ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕົ້ນທຶນການສົ່ງອອກສິນຄ້າຂອງປະເທດລາວ ສູງຂຶ້ນ ເພາະຕ້ອງຈ່າຍທຳນຽມ ແລະມີຫຼາຍຂັ້ນຕອນເກີນຄວາມຈຳເປັນ


 ແຟ້ມພາບ - ບັນດາລົດບັນທຸກສິນຄ້າ ເດີນທາງເຂົ້າອອກດ່ານຊາຍແດນ ລາວ-ໄທ
ແຟ້ມພາບ - ບັນດາລົດບັນທຸກສິນຄ້າ ເດີນທາງເຂົ້າອອກດ່ານຊາຍແດນ ລາວ-ໄທ

ນັກທຸລະກິດການຄ້າໃນລາວຕ້ອງແບກຮັບຕົ້ນທຶນໃນການສົ່ງອອກສິນຄ້າໄປຕ່າງປະເທດສູງຂຶ້ນ ເພາະຕ້ອງຈ່າຍທັງພາສີອາກອນ ແລະ ຄ່າທຳນຽມຫຼາຍຂັ້ນຕອນທີ່ລວມຄ່າອຳນວຍຄວາມສະດວກຕ່າງໆນໍາດ້ວຍ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ນັກທຸລະກິດການຄ້າຂາອອກ-ຂາເຂົ້າໃນລາວ ເປີດເຜີຍວ່າ ສາເຫດທີ່ສຳຄັນທີ່ເຮັດໃຫ້ລາວຍັງຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດ ອັນເຮັດໃຫ້ລາວຍັງຕ້ອງປະເຊີນກັບບັນຫາການຂາດແຄນເງິນຕາຕ່າງປະເທດຢ່າງໜັກໜ່ວງດ້ວຍນັ້ນ ກໍຄືການທີ່ບັນດາຜູ້ສົ່ງອອກສິນຄ້າຂອງລາວຕ້ອງແບກຮັບຕົ້ນທຶນ ໃນການສົ່ງອອກສິນຄ້າໄປຕ່າງປະເທດທີ່ສູງຂຶ້ນໂດຍບໍ່ສົມເຫດສົມຜົນ ເພາະການທີ່ຕ້ອງຈ່າຍທັງພາສີອາກອນ ແລະ ຄ່າທຳນຽມຕ່າງໆ ຫຼາຍຂັ້ນຕອນເກີນໄປ ໂດຍລວມເຖິງການທີ່ຈະຕ້ອງຈ່າຍຄ່າທຳນຽມ ເພື່ອທີ່ຈະໄດ້ຮັບການອຳນວຍຄວາມສະດວກຈາກພະນັກງານທີ່ກ່ຽວຂ້ອງໃນໜ່ວຍງານຕ່າງໆຂອງລັດດ້ວຍ ຊຶ່ງມີຫຼາຍກວ່າ 20 ໜ່ວຍງານໃນປັດຈຸບັນ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

ກໍຍັງມີຫຼາຍໆກໍລະນີເນາະ ເປັນຕົ້ນແມ່ນການຂໍອະນຸຍາດນຳອອກສິນຄ້ານີ້ລະ ມີຫຼາຍຂັ້ນຫຼາຍຕອນ ບາງປະເພດສິນຄ້ານີ້ ເວົ້າຂໍອະນຸຍາດນຳ ກະເປັນ 20 ກວ່າກາປະທັບ ຈຶ່ງໄດ້ນຳເອົາສິນຄ້າອອກ.​ ຮອດປັດຈຸບັນນີ້ ກະຖືວ່າ ອັນນີ້ຫັ້ນຕ້ອງໄດ້ພ້ອມພາກັນກວດກັບຄືນວ່າ ຂອດໃດທີ່ວ່າ ມັນບໍ່ມີຄວາມຈຳເປັນກໍໃຫ້ຕັດອອກ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ພາກທຸລະກິດ ເພິ່ນກະຈົນເວົ້າວ່າ ດຽວນີ້ນິ ອັນສິ່ງອຸດຕັນຕ່າງໆໃນການດຳເນີນທຸລະກິດ ມັນບໍ່ແມ່ນພາກສ່ວນອື່ນເປັນຜູ້ເຮັດ ມັນແມ່ນພາກລັດເຮົານີ້ ເປັນຜູ້ສ້າງຂຶ້ນມາເອງ.”

