ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບປະຊາຊົນລາວ ເລັ່ງເສີມຂະຫຍາຍ ແລະກໍ່ສ້າງບ້ານປ້ອມໝັ້ນ ແລະກຸ່ມບ້ານສູ້ລົບຕິດລຽນ ໃນທົ່ວປະເທດ


ຮູບພາບ-ການປະຊຸມໃຫຍ່ຄັ້ງທີ 4 ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ.
ຮູບພາບ-ການປະຊຸມໃຫຍ່ຄັ້ງທີ 4 ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ.

ກອງທັບປະຊາຊົນລາວເລັ່ງເສີມຂະຫຍາຍ ແລະກໍ່ສ້າງບ້ານປ້ອມໝັ້ນ ແລະກຸ່ມບ້ານສູ້ລົບຕິດລຽນ ແນໃສ່ການຈໍາກັດການເຄື່ອນໄຫວຂອງຝ່າຍຕໍ່ຕ້ານພັກ-ລັດ ໃຫ້ໄດ້ຢ່າງສົມບູນໃນທົ່ວປະເທດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ພົນຕີຄໍາລຽງ ອຸດທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຖະແຫຼງວ່າ ກອງທັບປະຊາຊົນລາວຍັງສືບຕໍ່ການຈັດຕັ້ງປະຕິບັດເຂົ້າໃນການເສີມຂະຫຍາຍແລະກໍ່ສ້າງບ້ານປ້ອມໝັ້ນ ແລະກຸ່ມບ້ານສູ້ລົບຕິດລຽນໃນທົ່ວປະເທດ ໃຫ້ໄດ້ໄວທີ່ສຸດ ແນໃສ່ການສະກັດກັ້ນ ແລະກໍາຈັດທຸກການເຄື່ອນໄຫວທີ່ເປັນປໍລະປັກຕໍ່ພັກ-ລັດ ໃຫ້ໄດ້ຢ່າງສົມບູນ, ເຊິ່ງໃນໄລຍະ 5 ປີ ທີ່ຜ່ານມາກອງທັບປະຊາຊົນລາວກໍໄດ້ດໍາເນີນການກໍ່ສ້າງບ້ານປ້ອມໝັ້ນໄດ້ແລ້ວ 717 ບ້ານ ແລະສ້າງຕັ້ງກຸ່ມບ້ານສູ້ລົບຕິດລຽນໄດ້ 204 ກຸ່ມບ້ານ ທັງຍັງໄດ້ວາງກໍາລັງທະຫານໃຫ້ປະຈໍາການຢູ່ 27 ຈຸດໃນ 109 ບ້ານ 23 ເມືອງໃນ 17 ແຂວງ ແລະ ນະ ຄອນຫຼວງວຽງຈັນອີກດ້ວຍ ດັ່ງທີ່ພົນຕີຄໍາລຽງ ໄດ້ໃຫ້ການຢືນຢັນວ່າ:

“ວຽກງານຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບ ໄດ້ສຸມໃສ່ຊີ້ນໍາແຜນງານກໍ່ສ້າງຖານການເມືອງ ພັດທະນາຊົນນະບົດ ແລະສ້າງທ່າສະໜາມສົງຄາມ ປະ ຊາຊົນ ຈັດຕັ້ງກໍາລັງລົງກໍ່ສ້າງຖານການເມືອງຢ່າງແຂງແຮງໂດຍຄັດເລືອກເອົາ ພະນັກງານຫຼັກແຫຼ່ງ 21 ກອງປະຕິບັດງານປະຈໍາຢູ່ 27 ຈຸດໃນ 190 ບ້ານ 23 ເມືຶອງໃນ 17 ແຂວງ ແລະນະຄອນຫຼວງ, ສ້າງບ້ານປ້ອມໝັ້ນ ໄດ້ 717 ບ້ານ, ສ້າງກຸ່ມບ້ານສູ້ລົບຕິດລຽນໄດ້ 204 ກຸ່ມບ້ານ. ນອກນີ້ ບັນດາກົມກອງຕັ້ງທັບຢູ່ບ່ອນໃດ ກໍໄດ້ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງແບບມູນເຊື້ອຕິດພັນກັບປະຊາຊົນ.”

