ທ່າມກາງບັນຍາກາດອັນອົບເອົ້າ ແລະທ້ອງຟ້າອັນແຈ່ມໃສ ຂອງວັນເສົາ ທີ 14 ເມສາຜ່ານ
ມານີ້ ຊຶ່ງກົງກັບວັນຂື້ນບຸນປີໃໝ່ລາວ ບັນດາຊາວລາວອາເລິກັນ ຜູ້ນັບຖືພຸດທະສາສະໜາ
ຫິນະຍານ ແລະເພື່ອນມິດສະຫາຍຊາວຕ່າງປະເທດໄດ້ໄປເຕົ້າໂຮມກັນຢ່າງໜາແໜ້ນຢູ່ທີ່
ວັດລາວພຸດທະວົງ ເມືອງ Cattlet ລັດ Virginia ອັນເປັນສູນກາງຂອງປະຊາຄົມລາວ ຕັ້ງ
ຢູ່ຫ່າງຈາກນະຄອນຫລວງ ວໍຊິງຕັນ ດີ.ຊີ ໄປທາງທິດຕາເວນຕົກ ປະມານ 80 ຫລັກນັ້ນ
ເພື່ອສະຫລອງບຸນປີໃໝ່ລາວ ປີມະໂລງ ພ.ສ 2555.
ດັ່ງທີ່ໄດ້ປະຕິບັດກັນມາແຕ່ບູຮານ
ນະການ ປະຊາກອນລາວອາເມຣິ
ກັນ ທົ່ວປະເທດ ບໍ່ໄດ້ລົດລະໃນ
ການຮັກສາຮີດຄອງປະເພນີລາວ
ເຂົາເຈົ້າພາກັນສະຫລອງບຸນຕ້ອນ
ຮັບປີໃໝ່ຢ່າງມ່ວນຊື່ນ. ແຕ່ວ່າ
ບັນຍາກາດ ການສະຫລອງບຸນ
ຕ່າງໆ ພ້ອມດ້ວຍ ຮິດຄອງປະ
ເພນີລາວຫລາຍຢ່າງ ໃນແຕ່ລະ
ຂົງເຂດຂອງປະຊາຄົມລາວອາ
ເມຣິກາ ໄດ້ຖືກປັບປູງດັດແປງ
ໃຫ້ເຂົ້າກັບສະພາບແວດລ້ອມ
ແລະການເປັນຢູ່ຂອງທ້ອງຖິ່ນ. ໂດຍສະເພາະຢ່າງຍິ່ງ ພິທີການຕ່າງໆຕ້ອງໄດ້ແນ່ໃສ່ວັນເສົາ
ວັນອາທິດ ຫລືໃນວັນພັກການເທົ່ານັ້ນ ເນື່ອງຈາກຄວາມຮັບຜິດຊອບໃນການທໍາມາຫາກິນ.
ບຸນປີໃໝ່ແມ່ນບຸນໃຫຍ່ປະຈໍາປີອີກບຸນນຶ່ງ ທີ່ເປັນໂອກາດອັນດີງາມ ສໍາລັບສະມາຊິກຂອງ
ປະຊາຄົມລາວອາເມລິກັນ ພ້ອມດ້ວຍໝູ່ຄູ່ແລະຍາດຕິພີ່ນ້ອງ ທີ່ຢູ່ໃກ້ແລະໄກ ໄດ້ມີໂອກາດ
ເດີນທາງມາພົບພໍ້ສັງສັນຖາມຂ່າວຄວາມຢູ່ເຢັນເປັນສຸກ ຊຶ່ງກັນແລະກັນ.
