ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໜ່ວຍສະເພາະກິດ ຂອງລາວ ພິສູດສັນຊາດ ແຮງງານລາວ ໃນໄທ ໄດ້ພຽງ 64,460 ຄົນ


ທາງການໄທ ກວດສອບສັນຊາດ ແຮງງານຕ່າງດ້າວ ຈາກ ລາວ ມຽນມາ ແລະ ກຳປູເຈຍ ເພື່ອຂຶ້ນທະບຽນ ແລະພິສູດສັນຊາດ ສຳລັບການອອກບັດທຳງານໃນໄທ ທີ່ຖືກຕ້ອງຕາມກົດໝາຍ.
ທາງການໄທ ກວດສອບສັນຊາດ ແຮງງານຕ່າງດ້າວ ຈາກ ລາວ ມຽນມາ ແລະ ກຳປູເຈຍ ເພື່ອຂຶ້ນທະບຽນ ແລະພິສູດສັນຊາດ ສຳລັບການອອກບັດທຳງານໃນໄທ ທີ່ຖືກຕ້ອງຕາມກົດໝາຍ.

ແຮງງານລາວ ທີ່ທຳງານຢູ່ໃນໄທ ໄດ້ຮັບການພິສູດສັນຊາດແລ້ວ ພຽງ 6,460 ຄົນ
ຈາກທັງໝົດ ຫຼາຍກວ່າ 71,000 ຄົນ ທີ່ທາງການໄທ ຮັບຮອງໃຫ້ສາມາດທຳງານ
ໃນໄທໄດ້ ຕໍ່ໄປອີກ 2 ປີ.

ທ່ານນັນຕະໄຊ ອຸໄທພັດທະນາຊີບ ໂຄສົກ ກະຊວງແຮງງານໄທ ຖະແຫລງຢືນຢັນວ່າ
ມີແຮງງານລາວ ທີ່ໄດ້ຂຶ້ນທະບຽນເພື່ອຂໍອະຍາດທຳງານຢ່າງຖືກຕ້ອງຕາມກົດໝາຍ
ຢູ່ໃນໄທ ຈຳນວນທັງໝົດ 158,000 ກວ່າຄົນ ໃນນີ້ແບ່ງເປັນ 87,000 ຄົນ ທີ່ມີໜັງສື
ຮັບຮອງຂອງນາຍຈ້າງ ແລະ 71,000 ກວ່າຄົນ ທີ່ກະຊວງແຮງງານໄທ ຮັບຮອງສິດທິ
ໃນການປັບສະຖານະພາບ ໃຫ້ເປັນແຮງງານ ທີ່ຖືກຕ້ອງຕາມກົດໝາຍໃນໄທ ຊຶ່ງໃນ
ປັດຈຸບັນທາງການໄທ ໄດ້ອອກບັດສີບົວໃຫ້ຖືໄວ້ຊົ່ວຄາວ ແລະຈະຕ້ອງຜ່ານຂະບວນ
ການພິສູດສັນຊາດ ຂອງທາງການລາວຢ່າງຄົບຖ້ວນເສຍກ່ອນ ຈຶ່ງຈະມີສິດເຮັດວຽກ
ໃນໄທຕໍ່ໄປໄດ້ອີກ 2 ປີ ໃນ 2 ກິດຈະການ ກໍຄືແຮງງານໃນກິດຈະການປະມົງ ແລະ
ແຮງງານກຳມະກອນ.

ບັນດາແຮງງານຕ່າງດ້າວ ຈາກມຽນມາ ລາວ ແລະ ກຳປູເຈຍ ພາກັນໄປຂໍຂຶ້ນທະບຽນກັບ ໜ່ວຍງານຂອງໄທ ເພື່ອຈະໄດ້ຮັບບັດທຳງານ ໃນໄທ ຢ່າງຖືກຕ້ອງຕາມກົດໝາຍ.
ບັນດາແຮງງານຕ່າງດ້າວ ຈາກມຽນມາ ລາວ ແລະ ກຳປູເຈຍ ພາກັນໄປຂໍຂຶ້ນທະບຽນກັບ ໜ່ວຍງານຂອງໄທ ເພື່ອຈະໄດ້ຮັບບັດທຳງານ ໃນໄທ ຢ່າງຖືກຕ້ອງຕາມກົດໝາຍ.


ທັງນີ້ ໂດຍໃນຊ່ວງເດືອນສິງຫາ ຫາ ຕຸລາ 2017 ທີ່ຜ່ານມາ ກໍປາກົດວ່າ ໜ່ວຍສະ
ເພາະກິດ ຂອງທາງການລາວ ໃນໄທ ສາມາດພິສູດສັນຊາດແຮງງານລາວ ໃນໄທ
ໄດ້ພຽງ 64,460 ຄົນເທົ່ານັ້ນ ຈາກຈຳນວນທັງໝົດ 71,000 ກວ່າຄົນ ຈຶ່ງຖືເປັນ
ການດຳເນີນງານ ທີ່ຊັກຊ້າຫຼາຍ ເພາະວ່າ ການພິສູດສັນຊາດແຮງງານລາວທັງ
71,000 ກວ່າຄົນ ຈະຕ້ອງດຳເນີນການໃຫ້ແລ້ວເສັດພາຍໃນ ວັນທີ 31 ມີນາ 2018
ຖ້າຫາກແຮງງານລາວ ບໍ່ໄດ້ຮັບການພິສູດສັນຊາດ ກໍຈະບໍ່ມີສິດທີ່ຈະທຳງານໃນໄທ
ແລະຈະຕ້ອງເດີນທາງກັບຄືນລາວເທົ່ານັ້ນ ດັ່ງທີ່ທ່ານວະຣານົນ ປິຕິວັນ ຮອງຫົວໜ້າ
ຫ້ອງການ ກະຊວງແຮງງານໄທ ຢືນຢັນວ່າ:

“ກຸ່ມທີ 1 ນີ້ ຄືກຸ່ມທີ່ເຮັດວຽກປະມົງທະເລ ແລະ ແປຮູບ ໝົດວັນທີ 1 ພະຈິກ ບັດສີ
ບົວ ຈະໝົດອາຍຸ ອີກກຸ່ມນຶ່ງ ຈະໝົດວັນທີ 31 ມີນາປີໜ້າ ແລະ ຊ່ວງນີ້ ເຖິງ 31
ມີນາ ປີໜ້ານີ້ ເຮົາກໍມີການປະສານງານກັບປະເທດເພື່ອນບ້ານ ກຊມາເປີດສູນ
ພິສູດສັນຊາດໃຫ້ກັບຄົນຂອງເຂົາ ແລ້ວກໍອອກເອກກະສານເປັນ CI (Citizen
Identity) ຢືນຢັນວ່າ ເປັນຄົນຂອງຊາດເຂົາ ແລ້ວກໍໄປຫາ ຕມ ຕຳຫຼວດກວດຄົນ
ເຂົ້າເມືອງ ຕມ ເຮົາກໍຈະ ອອກວີຊ້າ ໃຫ້ ອັນນີ້ຕ້ອງຢ້ຳວ່າ ໃນ 15 ວັນ ຈະຕ້ອງມາ
ຂໍໃບອະຍາດເຮັດວຽກ.”

ໂດຍທາງການໄທ ໄດ້ຮັບແຈ້ງຂໍຂຶ້ນທະບຽນແຮງງານລາວ ຈາກບັນດານາຍຈ້າງໃນໄທ
ໃນຊ່ວງວັນທີ 24 ກໍລະກົດ ຫາ ວັນທີ 7 ສິງຫາ ທີ່ຜ່ານມາ ຈຳນວນທັງໝົດ 96,922 ຄົນ
ແລະຈາກການກວດສອບໂດຍກະຊວງແຮງງານໄທ ພົບວ່າ ມີແຮງງານ ລາວ ຈຳສວນ
71,000 ກວ່າຄົນ ທີ່ມີເງື່ອນໄຂ ຈະໄດ້ຮັບການປັບສະຖານະພາບ ໃຫ້ເປັນແຮງງານ
ທີ່ຖືກຕ້ອງຕາມກົດໝາຍໃນໄທດັ່ງກ່າວ ແຕ່ດ້ວຍເຫດທີ່ການພິສູດ ສັນຊາດແຮງງານ
ລາວ ໃນໄທ ໄດ້ດຳເນີນໄປຢ່າງຊັກຊ້າ ຈຶ່ງເຮັດໃຫ້ທາງການລາວ ຈະຕ້ອງເລັ່ງດຳເນີນ
ການໃຫ້ແລ້ວພາຍໃນວັນທີ 31 ມີນາ 2018 ຫາກບໍ່ສະນັ້ນ ແຮງງານລາວ ທີ່ບໍ່ຜ່ານ
ການພິສູດສັນຊາດ ກໍຈະຕ້ອງເດີນທາງກັບຄືນປະເທດ ໂດຍຈະສາມາດກັບຄືນໄປ
ເຮັດວຽກໃນໄທໄດ້ ດ້ວຍການຈ້າງງານຜ່ານບັນດາບໍລິສັດຈັດຫາງານ ທີ່ໄດ້ຮັບ
ອະນຸຍາດ ຈາກທາງການລາວເທົ່ານັ້ນ.

