ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຂອງຟາມງົວ ໃນເມືອງນາຊາຍທອງ ໄດ້ປະສົບກັບຄວາມຫຍຸ້ງຍາກ ໃນລະຫວ່າງການລະບາດພະຍາດໂຄວິດ ແລະພາວະເງິນເຟີ້


ວີດີໂອ ຟາມງົວຂອງທ່ານພອນແກ້ວ ຢູ່ໃນເມືອງນາຊາຍທອງ ນະຄອນວຽງຈັນ

ທ່ານພອນແກ້ວ ສີລິຈັກ ເຈົ້າຂອງຟາມງົວຢູ່ທີ່ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນວຽງຈັນ ໄດ້ເລີ້ມລົງທຶນ ໃນທຸລະກິດຟາມງົວ ມາໄດ້ຫຼາຍກວ່າ 5 ປີ ຜ່ານມາ ຊຶ່ງໃນເບື້ອງຕົ້ນ ທ່ານໄດ້ທົດລອງລ້ຽງງົວແລະແບ້ ແບບທຳມະຊາດ ລັກສະນະຄອບຄົວຂະໜາດນ້ອຍ ໂດຍມີງົວແລະແບ້ ຈຳນວນບໍ່ຮອດຮ້ອຍໂຕ ແລະມີພະນັກງານປະມານ 3 ຄົນ ໃນປີ 2016 ແລະໃນປັດຈຸບັນນີ້ ໄດ້ຮັບຜົນສຳເລັດເປັນຢ່າງດີ ຈົນຕົກມາຮອດສອງສາມປີຫຼັງ ທີ່ມີການລະບາດພະຍາດໂຄວິດ-19 ແລະໄພເງິນເຟີ້ ຊຶ່ງທ່ານ ກ່າວໃຫ້ວີໂອເອ ລາວ ຟັງດັ່ງນີ້:

ກ່ອນທີ່ທ່ານຈະມາເຖິງຈຸດນີ້ໄດ້ ທ່ານໄດ້ປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງ ຈາກທີ່ມີເນື້ອທີ່ລ້ຽງງົວບໍ່ຫຼາຍ ແລະບໍ່ເທົ່າໃດປີໃນການເລີ້ມຕົ້ນທຸລະກິດ ທ່ານໄດ້ປະສົບກັບບັນຫາໃຫຍ່ ເພາະແບ້ຂອງທ່ານຕິດພະຍາດສົ່ງຜົນເຮັດໃຫ້ແບ້ທັງໝົດຕາຍ ເປັນການປະສົບກັບຄວາມລົ້ມແຫຼວແລະຂາດທຶນຢ່າງໜັກ ດັ່ງນັ້ນທ່ານຈຶ່ງຕັດສິນໃຈ ສຸມໃສ່ການລ້ຽງແຕ່ງົວເປັນຫຼັກ ແລະກໍໄດ້ຂະຫຍາຍເນື້ອທີ່ຂອງຟາມງົວ ອອກເປັນ 33 ເຮັກຕາ ແລະໄດ້ນຳເອົາຫຍ້າພັນສຳລັບງົວ ມາປູກໃສ່ເນື້ອທີ່ສ່ວນນຶ່ງ ເພື່ອເກັບກ່ຽວມາເກືອງົວ ປົນກັບອາຫານງົວ ແລ້ວກໍ່ສ້າງຄອກງົວ ມຸງດ້ວຍສັງກະສີ ທີ່ໄດ້ມາດຕະຖານ ຈຳນວນ 5 ຫາ 6 ຄອກ ຕາມການບອກເລົ່າຂອງທ່ານພອນແກ້ວ. ທ່ານກ່າວໃຫ້ວີໂອເອຟັງອີກວ່າ ທ່ານໄດ້ໄປກູ້ເງິນຈຳນວນນຶ່ງຈາກກອງທຶນສົ່ງເສີມວິສາຫະກິດ ຂະໜາຍນ້ອຍແລະກາງ ທີ່ຂຶ້ນກັບກະຊວງອຸດສາຫະກຳແລະການຄ້າ ໂດຍການເຂົ້າຮ່ວມໂຄງການແລະໄດ້ຮັບການແນະນຳດ້ານວິຊາການແລະວິທີລ້ຽງງົວຕ່າງໆເປັນຕົ້ນ ຊຶ່ງໃນປັດຈຸບັນນີ້ ຟາມງົວຂອງທ່ານກໍຖືວ່າ ເຂົ້າຮູບເຂົ້າຮອຍແລ້ວ ແລະໄດ້ຮັບຜົນສຳເລັດລະດັບນຶ່ງ.

XS
SM
MD
LG