ສ່ວນການຜະລິດສິນຄ້າໃນລາວ ກໍຍັງມີຄຸນນະພາບຕໍ່າ ຈຶ່ງບໍ່ສາມາດສົ່ງອອກໄປຕ່າງປະເທດໄດ້ເລີຍ ທັງຍັງບໍ່ສາມາດທີ່ຈະຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ອີກດ້ວຍ ເຖິງແມ່ນວ່າ ຈະໄດ້ມີການຕົກລົງທາງການຄ້າກັບຕ່າງປະເທດໄວ້ແລ້ວກໍຕາມ ຫາກແຕ່ດ້ວຍການຜະລິດສິນຄ້າຂອງລາວທີ່ບໍ່ໄດ້ມາດຕະຖານສາກົນ ຫຼືວ່າບໍ່ໄດ້ຄຸນນະພາບຕາມທີ່ຕ້ອງການຂອງຕ່າງປະເທດ ໃນຂະນະທີ່ລັດຖະບານລາວ ກໍໃຫ້ການຊ່ວຍເຫຼືອໄດ້ຢ່າງຈຳກັດດ້ວຍນັ້ນ ຈື່ງເປັນໄປໄດ້ຍາກທີ່ລາວ ຈະເພີ້ມການສົ່ງອອກສິນຄ້າໄປຕ່າງປະເທດໄດ້ຢ່າງແທ້ຈິງ ໃນປັດຈຸບັນນີ້ ດັ່ງທີ່ ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຢືນຢັນວ່າ:

ສຳລັບຂໍ້ບັນຫາທີ່ຕິດພັນກັນກັບການສົ່ງອອກນີ້ ອັນຫຼັກໆແມ່ນບັນດາປະເທດທີ່ນຳເຂົ້າສິນຄ້າ ຈາກ ສປປ ລາວ ແມ່ນນັບມື້ນັບມີມາດຕະຖານສູງຂຶ້ນ ຕ້ອງການຄຸນນະພາບດີຂຶ້ນ ແລະການເຈລະຈາຕ້ອງໃຫ້ເວລາດົນ ກ່ອນສິໄດ້ລາຍການນຶ່ງຫັ້ນ ເຮົາໄດ້ເຈລະຈາຕໍ່າສຸດ 2 ປີຂຶ້ນໄປ ແລະສ່ວນໃຫຍ່ ປະເທດຄູ່ຄ້າ ກໍແມ່ນບໍ່ໄປຕາມແຜນບຸລິມະສິດຂອງເຮົາຫັ້ນແຫລະ ອັນທີ່ເຮົາມີທ່າແຮງ ມີຈຳນວນຫຼາຍ ເຮົາຢາກສົ່ງອອກ ແຕ່ເພິ່ນກໍກຳນົດເອົາອັນທີ່ເພິ່ນຢາກໄດ້ ຈັ່ງຊັ້ນຫັ້ນ ເຫັນວ່າ ມັນມີບັນຫາ.”

ໃນປີ 2023 ລາວສົ່ງອອກສິນຄ້າກະສິກຳໄປຕ່າງປະເທດໄດ້ໃນມູນຄ່າລວມກວ່າ 2,000 ລ້ານໂດລາ ເພີ້ມຂຶ້ນກວ່າ 25 ເປີເຊັນ ທຽບໃສ່ປີ 2022 ໃນນີ້ ເປັນການສົ່ງອອກພືດ ແລະ ຜະລິດຕະພັນຈາກພືດທີ່ມູນຄ່າລວມ 1,800 ກວ່າລ້ານໂດລາ ແລະສົ່ງອອກສັດປີກ ງົວ ຄວາຍ ໝູ ແບ້ ແລະ ແກະ ໃນມູນຄ່າລວມເກືອບ 200 ລ້ານໂດລາ ເຖິງແມ່ນວ່າ ລາວຈະໄດ້ຮັບໂຄຕ້າ ໃນການສົ່ງງົວໄປຈີນເຖິງ 500,000 ໂຕໃນແຕ່ລະປີກໍຕາມ ແຕ່ດ້ວຍລະບົບການລ້ຽງົວທີ່ຍັງບໍ່ໄດ້ມາດຕະຖານຕາມກຳນົດຂອງລັດຖະບານຈີນ ຈຶ່ງບໍ່ສາມາດສົ່ງງົວໄປຈີນໄດ້ຕາມໂຄຕ້າດັ່ງກ່າວ.