ທາງການໄທ ໃຫ້ບໍລິການກວດສຸຂະພາບ ແກ່ແຮງງານຕ່າງດ້າວ ທີ່ມີຈຸດປະສົງຂໍແຈ້ງຂຶ້ນທະບຽນ ແລະ ພິສູດສັນຊາດ ສຳລັບການອອກບັດທຳງານໃນໄທ ທີ່ຖືກຕ້ອງຕາມກົດໝາຍ.
ທາງການໄທ ໃຫ້ບໍລິການກວດສຸຂະພາບ ແກ່ແຮງງານຕ່າງດ້າວ ທີ່ມີຈຸດປະສົງຂໍແຈ້ງຂຶ້ນທະບຽນ ແລະ ພິສູດສັນຊາດ ສຳລັບການອອກບັດທຳງານໃນໄທ ທີ່ຖືກຕ້ອງຕາມກົດໝາຍ.

ທາງດ້ານເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງດ້າວໃນໄທ ປະເມີນວ່າ ມີແຮງງານ
ລາວ ທີ່ຢູ່ໃນໄທ ຫຼາຍກວ່າ 4 ແສນຄົນ ໝາຍຄວາມວ່າ ມີແຮງງານລາວຫຼາຍກວ່າ 3
ແສນຄົນ ທີ່ລັກລອບເຮັດວຽກໂດຍຜິດກົດໝາຍ ແລະມີຄວາມສ່ຽງສູງ ທີ່ຈະຕົກເປັນເຍື່ອ
ຂອງການຄ້າມະນຸດຂ້າມຊາດໃນໄທ ແຕ່ວ່າ ໃນລະຍະ 15 ປີ ທີ່ຜ່ານມາ ທາງການໄທ
ກັບສາມາດໃຫ້ການຊ່ວຍເຫຼືອແຮງງານລາວເຫຼົ່ານີ້ ໄດ້ພຽງ 2,500 ກວ່າຄົນເທົ່ານັ້ນ.

ທັງນີ້ໂດຍຫລ້າສຸດ ທາງການໄທ ໄດ້ບັງຄັບໃຊ້ກົດໝາຍ ວ່າດ້ວຍການຈ້າງແຮງງານ
ຕ່າງດ້າວໃນໄທ ໂດຍກຳນົດໃຫ້ບັນດານາຍຈ້າງຈະຕ້ອງຈ້າງແຮງງານ ທີ່ຂຶ້ນທະບຽນ
ກັບທາງການຂອງປະເທດຕົ້ນທາງ ກໍຄືທາງການລາວ ມຽນມາ ແລະກຳປູເຈຍ ຢ່າງຖືກ
ຕ້ອງເທົ່ານັ້ນ ໂດຍຖ້າຫາກນາຍຈ້າງຝ່າຝືນດ້ວຍການຈ້າງແຮງງານທີ່ຜິດກົດໝາຍ
ກໍຈະຕ້ອງຖືກປັບໃໝ ຕັ້ງແຕ່ 4 ແສນ ຫາ 8 ແສນບາດ ຊຶ່ງຈະມີຜົນບັງຄັບໃຊ້ຢ່າງເປັນ
ທາງການ ນັບຈາກວັນທີ 1 ມັງກອນ 2018 ເປັນຕົ້ນໄປ.

XS
SM
MD
LG