ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະກວດກາສູນກາງພັກ ປະຊາຊົນປະຕິວັດ ລາວ ກວດພົບ ການສໍ້ລາດບັງຫຼວງ ພາຍໃນພັກ 146 ກໍລະນີ


ບັນດາຜູ້ນຳລັດຖະບານລາວ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ​ 10 ຂອງພັກປະຊາຊົນປະຕິວັດລາວ ວັນທີ 18-22 ມັງກອນ 2016.
ບັນດາຜູ້ນຳລັດຖະບານລາວ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ​ 10 ຂອງພັກປະຊາຊົນປະຕິວັດລາວ ວັນທີ 18-22 ມັງກອນ 2016.

ຄະນະກວດກາສູນກາງພັກປະຊາຊົນປະຕິວັດ ລາວ ກວດພົບການຄໍຣັບຊັ້ນພາຍໃນ
ພັກ 146 ກໍລະນີ ມີຜູ້ກະທຳຄວາມຜິດເຖິງ 994 ຄົນ ແຕ່ກໍມີພຽງ 14 ຄົນເທົ່ານັ້ນທີ່ຖືກ
ລົງໂທດຂັງຄຸກແລ້ວ.

ຄະນະກວດກາສູນກາງພັກປະຊາຊົນປະຕິວັດ ລາວ ລາຍງານການຈັດຕັ້ງປະຕິບັດ
ວຽກງານກວດກາພາຍໃນພັກໃນຕະຫຼອດປີ 2017 ຜ່ານມາວ່າໄດ້ກວດພົບການທຸ
ຈະລິດຄໍຣັບຊັ້ນ 146 ກໍລະນີ ທີ່ເຮັດໃຫ້ເກີດຄວາມເສຍຫາຍຫຼາຍກວ່າ 593 ຕື້ກີບ
ກັບ 5.53 ລ້ານບາດ, 4.67 ລ້ານໂດລາ ແລະ 20 ລ້ານກວ່າດົ່ງ ໂດຍມີຜູ້ຕ້ອງຫາທັງ
ໝົດ 994 ຄົນ ໃນນີ້ເປັນພະນັກງານລັດ 908 ຄົນ ແລະ ຜູ້ປະກອບກິດຈະການເອ
ກະຊົນ 86 ຄົນຊຶ່ງໃນປັດຈຸບັນກຳລັງດຳເນີນການກວດກາ 420 ຄົນ ແລະ ປະຕິບັດ
ວິໄນດ້ານບໍລິຫານແລ້ວ 414 ຄົນ, ກຳລັງດຳເນີນຄະດີ 84 ຄົນ, ສະຫຼຸບຄະດີສົ່ງໄອ
ຍະການປະຊາຊົນໄປແລ້ວ 62 ຄົນ ຈຶ່ງມີພຽງ 14 ຄົນເທົ່ານັ້ນທີ່ຖືກສານປະຊາຊົນ
ລາວ ຕັດສິນໃຫ້ຂັງຄຸກໄປແລ້ວ.

ຄະນະກວດກາສູນກາງພັກ ລາຍງານດ້ວຍວ່າຈາການຈັດຕັ້ງປະຕິບັດດັ່ງກ່າວ ຍັງສາ
ມາດເກັບກູ້ເງິນກັບຄືນມາໄດ້ແລ້ວຫຼາຍກວ່າ 357 ຕື້ກີບກັບ 956,500 ບາດ, 1.21
ລ້ານໂດລາ ແລະ 20 ລ້ານດົ່ງ ທັງຍັງໄດ້ເພີ່ມມາດຕະການເຂັ້ມງວດເຂົ້າໃນການຈັດ
ຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບ ວຽກງານຄຸ້ມຄອງທີ່ດິນ ຄຳ
ສັ່ງວ່າດ້ວຍການປະຢັດລາຍຈ່າຍ-ງົບປະມານ ດຳລັດວ່າດ້ວຍການຄຸ້ມຄອງລົດປະ
ຈຳຕຳແໜ່ງ, ຂໍ້ຫ້າມ ແລະ ວິໄນຂອງພະນັກງານການເງິນ, ການແຈ້ງຊັບສິນພະນັກ
ງານລັດ, ທັງຍັງໄດ້ຫັນເອົາຍຸດທະສາດຕ້ານການທຸຈະລິດເຂົ້າໃນຫຼັກສູດການຮຽນ-
ການສອນອີກດ້ວຍ.

ທາງດ້ານທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ຢືນຢັນວ່າ ການສໍ້ລາດບັງ
ຫຼວງໂດຍພະນັກງານພັກ-ລັດຍັງເກີດຂຶ້ນຢ່າງກວ້າງຂວາງທັງຢູ່ໃນຂັ້ນສູນກາງ ແລະ
ທ້ອງຖິ່ນທົ່ວປະເທດ ໃນຂະນະທີ່ການດຳເນີນມາດຕະການປາບປາມນັ້ນກໍບໍ່ມີປະສິດ
ທິພາບ ຈຶ່ງເຮັດໃຫ້ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໄດ້ມີມະຕິຄຳສັ່ງໃຫ້ປາບປາມ
ແລະ ລົງໂທດຕໍ່ຜູ້ກະທຳຜິດຢ່າງເດັດຂາດ.