ໂດຍກະຊວງການຄ້າຈີນໄດ້ກຳນົດ 12 ເງື່ອນໄຂດ້ວຍກັນ ສຳລັບການນຳເຂົ້າງົວຈາກລາວ ກໍຄືງົວຕ້ອງມີນໍ້າໜັກ 350 ກິໂລກຣາມຂຶ້ນໄປ ອາຍຸບໍ່ເກີນ 4 ປີ ຕ້ອງມາຈາກພື້ນທີ່ທີ່ປາດສະຈາກພະຍາດປາກເປື່ອຍລົງເລັບ ຕ້ອງລ້ຽງຢູ່ໃນເຂດທ້ອນໂຮມຢ່າງນ້ອຍ 45 ວັນ ຕ້ອງມີການລ້ຽງແຍກເພດ ຈະຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດ ຕ້ອງຂື້ນທະບຽນສັດ ກວດການຖືພາ ສັກຢາກັນໂຣກປາກເປື່ອຍລົງເລັບ 2 ເຂັມ ຈັດເກັບຕົວຢ່າງ ແລະ ວິໄຈພະຍາດເປັນປະຈຳທຸກເດືອນ ຕິດຕາມການໃຊ້ອາຫານ ແລະຢາປິ່ນປົວ ຄວບຄຸມການເຄື່ອນຍ້າຍທີ່ໄດ້ມາດຕະຖານ ແລະຕ້ອງກັກສັດ 30 ວັນ ກ່ອນທີ່ຈະສົ່ງໄປຈີນ.

ສ່ວນການສົ່ງອອກສິນຄ້າກະສິກຳຂອງລາວໄປຈີນໃນປີ 2023 ມີມູນຄ່າລວມເກີນກວ່າ 1,500 ລ້ານໂດລາ ໃນນີ້ຄິດເປັນສັດສ່ວນເຖິງ 85 ເປີເຊັນ ທີ່ເປັນໂຄຕ້າພິເສດທີ່ລັດຖະບານຈີນ ອະນຸຍາດໃຫ້ນຳເຂົ້າສິນຄ້າກະສິກຳຈາກລາວ ຈຳນວນ 18 ຊະນິດ ສ່ວນໃນປີ 2024 ນີ້ ລັດຖະບານລາວ ຍັງຄາດຫວັງວ່າ ລັດຖະບານຈີນ ຈະເພີ້ມໂຄຕ້າໃຫ້ອີກ 91 ຊະນິດ ຊຶ່ງລັດຖະບານລາວ ໄດ້ສະເໜີຕໍ່ລັດຖະບານຈີນໄປແລ້ວ ຫາກແຕ່ກໍຍັງບໍ່ມີທ່າທີວ່າ ທາງການຈີນຈະເພີ້ມໂຄຕ້າການນຳເຂົ້າສິນຄ້າກະສິກຳຈາກລາວຕາມການສະເໜີດັ່ງກ່າວແຕ່ຢ່າງໃດ ນອກຈາກນີ້ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ວາງເປົ້າໝາຍຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ 3.9 ລ້ານໂຕນ ເພື່ອຈະເຮັດໃຫ້ລາວ ມີຜົນຜະລິດເຂົ້າສົ່ງອອກໄປຕ່າງປະເທດ ໃນປະລິມານ 1.9 ລ້ານໂຕນ ໃນປີ 2024 ນີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG