ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ສິ້ນສຸດ ການເຈລະຈາ ຈ່າຍຄ່າຊົດເຊີຍ ແກ່ປະຊາຊົນ ທີ່ຖືກກະທົບ ຈາກທາງລົດໄຟ


ໂຕແບບຂອງລົດໄຟ ທີ່ຈະນຳໃຊ້ ໃນໂຄງການທາງລົດໄຟ ລາວ-ຈີນ
ໂຕແບບຂອງລົດໄຟ ທີ່ຈະນຳໃຊ້ ໃນໂຄງການທາງລົດໄຟ ລາວ-ຈີນ

ທາງການລາວສິ້ນສຸດການເຈລະຈາ ກ່ຽວກັບການຈ່າຍຄ່າຊົດເຊີຍ ໃຫ້ກັບປະຊາຊົນ
ທີ່ຖືກກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລ້ວໂດຍມອບໝາຍໃຫ້ບັນ
ດາຮອງເຈົ້າແຂວງຮັບຜິດຊອບ.

ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ
ແລະສິ່ງແວດລ້ອມ ໃຫ້ການຢືນຢັນວ່າ ການເຈລະຈາ ກ່ຽວກັບການຈ່າຍຄ່າຊົດເຊີຍ
ໃຫ້ກັບປະຊາຊົນລາວ ທີ່ຖືກກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນ
ລາວ ສາມາດຕົກລົງໃນຫລັກການຮ່ວມກັນໄດ້ແລ້ວ ໃນປັດຈຸບັນ ສ່ວນໃນໄລຍະ
ຕໍ່ໄປ ຈຶ່ງຍັງເຫລືອພຽງການປະເມີນຄ່າຊົດເຊີຍ ແລະນັດໝາຍການຊຳລະຄ່າ
ຊົດເຊີຍໃຫ້ກັບປະຊາຊົນແຕ່ລະລາຍຢ່າງຄົບຖ້ວນເທົ່ານັ້ນ ໂດຍໃນຂັ້ນຕອນ
ດັ່ງກ່າວນີ້ ລັດຖະບານລາວ ກໍໄດ້ມອບໝາຍໃຫ້ບັນດາຮອງເຈົ້າແຂວງຂອງແຂວງ
ທີ່ຖືກກະທົບນັ້ນ ເປັນຜູ້ຮັບຜິດຊອບ ໃນການພົວພັນກັບປະຊາຊົນທີ່ຖືກກະທົບຕໍ່ໄປ ດັ່ງທີ່ທ່ານສົມມາດ ໄດ້ໃຫ້ການຢືນຢັນວ່າ:

“ເຊີນເຈົ້າຂອງທີ່ດິນນີ້ມາຮັບຮູ້ ແລ້ວກະເຊັນບົດບັນທຶກເນື້ອທີ່ດິນປຸກສ້າງອີ່ສັງ
ຫັ້ນນ່ະ ພ້ອມກັນນັ້ນ ຫລັງຈາກເຂົາເຊັນແລ້ວຫັ້ນນ່ະ ແລະແມ່ນວ່າໄດ້ມອບ
ເປັນສະໜາມ ກໍ່ສ້າງໃຫ້ບໍລິສັດຮັບເໝົາກໍ່ສ້າງດຳເນີນການກໍ່ສ້າງ ສ່ວນການ
ຊົດເຊີຍນັ້ນ ຄະນະກຳມະການຈັດສັນເວນຄືນນີ້ ແລ້ວເນາະ ຂັ້ນແຂວງນີ້
ແມ່ນທ່ານຮອງເຈົ້າແຂວງເປັນປະທານ ເປັນຫົວໜ້າຫັ້ນນ່ະ”

ແຜນທີ່ສະແດງໃຫ້ເຫັນ ເສັ້ນທາງລົດໄຟ ໃນເອເຊຍຕາເວັນອອກສຽງໃຕ້ ທີ່ເອີ້້ນວ່າ ເສັ້ນທາງສາຍໄໝ
ແຜນທີ່ສະແດງໃຫ້ເຫັນ ເສັ້ນທາງລົດໄຟ ໃນເອເຊຍຕາເວັນອອກສຽງໃຕ້ ທີ່ເອີ້້ນວ່າ ເສັ້ນທາງສາຍໄໝ

ທັງນີ້ໂດຍທາງການລາວ ໄດ້ດຳເນີນການສຳຫລວດເພື່ອເກັບກຳຂໍ້ມູນ ທີ່ກ່ຽວກັບ
ປະຊາຊົນລາວ ທີ່ຖືກກະທົບຈາກການກໍ່ສ້າງທາງລົດໄຟໃນລາວແລ້ວເສັດສົມບູນ
ເມື່ອບໍ່ນານມານີ້ ຊຶ່ງເຮັດໃຫ້ຮູ້ວ່າ ມີປະຊາຊົນລາວຈຳນວນເທົ່າໃດ ມີເນື້ອທີ່ດິນ
ກັບສິ່ງ ປຸກສ້າງຈຳນວນເທົ່າໃດ ທີ່ຈະໄດ້ຮັບການຊົດເຊີຍຕາມລະບຽບກົດໝາຍ
ໂດຍທາງການລາວໄດ້ຮັບປະກັນວ່າ ປະຊາຊົນລາວ ທີ່ຖືກກະທົບດັ່ງກ່າວ ຈະໄດ້
ຮັບຄ່າຊົດເຊີຍຢ່າງຍຸຕິທຳ ແລະຄົບຖ້ວນ ເພາະວ່າ ເງິນທຶນທີ່ຈະນຳໃຊ້ໃນການ
ຊົດເຊີຍນັ້ນ ຖືເປັນສ່ວນນຶ່ງ ຂອງການລົງທຶນໃນໂຄງການທີ່ເປັນການຮ່ວມທຶນ
ລະຫວ່າງລັດຖະບານລາວ ກັບຈີນໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງ
ມູນຄ່າການລົງທຶນທັງໝົດ ໃນໂຄງການນັ້ນເອງ.

ທັງນີ້ໂດຍລັດຖະບານລາວ ກໍໄດ້ກູ້ຢືມເງິນທຶນຈາກທະນາຄານການຄ້າຂາອອກ
ແລະຂາເຂົ້າ ຂອງລັດຖະບານຈີນ ໃນມູນຄ່າລວມ 480 ລ້ານໂດລາ ສຳລັບນຳໃຊ້
ໃນການຮ່ວມລົງທຶນກັບທາງການຈີນ ໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ
ແລະ ເຖິງແມ່ນວ່າໂຄງການດັ່ງກ່າວນີ້ ຈະຕ້ອງນຳໃຊ້ເງິນທຶນລວມເຖິງ 6,000
ລ້ານໂດລາ ກໍຕາມ ແຕ່ດ້ວຍການຊ່ອຍເຫຼືອຂອງລັດຖະບານຈີນໃນທຸກໆດ້ານ
ຈຶ່ງເຮັດໃຫ້ລັດຖະບານລາວມີພາລະໜີ້ສິນຕໍ່ລັດຖະບານຈີນພຽງແຕ່ 480 ລ້ານ
ໂດລາ ເທົ່ານັ້ນ.

ພິທີເປີດການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ
ພິທີເປີດການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ

ພິທີເປີດການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ແລະໄທ ໄດ້ຈັດຂຶ້ນ
ຢ່າງເປັນທາງການ ໃນວັນທີ 25 ທັນວາ 2016 ຢູ່ແຂວງຫລວງພະບາງ ໂດຍທ່ານ
ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ກຽດເປັນປະທານ ພ້ອມດ້ວຍເອກອັກ
ຄະລັດຖະທູດ ຈີນ ປະຈຳນະຄອນວຽງຈັນ ແລະບັນດາຜູ້ຕາງໜ້າຂອງທາງການທັງ
2 ຝ່າຍ ໄດ້ເຂົ້າຮ່ວມເປັນສັກຂີພະຍານພາຍໃຕ້ເປົ້າໝາຍທີ່ຈະກໍ່ສ້າງໃຫ້ເສັດ ໃນ
60 ເດືອນ ກໍຄືພາຍໃນເດືອນທັນວາ 2021 ນັ້ນເອງ.

ທັງນີ້ໂດຍຄະນະບໍລິຫານ ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດ
ເລືອກ 11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບການກໍ່ສ້າງກັບ 6 ບໍລິສັດ
ທີ່ປຶກສາ ພ້ອມກັນນັ້ນ ລັດຖະບານລາວ ຍັງໄດ້ໃຫ້ສິດທິພິເສດແກ່ບໍລິສັດຈີນ
ເຫລົ່ານີ້ໃນ 6 ດ້ານດ້ວຍກັນຄື ການນຳໃຊ້ ແລະສະແຫວງຫາຜົນປະໂຫຍດ
ຈາກ ທີ່ດິນຕະຫຼອດແລວທາງລົດໄຟໃນລາວ ໂດຍບໍ່ຕ້ອງເສຍພາສີອາກອນ
ແລະຄ່າທຳນຽມສຳປະທານ ຍົກເວັ້ນອາກອນທຸລະກິດ ແລະພາສີມູນຄ່າເພີ່ມ ຍົກເວັ້ນຄ່າທຳນຽມວັດສະດຸທີ່ນຳໃຊ້ໃນການກໍ່ສ້າງ ແລະການຈັດເກັບຄ່າທຳນຽມ
ການພັກເຊົາ ແລະ ການທຳງານຂອງຊາວຕ່າງຊາດພຽງ 50 ເປີເຊັນເທົ່ານັ້ນ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີມູນຄ່າການລົງທຶນລວມ 38,700 ລ້ານຢວນ
ທີ່ກູ້ຢືມຈາກລັດຖະບານຈີນ ໂດຍທາງລົດໄຟຈະມີໄລຍະທາງລວມ 417 ກິໂລແມັດ
ຈາກບໍ່ເຕັນໃນແຂວງຫລວງນ້ຳທາ ຜ່ານອຸດົມ-ຫລວງພະບາງ-ຊຽງຂວາງ-ວັງວຽງ
ມາທີ່ນະຄອນວຽງຈັນ ລາງລົດໄຟມີຂະໜາດກວ້າງ 1,435 ແມັດ ຊຶ່ງແຍກກັນ
ລະຫວ່າງ ລົດໂດຍສານກັບລົດຂົນສົ່ງສິນຄ້າທີ່ແລ່ນດ້ວຍຄວາມໄວ 160 ແລະ 120
ກິໂລແມັດຕໍ່ຊົ່ວໂມງ ຕາມລຳດັບ.

XS
SM
MD
LG