ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງ​ການລາວ ຕັ້ງ​ເປົ້າໝາຍ ເພື່ອ​ຫລຸດ​ຜ່ອນ ຜົນ​ກະ​ທົບ​ ຈາກ​ລະ​ເບີດ​ ບໍ່​ທັນ​ແຕກ


ການ​ເກັບ​ກູ້​ລະ​ເບີດ ທີ່​ຍັງ​ບໍ່​ທັນ​ແຕກ ໃນ ສ​ປ​ປ ລາວ.
ການ​ເກັບ​ກູ້​ລະ​ເບີດ ທີ່​ຍັງ​ບໍ່​ທັນ​ແຕກ ໃນ ສ​ປ​ປ ລາວ.

ທາງການລາວກຳນົດ 3 ເປົ້າໝາຍສຳຄັນ ເພື່ອຫລຸດຜ່ອນບັນຫາຜົນກະທົບ ຈາກລະ
ເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ໃຫ້ມີປະສິດທິພາບສູງຂຶ້ນ ໂດຍສະເພາະການລົດ
ຈຳນວນຄົນທີ່ໄດ້ຮັບເຄາະນັ້ນ ຊຶ່ງ​ຊົງ​ລິດ ໂພ​ນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ອົງການການສຶກສາໂລກ ຫຼື World Education Inc. ປະຈຳລາວ ລາຍງານວ່າ ການ
ຮ່ວມມືລະຫວ່າງ ອົງການການສຶກສາໂລກ ກັບກະຊວງສຶກສາທິການ ແລະກິລາ ຂອງ
ລາວໃນປີ 2019 ນີ້ ຈະເນັ້ນໜັກໃນການໃຫ້ຄວາມຮູ້ກ່ຽວກັບອັນຕະລາຍ ຈາກລະເບີດ
ບໍ່ທັນແຕກ ຫຼື UXO ດ້ວຍການເສີມສ້າງຄວາມຮູ້ໃຫ້ກັບບັນດາຄູໃນ 88 ເມືອງຂອງ
10 ແຂວງເພື່ອທີ່ວ່າ ບັນດາຄູຈະໄດ້ນຳເອົາຄວາມຮູ້ດັ່ງກ່າວ ໄປສອນໃນໂຮງຮຽນ
ເພື່ອໃຫ້ຄວາມຮູ້ແກ່ນັກຮຽນ ໃຫ້ໄດ້ຢ່າງມີປະສິດທິຜົນ.

ໂດຍໂຮງຮຽນທີ່ຢູ່ໃນເຂດເປົ້າໝາຍ 88 ເມືອງໃນ 10 ແຂວງດັ່ງກ່າວ ປະກອບດ້ວຍ ແຂວງຫຼວງພະບາງ 12 ເມືອງ ຊຽງຂວາງ 7 ເມືອງ ຫົວພັນ 10 ເມືອງ ຄຳມ່ວນ 10 ເມືອງ ສະຫວັນນະເຂດ 15 ເມືອງ ສາລະວັນ 8 ເມືອງ ເຊກອງ 4 ເມືອງ ຈຳປາສັກ 10 ເມືອງ
ອັດຕະປື 5 ເມືອງ ບໍລິຄຳໄຊ 7 ເມືອງ ໂດຍໄດ້ຮັບການຊ່ອຍເຫຼືອຫຼາຍກວ່າ 17 ຕື້ກີບ ຈາກກະຊວງການຕ່າງປະເທດຂອງສະຫະລັດ ອາເມຣິກາ.

ທາງດ້ານ ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງ
ແຫ່ງຊາດ ເພື່ອແກ້ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນລາວ ຫຼື Lao UXO ຢືນ
ຢັນວ່າ ການປະຕິບັດແຜນການສຳຫຼວດ ແລະເກັບກູ້ລະເບີດ UXO ຢືນ​ຢັນ​ວ່າ​ການ​
ປະ​ຕິ​ບັດ​ແຜນ​ການ​ສຳ​ຫຼວດ ແລະເກັບ​ກູ້​ລະ​ເບີດ UXO ທີ່ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​
ລັດ​ຖະ​ບານ​ລາວ ກັບ​ນາໆ​ຊາດ​ໄລ​ຍະ​ທີ 3 ໄດ້​ເລີ້ມ​ລົງ​ມື​ປະ​ຕິ​ບັດ​ນັບ​ຈາກ​ປີ 2017 ໄປ​
ຈົນ​ເຖິງ​ປີ 2021 ນັ້ນ ໄດ້​ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ໃນ​ການ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​
ມື​ລະ​ຫວ່າງ Lao UXO ກັບ​ບັນ​ດາ​ອົງ​ການ​ສາ​ກົນ ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃຫ້​ຫຼາຍ​ຂຶ້ນ
​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ຮວມເຖິງ​ການ​ຮ່ວມ​ມື​ກັບ​ທາງ​ການ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ດ້ວຍ ເພາະ
​ເຊື່ອ​ໝັ້ນ​ວ່າ​ຈະ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕີ​ບັດ ມີ​ປະ​ສິດ​ທິ​ພ​າບ​ສູງ​ຂຶ້ນ ເພື່ອ​ຈະ​ເຮັດ​ໃຫ້​
ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ທີ່​ທາງ​ການ​ລາວ​ໄດ້​ວ​າງ​ເອົາໄວ້ໃນ 3 ດ້ານ​ດ້ວຍ​ກັນ ​ດັ່ງ​ທີ່​
ທ່ານ​ພູ ຂຽວ ຢືນ​ຢັນ​ວ່າ

ເປົ້າ​ໝາຍ​ທີ 1 ແມ່ນໂຄ​ສະ​ນາສຶກ​ສາ​ອັນ​ຕະ​ລາຍ​ຂອງ​ລະ​ເບີດ​ແນ່​ໃສ່​ໃຫ້​ອຸ​ບັດ​ເຫດ​
ຈາກ​ລະ​ເບີດ​ບໍ່​ທັນ​ແຕກນີ້​ຫລຸດ​ລົງ​ໃຫ້​ຕ່ຳ​ເທົ່າ​ທີ່​ຈະ​ຕ່ຳ​ໄດ້​ຢ່າງ​ນ້ອຍກໍໃຫ້ 40 ກໍ​ລະ​ນີ
​ຕໍ່​ປີ​ ເປົ້າ​ໝາຍທີ 2 ແມ່ນ​ພວກ​ເຮົາ​ມີ​ຜູ້​ລອດ​ຊີ​ວິດ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ນີ້​ປະ​ມານ
20,000 ຄົນ ຄາດ​ໝາຍ​ກໍ​ຄື​ວ່າ​ຕ້ອງ​ພະ​ຍາ​ຍາມ​ສືບ​ຕໍ່​ປິ່ນ​ປົວ​ເຂົາ​ເຈົ້າ ແລ້ວ​ຝຶກ​ອາ​
ຊີບ​ໃຫ້​ເຂົາ​ເຈົ້າ​ປະ​ກອບ​ອາ​ຊີບ​ໃຫ້​ເຂົາ​ເຈົ້າ​ ເປົ້າ​ໝາຍ​ທີ 3 ນີ້​ແມ່ນ​ເລື້ອງ​ການກວດ​
ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຕ້ອງກວດ​ກູ້​ໃຫ້​ຫລ້ອນ ​ບັນ​ດາບູ​ລິ​ມະ​ສິດ​ທີ່​ພັດ​ທະ​ນາ​ຂອງ​
ລັດ​ຖະ​ບານ ເຮົາ​ມີ​ຈຸດ​ສຸມ​ພັດ​ທະ​ນາ​ຂອງ​ສູນກາງ ແລະ​ທ້ອງ​ຖິ່ນ 400 ກວ່າ​ຈຸດ​ສູມ
ສະ​ນັ້ນ​ພວກ​ເຮົາຕ້ອງກວດ​ກູ້​ໃຫ້​ຫລ້ອນອັນ​ນີ້.”

ກ່ອນ​ໜ້າ​ນີ້ ລັດ​ຖະ​ບານ​ສະ​ຫະ​ລັດ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລັດ​ຖະ​ບານ​ລາວ​ໃນ​ມູນ
​ຄ່າ 1 ລ້ານ 7 ແສນ​ໂດ​ລາ​ສະ​ຫະ​ລັດ ສຳ​ລັບ​ນຳ​ໃຊ້​ໃນ​ການ​ສຳ​ຫຼວດ​ທີ່​ບໍ່​ແມ່ນ​ວິຊາ​
ການໃນ​ພື້ນ​ທີ່ 950 ບ້ານ​ໃນ​ເຂດ​ແຂວງ​ພາກ​ໃຕ້ ໂດຍ​ໄດ້ສຳ​ຫຼວດ​ຮວມ​ກັນ​ລະ​ຫວ່າງ
Lao UXO ກັບ​ບັນ​ດາ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ (NGO) ໃນ​ລາວ​ເພື່ອ​ເຮັດ​
ໃຫ້​ການ​ສຳ​ຫຼວດ​ມີ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນ ທັງ​ຍັງ​ໄດ້​ສຳ​ຫຼວດ​ແບ​ບ​ວິ​ຊ​າ​ການ​ໃນ​ພື້ນ​ທີ່
338 ບ້ານ ພາຍ​ໃຕ້​ເປົ້າ​ໝາຍ​ເພື່ອ​ຈະ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ໃຫ້​ໝົດ​ໄປ​ຈາກ​ເຂດ​
ຢູ່​ອາ​ໄສ ແລະ​ທີ່​ທຳ​ກິນ​ຂອງ​ປະ​ຊາ​ຊົນ ທີ່​ເປັນ​ສ່ວນ​ນຶ່ງ​ໃນ​ເຂດ​ບູ​ລິມ​ະ​ສິດ​ການ​ພັດ​
ທະ​ນາ​ຂອງ​ລັດ​ຖະ​ບານ​ລາວ ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ຢ່າງ​ເປັນຮູບ​ປະທຳ.

