ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ​າງການ​ ລາວ ຢຶ​ນ​ຢັນ​ວ່າ ການ​ຮ່ວມ​ມື​ ດ້ານ​ການ​ທ່ອງ​ທ່ຽວ​ ລາວ ກັບ ຈີນ ໃນ​ປີ 2019 ​ບັນ​ລຸ​ຜົນ ​ຕາມ​ເປົ້າ​ໝາຍ​


ນັກ​ທ່ອງ​ທ່ຽວ​ຖ່າຍ​ຮູບ​ຢູ່​ຕາດ ກວງ​ຊີ, ແຂວງຫຼວງ​ພະ​ບາງ. 14 ເມ​ສາ 2019. (Photo by Manan VATSYAYANA / AFP)
ນັກ​ທ່ອງ​ທ່ຽວ​ຖ່າຍ​ຮູບ​ຢູ່​ຕາດ ກວງ​ຊີ, ແຂວງຫຼວງ​ພະ​ບາງ. 14 ເມ​ສາ 2019. (Photo by Manan VATSYAYANA / AFP)

ທ​າງການ​ ລາວ ຢຶ​ນ​ຢັນ​ວ່າ ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ລາວ ກັບ ຈີນ ໃນ​ປີ 2019 ຜ່ານ​ມາ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ໂດຍ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເດີນ​ທາງ​ມາ ລາວ ສີ່​ລ້ານ​ຫ້າ​ແສນ​ແປດ​ສິບ​ພັນ​ຄົນ


ທ່ານ ສູນ ມະ​ນີ​ວົງ ຫົວ​ໜ້າ​ກົມ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ໃນ​ສັງ​ກັດ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຖະ​ແຫຼງ​ຢືນ​ຢັນ​ວ່າ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ລາວ ກັບ ຈີນ ໃນ​ປີ 2019 ທີ່​ຖື​ເປັນ​ປີ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ລາວ-ຈີນ ນັ້ນ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ທຸກ​ດ້ານ ໂດຍ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ ເດີນ​ທາງ​ເຂົ້າ​ມາ ລາວ ຈຳ​ນວນ​ທັງ​ໝົດ 4,580,000 ຄົນ, ເພີ່ມ​ຂຶ້ນ​ເຖິງ 9 ເປີ​ເຊັນ​ທຽບ​ໃສ່​ປີ 2018 ໃນ​ນີ້​ເປັນ​ນັກ​ທ່ອງ​ທ່ຽວ ຈີນ ຈຳ​ນວນ​ເຖິງ 1,022,724 ຄົນ​ເພີ່ມ​ຂຶ້ນ 27 ເປີ​ເຊັນ​ທຽບ​ໃສ່​ປີ 2018 ດັ່ງ​ທີ່​ທ່ານ ສູນ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ

"ສຳ​ລັບ​ປີ​ທ່ອງ​ທ່ຽວ ລາວ-ຈີນ 2019 ທາງວິ​ຊາ​ການ​ເຮົາ​ໄດ້​ສັງ​ລວມ​ຂໍ້​ມູນ​ໄດ້​ປະ​ມານ 4,580,000 ຄົນ​ເພີ່ມ​ຂຶ້ນ 9 ເປີ​ເຊັນ ທຽບ​ໃສ່​ປີ 2018 ໃນ​ນີ້​ສະ​ເພາະ​ນັກ​ທ່ອງ​ທ່ຽວ ຈີນ 1,022,724 ຄົນ, ເພີ່ມ​ຂຶ້ນ 27 ເປີ​ເຊັນ​ທຽບ​ໃສ່​ປີ 2018 ອັນ​ນີ້​ກະ​ແມ່ນ​ອັນ​ນຶ່ງ​ຈາກ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​ປີ​ທ່ອງ​ທ່ຽວ ລາວ-ຈີນ ທີ່​ທັງ​ສອງ​ລັດ​ຖະ​ບານ​ໄດ້​ກຳ​ນົດ​ເນາະ."

