ບັນດາທະນາຄານ ແລະສະຖາບັນການເງິນໃນລາວ ສາມາດປ່ອຍສິນເຊື່ອເຂົ້າໃນ ການຜະລິດສິນຄ້າໄດ້ 80 ເປີເຊັນ ຂອງແຜນການປີ 2015-2016 ໃນຂະນະທີ່ ຫົວໜ່ວຍການຜະລິດສິນຄ້າສ່ວນໃຫຍ່ຍັງຂາດເງິນທຶນ.
ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວ ຢືນຢັນວ່າ ໃນຊ່ວງເດືອນຕຸລາ 2015 ເຖິງເດືອນມິຖຸນາ 2016 ຫຼື ໃນລະຍະ 9 ເດືອນທີ່ຜ່ານມາ ຂອງແຜນການງົບປະມານ ປະຈຳສົກປີ 2015-2016 ທີ່ຈະສິ້ນສຸດແຜນການລົງ ໃນທ້າຍເດືອນກັນຍາ 2016 ນີ້ ບັນດາທະນາຄານຕ່າງໆ ຂອງລັດຖະບານລາວ ສາມາດປ່ອຍສິນເຊື່ອ ເພື່ອໃຫ້ການ ສະໜັບສະໜູນການຜະລິດສິນຄ້າ ຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດ ກາງ (SME) ຂອງພາກເອກກະຊົນລາວ ໄດ້ໃນມູນຄ່າລວມ 5,288.68 ຕື້ກີບ ຫຼື ປະມານ 661 ລ້ານໂດລາ ຄິດເປັນ 80 ເປີເຊັນຂອງແຜນການຕະຫຼອດປີ ຈຶ່ງຄາດວ່າ ຈະບໍ່ສາມາດ ຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍໄດ້ ຕາມແຜນການຕະຫຼອດປີ ດັ່ງກ່າວນີ້ ຢ່າງແນ່ນອນ.
ຍິ່ງໄປກວ່ານັ້ນ ສູນສະຖິຕິແຫ່ງຊາດ ລາວ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍ ງານວ່າ ການສຳຫຼວດເສດຖະກິດໃນທົ່ວປະເທດຄັ້ງທີ 2 ທີ່ໄດ້ດຳເນີນການສຳຫຼວດ ໃນ ຊ່ວງປີ 2013-2015 ພົບວ່າມີຫົວໜ່ວຍທຸລະກິດ ຂອງພາກເອກະຊົນຈຳນວນທັງໝົດ ຫຼາຍກວ່າ 125,800 ຫົວໜ່ວຍໂດຍໃນນີ້ກໍມີເຖິງ 76,750 ຫົວໜ່ວຍຄິດເປັນ 61 ເປີເຊັນ ມີພື້ນຖານ ແລະ ທ່າອຽງໃນການດຳເນີນທຸລະກິດທີ່ດີຂຶ້ນໃນຂະນະທີ່ 33,860 ກວ່າຫົວ ໜ່ວຍ ຄິດເປັນ 27 ເປີເຊັນ ມີສະພາບການດຳເນີນທຸກລະກິດທີ່ຄົງຕົວ ແລະ ຫຼາຍກວ່າ 13,000 ຫົວໜ່ວຍຄິດເປັນ 10 ເປີເຊັນ ທີ່ສະພາບການດຳເນີນທຸລະກິດມີທ່າອຽງຫຼຸດລົງ ສ່ວນ 400 ກວ່າຫົວໜ່ວຍບໍ່ມີຄຳຕອບ ກ່ຽວກັບ ສະຖານະພາບທາງທຸລະກິດແຕ່ຢ່າງໃດ.
ພ້ອມກັນນີ້ ການສຳຫຼວດຍັງພົບວ່າຫຼາຍກວ່າ 107,500 ຫົວໜ່ວຍຄິດເປັນ 86 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດແມ່ນໄດ້ດຳເນີນທຸລະກິດດ້ວຍເງິນທຶນຂອງຕົນເອງ ແລະ 15,000 ກວ່າຫົວໜ່ວຍຄິດເປັນ 12 ເປີເຊັນກວ່າທີ່ກູ້ຢືນເງິນທຶນໃນປະເທດ ສະນັ້ນຈຶ່ງ ມີພຽງ 2,265 ຫົວໜ່ວຍຄິດເປັນ 1.8 ເປີເຊັນ ເທົ່ານັ້ນທີ່ມີໂອາກດໄດ້ຮັບການສະໜັບ ສະໜູນເງິນທຶນກູ້ຢືນຈາກສະຖາບັນການເງິນຂອງຕ່າງປະເທດ ຈຶ່ງສົ່ງຜົນເຮັດໃຫ້ການ ຜະລິດສິນຄ້າໃນ ລາວ ບໍ່ມີຄວາມຫຼາກຫຼາຍ ແລະ ຍັງບໍ່ສາມາດແຂ່ງຂັນ ໃນຕ່າງປະເທດ ໄດ້.
ຊຶ່ງຈະເຫັນໄດ້ຈາກໂຄງການໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP ທີ່ໄດ້ຮັບການ ສະໜັບສະໜູນຈາກອົງການຮ່ວມມືສາກົນແຫ່ງ ຍີ່ປຸ່ນ ຫຼື JICA ນັບຕັ້ງແຕ່ປີ 2008 ເປັນຕົ້ນມາຈົນເຖິງປະຈຸບັນສາມາດພັດທະນາຜະລິດຕະພັນເປັນສິນຄ້າໄດ້ພຽງ 165 ລາຍການທີ່ສ່ວນຫຼາຍເປັນຜະລິດຕະພັນແປຮູບໃນພາກກະສິກຳ ເຊັ່ນເຂົ້າກ່ຳ, ນ້ຳເຜິ້ງ ລ້ຽງ, ນ້ຳເຜິ້ງທຳມະຊາດ, ເກືອບູຮານ, ຊີ້ນສະຫວັນ, ນ້ຳຫວ້ານຫາງແຂ້, ນ້ຳໝາກຍໍ, ຜະລິຕະພັນຈາກຫວາຍ, ຜະລິດຕະພັນເສັ້ນໃຍກ້ວຍ, ນ້ຳໝາກໄມ້ປອດສານພິດ, ເຄື່ອງປັ້ນດິນເຜົາ ແລະ ທູບຫອມເປັນຕົ້ນ.
ຍິ່ງໄປກວ່ານັ້ນ ການພັດທະນາຜະລິດຕະພັນດັ່ງກ່າວນີ້ຍັງຖືວ່າ ໄດ້ມີການຂະຫຍາຍ ຕົວຢ່າງຊັກຊ້າຫຼາຍເນື່ອງຈາກວ່າຜະລິດຕະພັນທັງ 165 ລາຍການນີ້ເປັນຜົນຜະລິດ ຂອງ 45 ຫົວໜ່ວຍການຜະລິດທີ່ນອນຢູ່ໃນ 45 ບ້ານຂອງ 29 ເມືອງໃນເຂດ 12 ແຂວງ ໂດຍຫົວໜ່ວຍການຜະລິດສ່ວນໃຫຍ່ກໍນອນຢູ່ໃນ 4 ແຂວງເປົ້າໝາຍເທົ່ານັ້ນອີກດ້ວຍ ກໍຄື ແຂວງສະຫວັນນະເຂດ, ຈຳປາສັກ, ວຽງຈັນ ແລະ ຄຳມ່ວນ.
ທັງນີ້ໂດຍມີສາເຫດມາຈາກການທີ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນ ລາວ ຍັງມີການຜະລິດສິນຄ້າທີ່ມີລະດັບຄຸນນະພາບຕ່ຳ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຊີ້ແຈງວ່າ.
“ຄວາມເຂົ້າໃຈລະດັບຝີມືການອອກແຮງງານຂອງປະຊາຊົນເນາະ ຍັງຈຳນວນໜຶ່ງ ຍັງບໍ່ທັນຮູ້ຜະລິດສິນຄ້າ, ປູກກະປູກໄປນຳໝູ່ຈັ່ງຊັ້ນຫຼະ ຈັກໃສ່ຝຸ່ນຫຍັງ, ປູກອັນໃດ ເປັນສິນຄ້າບໍ່ເປັນ ປູກຜັກກະບາງເທື່ອກະປູກພໍກຸ້ມກິນ ຈັ້ງຊັ້ນມາຮອດນີ້ນິ ສິ່ງທີ່ຍັງ ຄ້າງຄາກໍຄືມີຈຳນວນໜຶ່ງບໍ່ທັນເຂົ້າໃຈວິທີຜະລິດ ສອງມາລະແມ່ນວິຊາ ການພວກ ເຮົາໄປບໍ່ທັນທົ່ວບໍ່ທັນເຖິງ.”
ຍິ່ງໄປກວ່ານັ້ນ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານການສຳຫຼວດ ກ່ຽວກັບ ຄວາມພ້ອມໃນການແຂ່ງຂັນຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນ ລາວ ວ່າມີຫຼາຍກວ່າ 37,000 ຫົວໜ່ວຍ ທີ່ບໍ່ມີຄວາມພ້ອມຈະແຂ່ງຂັນໃນດ້ານ ການຕະຫຼາດພາຍຫຼັງຈາກ 10 ປະເທດສະມາຊິກຂອງ ອາຊຽນ ໄດ້ເຊື່ອມຕໍ່ເສດຖະກິດ ເຂົ້າດ້ວຍກັນ ນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນມາ.