ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງ​ການ ລາວ ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດ ​ໃນ​ການກວດ​ກາ ແລະ ລົງ​ໂທດ ​ຕໍ່​ບັນ​ດາ​ຕຳຫຼວດ​ຈະ​ລາ​ຈອນ ​ທີ່​ໃຊ້​ອຳ​ນາດ​ໜ້າ​ທີ່​ ໂດຍ​ທຸ​ຈະ​ລິດ


ຕຳຫຼວດ​ຢືນ​ຢູ່​ທາງ​ສີ່​ແຍກ​ໃນ​ນະ​ຄອນຫຼວງ ວຽງ​ຈັນ, ລາວ.
ຕຳຫຼວດ​ຢືນ​ຢູ່​ທາງ​ສີ່​ແຍກ​ໃນ​ນະ​ຄອນຫຼວງ ວຽງ​ຈັນ, ລາວ.

ທາງ​ການ ລາວ ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດ​ໃນ​ການກວດ​ກາ ແລະ ລົງ​ໂທດ​ຕໍ່​ບັນ​ດາ​ຕຳຫຼວດ​ຈະ​ລາ​ຈອນ​ທີ່​ໃຊ້​ອຳ​ນາດ​ໜ້າ​ທີ່​ໂດຍ​ທຸ​ຈະ​ລິດ​ເພື່ອ​ຮຽກ​ຮັບ​ເອົາ​ສິນ​ບົນ ແລະ ຄ່າ​ປັບ​ໄໝ​ຈາກ​ປະ​ຊາ​ຊົນ​ໂດຍບໍ່​ຖືກ​ຕ້ອງ.


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ຜະ​ແນ​ກ​ຕຳຫຼວດ​ຈະ​ລາ​ຈອນ ນະ​ຄອນຫຼວງ ວຽງ​ຈັນ ເປີດ​ເຜີຍ​ວ່າ ການ​ປາ​ກົດ​ມີ​ຫາງ​ສຽງ​ຈາກ​ສັງ​ຄົມ​ຢ່າງກວ້າງ​ຂວາງ​ໃນ​ເວາ​ລານີ້​ວ່າ ມີ​ການ​ຮຽກ​ຮັບ​ເອົາ​ສິນ​ບົນ ແລະ ການ​ປັບ​ໄໝ​ທີ່ບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈະ​ລາ​ຈອນ​ນັ້ນ​ເຮັດ​ໃຫ້​ການ​ນຳ​ໃນ​ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ກວດ​ກາ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ບັນ​ດາ​ຕຳຫຼວດ​ຈະ​ລາ​ຈອນ​ໃນ​ທົ່ວ​ປະ​ເທດ​ຢ່າງ​ເຂັ້ມ​ງວດ ​ໂດ​ຍ​ສະ​ເພາະ​ແມ່ນ​ໃນ​ເຂດ​ນະ​ຄອນຫຼວງ ວຽງ​ຈັນ ນັ້ນ​ຍັງ​ໄດ້​ເປີດນ​ຳ​ໃຊ້​ລະ​ບົບ​ໂທ​ລະ​ສັບ​ສາຍ​ດ່ວນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ລາຍ​ງານ​ກ່ຽວ​ກັບ ການ​ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ທຸ​ຈະ​ລິດ​ຂອງ​ຕຳຫຼວດ​ຈະ​ລາ​ຈອນ​ໄດ້​ໂດຍ​ກົງ ເພື່ອ​ທີ່​ວ່າ​ຈະ​ໄດ້​ດຳ​ເນີນ​ມາດ​ຕະ​ການ​ລົງ​ໂທດ ຕໍ່​ຕຳຫຼວດ​ຈະ​ລາ​ຈອນ​ທີ່​ທຸ​ຈະ​ລິດ​ດັ່ງ​ກ່າວ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ຜະ​ແນກ​ຕຳຫຼວດ​ຈະ​ລາ​ຈອນ ນະ​ຄອນຫຼວງວຽງ​ຈັນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

