ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການກໍ່ສ້າງທາງລົດໄຟ ໃນລາວ ຈະໃຊ້ ທີ່ດິນເບື້ອງລະ 50 ແມັດ ຊຶ່ງຕ້ອງໄດ້ເວນຄືນ ຈາກປະຊາຊົນ


ແຜນທີ່ເສັ້ນທາງລົດໄຟ ເຊື່ອມໂຍງ ຈາກຈີນ ຫາ ລາວ
ແຜນທີ່ເສັ້ນທາງລົດໄຟ ເຊື່ອມໂຍງ ຈາກຈີນ ຫາ ລາວ

ໂຄງການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ຈະໃຊ້ທີ່ດິນກວ້າງເບື້ອງລະ 50 ແມັດ ໃນຕະຫຼອດເສັ້ນທາງ ຈາກບໍ່ເຕັນມານະຄອນຫຼວງວຽງຈັນ ຈຶ່ງເຮັດໃຫ້ຕ້ອງ ເວນຄືນທີ່ດິນຂອງປະຊາຊົນ.

ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ຢືນຢັນວ່າ ໂຄງການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ຈາກດ່ານ ບໍ່ເຕັນມາທີ່ນະຄອນຫຼວງວຽງຈັນ ຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງ ກວ້າງ ເບື້ອງລະ 50 ແມັດເທົ່ານັ້ນ ຊຶ່ງເຮັດໃຫ້ຈຳເປັນ ຕ້ອງເວນຄືນທີ່ດິນຂອງປະຊາຊົນ ໃນ ຫຼາຍພື້ນທີ່ ໂດຍການດຳເນີນງານໃນປັດຈຸບັນນີ້ ຢູ່ໃນລະຍະຂອງການສຳຫຼວດວ່າ ຈະຕ້ອງມີການເວນຄືນທີ່ດິນຕອນໃດ ແລະຈະຕ້ອງໃຊ້ງົບປະມານເທົ່າໃດ ເພື່ອຊົດ ເຊີຍຄ່າທີ່ດິນ ໃຫ້ກັບປະຊາຊົນ ທີ່ຈະຕ້ອງຖືກເວນຄືນ ໃນລະຍະຕໍ່ໄປ ດັ່ງທີ່ທ່ານໄດ້ ໃຫ້ການຊີ້ແຈງວ່າ:

“ຂ້າງລະ 50 ແມັດ ອັນນີ້ມັນມາດຕະຖານຂອງສາກົນ ເພື່ອຄວາມປອດໄພ ໃນ 50 ແມັດນີ້ ແມ່ນລ້ອມຮົ້ວໄວ້ ບໍ່ໃຫ້ເຮັດຫຍັງ ບໍ່ໄດ້ໃຫ້ໃຜເອົາໄປເຮັດຫຍັງ ຢາກໃຫ້ ເຂົ້າໃຈວ່າ ມັນເປັນຈັ່ງຊັ້ນ ໄດ້ຍິນແຕ່ 5 ບໍ່ແມ່ນ 5 ກິໂລແມັດ ບໍ່ແມ່ນ 50 ກິໂລແມັດ ມັນແມ່ນບໍ່ໄດ້ຖືກເຮືອນຜູ້ນັ້ນຜູ້ນີ້ ອັນນີ້ເຮົາກໍເສຍໃຈຢູ່ ຜູ້ໃດຖືກເຮືອນ ເຮົາໆ ກະເສຍໃຈ ອັນນີ້ ກະປະຕິເສດບໍ່ໄດ້ ກະເຫັນໃຈອີຫຼີ ແຕ່ວ່າ ພວກເຮົາກະສິໄດ້ ປະຕິບັດ ນະໂຍບາຍອີສັງ ໃຫ້ມັນຖືກຕ້ອງ ແລ້ວກະເໝາະສົມຕາມລະບຽບການ ທີ່ມີຄະນະໄປໄກ່ເກ່ຍ ແລະຜ່ານມາ ຢູ່ໃນຕົວເມືອງນີ້ ຢູ່ໃນນະຄອນຫຼວງວຽງຈັນນີ້ ໄດ້ສຳຫຼວດປັກຫລັກແລ້ວເດ້ ປະຊາຊົນກະຮູ້ແລ້ວວ່າ ມັນສິຖືກຂອງຕົວເອງ ອີສັງໆຫັ້ນໜາ.”

