ເດັກນ້ອຍນັກຮຽນໃນທົ່ວປະເທດລາວ ບໍ່ໄດ້ກິນຢາຂ້າແມ່ທ້ອງເປັນເວລາເກືອບຮອດ 4 ປີ, ເຊິ່ງເຮັດໃຫ້ຫຼາຍກວ່າ 50 ເປີເຊັນຂອງເດັກນ້ອຍລາວທັງໝົດຂາດສານອາຫານ ແລະນໍ້າໜັກຕໍ່າກວ່າເກນ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ຜູ້ປະສານງານອົງການສະຫະປະຊາຊາດເພື່ອການພັດທະນາ ຫຼື UNDP ໃນລຸ່ມແມ່ນໍ້າຂອງເປີດເຜີຍວ່າ ສະພາວະການຂາດເຂີນດ້ານໂພຊະນາການ ແລະສານອາຫານທີ່ຈໍາເປັນສໍາລັບເດັກນ້ອຍລາວ ໃນເຂດຊົນນະບົດ ຖືເປັນບັນຫາສໍາຄັນທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນທີ່ສຸດໃນປັດຈຸບັນນີ້ ເນື່ອງຈາກວ່າການລະບາດພະຍາດໄວຣັສໂຄວິດ-19 ນັບຈາກປີ 2020 ເປັນຕົ້ນມາ ໄດ້ເຮັດໃຫ້ບັນຫາດັ່ງກ່າວນີ້ ມີລະດັບຮຸນແຮງເພີ້ມຂຶ້ນ ໂດຍເຫັນໄດ້ຈາກເດັກນ້ອຍລາວ ອາຍຸຕໍ່າກວ່າ 5 ປີທີ່ມີນໍ້າໜັກຕໍ່າກວ່າເກນນັ້ນ ໄດ້ເພີ້ມຂຶ້ນຈາກ 37 ເປີເຊັນ ໃນປີ 2019 ເປັນເກີນກວ່າ 55 ເປີເຊັນ ໃນປັດຈຸບັນນີ້.
ໂດຍນອກຈາກບັນຫາການຄາດແຄນດ້ານໂພຊະນາການດັ່ງກ່າວ ອັດຕາການເສຍຊີວິດຂອງເດັກມີສາເຫດທີ່ສໍາຄັນມາຈາກການຂາດເຂີນລະບົບໃຫ້ບໍລິການດ້ານສາທາລະນະສຸກສໍາລັບແມ່ ແລະເດັກ ເຊິ່ງກໍເຮັດໃຫ້ອັດຕາການເສຍຊີວິດຂອງແມ່ຍິງລາວໃນຂະນະທີ່ຖືພານັ້ນ ສູງຮອດ 197 ຕໍ່ແສນຄົນ, ສ່ວນແມ່ຍິງລາວທີ່ເກີດລູກໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ-ພະຍາບານ ກໍມີພຽງແຕ່ 54 ເປີເຊັນເທົ່ານັ້ນ ທັງຍັງຖືເປັນສາເຫດສໍາຄັນທີ່ເຮັດໃຫ້ເດັກນ້ອຍລາວທີ່ອາຍຸຕໍ່າກວ່າ 1 ປີ ເສຍຊີວິດເພີ້ມຂຶ້ນນັບມື້ອີກດ້ວຍ ເພາະໄດ້ຮັບຜົນກະທົບຈາກສຸຂະພາບທີ່ອ່ອນແອຂອງຜູ້ເປັນແມ່ນັ້ນເອງ.