ກ່ອນ​ໜ້ານີ້​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍຖະ​ແຫຼງຍອມ​ຮັບ​ວ່າ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ເຂົ້າ​ມາ ລາວ ຈຳ​ນວນ ສາມ​ລ້ານ​ສີ່​ແສນ​ຫ້າ​ສິບ​ພັນ​ຄົນ ໃນ​ຊ່ວງ 9 ເດືອນ​ຂອງ​ປີ 2019 ຄິດ​ເປັນ 76.59 ເປີ​ເຊັນ​ຂອງ​ແຜນ​ການ​ປີ ເຊິ່ງ​ເພີ່ມ​ຂຶ້ນ​ຈາກ​ໄລ​ຍະ​ດຽວ​ກັນ​ໃນ​ປີ 2018 ໃນ​ອັດ​ຕາ​ສະ​ເລ່ຍ 11 ເປີ​ເຊັນ ຈຶ່ງ​ຄາດ​ວ່າ​ຈະ​ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ເຖິງ ສີ່​ລ້ານ​ຫ້າ​ແສນ​ກວ່າຄົນ​ໃນ​ແຜນ​ການ​ປີ 2019 ທີ່​ຖື​ເປັນ​ປີ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ລາວ- ຈີນ ທີ່​ມີ​ເປົ້າ​ໝາຍ​ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຊາວ ຈີນ ໃຫ້​ເດີນ​ທາງ​ເຂົ້າ​ມາ ລາວ ໃຫ້​ໄດ້​ເຖິງ 1 ລ້ານ​ຄົນ​ດ້ວຍນັ້ນ ແຕ່​ການ​ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ ດັ່ງ​ທີ່​ທ່ານ ທອງ​ລຸນ ຖະ​ແຫຼງຍອມ​ຮັບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 8 ຂອງ​ສະ​ພາ​ແຫ່ງ​ຊາດ​ ລາວ ເມື່ອບໍ່​ນານ​ມານີ້​ວ່າ

"ການ​ປັບ​ປຸງ ແລະ ການ​ສົ່​ງ​ເສີມ​ການ​ທ່ອງ​ທ່ຽວ​ຖື​ເປັນ​ບູ​ລິ​ມະ​ສິດ​ສຳ​ຄັນ​ຂອງ​ລັດ​ຖະ​ບານ ທັງ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ທີ່​ປະ​ເທດ​ເຮົາ​ມີ​ທ່າ​ແຮງ​ບົ່ມ​ຊ້ອນຫຼາຍ​ແລ່ວ​ທີ່​ສາ​ມາດ​ຊຸກ​ຍູ້​ການ​ຜ​ະ​ລິດ ແລະ ການ​ບໍ​ລິ​ການ ເພື່ອ​ສົ່ງ​ອອກ​ກັບ​ທີ່ ແລະ ເປັນ​ກຳ​ລັງ​ແຮງ​ທີ່​ສຳ​ຄັນ​ໃຫ້​ແກ່​ການ​ກະ​ຕຸ້ນ​ເສດ​ຖະ​ກິດ ແຕ່​ໃນ​ຕົວ​ຈິງ​ແລ້ວ​ການ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ເຮົາ​ໃນ​ປີນີ້​ກໍ​ຍັງ​ບໍ່​ທັນ​ຄຶກ​ຄັກ ແລະ ອາດ​ຈະ​ບໍ່​ບັນ​ລຸ​ຕາມ​ຄາດ​ໝາຍ​ໃນ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ເຮົາ​ທີ່​ວາງ​ໄວ້."

ທາງ​ດ້ານ​ທ່ານ ສົມ​ພູ ດວງ​ສະ​ຫວັນ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ-ສັງ​ຄົມ ສະ​ພາ​ແຫ່ງ​ຊາດ ລາວ ຖະ​ແຫຼງວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ຜິດ​ລະ​ບຽບ​ກົດ​ໝາຍ ແລະ ບໍ່​ໄດ້​ມາ​ດ​ຕະ​ຖານ​ໃນ​ພາກ​ບໍ​ລິ​ການ ແລະ ທ່ອງ​ທ່ຽວ​ຄື​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ລັດ​ຖະ​ບານ ລາວ ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ມີ​ການ​ປັບ​ປຸງ-ແກ້​ໄຂ​ຢ່າງ​ຮີ​ບ​ດ່ວນ​ທີ່​ສຸດ​ໃນ​ທຸ​ກໆ​ດ້ານ.