"ສຳ​ລັບ​ຕຳຫຼວດ​ຈະ​ລາ​ຈອນ ພວກ​ຂ້າ​ພະ​ເຈົ້າ​ລະ​ກະ​ເວົ້າ​ກັນ​ຕະຫຼອດ​ກັບ​ຮອງ​ຫົວ​ໜ້າ​ຕຳຫຼວດ​ຈາກ​ທັງ 9 ຕົວ​ເມືອງ ເວົ້າ​ເລື່ອງ​ຄຸນ​ສົມ​ບັດ ເວົ້າ​ເລື່ອງ​ຄວາມ​ຈົງ​ຮັກ​ພັກ​ດີ ແລະ ກໍ​ເວົ້າ​ເລື່ອງ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ ຄວາມ​ຕັ້ງ​ໃຈ​ບໍ​ລິ​ການ​ປະ​ຊາ​ຊົນ​ຫັ້ນ​ນະ ອັນ​ເລື່ອງ​ເອົາ​ເງິນ​ເອົາ​ຄຳ​ນັ້ນ ຄັນ​ພວກ​ເຮົາ​ຮູ້ ພວກ​ເຮົາ​ກໍ​ຈະ​ມີ​ການ​ລົງ​ໂທດ​ກັນ​ເນາະ ໂທ​ເຂົ້າ​ມາ​ໄດ້​ເລີຍ 212702 - 212703 ທັງ​ສອງ​ເບີ ຮູ້​ວ່າ​ຕຳຫຼວດ​ຈະ​ລາ​ຈອນ​ຜູ້​ໃດ​ທີ່​ຈຸດ​ໃດ ພວກ​ເຮົາ​ກະ​ຢາກ​ຮູ້​ຄື​ກັນ ເພາະ​ວ່າ​ໄປ​ເວົ້າ​ແບບ​ລອຍໆ ແບບ​ຊັງ​ແລ້ວ​ກະ​ຢາກ​ຫາ​ເລື່ອງ​ເຮັດ​ຊື່ໆ​ບໍ່​ໄດ້ ເພາະ​ພວກ​ເຮົາ​ກະ​ກວດ​ກາ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸດ ເພາະ​ວ່າ​ເຮົາ​ສິ​ໄປ​ກວດ​ຄົນ​ອື່ນ​ເຮົາ​ກໍ​ຕ້ອງ​ໄດ້​ເບິ່ງ​ຄົນ​ຂອງ​ເອົາ​ເອງ​ຄື​ກັນ​ວ່າ ປະ​ຕິ​ບັດ​ຕາມ​ລະ​ບຽບ​ໄດ້​ໜ້ອຍ-ຫຼາຍ​ຊ່ຳ​ໃດ."

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢືນ​ຢັນ​ວ່າ ການ​ຂັບ​ຂີ່​ຍານ​ພາ​ຫະ​ນະ​ທີ່​ຜິດ​ລະ​ບຽບ​ກົດ​ໝາຍ​ຈະ​ລາ​ຈອນ​ ຄື​ຊ່ອງ​ທາງ​ທີ່​ເຮັດ​ໃຫ້​ມີ​ການ​ຮຽກ​ຮັບ​ເອົາ​ສິ​ນ​ບົນຫຼາຍ​ທີ່​ສຸດ ເພາະ​ວ່າ​ຜູ້​ຂັບ​ຂີ່​ທີ່​ຜິດ​ລະ​ບຽບ​ກົດ​ໝາຍ​ນັ້ນ ​ກໍ​ບໍ່​ຢາກ​ຖືກ​ດຳ​ເນີນ​ຄະ​ດີ​ໃນ​ສານ ຈຶ່ງຍອມ​ຈ່າຍ​ຄ​່າ​ສິນ​ບົນ​ຕາມ​ຕ້ອງ​ການ​ຂອງ​ຕຳຫຼວດ​ຈະ​ລາ​ຈອນ​ທີ່​ທຸ​ຈະ​ລິດ​ໃນ​ໜ້າ​ທີ່​ນັ້ນ ທັງ​ນີ້​ໃນ​ປີ 2019 ລາວ ມີ​ອຸ​ບັດ​ຕິ​ເຫດ​ບົນ​ທ້ອງ​ຖະ​ໜົນ​ເກີດ​ຂຶ້ນ 6,616 ຄັ້ງ​ໃນ​ນີ້​ເກີດ​ຈາກ​ຜູ້​ກະ​ທຳ​ຜິດ​ບໍ່​ມີ​ໃບ​ຂັບ​ຂີ່ 3,218 ຄັ້ງ, ເມົາ​ເຫຼົ້າ 1,662 ຄັ້ງ, ອາ​ຍຸ​ບໍ່​ເຖິງ​ເກນ 864 ຄັ້ງ ແລະ ອື່ນໆ 1,567 ຄັ້ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 1,134 ຄົນ, ບາດ​ເຈັບ 10,644 ຄົນ, ຍານ​ພາ​ຫະ​ນະ​ເສຍ​ຫາຍ 11,642 ຄັນ ແລະ ຄິດ​ເປັນ​ມູນ​ຄ່າຫຼາຍກວ່າ 101 ຕື້​ກີບ ໂດຍ​ໃນ​ນະ​ຄອນຫຼວງ ວຽງ​ຈັນ ຖື​ເປັນ​ເຂດ​ທີ່​ມີ​ອຸ​ບັດ​ຕິ​ເຫດ​ບົນ​ທ້ອງ​ຖະ​ຫນົນ​ເກີດ​ຂຶ້ນຫຼາຍ​ທີ່​ສຸດ​ຄື 1,250 ຄັ້ງ ແລະ ເສຍ​ຊີ​ວິດ 235 ຄົ​ນ.

