ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພິທີໄຂການເດີນລົດໄຟຄວາມໄວສູງ ລາວ-ຈີນ ຢ່າງເປັນທາງການ ໃນວັນທີ 3 ທັນວາ ຕາມແຜນການທີ່ໄດ້ວາງໄວ້


ມຸມມອງອີກດ້ານນຶ່ງຂອງສະຖານີລົດໄຟຄວາມໄວສູງ ລາວ-ຈີນ ທີ່ນະຄອນຫຼວງວຽງຈັນ.
ມຸມມອງອີກດ້ານນຶ່ງຂອງສະຖານີລົດໄຟຄວາມໄວສູງ ລາວ-ຈີນ ທີ່ນະຄອນຫຼວງວຽງຈັນ.

ທາງລົດໄຟຄວາມໄວສູງ ລາວ-ຈີນຈະເປີດໃຫ້ບໍລິການຢ່າງເປັນທາງການຕາມກໍານົດ. ພ້ອມນັ້ນ ກໍຈະມີການເປີດປະເທດຮັບເອົານັກທ່ອງທ່ຽວ ຈໍານວນນຶ່ງເປັນການທົດລອງ ຊຶ່ງນໍາຄວາມດີໃຈມາໃຫ້ປະຊາຊົນລາວ ແຕ່ວ່າ ຂໍ້ແນະນໍາໃນການເປີດໃຫ້ມີການເດີນທາງໃນປະເທດ ກໍຍັງສ້າງຄວາມສັບສົນ ຕໍ່ປະຊາຊົນຫລາຍຄົນຢູ່ ແລະຈໍານວນການຕິດເຊື້ອໃນປະເທດ ກໍຍັງເພີ້ມຂຶ້ນນັບມື້ ຊຶ່ງເປັນການສ່ຽງສູງທີ່ຈະເຮັດໃຫ້ການລະບາດຂອງພະຍາດໂຄວິດ-19 ຍິ່ງເພີ້ມສູງຂຶ້ນໄດ້. ​ໄຊ​ຈະ​ເລີນ​ສຸກ ມີ​ລາຍລະ​ອຽດເລື້ອງນີ້ຈາກນັກຂ່າວຂອງເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພາຍຫລັງໄດ້ເປີດທົດລອງໃຫ້ລົດໄຟຄວາມໄວສູງແລ່ນຢູ່ພາຍໃນລາວ ເປັນເທື່ອທໍາອິດໃນປະຫວັດສາດຂອງປະເທດ ເມື່ອວັນທີ 15 ຕຸລາຜ່ານມາແລ້ວ ທາງລົດໄຟລາວ-ຈີນ ທີ່ມີຄວາມຍາວ 400 ກວ່າກິໂລແມັດນັ້ນ ກໍຈະມີການເປີດໃຫ້ນໍາໃຊ້ຢ່າງເປັນທາງການ ທັນຕາມກໍານົດ ຊຶ່ງຈະໃຫ້ມີຂະບວນລົດໄຟຂົນສົ່ງສິນຄ້າຈະເລີ້ມເປີດໃຫ້ບໍລິການ ໃນວັນທີ 3 ທັນວາ, 1 ວັນຫລັງຈາກວັນຊາດທີ 2 ທັນວາ, ອີງຕາມເຈົ້າໜ້າທີ່ຂັ້ນສູງ ໃນພະແນກໂຍທາແລະຂົນສົ່ງຂອງນະຄອນຫລວງວຽງຈັນ ຊຶ່ງທ່ານກ່າວດັ່ງນີ້:

“ແນ່ນອນ ແນ່ນອນບໍ່ມີການເລື່ອນ ຈະບໍ່ມີການເລື່ອນເດີ ປົກກະຕິ, ຖືວ່າລຸລ່ວງແລ້ວ ບໍ່ມີຫຍັງ ບໍ່ມີບັນຫາແລ້ວ ຈັ່ງໃດກະຊິເປີດເປັນປົກກະຕິແລ້ວ ເພາະວ່າຈີນເຂົາກະຊິມອບຮັບແລ້ວ ໃນວັນທີ 2 ທັນວານີ້ ໃຫ້ມັນແລ້ວ”.

ລາງລົດໄຟຄວາມໄວສູງ ລາວ-ຈີນ ໄປຫາສະຖານີບ້ານໄຊ ໃນນະຄອນຫຼວງວຽງຈັນ.
ລາງລົດໄຟຄວາມໄວສູງ ລາວ-ຈີນ ໄປຫາສະຖານີບ້ານໄຊ ໃນນະຄອນຫຼວງວຽງຈັນ.