ສ່ວນອົງການກວດກາລັດຖະບານລາຍງານວ່າ ໄດ້ກວດພົບໂຄງການອກແຜນຂອງ
ລັດຖະບານໃນສົກປີ 2017 ຈຳນວນ 285 ໂຄງການທີ່ມີມູນຄ່າຫຼາຍກວ່າ 4,483 ຕື້
ກີບທີ່ໄດ້ຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົດໝາຍດ້ານງົບປະມານ ແລະ ບໍ່
ຜ່ານການຮັບຮອງຂອງສະພາແຫ່ງຊາດ ໂດຍບໍ່ລວມເຖິງການເສຍຫາຍທີ່ເກີດຈາກ
ການລັກລອບຂົນໄມ້ໄປຕ່າງປະເທດຫຼາຍກວ່າ 2,407 ຕື້ກີບໃນປີ 2015-2016 ຊຶ່ງ
ການຈັດຕັ້ງປະຕິບັດໄດ້ຄືແນວນີ້ຕ້ອງມີການຮ່ວມມືກັນຢ່າງເປັນຂະບວນການທັງ
ພາກສ່ວນທີ່ເປັນພະນັກງານລັດ, ເອກະຊົນລາວ ແລະ ນັກທຸລະກິດຕ່າງຊາດທີ່ລົງ
ທຶນໃນ ລາວ ຊຶ່ງເຮັດໃຫ້ເກີດການເສຍຫາຍເພີ່ມຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ
ຄະນະກວດກາສູນກາງພັກໄດ້ໃຫ້ການຢືນຢັນວ່າ.

"ແຕ່ປີ 2001 ເປັນຕົ້ນມາ ສາມາດເຫັນໄດ້ການຈັດຕັ້ງພັກ, ສາມາຊິກພັກ, ທີ່ມີການລະ
ເມີດກົດລະບຽບຂອງພັກ ຊຶ່ງຕ້ອງໄດ້ຖືກລົງວິໄນ ໃນນັ້ນໄດ້ມີການຍຸບການຈັດຕັ້ງພັກ
4 ຮາກຖານ, ສະມາຊິກພັກຖືກວິໄນ 2,723 ສະຫາຍ, ເອົາອອກຈາກພັກ 1,440 ສະ
ຫາຍ, ວຽກງານກວດກາລັດສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ພົບເຫັນມີ
ການກະທຳທີ່ເປັນການລະເມີດລະບຽບກົດໝາຍ ກໍ່ຜົນເສຍຫາຍໃຫ້ແກ່ຊັບສິນຂອງ
ພັກ-ຂອງລັດເຖິງ 5,113 ຕື້ກວ່າກີບ ແລະ ພະນັກງານທີ່ກະທຳຜິດໄດ້ຖືກລົງວິໄນຈຳ
ນວນ 960 ຄົນ."

ທັງນີ້ອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ສະເໜີ
ລາຍງານສະພາບການສໍ້ລາດບັງຫຼວງໃນ 180 ປະເທດທົ່ວໂລກປະຈຳປີ 2017 ເມື່ອ
ບໍ່ນານມານີ້ ໂດຍໄດ້ຈັດໃຫ້ ສປປ ລາວ ຢູ່ອັນດັບທີ 135 ດ້ວຍລະດັບຂອງຄວາມໄວ້
ວາງໃຈທີ່ບັນດານັກລົງທຶນຊາວຕ່າງຊາດມີຕໍ່ຄວາມໂປ່ງໃສໃນການບໍລິຫານງານ
ຂອງລັດຖະບານ ລາວ ທີ່ 29 ຄະແນນຈາກ 100 ຄະແນນເຕັມ ຊຶ່ງເປັນລະດັບຄວາມ
ໄວ້ວາງໃຈທີ່ຫຼຸດລົງຈາກ 30 ຄະແນນໃນປີ 2016 ໂດຍມີສາເຫດມາຈາກການປາບ
ປາມການສໍ້ລາດບັງຫຼວງທີ່ມີປະສິດທິພາບຕໍ່າ ແລະ ຍັງບໍ່ທົ່ວເຖິງໃນທົ່ວປະເທດ ດັ່ງ
ຈະເຫັນໄດ້ຈາກການປະຕິບັດຄຳສັ່ງນາຍົກລັດຖະມົນຕີເລກທີ 15/ນຍ ທີ່ວ່າດ້ວຍ
ການຫ້າມສົ່ງອອກໄມ້ທ່ອນຢ່າງເດັດຂາດ ແຕ່ກໍຍັງປາກົດວ່າມີການລັກລອບຂົນສົ່ງ
ໄມ້ທ່ອນຈາກ ລາວ ໄປຕ່າງປະເທດຢູ່ເລື້ອຍມາ.

XS
SM
MD
LG