ຍິ່ງ​ໄປ​ກວ່າ​ນັ້ນ​ນະ​ຄອນຫຼວງ ວຽງ​ຈັນ ກໍ​ຍັງປະ​ເຊີນ​ກັບ​ອາ​ຊະ​ຍາ​ກຳ ​ທີ່​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ​ເພີ່ມ​ຂຶ້ນນັບ​ມື້​ອີກ​ດ້ວຍ ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ມົ້ວ​ສຸມ​ເສບ​ຢາ ແລະ ຈັດ​ຕັ້ງ​ເປັນ​ກຸ່ມ​ແກັ່ງ​ຕ່າງໆ​ຂອງ​ບັນ​ດາ​ຊາວ​ໜຸ່ມ​ທີ່ບໍ່​ມີ​ງານ​ທຳ ແລະ ບໍ່​ມີ​ໂອ​ກາດ​ໃນ​ດ້ານ​ການ​ສຶກ​ສາ ການ​ດຳ​ເນີນ​ມາດ​ຕະ​ການ​ປາບ​ປາມ​ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ ແລະ ຂາດ​ການ​ຮ່ວມ​ມື​ຈາກ​ສັງ​ຄົມ ດັ່ງ​ທີ່​ພົນ​ຈັດ​ຕະ​ວາ ບຸບ​ຜາ ສີ​ພົມ​ມາ ຫົວ​ໜ້າ​ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ນະ​ຄອນຫຼວງວຽງ​ຈັນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

"ການ​ສະ​ກັດ​ກັ້ນ ແລະ ການ​ຕ້ານ​ການ​ລັກ​ລອບ​ກາ​ນ​ລຳ​ລຽງ​ຂົນ​ສົ່ງ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ ການ​ປະ​ຕິ​ບັດ​ມາດ​ຕະ​ການ​ທາງ​ດ້ານ​ກົດ​ໝາຍ​ຕໍ່​ຜູ້​ກະ​ທຳ​ຜິດ ຍັງ​ບໍ່​ທັນ​ເຂັ້ມ​ງວດ ຍັງ​ມີ​ລັກ​ສະ​ນະ​ບ່ອນ​ເຄັ່ງ​ບ່ອນ​ຍານ ການ​ມີ​ສ່ວນ​ຮ່ວມ​ຂອງ​ສັງ​ຄົມ​ຕໍ່​ບັນ​ຫານີ້​ຍັງ​ບໍ່​ທັນຫຼາຍ ພໍ່​ແມ່​ປະ​ຊາ​ຊົນ​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ສຶກ​ສາ​ອົບ​ຮົມ​ລູກຫຼາຍ​ຂອງ​ຕົນ ພໍ່​ແມ່​ຈຳ​ນວນ​ນຶ່ງ​ປະ​ຖິ້ມ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ກາຍ​ເປັນ​ພາ​ລະ​ຂອງ​ລັດ​ ແລະ ສັງ​ຄົມ​ຕ້ອງ​ໄດ້​ແບກ​ຫາບ​ໃນ​ການ​ປິ່ນ​ປົວ ແລະ ລ້ຽງ​ລູກ​ຂອງ​ເຂົາ​ເຈົ້າ​ເຫຼົ່າ​ນັ້ນ."

ທາງ​ດ້ານ​ພົນ​ຕີ ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຖະ​ແຫຼງວ່າ ການ​ດຳ​ເນີນ​ມາດ​ຕະ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ ໃນ​ໄລ​ຍະ 3 ປີ​ຜ່ານ​ມາດ​ສາ​ມາດ​ຈັບ​ຜູ້​ກະ​ທຳ​ຜິດ​ໄດ້ຫຼາຍກວ່າ 13,900 ຄົນ​ໃນ 9,430 ກວ່າ​ຄະ​ດີ ໃນ​ນີ້​ເປັນ​ນັກ​ຄ້າ​ຢາ​ເສບ​ຕິດ​ຊາວ​ຕ່າງ​ຊາດຫຼາຍກວ່າ 200 ຄົນ, ຍຶດ​ຢາ​ບ້າ​ໄດ້ 37 ລ້ານ​ເມັດ, ເຮ​ໂຣ​ອິນກວ່າ 735 ກິ​ໂລກ​ຣາ​ມ, ຢາ​ໄອ​ສ໌ກວ່າ 2 ໂຕນ, ກັນ​ຊາ​ແຫ້ງ 6.3 ໂຕນ, ຝິ່ນກວ່າ 500 ກິ​ໂລ​ກ​ຣາມ, ໂຄ​ເຄນ ກວ່າ 8 ກິ​ໂລກ​ຣາມ, ສານ​ເຄ​ມີ​ທີ່​ຜະ​ລິດ​ຢາ​ເສບ​ຕິດກວ່າ 10 ໂຕນ ແລະ ອື່ນໆ.

XS
SM
MD
LG