ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເດັກນ້ອຍລາວຄົນນຶ່ງ ໃນສະຫະລັດ ມີອາການຂອງພະຍາດໂຄວິດ ຮ້າຍແຮງຂຶ້ນ ເມື່ອມີພະຍາດ ອື່ນແຊກຊ້ອນນໍາ


ພໍ່ກໍາລັງໃສ່ໜ້າກາກປິດປາກໃໝ່ໃຫ້ລູກສາວອາຍຸປະມານ 6 ປີ ເພື່ອປ້ອງກັນການຕິດພະຍາດໂຄວິດ-19 ຢູ່ຕໍ່ໜ້າໂຮງຮຽນອານຸບານແຫ່ງນຶ່ງໃນສະຫະະລັດ, ວັນທີ 10 ມິຖຸນາ, 2020 (ພາບສະໜອງໃຫ້ໂດຍ AP Photo/Seth Wenig, File)
ພໍ່ກໍາລັງໃສ່ໜ້າກາກປິດປາກໃໝ່ໃຫ້ລູກສາວອາຍຸປະມານ 6 ປີ ເພື່ອປ້ອງກັນການຕິດພະຍາດໂຄວິດ-19 ຢູ່ຕໍ່ໜ້າໂຮງຮຽນອານຸບານແຫ່ງນຶ່ງໃນສະຫະະລັດ, ວັນທີ 10 ມິຖຸນາ, 2020 (ພາບສະໜອງໃຫ້ໂດຍ AP Photo/Seth Wenig, File)

ເຖິງແມ່ນວ່າຄົນທີ່ເສຍຊີວິດ ຫລື ປ່ວຍຍ້ອນພະຍາດໂຄວິດ-19 ໃນທົ່ວໂລກ ສ່ວນຫລາຍແມ່ນຄົນອາຍຸແກ່ ແຕ່ວ່າກໍມີເດັກນ້ອຍຈໍານວນນຶ່ງທີ່ມີບັນຫາທາງສຸ ຂະພາບແດ່ນັ້ນ ຢູ່ໃນສະຫະລັດຖືກພະຍາດດັ່ງກ່າວຄຸກຄາມຄືກັນ. ນາງຄຣິສຕີນາ ອຸດົມ, ອາຍຸ 7 ປີ, ນັກຮຽນປະຖົມໃນນະຄອນເຮເລນນາ, ເມືອງເອກຂອງລັດມອນເທນາຢູ່ທິດເໜືອຂອງສະຫະລັດນັ້ນກໍປ່ວຍຍ້ອນພະຍາດນີ້ສອງຄັ້ງຈົນເຖິງຂັ້ນໄດ້ໄປນອນໂຮງໝໍຫຼາຍຄັ້ງຫລັງຈາກຕິດພະຍາດນີ້ເປັນເທື່ອທີ 2 ໃນ ໄລຍະທ້າຍເດືອນກຸມພາຫາທ້າຍເດືອນເມສາຜ່ານມາຍ້ອນມີພະຍາດຫົວໃຈແຊກຊ້ອນນໍາດັ່ງການບອກເລົ່າຂອງພໍ່ຂອງນາງວ່າ:

ການຕິດພະຍາດນີ້ຂອງນາງໄດ້ເລີ້ມມາຈາກການຕິດເຊື້ອໄວຣັສໂຄໂຣນາຂອງ ຜູ້ເປັນພໍ່ທີ່ເຮັດວຽກຢູ່ຮ້ານອາຫານແຫ່ງນຶ່ງຢູ່ໃນເມືອງແຫ່ງນັ້ນ ແຕ່ທ້າຍເດືອນມັງກອນພຸ້ນ ຊຶ່ງເຮັດໃຫ້ທຸກຄົນໃນຄອບຄົວ ລວມທັງນາງຄຣິສຕີນາ ແລະນ້ອງ ຊາຍອາຍຸ 4 ປີ ຕິດເຊື້ອພະຍາດນີ້ນໍາ. ໃນການເປັນພະຍາດນີ້ ຄັ້ງທໍາອິດຂອງນາງນັ້ນ ບໍ່ມີອາການປ່ວຍສະແດງອອກມາແຕ່ຢ່າງໃດ ແຕ່ກໍຕ້ອງພັກໂຮງຮຽນເປັນເວລາ 2 ອາທິດຈົນກວ່ານາງ ແລະທຸກຄົນໃນຄອບຄົວໄດ້ຮັບຜົນກວດຫາໄວຣັສນີ້ເປັນລົບ. ແຕ່ວ່າບໍ່ດົນຫລັງຈາກນັ້ນ ນາງກໍຕິດພະຍາດອັນຕະລາຍນີ້ຄືນອີກຢ່າງຮ້າຍແຮງໃນຂະນະທີ່ພໍ່, ແມ່ ແລະນ້ອງຊາຍຂອງນາງຫາຍດີໝົດແລ້ວ. ນາງຫາກໍ່ເຊົາເປັນພະຍາດນີ້ ແລະຫາກໍ່ເລີ້ມໄປໂຮງຮຽນເປັນປົກກະຕິ ໄດ້ສອງອາທິດມານີ້, ອີງຕາມພໍ່ຂອງນາງ.

ລັດມອນເທນາ ມີເກືອບຮອດ 78 ເປີເຊັນຂອງພົນລະເມືອງໄດ້ຮັບການສັກຢາວັກຊິນກັນໂຄວິດ-19 ແລ້ວ ແລະມີຄົນຕິດພະຍາດນີ້ຢູ່ ແຕ່ກໍໃນລະດັບປານກາງ ກໍຄືມີຫລາຍກວ່າ 111 ພັນຄົນ ແລະ ເສຍຊີວິດໄປ 1,600 ກວ່າຄົນ ນັບຕັ້ງແຕ່ມີການລະບາດຂອງພະຍາດນີ້ ໃນນຶ່ງປີກວ່າເປັນຕົ້ນມາ.

XS
SM
MD
LG