ທາງການລາວ ແລະຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື ໃນໂຄງການກໍ່ ສ້າງທາງລົດໄຟ ເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ນະຄອນຫຼວງປັກກິ່ງ
ທາງການລາວ ແລະຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື ໃນໂຄງການກໍ່ ສ້າງທາງລົດໄຟ ເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ນະຄອນຫຼວງປັກກິ່ງ

ທາງການລາວ ແລະຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື ໃນໂຄງການກໍ່ ສ້າງທາງລົດໄຟ ເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ນະຄອນຫຼວງປັກກິ່ງ ແລະໄດ້ສ້າງ ຕັ້ງວິສາຫະກິດຮ່ວມທຶນລາວ-ຈີນ ຂຶ້ນມາຮັບຜິດຊອບໂຄງການ ໂດຍຄະນະຊີ້ນຳ ໂຄງການກໍໄດ້ຄັດເລືອກບໍລິສັດ ກໍ່ສ້າງທາງລົດໄຟຈີນ ເລກ 2 ເປັນຜູ້ຮັບເໝົາກໍ່ສ້າງ ທາງລົດໄຟລະຍະທີ 6 ທີ່ເຊື່ອມຕໍ່ແຂວງວຽງຈັນ ມາຍັງນະຄອນຫຼວງວຽງຈັນ ທັງໄດ້ ຄັດເລືອກບໍລິສັດ Great Wall Henan ເປັນທີ່ປຶກສາການກໍ່ສ້າງທາງລົດໄຟ ລະຍະ ດັ່ງກ່າວ ນັບແຕ່ເດືອນທັນວາ 2015 ເປັນຕົ້ນມາ.

ໂດຍໃນປັດຈຸບັນນີ້ ການກໍ່ສ້າງອຸໂມງເຊື່ອມຕໍ່ຊາຍແດນ ຢູ່ດ່ານບໍ່ຫານໃນເຂດສິບ ສອງພັນນາຂອງຈີນ ກັບດ່ານບໍ່ເຕັນໃນແຂວງຫຼວງນ້ຳທາ ຂອງລາວ ກໍໄດ້ເລີ່ມລົງ ມືກໍ່ສ້າງໃນພາກຕົວຈິງແລ້ວ ທັງນີ້ອຸໂມງດັ່ງກ່າວ ຈະມີລວງຍາວ 9.68 ກິໂລແມັດ ແບ່ງເປັນ 7.17 ກິໂລແມັດ ຢູ່ທີ່ເບື້ອງຈີນກັບ 2.51 ກິໂລແມັດ ຢູ່ເບື້ອງລາວ ແລະ ຈິໃຊ້ເວລາກໍ່ສ້າງເຖິງ 56 ເດືອນ ຈຶ່ງຈະແລ້ວເສັດ ໂດຍທາງການລາວກັບຈີນ ໄດ້ ຕັ້ງຊື່ວ່າ “ອຸໂມງມິດຕະພາບ” ເພື່ອສະແດງເຖິງມິດຕະພາບທີ່ເລີກເຊິ່ງລະຫວ່າງ 2 ຊາດ.

