ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄງການກໍ່ສ້າງ ທາງລົດໄຟໃນ ລາວ ຈະສາມາດຄືນທຶນ ໄດ້ພາຍໃນ 35 ປີ


ແຜນທີ່ລາງລົດໄຟ ລາວ - ຈີນ.
ແຜນທີ່ລາງລົດໄຟ ລາວ - ຈີນ.

ໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ຈະສາມາດຄືນທຶນໄດ້ພາຍໃນ 35 ປີ ລວມໄລຍະການກໍ່ສ້າງດ້ວຍ ໂດຍການກໍ່ສ້າງຈະຕ້ອງນຳໃຊ້ເງິນລົງທຶນລວມທຶນ 5,956 ລ້ານ.

ທ່ານ ລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ຢືນຢັນວ່າ ໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອຕໍ່ກັບ ຈີນ ຈາກດ່ານ ບໍ່ເຕັນ ມາທີ່ນະຄອນຫຼວງວຽງຈັນ ທີ່ເປັນການຮ່ວມທຶນ ລະຫວ່າງ ທາງການ ລາວ ກັບ ຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ໃນມູນຄ່າການລົງທຶນລວມ 5,956 ລ້ານໂດລາ ນັ້ນຄາດໝາຍວ່າຈະສາມາດຈັດເກັບລາຍຮັບເພື່ອແທນທຶນຄືນໄດ້ທັງໝົດພາຍໃນ 35 ປີ ລວມໄລຍະການກໍ່ສ້າງດ້ວຍ ໂດຍເຖິງແມ່ນວ່າຈະຖືເປັນໄລຍະຂອງການຄືນທຶນທີ່ຍາວ ນານກໍຕາມ ຫາກແຕ່ກໍຖືເປັນໂຄງການທີ່ຈະສ້າງຜົນປະໂຫຍດທາງເສດຖະກິດໄດ້ຢ່າງ ຫຼວງຫຼາຍດັ່ງທີ່ ທ່ານໄດ້ໃຫ້ການອະທິບາຍວ່າ

"ປະສິດທິຜົນທາງດ້ານເສດຖະກິດນັ້ນສູງ ແມ່ນປະສິດທິຜົນທີ່ວ່າຂະແໜງການອື່ນໆ ທີ່ບໍ່ໄດ້ເຮັດການຂົນສົ່ງທາງລົດໄຟໄດ້ຜົນປະໂຫຍດ ຍົກຕົວຢ່າງໃນປະຈຸບັນນີ້ພວກ ເຮົາຂົນສິນຄ້າກະສິກຳໄປຂາຍໃຫ້ປະເທດ ຈີນ ຊຶ່ງເປັນຕະຫຼາດໃຫຍ່ ແຕ່ວ່າເຮົາເອົາ ລົດຂົນສົ່ງ ເຮົາຂົນໄປທຸກມື້ນີ້ຮອດຊາຍແດນ ຈີນ ໃຊ້ເວລາ 3 ມື້ເດ ຄັນເຮົາມີລົດໄຟນີ້ ນະພຽງ 2 ຊົ່ວໂມງເຄິງ ອັນນີ້ທັງລາຄາຖືກກວ່າ ແລະ ກະຮອດໄວກວ່າ ນອກຈາກນີ້ກໍ ຍັງເປັນເງື່ອນໄຂໃຫ້ແກ່ການລົງທຶນຕ່າງໆ ອັນນີ້ວຽກເຮັດງານທຳກໍສູງ ແລະ ໂຄງການ ທາງລົດໄຟນີ້ມັນຈະຍາວນານທີ່ສຸດ."

ໂຄງການກໍ່ສ້າງລົດໄຟ ລາວ-ຈີນ ຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງກວ້າງ ເບື້ອງລະ 50 ແມັດ ຊຶ່ງເຮັດໃຫ້ຈຳເປັນຕ້ອງເວນຄືນທີ່ດິນຂອງປະຊາຊົນໃນຫຼາຍພື້ນທີ່ ໂດຍການດຳເນີນງານໃນປະຈຸບັນນີ້ກໍຢູ່ໃນໄລຍະຂອງການສຳຫຼວດວ່າຈະຕ້ອງມີການ ເວນຄືນທີ່ດິນຕອນໃດ ແລະ ຈະຕ້ອງໃຊ້ງົບປະມານເທົ່າໃດ ເພື່ອຊົດເຊີຍຄ່າທີ່ດິນໃຫ້ກັບ ປະຊາຊົນທີ່ຈະຕ້ອງຖືກເວນຄືນໃນໄລຍະຕໍ່ໄປ.

ທາງການ ລາວ ແລະ ຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໃນໂຄງການກໍ່ສ້າງ ທາງລົດໄຟເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ນະຄອນຫຼວງ ປັກກິ່ງ ແລະ ໄດ້ສ້າງຕັ້ງວິສາ ຫະກິດຮ່ວມທຶນ ລາວ-ຈີນ ຂຶ້ນມາຮັບຜິດຊອບໂຄງການ ໂດຍຄະນະຊີ້ນຳໂຄງການກໍໄດ້ ຄັດເລືອກບໍລິສັດກໍ່ສ້າງທາງລົດໄຟ ຈີນ ເລກ 2 ເປັນຜູ້ຮັບເໝົາກໍ່ສ້າງທາງລົດໄຟໄລຍະທີ 6 ທີ່ເຊື່ອຕໍ່ແຂວງວຽງຈັນ ມາຍັງນະຄອນຫຼວງວຽງຈັນ ທັງໄດ້ຄັດເລືອກບໍລິສັດ Great Wall Henan ເປັນທີ່ປຶກສາການກໍ່ສ້າງທາງລົດໄຟໄລຍະດັ່ງກ່າວນັບແຕ່ເດືອນທັນວາ 2015 ເປັນຕົ້ນມາ.

