ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ຍື່ນຂໍ້ສະເໜີ ໂຄງການກໍ່ສ້າງ ເຂື່ອນໄຟຟ້າຊະນະຄາມ ເທິງແນວແມ່ນໍ້າຂອງໃນແຂວງວຽງຈັນ


ເຂື່ອນ ໄຊຍະບູລີ.
ເຂື່ອນ ໄຊຍະບູລີ.

ທາງການ ລາວ ຍື່ນຂໍ້ສະເໜີໂຄງການກໍ່ສ້າງເຂື່ອນໄຟຟ້າຊະນະຄາມເທິງແນວແມ່ນໍ້າຂອງໃນແຂວງວຽງຈັນເຂົ້າສູ່ຂະບວນການປຶກສາຫາລື ແລະ ພິຈາລະນາໃນຄະນະກຳມາທິການແມ່ນໍ້າຂອງ MRC.


ສຳນັກງານເລຂາທິການຄະນະກຳມາທິການແມ່ນໍ້າຂອງ (MRC) ລາຍງານວ່າ ທາງການ ລາວ ໄດ້ສົ່ງມອບເອກະສານສຳຄັນ ກ່ຽວກັບ ໂຄງການກໍ່ສ້າງເຂື່ອນໄຟຟ້າຊະນະຄາມເທິງແນວແມ່ນໍ້າຂອງໃນ ລາວ ເພື່ອຂໍເຂົ້າສູ່ຂະບວນການປຶກສາຫາລືລ່ວງໜ້າໃນ MRC ເມື່ອບໍ່ນານມານີ້ ໂດຍເອກະ ສານສຳຄັນທີ່ທາງການ ລາວ ໄດ້ສົ່ງມອບໃຫ້ MRC ໃນຄັ້ງນີ້ປະກອບດ້ວຍເອກະສານດ້ານວິສະ ວະກຳ ການສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ,​ ການປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງ ແວດລ້ອມທຳມະຊາດ ລວມເຖິງການສຶກສາ ກ່ຽວກັບ ດິນຕະກອນ ແລະ ຜົນກະທົບຕໍ່ການປະມົງຈາກການກໍ່ສ້າງເຂື່ອນ ໂດຍຄາດວ່າຄະນະກຳມະການຮ່ວມໃນ MRC ທີ່ເປັນຕົວແທນຂອງລັດ ຖະບານ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ນັ້ນຈະປະຊຸມເພື່ອກຳນົດວາລະຂອງການປຶກສາຫາລືລ່ວງໜ້າຕາມການສະເໜີດັ່ງກ່າວຂອງລັດຖະບານ ລາວ ພາຍໃນວັນທີ 16 ມິຖຸນາ 2020 ແລະ ຕໍ່ຈາກນັ້ນກໍຈະໃຊ້ເວລາ 6 ເດືອນເພື່ອສະຫຼຸບການປຶກສາຫາລືຂັ້ນສຸດທ້າຍ ຊຶ່ງຈະເຮັດໃຫ້ຜູ້ລົງທຶນໃນໂຄງການສາມາດເລີ່ມລົງມືກໍ່ສ້າງເຂື່ອນໄດ້ໃນທ້າຍປີ 2020 ນີ້.

ໂຄງການເຂື່ອນໄຟຟ້າຊະນະຄາມມີກຳລັງຕິດຕັ້ງ 684 ເມກະວັດໂດຍຈະໃຊ້ທຶນກໍ່ສ້າງໃນມູນຄ່າລວມ 2,073 ລ້ານໂດລາທີ່ເປັນການລົງທຶນ 100 ເປີເຊັນຂອງບໍລິສັດ ຕ້າຖັງ ຈາກ ຈີນ ຊຶ່ງສັນເຂື່ອນສູງ 58 ແມັດ, ຍາວ 350 ແມັດ ມີເຄື່ອງຈັກຜະລິດໄຟຟ້າຂະໜາດ 57 ເມກະວັດ ຈຳນວນ 12​ໜ່ວຍ ມີທີ່ຕັ້ງຢູ່ເທິງແນວແມ່ນໍ້າຂອງໃນເຂດເມືອງຂະນະຄາມ ແຂວງວຽງຈັນ ແລະ ຢູ່ທາງຕອນໃຕ້ຂອງໂຄງການເຂື່ອນໄຟຟ້າປາກລາຍໃນແຂວງໄຊຍະບູລີປະມານ 85 ກິໂລແມັດ, ໂດຍກຸ່ມບໍລິສັດຕ້າຖັງ ໄດ້ວາງແຜນການທີ່ຈະສ້າງເຂື່ອນໃຫ້ສຳເລັດ ແລະ ສົ່ງໄຟຟ້າຂາຍໃຫ້ ໄທ ນັບແຕ່ປີ 2028 ເປັນຕົ້ນໄປ.

ທັງນີ້ເຂື່ອນໄຟຟ້າຊະນະຄາມ ນັບເປັນໂຄງການທີ່ກໍ່ສ້າງເທິງແນວແມ່ນໍ້າຂອງອັນດັບທີ 6 ທີ່ທາງ ການ ລາວ ໄດ້ສະເໜີເຂົ້າສູ່ຂະບວນການປຶກສາຫາລືລ່ວງໜ້າໃນ MRC ໂດຍ 5 ໂຄງການກ່ອນໜ້າກໍຄືເຂື່ອນ ໄຊຍະບູລີ, ເຂື່ອນດອນສະໂຮງ, ເຂື່ອນປາກແບງ, ເຂື່ອນປາກລາຍ ແລະ ເຂື່ອນຫຼວງພະບາງ ໃນນີ້ມີເຂື່ອນໄຊຍະບູລີ ແລະ ດອນສະໂຮງ ທີ່ກໍ່ສ້າງສຳເລັດ ແລະ ຜະລິດໄຟຟ້າແລ້ວ ສ່ວນທີ່ກຳລັງກໍ່ສ້າງກໍຄືເຂື່ອນປາກແບງ ແລະ ເຂື່ອນປາລາຍ ສ່ວນເຂື່ອນຫຼວງພະບາງ ຍັງຢູ່ໃນຂະບວນການປຶກສາຫາລືລ່ວງໜ້າໃນ MRC ທີ່ມີກຳນົດການປະຊຸມຄັ້ງສຸດທ້າຍໃນວັນທີ 4​ ມິຖຸນາ 2020​ ນີ້.

