ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິສາຫະກິດຮ່ວມທຶນທາງລົດໄຟ ລາວ-ຈີນ ຍັງບໍ່ທັນຈ່າຍເງິນຊົດເຊີຍທີ່ດິນ ແລະສິ່ງປຸກສ້າງທີ່ຖືກເວນຄືນໃຫ້ປະຊາຊົນລາວ 1 ພັນ​ກວ່າຄອບຄົວ


ຮູບພາບ ເຮືອນຈັດສັນໃໝ່ຈາກໂຄງການທາງລົດໄຟ ລາວ-ຈີນ.
ຮູບພາບ ເຮືອນຈັດສັນໃໝ່ຈາກໂຄງການທາງລົດໄຟ ລາວ-ຈີນ.

ວິສາຫະກິດຮ່ວມທຶນທາງລົດໄຟ ລາວ-ຈີນ ຍັງບໍ່ທັນຈ່າຍຊົດເຊີຍທີ່ດິນ ແລະສິ່ງປຸກສ້າງທີ່ຖືກເວນຄືນໃຫ້ປະຊາຊົນລາວ 1,016 ຄອບຄົວ ເພາະປະຊາຊົນບໍ່ຍອມຮັບຄ່າຊົດເຊີຍທີ່ຕໍ່າກວ່າຄວາມເປັນຈິງ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານວຽງສະຫວັດ ສີພັນດອນ, ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ຖະແຫຼງວ່າ ການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນລາວ ໄດ້ສົ່ງຜົນກະທົບແລະ ເຮັດໃຫ້ຕ້ອງດໍາເນີນການເວນຄືນທີ່ດິນ ແລະສິ່ງປຸກສ້າງຂອງປະຊາຊົນລາວຈໍານວນທັງໝົດ 6,333 ຄອບຄົວ ໂດຍໃນນີ້ ສາມາດຕົກລົງ ແລະຈ່າຍເງິນຊົດເຊີຍ ໄດ້ຢ່າງຄົບຖ້ວນ ຕາມລະບຽບການຂອງລັດຖະບານລາວແລ້ວ 5,272 ຄອບຄົວ ຄິດເປັນມູນຄ່າ 1,436.11 ຕື້ກີບ ຈຶ່ງຍັງເຫຼືອ 1,016 ຄອບຄົວທີ່ຍັງບໍ່ຍອມຮັບເອົາເງິນຊົດເຊີຍໃນມູນຄ່າລວມ 279.98 ຕື້ກີບ ເພາະເຫັນວ່າເປັນການຊົດເຊິຍທີ່ຕໍ່າກວ່າຄວາມເປັນຈິງ ທັງຍັງບໍ່ສາມາດຕິດຕາມໂຕເຈົ້າຂອງທີ່ດິນ ແລະສິ່ງປຸກສ້າງຈໍານວນນຶ່ງໄດ້ເລີຍອີກດ້ວຍ ອັນເຮັດໃຫ້ຈະຕ້ອງດໍາເນີນມາດຕະການໃດນຶ່ງເພື່ອແກ້ໄຂບັນຫາໃຫ້ໄດ້ຢ່າງຄົບຖ້ວນຕໍ່ໄປ, ດັ່ງທີ່ ທ່ານວຽງສະຫວັດ ໄດ້ໃຫ້ການຢືນຢັນວ່າ:

“ການຈັດຕັ້ງປະຕິບັດການຊົດເຊີຍທີ່ບໍ່ສໍາເລັດຕາມແຜນນີ້ ຍ້ອນສາເຫດອັນທີ 1 ຜູ້ທີ່ຖືກຜົນກະທົບຈໍານວນນຶ່ງຍັງບໍ່ທັນເຂົ້າໃຈແລະເປັນເອກະພາບ ຫຼືວ່າບໍ່ຍອມ ຮັບໄດ້ ກັບລາຄາຫົວໜ່ວຍຊົດເຊີຍ ທີ່ທາງອໍານາດປົກຄອງທ້ອງຖິ່ນວາງອອກ ອັນທີ 2 ແມ່ນວ່າ ລະບຽບການເບີກຈ່າຍຄ່າຊົດເຊີຍຍັງມີຫຼາຍຂັ້ນຕອນ ແຕ່ກີ້ມີ 7 ຂັ້ນຕອນ ແຕ່ດຽວນີ້ປັບປຸງແລ້ວຍັງເຫຼືອ 5 ຂັ້ນຕອນ ຕໍ່ກັບທີ່ດິນ ທີ່ບໍ່ສາ ມາດພົວພັນກັບເຈົ້າຂອງໄດ້ ຫຼືເຈົ້າຂອງທີ່ດິນບໍ່ສາມາດພົວພັນນັ້ນ ແມ່ນສະເໜີໃຫ້ຫ້ອງການປົກຄອງຫາລືກໍານົດເວລາ ໃຫ້ພົວພັນກັບຄະນະໄກ່ເກ່ຍພາຍໃນກໍານົດ 30 ວັນ.”

ທັງນີ້ ໂຄງການທາງລົດໄຟ ລາວ-ຈີນ ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນລາວ 6,333 ຄອບຄົວ ໃນເຂດ 13 ເມືອງຂອງແຂວງຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ວຽຈັນ ແລະນະຄອນຫຼວງວຽງຈັນ ໂດຍມີທີ່ດິນຖືກເວນຄືນ 3,832 ເຮັກຕາ ສິ່ງປຸກສ້າງ 3,346 ຫຼັງ ຕົ້ນໄມ້ກວ່າ 1 ລ້ານຕົ້ນ ຫາກແຕ່ວ່າກໍຍັງປາກົດມີການຊັກຊ້າໃນການຈ່າຍເງິນຊົດເຊີຍເລື້ອຍມາ ໂດຍການຊົດເຊີຍຢູ່ທີ່ແຂວງຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ຈະມີອັດຕາສະເລ່ຍ 11,000-80,000 ກີບຕໍ່ຕາແມັດ ສ່ວນທີ່ແຂວງວຽງຈັນ ແລະເຂດນະຄອນຫຼວງວຽງຈັນ ຈະຊົດເຊີຍ 15,000-137,000 ກີບຕໍ່ຕາແມັດ ເຊິ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນລາຍງານວ່າ ທີ່ດິນຢູ່ເຂດເມືອງນາຊາຍທອງ ມີລາຄາສະເລ່ຍທີ່ 1 ລ້ານ 3 ແສນກີບຕໍ່ຕາແມັດ ແຕ່ກໍມີການຊົດເຊີຍທີ່ລາຄາສະເລ່ຍ 137,000 ກີບຕໍ່ຕາແມັດ ຫຼືຄິດເປັນ 10 ເປີເຊັນເທົ່ານັ້ນ ຂອງລາຄາຊື້ຂາຍທີ່ແທ້ຈິງໃນປັດຈຸບັນ.

ສ່ວນ ທ່ານອູ່ຕາແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມຄຸ້ມຄອງການລົງທຶນກະຊວງແຜນການ ແລະການລົງທຶນ ຖະແຫຼງວ່າ ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ກໍຄືພາກສ່ວນທີ່ໄດ້ຮັບສິດ ໃນການເປັນຜູ້ລົງທຶນພັດທະນາສະຖານີລົດ ໄຟ ແລະເຂດທີ່ຕໍ່ເນື່ອງກັບສະຖານີລົດໄຟ 4 ແຫ່ງ ກໍຄືສະຖານີນະຄອນຫຼວງວຽງຈັນ ສະຖານີວັງວຽງ ສະຖານີຫຼວງພະບາງ ແລະສະຖານີເມືອງໄຊ ແຂວງອຸດົມໄຊ ເຊິ່ງເປັນສະຖານີຂະໜາດໃຫຍ່ທີ່ມີຄວາມສໍາຄັນທັງໃນດ້ານການຂົນ ສົ່ງ-ໂດຍສານ ການຄ້າ ການລົງທຶນ ການທ່ອງທ່ຽວ ແລະການບໍລິການຢ່າງຄົບວົງຈອນ ໂດຍພື້ນທີ່ໃນເຂດສະຖານີລົດໄຟທັງ 4 ແຫ່ງດັ່ງກ່າວ ບໍ່ໄດ້ລວມຢູ່ໃນມູນຄ່າການລົງທຶນກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ກໍໃຫ້ຖືເປັນສິດຂອງບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດພຽງຜູ້ດຽວ ທີ່ຈະເກັບເອົາຜົນປະໂຫຍດຈາກການພັດທະນາພື້ນທີ່ຕໍ່ເນື່ອງ ກັບສະຖານີລົດໄຟທັງ 4 ແຫ່ງນັ້ນ ແຕ່ຈະຕ້ອງທົດແທນຄ່າທີ່ດິນ ແລະສິ່ງປຸກສ້າງທີ່ຈະຖືກເວນຄືນຕາມກົດໝາຍຂອງລາວຢ່າງຄົບຖ້ວນດ້ວຍ.

ທັງນີ້ ໂດຍບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ຮັບສິດທິໃນການເວນຄືນທີ່ດິນ ທີ່ຕໍ່ເນື່ອງກັບສະຖານີນະຄອນຫຼວງວຽງຈັນ 1 ເຮັກຕາ ສະຖາ ນີເມືອງໄຊ 1 ພັນເຮັກຕາ ສະຖານີວັງວຽງ 500 ເຮັກຕາ ແລະສະຖານີຫຼວງພະບາງ 500 ເຮັກຕາ ທີ່ແນໃສ່ການເຊື່ອມຕໍ່ Logistics ລາວ-ຈີນ ຢ່າງຄົບວົງຈອນ.

XS
SM
MD
LG