ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປປ ລາວ ເພີ່ມການເຂັ້ມງວດ ຄວາມປອດໄພ ທົ່ວປະເທດ ເພື່ອສະຫຼອງຄົບຮອບ 40 ປິ


ກອງປະຊຸມໃຫຍ່ ຂອງອົງຄະນະພັກ ຄັ້ງທີ 4 ກົມໃຫຍ່ການເມືອງ ກອງທັບ.
ກອງປະຊຸມໃຫຍ່ ຂອງອົງຄະນະພັກ ຄັ້ງທີ 4 ກົມໃຫຍ່ການເມືອງ ກອງທັບ.

ທາງການລາວເພີ່ມມາດຕະການເຂັ້ມງວດເຈົ້າໃນການຮັກສາ
ຄວາມສະຫງົບຮຽບຮ້ອຍໃນທົ່ວປະເທດ ໃນໂອກາດການສະຖາ
ປະນາ ສປປ ລາວ ຄົບຮອບ 40 ປີ ແລະ ການສ້າງຕັ້ງພັກ
ຄົບຮອບ 60 ປິ.

ເຈົ້າໜ້າທີ່ຂັ້ນສູງພາຍໃນພັກປະຊາຊົນປະຕິວັດລາວ ໃຫ້ການຢືນຢັນວ່າສູນກາງພັກ
ໄດ້ມີຄຳສັ່ງໃຫ້ທຸກພາກສ່ວນ ເພີ່ມມາດຕະການເຂັ້ມງວດ ເຂົ້າໃນການຮັກສາຄວາມ
ສະຫງົບຮຽບຮ້ອຍພາຍໃນປະເທດ ແລະ ໃຫ້ຕິດຕາມທຸກການເຄື່ອນໄຫວ ໃນສັງຄົມ
ຢ່າງໃກ້ຊິດເພື່ອຮັບປະກັນໃຫ້ໄດ້ 100 ເປີເຊັນເຕັມ ວ່າຈະບໍ່ມີບັນຫາ ຄຸກຄາມຕໍ່ຄວາມ
ໝັ້ນຄົງ ແລະ ສະເຖຍລະພາບທາງການເມືອງ ເກີດຂຶ້ນໃນໂອກາດການສະຖາປະນາ
ສປປ ລາວ ຄົບຮອບ 40 ປີ ແລະ ການສ້າງຕັ້ງພັກຄົບຮອບ 60 ປີໃນປີ 2015 ນີ້.

ໂດຍສະເພາະແມ່ນການຕິດຕາມ ການເຄື່ອນໄຫວໃນທຸກສັງຄົມ ໃນທົ່ວປະເທດນັ້ນ ຖືເປັນ ມາດຕະການທີ່ທຸກພາກສ່ວນ ຕັ້ງແຕ່ລະດັບຮາກຖານ ເຖິງລະດັບສູນກາງ ຈະຕ້ອງເພີ່ມ ຄວາມເຂັ້ມງວດ ໃຫ້ຫຼາຍຂຶ້ນເປັນພິເສດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຂອງລາວ ໄດ້ໃຫ້ການ ຢືນຢັນວ່າ:

ພົນໂທ ຈັນສະໝອນ ຈັນຍາລາດ ກຳລັງ ກວດສອບ ບັນດາທະຫານ.
ພົນໂທ ຈັນສະໝອນ ຈັນຍາລາດ ກຳລັງ ກວດສອບ ບັນດາທະຫານ.

“ຄາດໝາຍກໍແມ່ນເຮັດໃຫ້ສະພາບ ມີຄວາມສະຫງົບ
ມີຄວາມໝັ້ນຄົງ ທາງການເມືອງ ຮັບປະກັນບໍ່ໃຫ້ມີ
ບັນຫາໜໍ່ແໜງ ຫຼືວ່າ ເຫດການທີ່ພົວພັນທາງການ
ເມືອງ ເຊັ່ນການປະທ້ວງຮຸກຮື້ບໍ່ ຮຽກຮ້ອງອີຫຍັງ
ຕ່າງໆ ກະແນວໃດ ກະແມ່ນພະຍາຍາມ ບໍ່ໃຫ້ມັນເກີດ.”

ທາງດ້ານນັກສັງເກດການທາງການເມືອງໃນລາວໃຫ້ທັດ
ສະນະວ່າ ຄວາມເຄື່ອນໄຫວ ທີ່ເປັນຕາສົນໃຈທີ່ສຸດ ໃນ
ທາງການເມືອງໃນລາວ ໃນເວລານີ້ ຄືການສົ່ງຕໍ່ອຳນາດ
ທາງການເມືອງຂອງບັນດາຜູ້ນຳຂອງພັກ ຊຶ່ງຈະເຫັນໄດ້ຈາກກໍລະນີຂອງ 3 ຕະກຸນໃຫຍ່
ຄື ຕະກຸນ ພົມວິຫານ, ສຸພານຸວົງ ແລະ ສີພັນດອນ ນັ້ນໄດ້ຈັດວາງຕຳແໜ່ງ ທາງການເມືອງ
ໃຫ້ກັບລູກຫຼານໄດ້ ໃນທຸກພາກສ່ວນແລ້ວ.

ໂດຍເຫັນໄດ້ຈາກການຢູ່ໃນຕຳແໜ່ງຂອງຮອງປະທານສະພາແຫ່ງຊາດລາວ ເປັນເວລາ
ເກືອບ 15 ປີແລ້ວຂອງທ່ານ ໄຊສົມພອນ ພົມວິຫານ ເພື່ອຈະກ້າວຂຶ້ນສູ່ຕຳແໜ່ງສະພາ
ແຫ່ງຊາດຢ່າງເຕັມຕົວພາຍຫຼັງການເລືອກຕັ້ງໃນຕົ້ນປີ 2016 ພ້ອມກັນນີ້ ກໍມີອີກ 2​ ຄົນ
ຈາກຕະກູນ ພົມວິຫານ ກໍຄືທ່ານ ທອງສະຫວັນ ທີ່ເປັນຮອງຫົວໜ້າຄະນະພັກ ພົວພັນຕ່າງ ປະເທດຂອງສູນກາງພັກ ແລະ ທ່ານ ສັນຕິພາບ ທີ່ເປັນຮອງເຈົ້າແຂວງ ສະຫວັນນະເຂດ.

ທາງດ້ານຈະກຸນ ສຸພານຸວົງນັ້ນ ກໍມີທ່ານນາງ ຍອດແກ້ວມະນີ ເປັນຫົວໜ້າຫ້ອງການສູນ
ກາງພັກ, ທ່ານ ສຸບພະໄຊ ແລະ ທ່ານ ດວງສະຫວັດ ເປັນລັດຖະມົນຕີປະຈຳ ສຳນັກງານ
ນາຍົກ ແລະ ມ່ານ ສີນາວາ ເປັນລັດຖະມົນຕີຊ່ວຍວ່າການ ກະຊວງ ພະລັງງານ ແລະ ບໍ່ແຮ່.

ສ່ວນຕະກຸນ ສີພັນດອນ ກໍມີທ່ານ ວຽງທອງ ທີ່ເປັນປະທານ ອົງການກວດສອບ ແຫ່ງລັດ ທ່ານ ສອນໄຊ ເປັນລັດຖະມົນຕີ ແລະ ຫົວໜ້າຫ້ອງການສຳນັກງານນາຍົກ ສ່ວນ ທ່ານ ວຽງສະຫວັດ ຫົວໜ້າກົມຂົນສົ່ງ ແລະ ທ່ານ ອາດສະພັງທອງ ຫົວໜ້າກົມພາສີນັ້ນ ກໍກຳລັງ
ຈະໄດ້ກ້າວຂຶ້ນສູ່ຕຳແໜ່ງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະ ກະຊວງ
ການເງິນໃນໄວໆນີ້.

ໂດຍການວາງຕຳແໜ່ງທາງການເມືອງຂອງບັນດາລູກຫຼານ 3 ຕະກຸນໃຫຍ່ດັ່ງກ່າວ ກໍເພື່ອ
ເປັນການຮັກສາສະຖຽນລະພາບ ທາງການເມືອງຂອງພັກ ແລະ ສະກັດດກັ້ນບໍ່ໃຫ້ມີການ
ຕໍ່ຕ້ານອຳນາດ ຂອງພັກເກີດຂຶ້ນໃນລາວ ດ້ວຍການສ້າງຄວາມຕໍ່ເນື່ອງ ໃນການຄຸມອຳນາດ ທາງການເມືອງໃນພັກ-ລັດໂດຍການສົ່ງຕໍ່ອຳນາດ ພາຍໃນຕະກຸນຜູ້ນຳພັກນັ້ນເອງ.

ນອກຈາກນັ້ນ ກໍມີອີກຄວາມເຄື່ອນໄຫວໜຶ່ງທີ່ໜ້າສົນໃຈຢ່າງຍິ່ງ ໃນທາງການເມືອງລາວ
ກໍຄືການກັບຄືນມາມີບົດບາດທາງ ການເມືອງຂອງທ່ານ ບົວສອນ ບຸບຜາວັນ ອະດີດ
ນາຍົກລັດຖະມົນຕີ ທີ່ລາອອກຈາກຕຳແໜ່ງ ຍ້ອນບັນຫາຄອບຄົວ ນັບແຕ່ທ້າຍປີ 2010
ເປັນຕົ້ນມາ ແຕ່ໃນປະຈຸບັນ ທ່ານ ບົວສອນ ກໍເປັນຫົວໜ້າຜູ້ທຳອິດໃນໜ່ວຍຄົ້ນຄວ້າແຜນ
ຍຸດທະສາດການພັດທະນາເສດຖະກິດ ຂອງສູນກາງພັກທີ່ມີ ບົດບາດສຳຄັນໃນການ
ວາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດສະບັບທີ 8 (ປີ 2016 ຫາ 2020) ແລະ ການກຳນົດ ວິໄສທັດການພັດທະນາລາວເຖິງປີ 2030 ອີກດ້ວຍ.

XS
SM
MD
LG