ແຕ່ຢ່າງໃດກໍຕາມ ກຸ່ມຕິດຕາມການລົງທຶນກໍ່ສ້າງເຂື່ອນໄຟຟ້າໃນ ລາວ ໄດ້ຖະແຫຼງຢືນຢັນວ່າ ການເຄື່ອນໄຫວຂອງພາກປະຊາສັງຄົມອາຊຽນໃນໄລຍະຕໍ່ໄປນີ້ ຈະໄດ້ໃຫ້ຄວາມສຳຄັນເປັນພິ ເສດໃນການຮຽກຮ້ອງຕໍ່ບັນດາຜູ້ນຳລັດຖະບານຂອງອາຊຽນ ເພື່ອຂໍໃຫ້ຄວາມສຳຄັນຕໍ່ບັນຫາຜົນກະທົບຂ້າມພົມແດນທີ່ເກີດຈາກໂຄງການພັດທະນາຕ່າງໆພາຍໃນກຸ່ມອາຊຽນດ້ວຍກັນ ໂດຍສະ ເພາະແມ່ນການກໍ່ສ້າງເຂື່ອນ ການຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ໂຄງການຂະໜາດໃຫຍ່ທີ່ກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຢ່າງກວ້າງຂວາງ ດັ່ງທີ່ທ່ານນາງ ເປມລຶດີ ດາວເຣືອງ ແກນນຳກຸ່ມດັ່ງກ່າວນີ້ຢືນຢັນວ່າ

“ຂໍ້ຮຽກຮ້ອງກໍຄືຄວາມເປັນຫ່ວງກ່ຽວກັບເລື່ອງຄວາມຍືນຍົງໃນເລື່ອງສິ່ງແວດລ້ອມ ຊັບພະຍາກອນທຳມະຊາດ ຊຶ່ງມີ 3 ເລື່ອງໃຫຍ່ກໍຄືເລື່ອງການເກີດຂຶ້ນຂອງໂຄງການຂະໜາດໃຫຍ່ຫຼວງຫຼາຍໃນພູມີ ພາກ ຕັ້ງແຕ່ເລື່ອງເຂື່ອນ ການຂຸດເຈາະຊັບພະຍາກອນທຳມະຊາດ ເລື່ອງຂອງໂຄງການຂະ ໜາດໃຫຍ່ຕ່າງໆ ສາທາລະນຸປະໂພກພື້ນຖານທັງຫຼາຍ ອັນທີສອງຄືເລື່ອງການປ່ຽນແປງສະພາບອາກາດ ຊຶ່ງຍິ່ງເຮັດໃຫ້ອາຊຽນ ມີຄວາມອ່ອນແອຫຼາຍຂຶ້ນໃນການທີ່ຈະສູ້ກັບເລື່ອງຕ່າງໆ ແລະ ອັນທີ 3 ເປັນເລື່ອງຂອງການສູນເສຍຄວາມຫຼາກຫຼາຍທາງຊີວະພາບ ຊຶ່ງແນ່ນອນ ກ່ຽວກັບ ຂ້ອງກັບເລື່ອງຂອງການເກີດຂຶ້ນຂອງໂຄງການຂະໜາດໃຫຍ່.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນ MRC ເປີດເຜີຍວ່າ ການກໍ່ສ້າງເຂື່ອນໄຟຟ້າໃນ ລາວ ໃນໄລຍະຜ່ານມາໄດ້ເຮັດໃຫ້ຕ້ອງໂຍກຍ້າຍປະຊາຊົນ ລາວ 60,000 ກວ່າຄົນ ຫຼືເກີນກວ່າ 12,000 ຄອບຄົວໃນ 240 ກວ່າບ້ານໄປຢູ່ເຂດຈັດສັນໃໝ່.

ທາງດ້ານທະນາຄານພັດທະນາເອເຊຍ ລາຍງານວ່າ ການຜະລິດໄຟຟ້າຂອງ ລາວ ຈະເພີ່ມຂຶ້ນ 7.5 ເປີເຊັນໃນປີ 2020 ທຽບໃສ່ປີ 2019 ຈຶ່ງຄາດວ່າ ລາວ ຈະສົ່ງໄຟຟ້າໄປຂາຍໃຫ້ ໄທ ເພີ່ມຂຶ້ນ 20 ເປີເຊັນ ທັງຍັງຈະເພີ່ມຂຶ້ນທຸກປີ ເພາະວ່າລັດຖະບານ ໄທ ໄດ້ຕົກລົງຈະຮັບຊື້ໄຟຟ້າຈາກ ລາວ ໃນປະລິມານເຖິງ 9,000 ເມກະວັດ ໃນຊ່ວງປີ 2019-2044 ຊຶ່ງໃນປັດຈຸບັນນ ລາວ ຍັງສົ່ງໄຟຟ້າໃຫ້ ໄທ ໄດ້ພຽງ 5,620 ເມກະວັດເທົ່ານັ້ນ.

XS
SM
MD
LG