ທາງການລາວຈະສ້າງຕັ້ງອົງກອນຕະຫລາດ ເພື່ອຮອງຮັບຜົນຜະລິດກະສິກໍາ ຂອງກະ
ເສດຕະກອນລາວ ທັງຍັງແນໃສ່ ການຮັບປະກັນດ້ານລາຄາ ໃຫ້ໝັ້ນທ່ຽງ ດ້ວຍການຊື້
ຂາຍສິນຄ້າໂດຍບໍ່ຜ່ານພໍ່ຄ້າຄົນກາງ.
ທ່ານສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ຖະແຫຼງ
ວ່າການສ້າງຕັ້ງອົງກອນຕະຫລາດກາງ ເພື່ອຮອງຮັບຜົນຜະລິດກະສິກຳ ແລະສິນຄ້າ
ຕ່າງໆຂອງກະເສດຕະກອນທົ່ວປະເທດລາວ ຈະເກີດຂຶ້ນຢ່າງເປັນຮູບປະທໍາໃນໄວໆ
ນີ້ ເພາະການສຶກສາຄວາມເປັນໄປໄດ້ຂອງການສ້າງຕັ້ງອົງກອນຕະຫຼາດກາງດັ່ງກ່າວ ໄດ້ດຳເນີນການເສັດແລ້ວໃນຂະນະນີ້ ຊຶ່ງພົບວ່າອົງກອນຕະຫຼາດກາງຈະສາມາດຮອງ
ຮັບຜົນຜະລິດ ແລະຮັບປະກັນດ້ານລາຄາທີ່ໝັ້ນທ່ຽງໃຫ້ກັບກະເສດຕະກອນລາວໄດ້
ເປັນຢ່າງດີດ້ວຍການຊື້ຂາຍສິນຄ້າ ໂດຍບໍ່ຕ້ອງຜ່ານພໍ່ຄ້າຄົນກາງອີກຕໍ່ໄປດັ່ງທີ່ທ່ານ
ສົມຈິດ ຢືນຢັັນວ່າ.
“ພວກຂ້າພະເຈົ້າຫາກໍ່ສຳເລັດການສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງອົງ
ກອນຕະຫຼາດໃຫ້ມີໜ້າທີ່ດຳເນີນຖານະເປັນໂຕແທນຂອງລັດເພື່ອຈັດຕັ້ງຕະຫຼາດ
ກາງໃນການຊື້ຂາຍຜົນຜະລິດກະສິກຳ ແລະສິນຄ້າອື່ນໆສົ່ງເສີມສະໜັບສະໜູນຜູ້ຜະລິດຊາວກະສິກອນ ສົ່ງຜົນຜະລິດກະສິກຳ ແລະສິນຄ້າອື່ນໆມາຈຳໜ່າຍໂດຍ
ກົງ ໂດຍບໍ່ຜ່ານມືກາງ ແລະຈັດໃຫ່້ມີການຊື້ຜົນຜະລິດກະສິກໍາ ເພື່ອຊ່ວຍເຫຼືອສິນ
ຄ້າສະສິກຳໃນການຈໍາໜ່າຍ ແລະໃນການຮັກສາ ແລະຂົນສົ່ງ.”
ກ່ອນໜ້ານີ້ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ກໍໄດ້ສ້າງຕັ້ງສູນ ພັດທະ
ນາກາໝາຍການຄ້າຂຶ້ນຢ່າງເປັນທາງການ ໂດຍການຊ່ວຍເຫຼືອຂອງອົງ ການສະຫະ
ປະຊາຊາດ ພາຍໃຕ້ເປົ້າໝາຍເພື່ອພັດທະນາ ແລະຍົກລະດັບຄຸນນະພາບສິນຄ້າທີ່ຜະ
ລິດໃນລາວໃຫ້ໄດ້ມາດຕະຖານສາກົນ ເພື່ອເຮັດໃຫ້ມູນຄ່າການສົ່ງອອກສິນຄ້າຂອງ
ລາວໄປຍັງຕ່າງປະເທດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະກໍແມ່ນສິນຄ້າແປຮູບ
ຜົນຜະລິດກະສິກຳ ແລະໄມ້ແປຮູບນັ້ນກໍຖືເປັນ ທ່າແຮງສຳຄັນ ທີ່ພາກທຸລະກິດໃນ
ລາວສາມາດທີ່ຈະພັດທະນາໃຫ້ແຂ່ງຂັນໃນ ຕະຫຼາດສາກົນໄດ້ເປັນຢ່າງດີ ຖ້າຫາກ
ວ່າໄດ້ຮັບການສົ່ງເສີມຈາກລັດຖະບານ ໃນດ້ານແຫຼ່ງເງິນທຶນເພື່ອພັດທະນາຜະລິດ
ຕະພັນ ແລະການໂຄສະນາສິນຄ້າ ລາວໃນຕ່າງປະເທດ.