ຂະ​ນະ​ທີ່​ພັນ​ເອກ ກິດ​ຕິວົງ ສຸ​ຣິ​ຍາ ຫົວ​ໜ້າ​ກົມ​ຕຳຫຼວດ​ທ່ອງ​ທ່ຽວ​ໃນ​ສັງ​ກັດ​ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ກໍ​ໃຫ້​ການຍອມ​ຮັບ​ວ່າ ມີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທ່ອງ​ທ່ຽວ​ຈຳ​ນວນ​ນຶ່ງ​ທີ່​ປະ​ຕິ​ບັດ​ໜ້າ​ທີ່ບໍ່​ເປັນ​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ​ດ້ວຍ​ການ​ສວຍ​ໃຊ້​ໂອ​ກາດ​ປັບ​ໄໝ ຫຼື​ວ່າ​ຮຽກ​ຮັບ​ເອົາ​ເງິນ​ຈາກ​ບັນ​ດາ​ບໍ​ລິ​ສັດ ແລະ ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ຜິດ​ລະ​ບຽບ​ກົດ​ໝາຍ​ການ​ທ່ອງ​ທ່ຽວ​ໃນ ລາວ ແລະ ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ປັບ​ໄໝ​ນັ້ນ​ໄປ​ເປັນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ.

ທາງ​ດ້ານ​ສະ​ມາ​ຄົມ​ວິ​ໄຈ​ການ​ທ່ອງ​ທ່ຽວ​ອາ​ຊຽນ ລະ​ບຸ​ວ່າ​ລັດ​ຖະ​ບານ ລາວ ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະ​ການ​ຢ່າງ​ຮອບ​ດ້ານ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປັບ​ປຸງ ​ເພື່ອ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ການ​ທ່ອງ​ທ່ຽວ​ໃນ ລາວ ໃຫ້​ໄດ້​ມາດ​ຕະ​ຖານ​ສາ​ກົນ​ຢ່າງ​ແທ້​ຈິງ ທັງ​ນີ້​ດ້ວຍ​ການ​ເພັ່ງ​ເລັງ​ໃສ່​ການ​ຄຸ້ມ​ຄອງ​ສະ​ຖາ​ນ​ບັນ​ເທີງ ແລະ ບໍ​ລິ​ການ​ຕ່າງໆ ເພື່ອ​ໃຫ້​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ລະ​ບຽບ​ກົດ​ຫມາຍ​ຢ່າງ​ເຂັ້ມ​ງວດ​ ທັງ​ຈະ​ຕ້ອງ​ສ້າງ​ນິ​ຕິ​ກຳ​ໃໝ່​ໃນ​ການ​ຄຸ້ມ​ຄອງ​ທຸ​ລະ​ກິດ​ບໍ​ລິ​ການ ແລະ ທ່ອງ​ທ່ຽວ​ໃຫ້​ສາ​ມາດ​ແຂ່ງ​ຂັນ​ກັບ​ເພື່ອນ​ບ້ານ​ໄດ້​ຢ່າງ​ແທ້​ຈິງ​ອີກ​ດ້ວຍ.

ທັງ​ນີ້​ພາກ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວ​ໃນ ລາວ ມີ​ລາຍ​ຮັບ​ຕ່ຳ​ສຸດ​ໃນ​ອາ​ຊຽນ ໂດຍ​ມີ ໄທ ມີ​ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ສູງ​ສ​ຸດ​ໃນ​ອາ​ຊຽນ ກໍ​ຄືຫຼາຍກວ່າ 62,870 ລ້ານ​ໂດ​ລາ ສ່ວນ ສ​ປ​ປ ລາວ ມີ​ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ພຽງ​ແຕ່ 755 ລ້ານ​ໂດ​ລາ​ເທົ່າ​ນັ້ນ ຊຶ່ງ​ຕ່ຳ​ກວ່າ ໄທ ເຖິງ 83 ເທົ່າ​ໃນ​ປີ 2018 ແລະ ໃນ​ປີ 2019 ກໍ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ​ທາ​ງ​ມາ​ທ່ອງ​ທ່ຽວ​ໃນ ໄທ ກວ່າ 40 ລ້ານ​ຄົນ ຫຼື ຫຼາຍກວ່າ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ທີ່​ເດີນ​ທາງມາ​ ລາວ ເກີນກວ່າ 10 ເທົ່າ​ໃນ​ໄລ​ຍະ​ດຽວ​ກັນ.

XS
SM
MD
LG