ໂດຍໃນປະຈຸບັນນີ້ ການກໍ່ສ້າງອຸໂມງເຊື່ອມຕໍ່ຊາຍແດນຢູ່ດ່ານບໍ່ຫານໃນເຂດສິບສອງ ພັນນາຂອງ ຈີນ ກັບດ່ານບໍ່ເຕັນ ໃນແຂວຫຼວງນ້ຳທາຂອງ ລາວ ກໍໄດ້ເລີ່ມລົງມືກໍ່ສ້າງໃນ ພາກ ຕົວຈິງແລ້ວທັງນີ້ ອຸໂມງດັ່ງກ່າວຈະມີລວງຍາວ 9.68 ກິໂລແມັດ ແບ່ງເປັນ 7.17 ກິໂລ ແມັດຢູ່ທີ່ເບື້ອງ ຈີນ ກັບ 2.51 ກິໂລແມັດຢູ່ເບື້ອງ ລາວ ແລະ ຈະໃຊ້ເວລາກໍ່ສ້າງເຖິງ 56 ເດືອນຈຶ່ງຈະແລ້ວສຳເລັດ ໂດຍທາງການ ລາວ ກັບ ຈີນ ໄດ້ຕັ້ງຊື່ວ່າ "ອຸໂມງມິດຕະ ພາບ" ເພື່ອສະແດງເຖິງມິດຕະພາບທີ່ເລິກເຊິ່ງ ລະຫວ່າງ 2 ຊາດ.

ທັງນີ້ທາງການ ລາວ ກັບ ຈີນ ໄດ້ຕົກລົງຮ່ວມທຶນກັນໃນສັດສ່ວນ 30 ເປີເຊັນຕໍ່ 70 ເປີ ເຊັນ ຂອງການລົງທຶນທີ່ມີມູນຄ່າລວມ 38,700 ລ້ານຢວນ ໂດຍກ່ອນໜ້ານີ້ທະນາຄານ ເພື່ອ ການສົ່ງອອກ ແລະ ນຳເຂົ້າຂອງ ຈີນ ກໍໄດ້ຕົກລົງໃຫ້ເງິນກູ້ແກ່ລັດຖະບານ ລາວ ໃນມູນ ຄ່າ 480 ລ້ານໂດລາ ຈຶ່ງຍັງຈະຕ້ອງຈັດຫາເງິນທຶນອີກເຖິງ 1,306 ລ້ານໂດລາ ຊຶ່ງຄາດ ວ່າ ລັດຖະບານ ລາວ ຈະກູ້ຢືມຈາກສະຖາບັນການເງິນຂອງ ຈີນ ເຊັ່ນດຽວກັນ.

ສຳລັບການກູ້ຢືມຈາກ ຈີນ ດັ່ງກ່າວນີ້ ຈະມີໄລຍະເວລາຜ່ອນຊຳລະຄືນໃນ 5 ປີດ້ວຍອັດ ຕາດອກເບ້ຍ 2.3 ເປີເຊັນຕໍ່ປີ ແລະ ລັດຖະບານ ລາວ ຍັງຈະຕ້ອງຮັບປະກັນໜີ້ເງິນກູ້ ພ້ອມດອກເບ້ຍ ດ້ວຍລາຍໄດ້ຈາກບໍ່ແຮ່ Potash ເຖິງ 5 ແຫ່ງທີ່ເປັນໂຄງການລົງທຶນ ຂອງກຸ່ມທຸລະກິດຈາກ ຈີນ ໃນ ລາວ.

ໂດຍໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ ລາວ ກັບ ຈີນ ມີໄລຍະທາງຍາວ 427.2 ກິໂລ ແມັດຈາກດ່ານຊາຍແດນບໍ່ເຕັນ-ບໍ່ຫານ ມາທີ່ນະຄອນຫຼວງວຽງຈັນ ດ້ວຍລາງລົດໄຟຂະ ໜາດກວ້າງ 1.435 ແມັດທີ່ແຍກກັນ ລະຫວ່າງ ຂະບວນໂດຍສານ ແລະ ຂະບວນສົ່ງສິນ ຄ້າ ທີ່ມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ ມີສະຖານີທັງໝົດ 33 ແຫ່ງແບ່ງເປັນສະຖານີສັບຫຼີກລົດໄຟ 21 ແຫ່ງ, ສະຖານີໂດຍສານ 11 ແຫ່ງ ແລະ ສະຖາ ນີສິນ ຄ້າ 1 ແຫ່ງ ໂດຍລົດໄຟ ຈີນ ຮອງຮັບນ້ຳໜັກໄດ້ຂະບວນລະ 3,000 ໂຕນ.

XS
SM
MD
LG