ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕົ້ນທຶນການສົ່ງອອກສິນຄ້າຂອງປະເທດລາວ ສູງຂຶ້ນ ເພາະຕ້ອງຈ່າຍທຳນຽມ ແລະມີຫຼາຍຂັ້ນຕອນເກີນຄວາມຈຳເປັນ


ນັກທຸລະກິດການຄ້າໃນລາວຕ້ອງແບກຮັບຕົ້ນທຶນໃນການສົ່ງອອກສິນຄ້າໄປຕ່າງປະເທດສູງຂຶ້ນ ເພາະຕ້ອງຈ່າຍທັງພາສີອາກອນ ແລະ ຄ່າທຳນຽມຫຼາຍຂັ້ນຕອນທີ່ລວມຄ່າອຳນວຍຄວາມສະດວກຕ່າງໆນໍາດ້ວຍ.

ນັກທຸລະກິດການຄ້າຂາອອກ-ຂາເຂົ້າໃນລາວ ເປີດເຜີຍວ່າ ສາເຫດທີ່ສຳຄັນທີ່ເຮັດໃຫ້ລາວຍັງຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດ ອັນເຮັດໃຫ້ລາວຍັງຕ້ອງປະເຊີນກັບບັນຫາການຂາດແຄນເງິນຕາຕ່າງປະເທດຢ່າງໜັກໜ່ວງດ້ວຍນັ້ນ ກໍຄືການທີ່ບັນດາຜູ້ສົ່ງອອກສິນຄ້າຂອງລາວຕ້ອງແບກຮັບຕົ້ນທຶນ ໃນການສົ່ງອອກສິນຄ້າໄປຕ່າງປະເທດທີ່ສູງຂຶ້ນໂດຍບໍ່ສົມເຫດສົມຜົນ ເພາະການທີ່ຕ້ອງຈ່າຍທັງພາສີອາກອນ ແລະ ຄ່າທຳນຽມຕ່າງໆ ຫຼາຍຂັ້ນຕອນເກີນໄປ ໂດຍລວມເຖິງການທີ່ຈະຕ້ອງຈ່າຍຄ່າທຳນຽມ ເພື່ອທີ່ຈະໄດ້ຮັບການອຳນວຍຄວາມສະດວກຈາກພະນັກງານທີ່ກ່ຽວຂ້ອງໃນໜ່ວຍງານຕ່າງໆຂອງລັດດ້ວຍ ຊຶ່ງມີຫຼາຍກວ່າ 20 ໜ່ວຍງານໃນປັດຈຸບັນ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG