ທາງການລາວຈັດແບ່ງພື້ນທີ່ ອອກເປັນ 20,992 ເຂດສຳຫລັບ
ການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສໃນທົ່ວປະເທດ
ຄັ້ງທີ 4 ທີ່ໄດ້ລົງມືດຳເນີນການສຳຫລວດຕົວຈິງ ລະຫວ່າງ
ວັນທີ 1-7 ມີນາ 2015 ນີ້.
ກອງເລຂາຄະນະຊີ້ນຳການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດຄັ້ງທີ 4
ລາຍງານວ່າ ຄະນະຊີ້ນຳໄດ້ຈັດແບ່ງພື້ນທີ່ໃນການສຳຫລວດ ອອກເປັນທັງໝົດ 20,992
ພື້ນທີ່ໃນເຂດ 8,506 ບ້ານທີ່ຕັ້ງຢູ່ໃນ 148 ເມືອງໃນທົ່ວປະເທດ ໂດຍປະມານການວ່າ ມີ
ຈຳນວນປະຊາກອນລາວໃນ 1,283,000 ກວ່າຄອບຄົວ ທີ່ເປັນເປົ້າໝາຍຂອງການສຳ
ຫລວດໃນຄັ້ງນີ້.
ສຳຫລັບເນື້ອໃນສຳຄັນ ທີ່ຈະເປັນຜົນຮັບຈາກການສຳຫລວດໃນຄັ້ງນີ້ ກໍຄືດັດຊະນີໝາຍ
ຕົ້ນຕໍກ່ຽວກັບປະຊາກອນ ດັດຊະນີໝາຍ ກ່ຽວກັບການສຶກສາ ແລະສຸຂະພາບ ດັດຊະນີໝາຍ ທີ່ກ່ຽວກັບອັດຕາການເກີດ ການຕາຍ ດັດຊະນີໝາຍ ກ່ຽວກັບແຮງງານ ຊົນເຜົ່າ ສາສະໜາ ແລະ ສະພາບທີ່ຢູ່ອາໄສ ຂອງພົນລະເມືອງລາວ.
ທາງດ້ານ ທ່ານສະໄໝ ຈັນບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ
ແລະ ຜູ້ປະຈຳການຄະນະຊີ້ນຳ ກໍຖະແຫລງຢືນຢັນວ່າ ໄດ້ສຳ
ເລັດການເຝິກອົບຮົມ ພະນັກງານລັດຖະບານ ທັງໃນຂັ້ນສູນກາງ
ແລະ ລະດັບທ້ອງຖິ່ນ ຈຳນວນ 28,000 ກວ່າຄົນ ເພື່ອໃຫ້ຮັບຜິດ
ຊອບການເດີນສຳຫລວດ ແລະ ເກັບກຳຂໍ້ມູນກ່ຽວກັບພົນລະເມືອງ
ແລະ ທີ່ຢູ່ອາໄສໃນທົ່ວປະເທດ ເມືື່ອບໍ່ນານມານີ້.
ໂດຍພະນັກງານລັດຖະບານ ທີ່ຜ່ານການເຝິກອົບຮົມໃນຄັ້ງນີ້
ສ່ວນໃຫຍ່ກໍແມ່ນຄູ ພະນັກງານໃນສັງກັດຂອງສະຫະພັນແມ່ຍິງ ຊາວໜຸ່ມ ແລະ ໜ່ວຍໄກ່ເກ່ຍຂໍ້ຂັດແຍ້ງໃນຂັ້ນບ້ານ ຊຶ່ງມີຈຳນວນເກີນກວ່າ 20,000 ຄົນນັ້ນ ຈະເປັນພາກສ່ວນທີ່ຮັບຜິດຊອບ ໃນການເດີນສຳຫລວດ ສ່ວນອີກກວ່າ 6,000 ຄົນທີ່ເປັນພະນັກງານປະຈຳສູນສະຖິຕິຂອງເມືອງ ແລະແຂວງນັ້ນ ກໍຈະຮັບຜິດຊອບ ໃນການກວດກາຄວາມຖືກຕ້ອງຂອງຂໍ້ມູນ ແລະສະຖິຕິທີ່ເກັບກຳມາໄດ້ນັ້ນ.
ການສຳຫລວດພົນລະເມືອງ ແລະທີ່ຢູ່ອາໄສໃນທົ່ວປະເທດລາວ ທີ່ກຳນົດຈະດຳເນີນການໃນລະຫວ່າງວັນທີ 1-7 ມີນາ 2015 ຖືເປັນຄັ້ງທີ 4 ນັບຈາກການສຳຫລວດຄັ້ງທຳອິດໃນປີ 1985 ຊຶ່ງຕິດຕາມດ້ວຍຄັ້ງທີ 2 ໃນປີ 1995 ແລະຄັ້ງທີ 3 ໃນປີ 2005 ຫາກແຕ່ສຳຫລັບຄັ້ງທີ 4 ກໍຖືໄດ້ວ່າ ມີຄວາມສຳຄັນຕໍ່ການວາງແຜນພັດທະນາເສດຖະກິດ-ສັງຄົມລະຍະ 5 ປີ ຄັ້ງທີ 8 ຊຶ່ງມີເປົ້າໝາຍເພື່ອເຮັດໃຫ້ລາວຫລຸດພົ້ນ ຈາກສະພາບດ້ອຍພັດທະນາໃຫ້ໄດ້ພາຍໃນປີ 2020.
ທັງນີ້ກໍເນື່ອງຈາກວ່າ ຂໍ້ມູນທີ່ໄດ້ຈາກການສຳຫລວດນັ້ນ ຈະເປັນປະໂຫຍດຢ່າງຍິ່ງ ຕໍ່ການ
ກຳນົດແຜນການ ແລະນະໂຍບາຍດ້ານປະຊາກອນ ການວາງແຜນພັດທະນາຊັບພະຍາ
ກອນມະນຸດ ແລະແຮງງານ ການພັດທະນາອຸດສາຫະກຳ ການຜະລິດສິນຄ້າ ການດຳເນີນ
ທຸລະກິດ ແລະການຕະຫລາດ ລວມເຖິງການຕຽມຄວາມພ້ອມ ໃນການເຂົ້າຮ່ວມໃນປະຊາ
ຄົມເສດຖະກິດອາຊ່ຽນອີກດ້ວຍ.
ສຳຫລັລການສຳຫລວດໃນປີ 2005 ກໍປາກົດວ່າ ປະເທດລາວມີພົນລະເມືອງຢູ່ທັງໝົດ 5
ລ້ານ 6 ແສນ 2 ໝື່ນຄົນ ໂດຍຖ້າຫາກທຽບໃສ່ການສຳຫລວດ ໃນປີ 1995 ກໍປາກົດວ່າ
ຈຳນວນພົນລະເມືອງລາວ ໄດ້ເພີ້ມຂຶ້ນ 1 ລ້ານກວ່າຄົນ ຈຶ່ງເຊື່ອວ່າ ປະຊາກອນລາວໄດ້
ເພີ້ມຂຶ້ນເປັນ 6 ລ້ານ 8 ແສນກວ່າຄົນແລ້ວ ສ່ວນໃນນະຄອນຫລວງວຽງຈັນນັ້ນ ກໍເຊື່ອວ່າ
ມີພົນລະເມືອງລາວ ຫຼາຍກວ່າ 1 ລ້ານຄົນ ດັ່ງທີ່ ທ່ານສາຍທອງ ແກ້ວດວງດີ ຮອງເຈົ້າຄອງ
ເຂດນະຄອນຫລວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ:
“ປະຊາກອນພວກເຮົາປັດຈຸບັນ ກໍມີຢູ່ໃນລະດັບ 840,000 ກວ່າຄັນ ແລະ ບວກ
ໃສ່ປະຊາກອນທີ່ເໜັງຕີງ ຈາກແຕ່ລະແຂວງ ແຕ່ລະພາກສ່ວນ ເຂົ້າມາເຮັດທຸລະ
ກິດການຄ້າການຂາຍ ມາທ່ອງມາທ່ຽວນີ້ ກໍປະມານ 9 ແສນກວ່າ ຫຼືສູງສຸດໃນບາງ
ລະຍະມັນຂຶ້ນຮອດລ້ານ.”
ນອກຈາກນີ້ ການສຳຫລວດໃນປີ 2005 ຍັງພົບວ່າ ປະຊາກອນອາຍຸແຕ່ 14 ປີ ລົງມາ ຄິດ
ເປັນ 39 ເປີເຊັນ ສ່ວນອາຍຸລະຫວ່າງ 15-64 ປີ ຄິດເປັນ 57 ເປີເຊັນ ແລະ 4 ເປີເຊັນ ທີ່
ເຫຼືອກໍຄືປະຊາກອນ ທີ່ມີອາຍຸຕັ້ງແຕ່ 65 ປີຂຶ້ນໄປ.