ຍິ່ງໄປກວ່ານັ້ນ, ການລະບາດພະຍາດໄວຣັສໂຄວິດ-19 ຍັງໄດ້ສົ່ງຜົນກະທົບເຮັດໃຫ້ເດັກນ້ອຍລາວ ບໍ່ກິນຢາຂ້າແມ່ທ້ອງ ນັບເປັນເວລາເກືອບຮອດ 4 ປີຕິດຕໍ່ກັນນັ້ນ ກໍຍິ່ງເຮັດໃຫ້ເດັກນ້ອຍລາວ ໃນເຂດຊົນນະບົດມີຄວາມສ່ຽງຫຼາຍຂຶ້ນທີ່ຈະເຈັບປ່ວຍດ້ວຍໂຣກທີ່ກ່ຽວກັບການຂາດສານອາຫານ ແລະອາດຈະເສຍຊີວິດໄດ້ ເພາະພະຍາດແມ່ທ້ອງໄດ້ຍາດເອົາສານອາຫານໄປເປັນສ່ວນໃຫຍ່ ຈຶ່ງເຮັດໃຫ້ເດັກນ້ອຍລາວຕ້ອງໄດ້ກິນຢາຂ້າແມ່ທ້ອງຢ່າງຮີບດ່ວນທີ່ສຸດ, ດັ່ງທີ່ເຈົ້າໜ້າທີ່ກະຊວງສາທາລະນະສຸກຢືນຢັນວ່າ:
“ຫຼງຈາກປີ 2019 ແລ້ວເຮົາກະໄດ້ຢຸດການກິນຢາ ຍ້ອນວ່າໂຄວິດເຂົ້າມາເນາະ ຊ່ວງນັ້ນໂຄວິດເຂົ້າມາກະແມ່ນພໍດີປີ 2020, 2021, 2022 ທີ່ພວກເຮົາບໍ່ໄດ້ເຄື່ອນໄຫວໃນການກິນຢາ ເຮົາໄດ້ຢຸດ ຫຼືວ່າ Drop ໄວ້ໃນການກິນຢາຢູ່ໃນໂຮງຮຽນ ບາດນີ້ເຮົາຊິເລີ້ມມາຈັດຕັ້ງປະຕິບັດກິນຢາໃນປີ 2023 ນີ້, ເຊິ່ງມັນກະເປັນການໄລຍະຫ່າງທີ່ວ່າ ເຮົາບໍ່ໄດ້ເລີ້ມຈັດຕັ້ງປະຕິບັດ ແລ້ວການຈັດຕັ້ງກິນຢາຂອງເຮົານີ້ ແມ່ນເລີ້ມເດືອນ 10 ນີ້ໄປ ແມ່ນຂອບເຂດທົ່ວປະເທດ ແລະຈຸດປະສົງໃນການກິນຢາຂ້າແມ່ທ້ອງນີ້ ເພື່ອເຮັດໃຫ້ນັກຮຽນ ຫຼືວ່າເດັກນ້ອຍ ມີສຸຂະພາບແຂງແຮງ ຖ້າວ່າເດັກມີແມ່ທ້ອງ ກະຄືກັບເດັກທີ່ຂາດສານອາຫານ.”
ໂດຍອີງຕາມລາຍງານຂອງກອງທຶນຫຼຸດຜ່ອນບັນຫາທຸກຍາກໃນລາວ ລະບຸວ່າ ເຂດທີ່ມີບັນຫາຂາດເຂີນດ້ານໂພຊະນາການສໍາລັບແມ່ ແລະເດັກຮຸນແຮງທີ່ສຸດໃນລາວ ກໍຄືພື້ນທີ່ 4 ແຂວງພາກເໜືອ ທີ່ປະກອບດ້ວຍ ແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະຊຽງຂວາງ ເຊິ່ງຈາກການສໍາຫຼວດໃນໄລຍະຜ່ານມາພົບວ່າ ການຂາດເຂີນດ້ານໂພຊະນາການຂອງແມ່ ແລະເດັກໃນ 4 ແຂວງດັ່ງກ່າວນີ້ ກວມເອົາເຖິງ 465 ບ້ານ ໃນ 12 ເມືອງ ແລະທີ່ຜ່ານມາກໍໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກ (WFP) ທີ່ຊ່ວຍຫຼຸດຜ່ອນການຂາດສານອາຫານຂອງເດັກນ້ອຍລາວ ໄດ້ດີສົມຄວນ ຫາກແຕ່ວ່າ ກໍຍັງບໍ່ພຽງພໍກັບຄວາມຕ້ອງການໂຕຈິງ ເນື່ອງຈາກປະຊາກອນສ່ວນໃຫຍ່ໃນພື້ນທີ່ດັ່ງກ່າວຍັງມີສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງ, ດັ່ງທີ່ເຈົ້າໜ້າທີ່ແຂວງງອຸດົມໄຊ ໄດ້ໃຫ້ການຢືນຢັນວ່າ:
“ສ້າງບ້ານພົ້ນທຸກໄດ້ 247 ບ້ານ, ກວມເອົາ 52.78 ເປີເຊັນ ຂອງຈໍານວນບ້ານທັງໝົດ, ມີຄອບຄົວທີ່ພົ້ນທຸກ 37,907 ຄອບຄົວ, ສ້າງບ້ານພັດທະນາໄດ້ 58 ບ້ານ ກວມເອົາ 12.39 ເປີເຊັນ ຂອງຈໍານວນບ້ານ, ແລະສ້າງຄອບຄົວພັດທະນາໄດ້ 27,228 ຄອບຄົວ ແລະກວມເອົາ 43.39 ເປີເຊັນ ຂອງຈໍານວນຄອບຄົວທັງໝົດ.”
ໂດຍການຊ່ວຍເຫຼືອດ້ານອາຫານກາງເວັນສໍາລັບເດັກນ້ອຍໃນແຂວງພາກເໜືອ ທີ່ສະໜັບສະໜູນໂດຍ WFP ດັ່ງກ່າວ ຄິດສະເລ່ຍໄດ້ພຽງ 800 ກີບຕໍ່ຄາບ ຕໍ່ເດັກນ້ອຍລາວ ແຕ່ລະຄົນເທົ່ານັ້ນ.