ທາງດ້ານກະຊວງອຸດສາຫະກຳ ແລະການຄ້າກໍເລີິ້ມນຳໃຊ້ລະບົບອີເລັກໂຕຣນິກ ເພື່ອຂຶ້ນທະບຽນຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs) ໃນ
ເຂດ 9 ເມືອງຂອງນະຄອນຫຼວງວຽງຈັນ ໂດຍຄາດວ່າຈະເສັດສົມບູນໃນ ໄວໆນີ້ ແລະຫຼັງຈາກນັ້ນກໍຈະເຊື່ອມໂຍງໄປທຸກເມືອງໃນທຸກແຂວງ ເພື່ອເຊື່ອມຕໍ່ຂໍ້ມູນລະ
ຫວ່າງພາກລັດກັບບັນດາວິສະຫະກິດຂະໜາດນ້ອຍ ແລະຂະໜາດກາງ SMEs ໃຫ້ເປັນມາດຕະຖານດຽວກັນໃນທົ່ວປະເທດ.
ແຕ່ຢ່າງໃດກໍຕາມທະນາຄານພັດທະນາເອເຊຍ (ADB) ກໍລາຍງານວ່າມີຫົວໜ່ວຍທຸ
ລະກິດເອກກະຊົນໃນລາວຈຳນວນ 119 ຫົວໜ່ວຍທີ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ກາ
ໝາຍ 1 ເມືອງ 1 ຜະລິດຕະພັນ ຫຼື (ODOP) ຈາກກະຊວງອຸດສາຫະກຳ ແລະການຄ້າ
ຂອງລາວ ຊຶ່ງກໍຄືການຮັບຮອງວ່າຜະລິດຕະພັນຂອງທັງ 119 ຫົວໜ່ວຍທຸລະກິດເອກ
ກະຊົນລາວດັ່ງກ່າວເປັນຜະລິດຕະພັນຄຸນນະພາບດີ ແລະໄດ້ມາດຕະຖານທີ່ສາມາດ
ແຂ່ງຂັນໃນຕະຫຼາດໂລກໄດ້ນັ້ນເອງ.
ໂດຍອີງຕາມລາຍງານຂອງສູນສະຖິຕິແຫ່ງຊາດ ແມ່ນວ່າກະຊວງໄດ້ ລະບຸວ່າການ
ສຳຫຼວດກ່ຽວກັບ ການຜະລິດສິນຄ້າ ແລະບໍລິການຂອງບັນດາຫົວໜ່ວຍພື້ນຖານທາງ
ເສດຖະກິດຈຳນວນທັງໝົດ 124,830 ຫົວໜ່ວຍໃນທົ່ວປະເທດພົບວ່າ 94 ເປີເຊັນເປັນ
ຫົວໜ່ວຍທຸລະກິດທີ່ທຳການຜະລິດສິນຄ້າ ແລະບໍລິການເພື່ອຕອບສະໜອງການບໍລິ
ໂພກພາຍໃນປະເທດເປັນດ້ານຫລັກໂດຍມີພຽງ 630 ຫົວໜ່ວຍຄຶດເປັນ 0.5 ເປີເຊັນ
ເທົ່ານັ້ນທີ່ ເນັ້ນໜັກໃສ່ການຜະລິດສິນຄ້າເພື່ອສົ່ງອອກ ສ່ວນ 1,700 ກວ່າຫົວໜ່ວຍຄຶດ
ເປັນ 1.4 ເປີເຊັນ ທີ່ເນັ້ນໜັກໃສ່ທັງການຜະລິດສິນຄ້າເພື່ອສົ່ງອອກ ແລະຕອບສະໜອງ
ການບໍລິໂພກພາຍໃນປະເທດຄຽງຄູ່ກັນໄປ.
ການສຳຫຼວດຍັງພົບດ້ວຍວ່າ 28.2 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດດັ່ງ ກ່າວ ຕັ້ງຢູ່ໃນເຂດນະຄອນຫຼວງວຽງຈັນ ຕິດຕາມດ້ວຍແຂວງສະຫວັນນະເຂດ ຄຶດເປັນ 11
ເປີເຊັນ ແລະຈຳປາສັກ 9.2 ເປີເຊັນ ສ່ວນເຂດທີ່ມີຫົວໜ່ວຍທຸ ລະກິດໜ້ອຍທີ່ສຸດ
ກໍຄືແຂວງເຊກອງ 1.2 ເປີເຊັນ ພົງສາລີ 1.3 ເປີເຊັນ ແລະຫຼວງນໍ້າທາ 1.8 ເປີເຊັນ ສ່ວນການພັດທະນາສິນຄ້າ ODOP ກໍປະຕິບັດໄດ້ພຽງ 165 ຜະລິດຕະພັນຈາກເປົ້າ
ໝາຍ 725 ຜະລິດຕະພັນ.