ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່ສ້າງທາງລົດໄຟ ໃນລາວ ຈະຕ້ອງວ່າ ຈ້າງແຮງງານຈາກຈີນ ຫຼາຍກວ່າ 10,000 ຄົນ


ການລົນນະລົງ ໃຫ້ເຫັນເຖິງຜົນປະໂຫຍດ ຂອງໂຄງການທາງລົດໄຟ ລາວ-ຈີນ ຕໍ່ ປະເທດຊາດ ແລະ ປະຊາຊົນ
ການລົນນະລົງ ໃຫ້ເຫັນເຖິງຜົນປະໂຫຍດ ຂອງໂຄງການທາງລົດໄຟ ລາວ-ຈີນ ຕໍ່ ປະເທດຊາດ ແລະ ປະຊາຊົນ

ການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ຈະຕ້ອງວ່າຈ້າງແຮງງານມີຝີມື ຈາກຈີນ ເກີນກວ່າ 10,000 ຄົນ ສ່ວນແຮງງານລາວ ກໍຄາດວ່າ ຈະສາມາດປະກອບ
ສ່ວນໄດ້ພຽງ 10 ເປີເຊັນ ເທົ່ານັ້ນ.

ພາຍຫລັງພິທີເປີດການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ໄດ້ຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2016 ທີ່ຜ່ານມາ ຢູ່ແຂວງຫລວງພະບາງ ໂດຍທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ກຽດເປັນປະທານໃນພິທີ ພ້ອມ ດ້ວຍເອກອັກຄະລັດຖະທູດຈີນ ປະຈຳນະຄອນວຽງຈັນ ແລະຄະນະຜູ້ຕາງໜ້າ ຂອງ ທາງການທັງ 2 ປະເທດໄດ້ເຂົ້າຮ່ວມເປັນສັກຂີພະຍານ ພາຍໃຕ້ເປົ້າໝາຍ ທີ່ຈະ ກໍ່ສ້າງໃຫ້ສຳເລັດພາຍໃນປີ 2021 ນັ້ນ ການກໍ່ສ້າງພາກຕົວຈິງ ກໍໄດ້ເລີ້ມຂຶ້ນແລ້ວ ໃນຂະນະນີ້.

ພິທີເປີດການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ໄດ້ຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2016 ທີ່ຜ່ານມາ ຢູ່ແຂວງຫລວງພະບາງ ໂດຍທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ກຽດເປັນປະທານ.
ພິທີເປີດການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ໄດ້ຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2016 ທີ່ຜ່ານມາ ຢູ່ແຂວງຫລວງພະບາງ ໂດຍທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ກຽດເປັນປະທານ.

ໂດຍຄາດໝາຍວ່າຈະຕ້ອງນຳໃຊ້ແຮງງານ ທີ່ມີປະສົບການໃນການກໍ່ສ້າງທາງລົດໄຟ ຈາກຈີນ ຈຳນວນຫຼາຍກວ່າ 10,000 ຄົນ ຊຶ່ງໃນຈຳນວນນີ້ ກໍປະກົດວ່າ ໄດ້ເດີນທາງ ເຂົ້າໄປໃນແຂວງອຸດົມໄຊ ຫລວງນ້ຳທາ ແລະຫລວງພະບາງ ແລ້ວຫຼາຍກວ່າ 9,000
ຄົນ ໂດຍສະເພາະແມ່ນ ແຂວງອຸດົມໄຊ ນັ້ນ ຈະຕ້ອງນຳໃຊ້ແຮງງານຈາກຈີນເຖິງ
5,000 ຄົນ ເນື່ອງຈາກທາງລົດໄຟຈະຕ້ອງຜ່ານແຂວງອຸດົມໄຊ ເປັນລະຍະທາງລວມ 126.6 ກິໂລແມັດ ຄິດເປັນ 1 ໃນ 3 ຂອງເສັ້ນທາງລົດໄຟທັງໝົດໃນລາວ ແລະຈະ
ຕ້ອງກໍ່ສ້າງສະພານ ແລະເຈາະອຸໂມງ ຄິດເປັນ 40 ເປີເຊັນ ຂອງທາງລົດໄຟໃນແຂວງ ດັ່ງກ່າວນີ້.

ຄະນະບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດ ເລືອກ 11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບ ການກໍ່ສ້າງທາງລົດໄຟ.
ຄະນະບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດ ເລືອກ 11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບ ການກໍ່ສ້າງທາງລົດໄຟ.

ສ່ວນຢູ່ແຂວງຫລວງນ້ຳທານັ້ນ ກໍມີແຮງງານຈາກຈີນ 1,000 ກວ່າຄົນ ທີ່ໄດ້ເດີນທາງ ເຂົ້າໄຟປະຕິບັດງານແລ້ວ ທັງຍັງມີແຮງງານລາວ 100 ກວ່າຄົນ ທີ່ໄດ້ເຂົ້າຮ່ວມ ການສຳຫຼວດຜົນກະທົບ ຕໍ່ປະຊາຊົນທີ່ຢູ່ໃນເຂດບ້ານບໍ່ເຕັນ ບ້ານຕີນຊານ ແລະບ້ານ ນາເຕີຍ ຊຶ່ງຄືບໜ້າໄປແລ້ວ 70 ເປີເຊັນ ແລະພວມເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ຕາມແລວທາງລົດໄຟ ທີ່ຈະມີລະຍະທາງຍາວ 16.9 ກິໂລແມັດ ໃນແຂວງ ຫລວງນ້ຳທາ ໂດຍຈະມີການກໍ່ສ້າງສະຖານີລົດໄຟ 2 ແຫ່ງຄືສະຖານີບໍ່ເຕັນ ສຳລັບ ກວດຄົນເຂົ້າ-ອອກເມືອງ ແລະສະຖານີຂະໜາດໃຫຍ່ຢູ່ບ້ານນາເຕີຍ.

ສຳລັບຢູ່ແຂວງຫລວງພະບາງ ກໍມີແຮງງານຈາກຈີນ 3,000 ກວ່າຄົນ ທີ່ເດີນທາງ ເຂົ້າໄປປະຕິບັດງານ ໃນເຂດກໍ່ສ້າງທາງລົດໄຟ ນັບແຕ່ວັນທີ 25 ທັນວາ 2016 ເປັນ ຕົ້ນມາ ໂດຍທາງລົດໄຟຈະຜ່ານເມືອງຈອມເພັດ ເມືອງຫລວງພະບາງ ແລະເມືອງ
ຊຽງເງິນ ລະຍະທາງລວມ 80 ກິໂລແມັດ ມີ 1 ສະຖານີໃຫຍ່ ກັບ 4 ສະຖານີຍ່ອຍ ທັງຈະຕ້ອງສ້າງສະພານຂ້າມນ້ຳຂອງ 1 ແຫ່ງ ແລະເຈາະອຸໂມງ 6 ແຫ່ງ.

ທັງນີ້ ໂດຍຄະນະບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດ
ເລືອກ 11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບ ການກໍ່ສ້າງທາງລົດໄຟ ຢ່າງ ເປັນທາງການ ເມື່ອເດືອນຕຸລາ 2016 ທີ່ຜ່ານມາ ຊຶ່ງແບ່ງເປັນ 5 ບໍລິສັດຮັບເໝົາ
ກໍ່ສ້າງ ກັບ 6 ບໍລິສັດທີ່ປຶກສາ ໂດຍລັດຖະບານລາວ ໄດ້ຕົກລົງໃຫ້ສິດທິພິເສດ ແກ່ ບໍລິສັດຈີນເຫຼົ່ານີ້ ເຖິງ 6 ດ້ານດ້ວຍກັນ ກໍຄື ການນຳໃຊ້ ແລະ ສະແຫວງຫາຜົນ
ປະໂຫຍດ ຈາກທີ່ດິນຕະຫຼອດແລວທາງລົດໄຟ ໂດຍບໍ່ຕ້ອງເສຍອາກອນຄ່າ
ສຳປະທານ ການຍົກເວັ້ນອາກອນທຸລະກິດ ແລະພາສີມູນຄ່າເພີ່ມ ຍົກເວັ້ນຄ່າ
ທຳນຽມ ວັດສະດຸທີ່ນຳໃຊ້ ໃນການກໍ່ສ້າງ ແລະຈັດເກັບຄ່າທຳນຽມການພັກເຊົາ ແລະການທຳງານຂອງຊາວຕ່າງຊາດ ພຽງ 50 ເປີເຊັນ ເທົ່ານັ້ນ.

ໂຄງການກໍ່ສ້າງທາງລົດໄຟໃນລາວ ເປັນການຮ່ວມລົງທຶນ ລາວ-ຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າລົງທຶນ ລວມ 38,700 ລ້ານຢວນ ຫຼືເກືອບ 6,000 ລ້ານໂດລາ ຊຶ່ງກູ້ຢືມຈາກສະຖາບັນການເງິນຂອງຈີນ ໂດຍທາງການລາວເຊື່ອວ່າ ຈະສ້າງຜົນປະໂຫຍດໃຫ້ກັບລາວ ໃນລະຍະຍາວ ດັ່ງທີ່ ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ໃຫ້ການຢືນຢັນວ່າ:

“ແຕ່ວ່າ ປະສິດທິຜົນທາງດ້ານເສດຖະກິດນັ້ນສູງ ກໍແມ່ນປະສິດທິຜົນທີ່ວ່າ ຂະແໜງການອື່ນໆ ທີ່ບໍ່ໄດ້ເຮັດການຂົນສົ່ງທາງລົດໄຟໄດ້ຮັບຜົນປະໂຫຍດ ຍົກຕົວຢ່າງ ປັດຈຸບັນນີ້ນ່າ ພວກເຮົາຂົນສິນຄ້າກະສິກຳ ໄປຂາຍໃຫ້ປະເທດຈີນ ຊຶ່ງເປັນຕະຫຼາດໃຫຍ່ ແຕ່ວ່າເຮົາເອົາລົດຂົນສົ່ງເຮົາ ຂົນໄປທຸກມື້ນີ້ ຮອດຊາຍ
ແດນຈີນ ໃຊ້ເວລາສາມມື້ເດ້ ຄັນເຮົາມີລົດໄຟນີ້ນ່າ ພຽງແຕ່ສອງຊົ່ວໂມງເຄິ່ງ ອັນນີ້ທັງລາຄາຖືກກວ່າ ແລ້ວກະຮອດໄວກວ່າ ນອກຈາກນີ້ ຍັງເປັນເງື່ອນໄຂ ໃຫ້ແກ່ການລົງທຶນຕ່າງໆ ອັນນີ້ ວຽກເຮັດງານທຳກະສູງ ແລ້ວໂຄງການລົດໄຟນີ້ ຈະຍາວນານທີ່ສຸດ.”

ໂດຍທາງລົດໄຟໃນລາວ ຈະມີລະຍະທາງຍາວ 417 ກິໂລແມັດ ຈາກດ່ານຊາຍແດນ ບໍ່ເຕັນ ໃນແຂວງຫລວງນ້ຳທາ ຜ່ານແຂວງອຸດົມໄຊ ຫາ ຫລວງພະບາງ ຫາ ຊຽງຂວາງ
ຫາ ວັງວຽງໃນແຂວງວຽງຈັນ ຕໍ່ມານະຄອນວຽງຈັນ ໂດຍລາງລົດໄຟມີຂະໜາດກວ້າງ 1.435 ແມັດ ແຍກກັນລະຫວ່າງຂະບວນໂດຍສານ ກັບຂະບວນຂົນສົ່ງສິນຄ້າ ທີ່ມີ ຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງ ຕາມລຳດັບ.

XS
SM
MD
LG