ນອກຈາກ​ນີ້​ ລັດ​ຖະ​ບານ​ສະ​ຫະ​ລັດ ໂດຍ​ທ່ານ​ນາງ Rena Bitter ເອກ​ອັກ​ຄະ​ລັດ​
ຖະ​ທູດ​ຂອງ​ສະ​ຫະ​ລັດ​ປະ​ຈຳ​ນະ​ຄອນ​ວຽ​ຈັນ ຍັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອລາວ UXO
ໃນ​ມູນ​ຄ່າ 4 ລ້ານ 5 ແສນໂດ​ລາ​ສະ​ຫະ​ລັດ ສຳ​ລັບ​ນຳ​ໃຊ້​ເພື່ອ​ການ​ສຳ​ຫຼວດ ແລະ​
ເກັບ​ກູ້​ລະ​ເບີດ UXO ໃນ​ເຂດ​ເມືອງ​ເຊ​ໂປນ ເມືອງ​ພິນ ເມືອງວີ​ລະ​ບຸ​ລີ ແລະເ​ມືອງ
ນອງ ແຂວງ​ສະ​ຫວັນ​ນະ​ເຂດ ໂດຍ​ມີ​ກຳ​ນົດ​ການ​ດຳ​ເນີນ​ງານ​ໃຫ້​ສຳ​ເລັດ​ໃນ​ກາງ​ປີ
2019 ແລະ​ກ່ອນ​ໜ້າ​ນີ້ ລັດ​ຖະ​ບານ​ສະ​ຫະ​ລັດ ຍັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອໃນ​ມູນ​ຄ່າ
3 ລ້ານ​ໂດ​ລາ​ສະ​ຫະ​ລັດ ສຳ​ລັບ​ນຳ​ໃຊ້​ເຂົ້າ​ໃນ​ການ​ເກັບ​ກູ້​ລະ​ເບີດ UXO ໃນ​ເຂດ
94 ບ້ານ​ທີ່​ເມືອງ​ໜ​ອງ​ແຮດ ເມືອງ​ຄູນ ແລະ​ເທືອງ​ຜາ​ໄຊ ໃນ​ແຂວງ​ຊຽງ​ຂວາງ
​ອີກ​ດ້ວຍ.

ໂດຍ​ທ່ານ​ຄຳ​ແກ້ວ ແສນ​ບຸນ​ຄຸນ​ໄຊ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ​ສະ​ວັດ
​ດີ​ການ​ສັງ​ຄົມ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ນັບ​ແຕ່​ປີ 1990 ເປັນ​ຕົ້​ນ​ມາ ລັດ​ຖະ​ບານ​ສະ​
ຫະ​ລັດ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ລາວ ຄິດ​ເປັນ​ມູນ​ຄ່າ​ລວມ​ຫຼາຍກວ່າ 135 ລ້ານ​ໂດ​
ລາ​ສະ​ຫະ​ລັດ ເພື່ອ​ນຳ​ໃຊ້​ໃນ​ການ​ສ​ຳ​ຫຼວດ ແລະ​ເກັບ​ກູ້​ລະ​ເບີດ UXO ຮວມ​ເຖິງ​ການ
​ຊ່ວຍ​ເຫຼືອຜູ້​ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ ການ​ໂຄ​ສະ​ນາ​ອົບ​ໂຮມ ເພື່ອ​ການ​ລະ​ວັງໄພ
​ກັບ​ອັນ​ຕະ​ລາຍ​ຈາກ​ລະ​ເບີດ UXO ແລະ​ໃນ​ປີ 2018 ທາງ​ການ​ສະ​ຫະ​ລັດ ຍັງ​ໄດ້
​ສົ່ງ​ມອບ​ຍານ​ພາ​ຫາ​ນະ 15 ຄັນ ພ້ອມ​ດ້ວຍ​ອຸບ​ປະ​ກອນ​ສຳ​ລັບ​ນຳ​ໃຊ້​ໃນ​ການ​ສຳ
​ຫຼວດ ແລະ​ເກັບ​ກຸ້​ລະ​ເບີດ UXO ຈຳ​ນວນ 150 ຊຸດ​ອີກ​ດ້ວຍ.

XS
SM
MD
LG