ຫລັກໝາຍ ແລວທາງລົດໄຟ
ຫລັກໝາຍ ແລວທາງລົດໄຟ

ທັງນີ້ທາງການລາວກັບຈີນ ໄດ້ຕົກລົງຮ່ວມທຶນກັນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງການລົງທຶນທີ່ມີມູນຄ່າລວມ 38,700 ລ້ານຢວນ ຫຼື ຫຼາຍກວ່າ 6,000 ລ້ານໂດລາ ໂດຍກ່ອນໜ້ານີ້ ທະນາຄານເພື່ອການສົ່ງອອກ ແລະນຳເຂົ້າຂອງຈີນ ກໍໄດ້ຕົກລົງໃຫ້ເງິນກູ້ແກ່ລັດຖະບານລາວ ໃນມູນຄ່າລວມ 480 ລ້ານໂດລາ ເພື່ອ ນຳໃຊ້ໃນການຮ່ວມລົງທຶນ ໝາຍຄວາມວ່າ ລັດຖະບານລາວຍັງຈະຕ້ອງຈັດຫາ ເງິນທຶນອີກ ໃນມູນຄ່າ 1,332 ລ້ານໂດລາ ຈຶ່ງຈະພຽງພໍສຳລັບການຮ່ວມລົງທຶນ ໃນສັດສ່ວນ 30 ເປີເຊັນ ດັ່ງກ່າວ ຊຶ່ງຈະເປັນການກູ້ຢືມ ຈາກສະຖາບັນການເງິນ ໃນປະເທດຈີນ ເຊັ່ນດຽວກັນ.

ສຳລັບການກູ້ຢືມຈາກຈີນດັ່ງກ່າວນີ້ ຈະມີລະຍະເວລາຜ່ອນຊຳລະຄືນໃນ 5 ປີ ດ້ວຍ ອັດຕາດອກເບ້ຍ 2.3 ເປີເຊັນຕໍ່ປີ ແລະລັດຖະບານລາວ ຍັງຈະຕ້ອງຮັບປະກັນໜີ້ເງິນກູ້ ພ້ອມດອກເບ້ຍ ດ້ວຍລາຍໄດ້ຈາກບໍ່ແຮ່ Potash ເຖິງ 5 ແຫ່ງທີ່ເປັນໂຄງການລົງທຶນ ຂອງກຸ່ມທຸລະກິດຈາກຈີນໃນລາວ.

ໂຄງການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ລາວກັບຈີນ ມີລະຍະທາງຍາວ 427.2 ກິໂລແມັດ ຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມາທີ່ນະຄອນຫຼວງວຽງຈັນ ດ້ວຍລາງໄຟຂະໜາດ ກວ້າງ 1.435 ແມັດ ທີ່ແຍກກັນລະຫວ່າງຂະບວນໂດຍສານ ແລະຂະບວນສົ່ງສິນຄ້າ ທີ່ມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງ ຕາມລຳດັບ ຫາກແຕ່ສຳລັບຂະ ບວນໂດຍສານ ທີ່ຢູ່ເຂດທົ່ງພຽງ ຄືຈາກວັງວຽງ ມານະຄອນຫຼວງວຽງຈັນນັ້ນ ຈະສາ ມາດແລ່ນດ້ວຍຄວາມໄວເຖິງ 200 ກິໂລແມັດຕໍ່ຊົ່ວໂມງ.

ທາງລົດໄຟຈາກດ່ານບໍ່ເຕັນ ມາເຖິງນະຄອນຫຼວງວຽງຈັນ ຈະມີສະຖານີທັງໝົດ 33 ແຫ່ງ ໃນນີ້ເປັນສະຖານີຂະໜາດໃຫຍ່ 5 ແຫ່ງ ທີ່ບ້ານນາເຕີຍ ທີ່ເມືອງໄຊ ທີ່ຫຼວງພະບາງ ທີ່ວັງວຽງ ທີ່ນະຄອນຫຼວງວຽງຈັນ ແລະເປັນສະຖານີສິນຄ້າ ອີກ 1 ແຫ່ງ ໂດຍນຳໃຊ້ ເທັກໂນໂລຈີລົດໄຟຈີນຂັບເຄື່ອນດ້ວຍໄຟຟ້າ ຮອງຮັບນ້ຳໜັກໄດ້ 3,000 ໂຕນຕໍ່ 1 ຂະບວນ ຊຶ່ງທາງການລາວເຊື່ອວ່າ ຈະສ້າງຜົນປະໂຫຍດ ທາງເສດຖະກິດໄດ້ ຢ່າງ ຫຼວງຫຼາຍ.

XS
SM
MD
LG