ພະອາຈານບຸນມີ ກິດຕິທໍາມະວັນໂນ ເຈົ້າອາວາດວັດລາວພຸດທະວົງ ຜູກແຂນໃຫ້ພອນປີໃໝ່
ແກ່ຍາດໂຍມ
ວັດລາວພຸດທະວົງ ທີ່ເມືອງ Catlett ລັດ Virginia ເປັນວັດພຸດທະສາສນາຫິນະຍານ
ຂອງປະຊາຄົມລາວ ອາເມຣິກັນ ແຫ່ງທໍາອິດ ໃນສະຫະລັດ ອາເມລຣິກາ ທີ່ໄດ້ຕັ້ງຂື້ນມາ
ໃນຂົງເຂດມະຫານະຄອນຫລວງວໍຊິງຕັນ ດີ.ຊີ ເລີ້ມແຕ່ປີ 1975. ປັດຈຸບັນນີ້ ຢູ່ໃນສະຫະ
ລັດ ອາເມລິກາ ມີວັດພຸດທະສາສະໜາຫິນະຍານ ຂອງປະຊາຄົມລາວ ອາເມຣິກັນຢູ່ 100
ກວ່າແຫ່ງ ທົ່ວປະເທດ.
ການສະຫລອງບຸນປີໃໝ່ ທີ່
ວັດລາວພຸດທະວົງ ເມືອງ
Catlett ລັດ Virgina ກໍຄືຢູ່ໃນ
ແຫ່ງອື່ນໆ ແມ່ນເລີ່ມຕົ້ນດ້ວຍ
ພິທີທາງສາສະໜາ ໄຫວ້ພະ
ຮັບສີນ ຕັກບາດ ຖວາຍເພນ
ຢາດນໍ້າ ແລະຟັງທໍາມະເທດ
ສະໜາ ພາຍໃຕ້ການນໍາພາ
ຂອງພະອາຈານບຸນມີ ກິດຕິ
ທໍາມະວັນໂນ ແລະພະອາຈານ
ຈັນດາ ມິ່ງສີສຸວັນ. ໃນໂອກາດ
ດຽວກັນນີ້ ກໍມີພະສົງມາຮ່ວມສະຫລອງ ຈາກຕ່າງລັດຫລາຍອົງດ້ວຍກັນ ເປັນຕົ້ນອາຈານ
ຈັນນີ ວົງພະຈັນ ຈາກວັດລາວທີ່ນິວຢອກ ທີ່ໄດ້ກ່າວອວຍພອນປີໃໝ່ເຖິງພຸດທະສາສະນິກ
ກະຊົນທັງຫລາຍ ຜ່ານວີໂອເອ.
ພວກໄປຮ່ວມທໍາບຸນ ຈໍານວນນຶ່ງ ແມ່ນຈະຮ່ວມກິນເຂົ້າທ່ຽງກັນຢູ່ໃນສິມ. ສ່ວນພວກ
ອື່ນໆກໍຈະອອກມາຢ່າງເລາະຕາມເດີ່ນວັດ ຊອກຊື້ອາຫານທີ່ຕົນມັກແລະບໍ່ສູ້ໄດ້ກິນ
ເລື້ອຍນັ້ນກິນ ພ້ອມກັບຊົມການສະແດງດົນຕີ ແລະຟ້ອນນາດຕະສິນຢູ່ເທິງເວທີແລ້ວ
ກໍຍ່າງເລາະຕະຫລາດນັດ ຊື້ອາຫານເມືອໄວ້ກິນຢູ່ເຮືອນ ຫລືບໍ່ກໍຊື້ຜັກຊື້ໝີ່ ດອກໄມ້
ຕົ້ນໄມ້ ທີ່ພໍ່ຄ້າແມ່ຄ້າເອົາມາຂາຍຈາກຕ່າງລັດ ເຊ່ນລັດຟລໍຣິດາ ທີ່ຢູ່ໄກອອກໄປຮອດ
1000 ກ່ວາຫລັກພຸ້ນ ກໍມີ. ໃນຕອນບ່າຍກໍພາກັນຊົມການປະກວດນາງງາມ ຫລືນາງ
ສັງຂານ ແລະຂະບວນແຫ່ນາງສັງ ຂານຕາມປະເພນີ. ໄປຍັງດ້ານໜ້າຂອງວັດ ບ່ອນ
ທີ່ມີການເອົາພະພຸດທະຮູບຫລາຍໆ ອົງມາວາງໄວ້ ເພື່ອໃຫ້ຄົນຫົດສົງຕາມປະເພນີ.
