ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວ ຂຶ້ນທະບຽນແຮງງານ ຕ່າງຊາດ ບໍ່ໄດ້ຕາມແຜນການ ຍ້ອນຂາດ ການຮ່ວມມື


ພວກຄົນງານລາວຈຳນວນນຶ່ງ ຢູ່ທີ່ໂຮງງານຕັດຫຍິບ ໃນລາວ
ພວກຄົນງານລາວຈຳນວນນຶ່ງ ຢູ່ທີ່ໂຮງງານຕັດຫຍິບ ໃນລາວ

ທາງການລາວຂຶ້ນທະບຽນແຮງງານຊາວຕ່າງຊາດ ບໍ່ໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກບໍ່ໄດ້ຮັບການຮ່ວມມື ຈາກນາຍຈ້າງ ແຕ່ກໍໄດ້ອະນຸຍາດໃຫ້ແຮງງານ
ຕ່າງຊາດ ຢູ່ໃນລາວໄດ້ 22,700 ກວ່າຄົນ.

ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະສະຫວັດດີການ ສັງຄົມ ຖະແຫລງວ່າ ການຂຶ້ນທະບຽນແຮງງານຊາວຕ່າງຊາດ ທີ່ທຳງານຢ່າງບໍ່ຖືກຕ້ອງ ຕາມກົດໝາຍໃນລາວ ໃນລະຍະທີ່ຜ່ານມາ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ຕາມແຜນ ການທີ່ວາງໄວ້ ໂດຍເຖິງແມ່ນວ່າ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈະໄດ້ສັ່ງ ການໃຫ້ດຳເນີນມາດຕະການ ຢ່າງເຂັ້ມງວດ ເຂົ້າໃນການກວດກາການຈ້າງງານ ຂອງ ບັນດາຫົວໜ່ວຍທຸລະກິດຕ່າງໆ ທັງຂອງເອກະຊົນລາວ ແລະຊາວຕ່າງຊາດກໍຕາມ ຫາກແຕ່ການບໍ່ໄດ້ຮັບການຮ່ວມມື ຈາກບັນດານາຍຈ້າງນັ້ນ ຈຶ່ງບໍ່ສາມາດຈັດຕັ້ງ ປະຕິບັດໄດ້ຢ່າງມີປະສິດທິຜົນ ແລະຍັງຈະຕ້ອງຈັດຕັ້ງປະຕິບັດ ຄຽງຄູ່ໄປກັບດ້ານ
ອື່ນໆ ຕໍ່ໄປໃນຕະຫຼອດປີ 2017 ນີ້ ດັ່ງທີ່ທ່ານຄຳແພງ ໄດ້ໃຫ້ການຢືນຢັນວ່າ:

“ຄຸ້ມຄອງແຮງງານລາວ ທີ່ເຮັດວຽກຢູ່ຕ່າງປະເທດ ແລະແຮງງານຕ່າງປະເທດ ທີ່ ເຮັດວຽກຢູ່ໃນລາວ ຕາມລະບຽບກົດໝາຍ ສືບຕໍ່ພັດທະນາລະບົບປະກັນສັງຄົມ ໃຫ້ມີຄວາມເຂັ້ມແຂງ ຂະຫຍາຍເຂດປົກຄຸມຕາມກຸ່ມເປົ້າໝາຍຕ່າງໆ ຄຸ້ມຄອງ ບໍລິການ ບໍລິຫານ ກອງທຶນປະກັນສັງຄົມແຫ່ງຊາດ ຢ່າງລວມສູນ ຮັບປະກັນ ການສະໜອງ ການອຸດໜຸນປປະກັນສັງຄົມປະເພດຕ່າງໆ ໃຫ້ແກ່ຜູ້ປະກັນຕົນ ແລະສະມາຊົກຄອບຄົວ ໃຫ້ການຊ່ວຍເຫຼືອບັນເທົາທຸກ ຜູ້ປະສົບໄພພິບັດຕ່າງໆ
ແລະ ຜູ້ດ້ອຍໂອກາດໃນສັງຄົມ ໃຫ້ວ່ອງໄວ.”

ການຈັດຕັ້ງປະຕິບັດ ການຂຶ້ນທະບຽນແຮງງານຕ່າງຊາດ ຮ່ວມກັນ ລະຫວ່າງ ກະຊວງແຮງງານ ແລະກະຊວງປ້ອງກັນຄວາມສະງົບ ລະຫວ່າງ ວັນທີ 16 ທັນວາ 2015 ເຖິງ 30 ກັນຍາ 2016.
ການຈັດຕັ້ງປະຕິບັດ ການຂຶ້ນທະບຽນແຮງງານຕ່າງຊາດ ຮ່ວມກັນ ລະຫວ່າງ ກະຊວງແຮງງານ ແລະກະຊວງປ້ອງກັນຄວາມສະງົບ ລະຫວ່າງ ວັນທີ 16 ທັນວາ 2015 ເຖິງ 30 ກັນຍາ 2016.

ທັງນີ້ ໂດຍກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ປະຕິບັດຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ເລກທີ 62/ນຍ ກ່ຽວກັບການຂຶ້ນທະບຽນ ແຮງງານໃຫ້ຄົນ ຕ່າງປະເທດ ທີ່ມາອາໄສຢູ່ໃນລາວ ທີ່ເປັນການຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ກະຊວງແຮງງານ ແລະກະຊວງປ້ອງກັນຄວາມສະງົບ ລະຫວ່າງ ວັນທີ 16 ທັນວາ
2015 ເຖິງ 30 ກັນຍາ 2016 ໂດຍຂຶ້ນທະບຽນແຮງງານຕ່າງຊາດໄດ້ 22,766 ຄົນ ຊຶ່ງໃນນີ້ ແບ່ງເປັນແຮງງານຫວຽດນາມ 17,537 ຄົນ ຈີນ 4,323 ຄົນ ໄທ 612 ຄົນ ແລະອື່ນໆ 132 ຄົນ.

ຫາກແຕ່ທາງການລາວ ກໍເຊື່ອວ່າ ຍັງມີແຮງງານຊາວຕ່າງຊາດອີກຫຼາຍກວ່າ 30,000 ຄົນ ທີ່ຍັງບໍ່ຍອມຂຶ້ນທະບຽນຢ່າງຖືກຕ້ອງ ທີ່ເດີນທາງໄປມາ ລະຫວ່າງລາວ ກັບປະເທດ ທີ່ເປັນພູມລຳເນົາຂອງພວກເຂົາເຈົ້າ ແລະຍັງຄົງພາກັນລັກລອບທຳງານ ໂດຍຜິດ ກົດໝາຍ ຢູ່ໃນລາວຢູ່ເລື້ອຍມາ ນັ້ນເອງ.

ນອກຈາກນີ້ ການທີ່ລາວຍັງຕ້ອງຜະເຊີນກັບ ບັນຫາຂາດແຄນແຮງງານມີຝີມື ແລະບໍ່ ສາມາດຕອບສະໜອງແຮງງານມີຝີມື ໃຫ້ກັບບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ໄດ້ຢ່າງພຽງພໍນັ້ນ ຍັງເຮັດໃຫ້ທາງການລາວ ຕ້ອງອະນຸຍາດໃຫ້ບັນດາບໍລິສັດຕ່າງຊາດ ຈ້າງແຮງງານມີຝີມືຈາກຕ່າງປະເທດໄດ້ ຈຳນວນຫຼາຍໝື່ນຄົນ ແລະການທີ່ແຮງງານ ລາວສ່ວນຫຼາຍ ກໍໄດ້ພາກັນເດີນທາງໄປທຳງານຢູ່ໃນປະເທດໄທ ເນື່ອງຈາກວ່າ ມີຄ່າ ຈ້າງຂັ້ນຕ່ຳໃນອັດຕາທີ່ສູງກວ່າຢູ່ໃນລາວດ້ວຍແລ້ວ ກໍຍັງເຮັດໃຫ້ເກີດບັນຫາຂາດແຄນ ແຮງງານຫຼາຍຂຶ້ນນັບມື້ ອີກດ້ວຍ.

ທາງດ້ານທ່ານພັນຄຳ ວິພາວັນ ຮອງປະທານປະເທດລາວ ຖະແຫລງຢືນຢັນວ່າ ສະຫະພັນກຳມະບານລາວ ຈະຕ້ອງເລັ່ງຈັດຕັ້ງປະຕິບັດແຜນການພັດທະນາ ແລະປັບປຸງລະບົບບໍລິຫານງານ ທັງຂັ້ນສູນກາງ ແລະທ້ອງຖິ່ນ ເພື່ອແນໃສ່ ການຍົກ ລະດັບຝີມືແຮງງານລາວ ໃຫ້ໄດ້ມາດຕະຖານ ທີ່ສາມາດເຂົ້າສູ່ລະບົບການຈ້າງງານ ລະຫວ່າງປະເທດສະມາຊິກໃນອາຊຽນດ້ວຍກັນ ໃຫ້ໄດ້ຢ່າງແທ້ຈິງ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມ ເພື່ອການພັດທະນາແຮງງານລາວນັ້ນ ຖືເປັນສ່ວນສຳຄັນ ທີ່ຈະເຮັດໃຫ້ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ ຢ່າງ ເປັນຮູບປະທຳ.

ທັງນີ້ ໂດຍຕາມແຜນການພັດທະນາແຮງງານ ໃນຊ່ວງປີ 2016-2020 ນັ້ນ ລັດ
ຖະບານລາວໃຫ້ຄວາມສຳຄັນ ເປັນພິເສດໃນການພັດທະນາຫລັກສູດ ເພື່ອສ້າງ
ແຮງງານ ທີ່ມີ ຝີມືໃຫ້ໄດ້ ຫຼາຍກວ່າ 658,000 ຄົນ ສຳລັບຕອບສະໜອງໃຫ້ແກ່ ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ໃຫ້ໄດ້ຢ່າງພຽງພໍ ແລະສ້າງມາດຕະຖານ ຝີມືແຮງງານໃໝ່ໃຫ້ໄດ້ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະອອກໃບ
ຢັ້ງຢືນ ມາດຕະຖານຝີມືແຮງງານ 27 ສາຂາອາຊີບ ໃຫ້ກັບແຮງງານລາວ 12,500
ຄົນ ເພື່ອໃຫ້ສາມາດໄປທຳງານໄດ້ ໃນທຸກປະເທດໃນອາຊຽນດ້ວຍກັນ.

ນອກຈາກນີ້ ກໍມີລາຍງານວ່າ ອຸດສາຫະກຳຕັດຫຍິບ ທັງ 92 ໂຮງງານໃນລາວ ຕ້ອງ ການແຮງງານທີ່ມີຝີມື 60,000 ກວ່າຄົນໃນປີ 2017 ແຕ່ກໍສາມາດຕອບສະໜອງ
ໄດ້ພຽງ 31,000 ກວ່າຄົນເທົ່ານັ້ນ.

XS
SM
MD
LG