນໜານ, ເມືອງ ຄຸນໝິງ, ແຂວງ ຢຸນໜານຂອງ ຈີນ. 22 ເມສາ 2002.
ໜ້າຈໍຄອມພິວເຕີ ສະແດງໃຫ້ເຫັນແຜນທີ່ຂອງເຂດສາມຫຼ່ຽມຄຳ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຂອງທ່ານ ຊຸນ ດາຮົງ, ຫົວໜ້າຄະນະກຳມະການຕໍ່ຕ້ານຢາເສບຕິດຂອງ ຢຸນໜານ, ເມືອງ ຄຸນໝິງ, ແຂວງ ຢຸນໜານຂອງ ຈີນ. 22 ເມສາ 2002.

ນັກທຸລະກິດ ຈີນ ຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາໃນແຂວງ
ບໍ່ແກ້ວ ຖະແຫຼງຕອບໂຕ້ຕໍ່ກໍລະນີທີ່ທາງການ ສະຫະລັດ ໄດ້ປະກາດຂຶ້ນບັນຊີດຳ ແລະ
ໃຫ້ຖືວ່າຜູ້ກ່ຽວເປັນອາຊະຍາກອນຂ້າມຊາດ.

ທ່ານ ຈ້າວ ເຫວີ່ຍ ປະທານກຸ່ມບໍລິສັດດອກງິ້ວຄຳຈາກ ຈີນ ຜູ້ລົງທຶນພັດທະນາເຂດ
ເສດຖະກິດພິເສດສາມຫຼ່ຽມຄໍາຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຖະແຫຼງຕອບໂຕ້ຕໍ່
ກໍລະນີທີ່ກະຊວງການເງິນຂອງ ສະຫະລັດ ອາເມຣິກາ ໄດ້ກາດຂຶ້ນບັນຊີດຳ ແລະ ໃຫ້
ຖືວ່າຜູ້ກ່ຽວເປັນອາຊະຍາກອນຂ້າມຊາດທີ່ມີສ່ວນກ່ຽວຂ້ອງໃນການລັກລອບຄ້າຢາ
ເສບຕິດ, ການຄ້າມະນຸດ, ການຟອກເງິນ, ການໃຫ້ສິນບົນ ແລະ ການຄ້າສັດປ່າຂ້າມ
ຊາດຢ່າງເປັນທາງການ ເມື່ອທ້າຍເດືອນມັງກອນທີ່ຜ່ານມານັ້ນ.

ທັງນີ້ໂດຍທ່ານ ຈ້າວ ເຫວີ່ຍ ໄດ້ໃຫ້ການປະຕິເສດຕໍ່ທຸກຂໍ້ກ່າວຫາຂອງທາງການ
ສະຫະລັດ ທັງຍັງເນັ້ນໜັກດ້ວຍວ່າ ການປະກາດດັ່ງກ່າວຂອງ ສະຫະລັດ ເປັນການ
ປະກາດຝ່າຍດຽວທີ່ບໍ່ຍຸຕິທຳ ແລະ ຈະບໍ່ສົ່ງຜົນກະທົບຕໍ່ແຜນການລົງທຶນພັດທະນາ
ເສດຖະກິດສາມຫຼ່ຽມຄຳໃນ ລາວ ອີກດ້ວຍ ເພາະເປັນການລົງທຶນທີ່ຖືກຕ້ອງຕາມລະ
ບຽບກົດໝາຍຂອງ ສປປ ລາວ ໃນທຸກດ້ານ ແລະ ທີ່ສຳຄັນກໍຄືການຖືກກ່າວຫາຄັ້ງນີ້
ບໍ່ແມ່ນຄັ້ງທຳອິດ ເພາະກ່ອນໜ້ານີ້ ສື່ມວນຊົນ ໄທ ກໍເຄີຍກ່າວຫາໃນລັກສະນະດຽວ
ກັນນີ້ຕໍ່ຜູ້ກ່ຽວມາແລ້ວ ສະນັ້ນ ແຜນການລົງທຶນພັດທະນາເຂດເສດຖະກິດພິເສດສາມ
ຫຼ່ຽມຄຳໃນ ລາວ ຍັງຈະດຳເນີນຕໍ່ໄປຢ່າງບໍ່ຢຸດຢັ້ງ ດັ່ງທີ່ທ່ານ ຈ້າວ ເຫວີ່ຍ ໄດ້ໃຫ້ການ
ຢືນຢັນວ່າ.

"ໃນສິບປີຜ່ານມາ ຂ້າພະເຈົ້າກໍເຄີຍຖືກກ່າວຫາຫຼາຍຄັ້ງຫຼາຍຄາວ ໂດຍສະເພາະ
ແມ່ນບັນດານັກຂ່າວສື່ມວນຊົນຂອງປະເທດໃກ້ຄຽງ ກ່າວຫາວ່າຢູ່ໃນເຂດເສດຖະກິດ
ພິເສດສາມຫຼ່ຽມຄຳນີ້ ເປັນຈຸດນຶ່ງທີ່ວ່າໄດ້ຜະລິດຄ້າຂາຍ ຂົນສົ່ງຢາເສບຕິດ ສະນັ້ນ
ຂ້າພະເຈົ້າຄິດວ່າຂໍ້ກ່າວຫາມັນບໍ່ມີຄວາມຍຸຕິທຳ. ຂ້າພະເຈົ້າຂໍຢັ້ງຢືນວ່າ ຕາບໃດທີ່
ຍັງມີຊີວິດ ຂ້າພະເຈົ້າຈະສືບຕໍ່ລົງທຶນ ສ້າງສາ ພັດທະນາເຂດເສດຖະກິດພິເສດສຽມ
ຫຼ່ຽມຄຳ."

ກ່ອນໜ້ານີ້ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ
ສະຫວັດດີການສັງຄົມຍອມຮັບວ່າ ໂຄງການພັດທະນາເຂດເສດຖະກິດພິເສດສາມ
ຫຼ່ຽມຄຳທີ່ລົງທຶນໂດຍບໍລິສັດດອກງິ້ວຄຳ ຍັງບໍ່ສາມາດສ້າງວຽກເຮັດງານທຳໃຫ້ກັບ
ປະຊາຊົນ ລາວ ໃນທ້ອງຖິ່ນໄດ້ຢ່າງທີ່ຄວນ ເພາະວ່າການຈ້າງງານສ່ວນຫຼາຍໃນເຂດ
ດັ່ງກ່າວນີ້ຍັງຄົງເປັນການຈ້າງງານຄົນ ຈີນ ດ້ວຍກັນ ຍິ່ງໄປກວ່ານັ້ນ ຜົນການກວດ
ກາການດຳເນີນງານຂອງຜູ້ລົງທຶນໃນເຂດດັ່ງກ່າວໃນໄລະຍະຜ່ານມາ ກໍຍັງພົບວ່າ
ໄດ້ມີການຈ່າຍຄ່າຊົດເຊີຍຢ່າງບໍ່ເປັນທຳໃຫ້ກັບປະຊາຊົນ ລາວ ທີ່ຖືກເວນຄືນທີ່ດິນ
ທັງຍັງປະກົດມີປະຊາຊົນຈຳນວນນຶ່ງຍັງບໍ່ໄດ້ຮັບການຊົດເຊີຍເລີຍນັບແຕ່ທີ່ດິນຂອງ
ພວກເຮົາເຈົ້າໄດ້ຖືກເວນຄືນໄປໃຫ້ໂຄງການ.

ໂຄງການພັດທະນາເສດຖະກິດພິເສດສາມຫຼ່ຽມຄຳມີເນື້ອທີ່ສຳປະທານ 3,000 ເຮັກ
ຕາ ເລີ່ມແຕ່ປີ 2007 ເປັນຕົ້ນມາ ແລະ ມີອາຍຸສຳປະທານ 99 ປີ ໂດຍຈະນຳໃຊ້ເງິນ
ລົງທຶນລວມເຖິງ 2,250 ລ້ານໂດລາ ສຳລັບການກໍ່ສ້າງລະບົບພື້ນຖານໂຄງລ່າງ,
ໂຮງແຮມ, ບ້ານພັກຕາກອາກາດ, ໂຮງໝໍ, ສູນການຄ້າປອດພາສີ,ສູນກາງທາງການ
ເງິນ-ການທະນາຄານ, ສູນການຂົນສົ່ງສິນຄ້າ ແລະ ໂດຍສານ, ສະໜາມກອລຟ,
ສູນການບັນເທີງ ແລະ ທ່ອງທ່ຽວ, ສູນບໍລິການໂທລະຄົມ ແລະ ຂໍ້ມູນຂ່າວສານ ເຂດ
ອຸດສາຫະກຳແປຮູບສິນຄ້າກະເສດ ແລະ ປະສຸສັດ ແລະ ສິ່ງອຳນວຍຄວາມສະດວກ
ຕ່າງໆຢ່າງຄົບຊຸດ.

ທາງດ້ານທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ
ບໍ່ແຮ ໃຫ້ການຢືນຢັນວ່າ ບັນດາບໍລິສັດຈາກ ຈີນ ມີມູນຄ່າການລົງທຶນໃນ ລາວ ເກີນ
ກວ່າ 10,000 ລ້ານໂດລາໃນປັດຈຸບັນ ໂດຍຖືເປັນຜູ້ລົງທຶນອັນດັບນຶ່ງໃນ ລາວ ທີ່ມີ
ຈຳນວນ 700 ກວ່າໂຄງການ ແລະ ຫຼ້າສຸດ ລັດຖະບານ ລາວ ກໍມີມະຕິຕົກລົງອະນຸ
ຍາດໃຫ້ກຸ່ມບໍລິສັດກວາງຕຸ້ງ-ແມ່ນໍ້າເຫຼືອອຸດສາຫະກຳຈາກ ຈີນ ທຳການສຶກສາຄວາມ
ເປັນໄປໄດ້ຂອງການພັດທະນາເຂດເສດຖະກິດຄອຍພະເພັງ-ດອນໂຂງ ແຂວງ
ຈຳປາສັກ ໃຫ້ສຳເລັດໃນປີ 2018 ນີ້.

ໂດຍອີງຕາມແຜນການຂອງກຸ່ມບໍລິສັດກວາງຕຸ້ງ-ແມ່ນໍ້າເຫຼືອງຈຳກັດ ລະບຸວ່າເຂດເສດ
ຖະກິດພິເສດຄອນພະເພັງ-ດອນໂຂງຈະເປັນເຂດເສດຖະກິດຂະໜາດໃຫຍ່ທີ່ສຸດໃນ
ລາວ ເພາະພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາທີ່ຈະພັດທະນາໃຫ້ເປັນເມືອງ
ໃໝ່ທີ່ທັນສະໄໝທີ່ມີສິ່ງອຳນວຍຄວາມສະດວກ ແລະ ບໍລິການຕ່າງໆຢ່າງຄົບວົງຈອນ
ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບການທ່ອງທ່ຽວດ້ານສິລະປະ, ວັດທະນະທຳ,
ປະຫວັດສາດ ແລະ ທຳມະຊາດໃນແມ່ນໍ້າຂອງ ຊຶ່ງຈະຕ້ອງໃຊ້ເງິນລົງທຶນເຖິງ 10,000
ລ້ານໂດລາ.

XS
SM
MD
LG