ນອກນັ້ນ ກໍມີການສະແດງວັດ
ທະນາທໍາລາວ ເຊ່ນຟ້ອນນາດ
ຕະສິນ ສະແດງດົນຕີພື້ນເມືອງ
ແລະສາກົນ ແລະການແຂ່ງຂັນ
ກິລາ ສິ່ງທີ່ໜ້າສົນໃຈ ແລະ
ເປັນທີ່ດຶງດຸດປະຊາກອນທີ່ເຂົ້າ
ມາມ່ວນຊື່ນນັ້ນກໍຄື ການລົງຕະ
ຫລາດນັດ. ນີ້ແມ່ນໂອກາດທີ່ບັນ
ດາພໍ່ຄ້າແມ່ຄ້າ ພາກັນນໍາສີນຄ້າ
ມາວາງຂາຍຢູ່ເດີ່ນວັດ. ສີນຄ້າ
ສ່ວນໃຫ່ຍແມ່ນ ເຄື່ອງປູກຂອງ
ຝັງ ຜັກສົດ ຊິ້ນ ປາ ເຄື່ອງເອ້
ເຄື່ອງນຸ່ງຫົ່ມ ຮ້ານຂາຍອາຫານລາວແລະໄທນາໆຊະນິດ. ພາຍໃຕ້ບັນຍາກາດອັນແອອັດ
ຮ້ອນເອົ້າ ຄວນໄຟຈາກການຄົວກິນ ແລະສຽງບັນເລງດົນຕີ ດັງຟົດສະໜັ່ນ ມາຈາກເຄື່ອງ
ໂທລະໂຄ່ງນັ້ນ ບັນດາຝູງຊົນທັງລາວແລະຕ່າງ ປະເທດທີ່ຫິວໂຫວ ກໍພາກັນຢືນລຽນແຖວ
ຢ່າງ ເປັນລະບຽບລໍຖ້າຊຶ້ອາຫານພື້ນເມຶອງ ທີ່ຫາກິນໄດ້ຍາກ.
ການຫລິ້ນມ່ວນຊື່ນ ອັນສໍາຄັນ
ຫລາຍຢ່າງຂອງບຸນປີໃໝ່ທີ່ຂາດ
ຫາຍໄປຈາກການສະຫລອງ
ຂອງປະຊາຄົມລາວໃນຕ່າງປະ
ເທດນັ້ນ ກໍຄື ການໄລ່ຫົດນໍ້າ
ກັນ ການເຊີ້ງກິນເຫລົ້າຢູ່ຕາມ
ຖະໜົນຫົນທາງ ການເອົາຂີ້
ໝີນໝໍ້ແລ່ນທາໜ້າກັນ ການ
ຕົບພະທາດຊາຍຢູ່ວັດ ການໄປ
ຢ່າງເລາະຫລີ້ນ ຢູ່ຕາມຫາດ
ຊາຍແຄມນໍ້າ ຊຶ່ງເຫດຜົນກໍຄື
ສະພາບການ ສະຖານທີ່ແລະ
ດິນຟ້າອາກາດ ບໍ່ເອື້ອອໍານວຍນັ້ນເອງ.
ງານສະຫລອງປີໃໝ່ລາວ 2555 ທີ່ວັດລາວພຸດທະວົງ ເມືອງ Catlett ລັດເວີຈີເນຍ ເມື່ອ
ວັນທີ 14 ເມສາ ຜ່ານມາ ແມ່ນດໍາເນີນໄປຈົນຮອດຕອນແລງ ແລະກໍໄດ້ຜ່ານພົ້ນໄປດ້ວຍ
ຄວາມມ່ວນຊື່ນລື້ນເລີງ ປະສົບຜົນສໍາເລັດດີແລະປະໄວ້ແຫ່ງຄວາມຊົງຈໍາອັນດີງາມ ພາໃຫ້
ຢາກກັບຄືນມາຮ່ວມການສະຫລອງອີກໃໝ່ ໃນປີໜ້າ.