ໃນພິທີໄຂການເດີນລົດໄຟຂົນສົ່ງສິນຄ້າເປັນຄັ້ງທໍາອິດນັ້ນ ຂະບວນລ້ານຊ້າງ ຈະນໍາເອົາຄະນະການນໍາຂັ້ນສູງ ໃນລັດຖະບານລາວ ຊຶ່ງນໍາໂດຍ ນາຍົກລັດຖະມົນຕີພັນຄໍາ ວິພາວັນ ອອກເດີນທາງ ຈາກສະຖານີລົດໄຟທີ່ບ້ານໄຊ ໃນນະຄອນຫລວງວຽງຈັນ ໄປຫາສະຖານີລົດໄຟບໍ່ເຕັນ ໃນແຂວງຫລວງນໍ້າທາ ທີ່ຢູ່ຊາຍແດນພາກເໜືອຂອງລາວທີ່ຕິດກັບຈີນນັ້ນ. ຈາກນັ້ນບໍ່ດົນໃນວັນດຽວກັນ ກໍຈະມີຂະບວນລົດໄປຂົນສົ່ງສິນຄ້າງວດທໍາອິດ ຂ້າມຊາຍແດນຈາກ ລາວໄປຫາຈີນເລີ້ມຂຶ້ນໂລດ. ສ່ວນລົດໄຟຂົນສົ່ງຄົນໂດຍສານນັ້ນ ແມ່ນຍັງ ບໍ່ມີແຜນການເປີດອັນແນ່ນອນເທື່ອ ເນື່ອງຈາກການລະບາດຂອງໂຄວິດ-19, ອີງຕາມເຈົ້າໜ້າທີ່ທ່ານນັ້ນ. ທາງລົດໄຟລາວ-ຈີນ ທີ່ວ່ານີ້ ແມ່ນອອກແບບມາໃຫ້ຮອງຮັບລົດໄຟທີ່ແລ່ນໃນຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ສໍາລັບການຂົນສົ່ງໂດຍສານ ແລະ 120 ກິໂລແມັດຕໍ່ຊົ່ວໂມງ ສໍາລັບຂົນສົ່ງສິນຄ້າ.

ພ້ອມກັນນັ້ນ ກໍຈະມີການເປີດປະເທດຮັບເອົານັກທ່ອງທ່ຽວຈໍານວນນຶ່ງເຂົ້າມາ ປະເທດເປັນການທົດລອງ ພາຍຫລັງທີ່ລາວ ໄດ້ປິດປະເທດມາເປັນເວລາດົນນານແລ້ວ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດຊຶ່ງນໍາຄວາມດີໃຈມາໃຫ້ປະຊາຊົນລາວຫລາຍທ່ານ ທີ່ຮູ້ສຶກວ່າການສະກັດກັ້ນພະຍາດຄວນຈະໃຫ້ມັນດຸ່ນດ່ຽວກັບການເປີດໃຫ້ເສດຖະກິດມີການຂະຫຍາຍຕົວ ດັ່ງທີ່ປະຊາຊົນຜູ້ນຶ່ງ ໃນເມືອງປາກເຊ ແຂວງຈໍາປາສັກ ໃຫ້ຄໍາເຫັນວ່າ:

“ຕາມຄວາມຮູ້ສຶກຂອງຂ້ອຍຫັ້ນເນາະ ຂ້ອຍນີ້ວ່າ ຄວນຢູ່ກັບໂຄວິດໃຫ້ມັນໄດ້ ໂດຍສະເພາະແມ່ນໂຕເຮົາເອງ ຕ້ອງປ້ອງກັນເຮົາເອງ ໃຫ້ມັນໄດ້ ຄືຂ້ອຍຄິດ ແຕ່ຄັນເຮົາປິດກັ້ນຈັ່ງຊີ້ຄິດວ່າແຢ້ທີ່ສຸດ. ສະນັ້ນເຮົາຕ້ອງຢູ່ກັບມັນໃຫ້ໄດ້. ມັນກະຢູ່ກັບເຮົາໄດ້. ສໍາຄັນຕ້ອງປ້ອງກັນຕົວເອງໃຫ້ມັນໄດ້ວ່າຊັ້ນສາ. ຂ້ອຍຫັ້ນແນວນັ້ນ ຕ້ອງເປີດໂລດ. ສໍາຄັນເຮົາຕ້ອງຮັກສາເຮົາເອງ ທັດສະນະສ່ວນຕົວແບບໄຂ້ຫວັດໃຫຍ່, ແບບເອດສ໌ ຄັນເຮົາຢູ່ກັບມັນໄດ້ ແມ່ນບໍ່ມີຫຍັງສໍາຄັນ ແມ່ນເຮົາໄດ້ສີດຢາເນາະ.”

ນອກຈາກນັ້ນກໍມີບາງຄົນທີ່ເຫັນດີໃຫ້ເປີດປະເທດ ເພາະເຫັນວ່າ ການປະຕິບັດ ມາດຕະການເພື່ອຄວບຄຸມໂຄວິດ-19 ໃນໄລຍະສອງ-ສາມເດືອນຜ່ານມານີ້ ບໍ່ຄ່ອຍມີປະສິດທິຜົນ ຊຶ່ງມີສາເຫດມາຈາກການຂາດຄວາມເຂັ້ມງວດ ໃນການປະຕິບັດຕາມລະບຽບການ ທີ່ທາງການວາງອອກກ່ຽວກັບເລື້ອງນີ້ ດັ່ງອາຈານສອນໃນໂຮງຮຽນວິທະຍາໄລເອກະຊົນແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ຜູ້ນຶ່ງຊີ້ແຈງວ່າ:

“ມັນຊະຢູ່ບໍ່ເຫັນວ່າໂຄວິດຕິດທໍ່ໃດ ມື້ນຶ່ງຕິດເທົ່າໃດ? ຄັນເພິ່ນວ່າຊິບໍ່ເປີດ ກະ ປິດ ໃຫ້ຄັກແນ່ແມະເນາະ? ຄັນເພິ່ນເຮັດຄາໃຈ ຄາລັກຄາຊັງ ຄັນເຮັດບໍ່ສຸດຫັ້ນນະ ກະແນະນໍາຢາກໃຫ້ເປີດຫລາຍກວ່າ, ຮັກສາໃຜຮັກສາມັນ ແຕ່ວ່າ ຄັນ ວ່າບໍ່ເປີດແຕ່ເຮັດເດັດຂາດກະເຫັນດີນໍາ ກະຕ້ອງປິດແທ້ໆຫັ້ນນະ ບໍ່ໃຫ້ມັນແຜ່ຕິ ອັນນີ້ມັນແຜ່ແລ້ວເດ ຊິຮູ້ວ່າມັນຢູ່ໃສໂຄວິດ”.

ແຕ່ຢ່າງໃດກໍຕາມ ບໍ່ວ່າຈະມີມາດຕະການເປີດເມືອງ ຫລືປິດເມືອງກໍຕາມ ການ ປ່ຽນແປງຢ່າງກະທັນຫັນ ຫລືການເຜີຍແຜ່ລະບຽບການດັ່ງກ່າວເຫລົ່ານີ້ ຂອງ ພາກສ່ວນກ່ຽວຂ້ອງອາດຍັງຈະບໍ່ທົ່ວເຖິງ ແລະຈະແຈ້ງ ຈຶ່ງເຮັດໃຫ້ປະຊາຊົນ ໃນບາງເຂດຮູ້ສຶກສັບສົນ ດັ່ງການບອກເລົ່າຂອງນັກທຸລະກິດທ່ານນຶ່ງ ໃນພາກເໜືອຂອງລາວວ່າ:

“ຍັງງົງຢູ່ ອ່ານເບິ່ງແຈ້ງການເດີ ແຈ້ງການນາຍົກ ບຸດນຶ່ງສັ່ງໃຫ້ເປີດໂຮງຮຽນ ບຸດນຶ່ງຕື່ນເຊົ້າມາພັດສັ່ງປິດ ອ້າດຽວນີ້ມັນເຮັດຈັ່ງຊັ້ນ ຫລາຍຄົນກະສົນໃຈຢູ່ນະບໍ່ມີແຕ່ເຮົານະ ບັນດາລົດອອກເຂົ້າລະຫວ່າງແຂວງບໍ່ໃຫ້ກັກຕົວ, ບາດແຂວງຊຽງຂວາງ, ຊໍາເໜືອເພິ່ນປະກາດວ່າ ຖ້າເຂົ້າແຂວງເຂົາໃຫ້ລ໊ອກດາວ ກັກຕົວ 14 ວັນ, ບາດສະຫວັນນະເຂດ, ຫລວງພະບາງພັດວ່າເປີດແນ້, ເຫັນບໍ່? ປະ ເທດດຽວກັນກະເຮັດບໍ່ຄືກັນ”

ສະຫຼຸບແລ້ວ ການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ທີ່ມີມາເກືອບຮອດ 5 ປີແລ້ວນັ້ນ ກໍຈະສໍາເລັດຕາມຄາດໝາຍ ແລະຈະມີການເປີດໃຫ້ນໍາໃຊ້ ໃນວັນທີ 3 ທັນວາ ຈະມາເຖິງນີ້. ພ້ອມກັນນັ້ນ ກໍຈະມີການເປີດຮັບເອົານັກທ່ອງທ່ຽວຈໍານວນນຶ່ງເປັນການທົດລອງ ຊຶ່ງຫລາຍຄົນຄິດວ່າ ເປັນການດີ ແຕ່ວ່າ ການປະຕິບັດລະບຽບການເປີດແລະປິດ ໃຫ້ເດີນທາງລະຫວ່າງແຂວງຕ່າງໆພາຍໃນລາວນັ້ນ ແມ່ນຍັງບໍ່ເປັນທີ່ຈະແຈ້ງສໍາລັບຄົນຢູ່ໃນຫລາຍແຂວງເທື່ອ.

Video Related to Lao-China Railway Inauguration Planned for December 03
please wait

No media source currently available

0:00 0:02:47 0:00

XS
SM
MD
LG