ການຈດຕ້ງປະຕິບັດດັ່ງກ່າວ ຖືເປັນພາກສ່ວນສໍາຄັນ ໃນຍຸດທະສາດ 2 ໜ້າທີ່ຄືການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ທີ່ຮັບຜິດຊອບໂດຍກອງທັບປະຊາຊົນລາວນັບແຕ່ປີ 2000 ເປັນຕົ້ນມາ ເພື່ອໃຫ້ສາມາດຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງຄັກແນ່ດ້ວຍການຄວບຄຸມ ແລະກໍາຈັດການເຄື່ອນໄຫວຂອງກຸ່ມກໍາລັງປະກອບອາວຸດທີ່ຕໍ່ຕ້ານອໍານາດພັກ ແລະລັດຖະບານລາວໃຫ້ໄດ້ຢ່າງສົມບູນໂດຍສະເພາະແມ່ນເຂດ 5 ແຂວງເປົ້າໝາຍກໍຄືແຂວງວຽງຈັນ ແຂວງໄຊສົມບູນ ແຂວງຊຽງຂວາງ ແຂວງບໍລິຄໍາໄຊ ແລະແຂວງຫຼວງພະບາງ ທີ່ປາກົດມີການເຄື່ອນໄຫວຂອງກຸ່ມຄົນບໍ່ດີໃນລັກສະນະທີ່ເປັນການຕໍ່ຕ້ານພັກ-ລັດນັ້ນ ກໍສາມາດຮັບປະກັນຄວາມປອດໄພໄດ້ທັງໝົດແລ້ວກໍຄື ໃນທຸກແຂວງທົ່ວປະເທດລາວ ໃນປັດຈຸບັນ.

ກ່ອນໜ້ານີ້ ສະພາແຫ່ງຊາດລາວກໍໄດ້ຮັບຮອງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ເມື່ອເດືອນພະຈິກ 2021, ແນໃສ່ການເພີ້ມປະສິດທິພາບປາບປາມອາດ ຊະຍາກໍາທຸກຮູບແບບຢູ່ຊາຍແດນລາວກັບເພື່ອນບ້ານ ລວມເຖິງການພັດທະນາເສດຖະກິດການຄ້າ ການລົງທຶນທີ່ປາດສະຈາກບັນຫາອາດຊະຍາກໍາໃຫ້ໄດ້ຢ່າງແທ້ຈີງ ໂດຍກະຊວງປ້ອງກັນປະເທດກໍຄືພາກສ່ວນຮັບຜິດຊອບການຮັບປະກັນດ້ານຄວາມໝັ້ນຄົງ ແລະສະຖຽນລະພາບທາງການເມືອງໃຫ້ໄດ້ຢ່າງເຕັມສ່ວນ ທັງຍັງຈະຕ້ອງສາມາດປົກປັກຮັກສາ ແລະເສີມສ້າງການເມືອງການປົກຄອງໃນລາວໃຫ້ແຂງແຮງ ແລະເປັນທີ່ຍອມຮັບໃນສາກົນເພີ້ມຂຶ້ນນັບມື້ ໂດຍສະເພາະກອງທັບປະຊາຊົນລາວນັ້ນ ຍັງຈະຕ້ອງປະສານການຮ່ວມມືກັບກອງທັບປະເທດເພື່ອນບ້ານ ໃນເຂດລຸ່ມແມ່ນໍ້າຂອງ ຢ່າງໃກ້ຊິດອີກດ້ວຍ.

ທັງນີ້ ໂດຍແກັງອາດຊະກໍາຈີນຖືເປັນແກັ່ງອາດຊະກອນທີ່ຖືກຈັບກຸມໃນລາວຫຼາຍທີ່ສຸດນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ເຊິ່ງແຜນປ້ອງກັນຄວາມສະຫງົບແຂວງບໍ່ແກ້ວແລະແຂວງຫຼວງນໍ້າທາ ໄດ້ສົ່ງໂຕຊາວຈີນໃຫ້ກັບຕໍາຫຼວດຈີນທີ່ແຂວງຢຸນນານຫຼາຍກວ່າ 980 ຄົນທີ່ພົວພັນກັບແກັງຄ້າຢາເສບຕິດ ແກັ່ງຄ້າມະນຸດ ແ​ກັ່ງການພະນັນອອນລາຍ ແລະແ​ກັ່ງຟອກເງິນທີ່ມີລັກສະນະເປັນອາດຊະຍາກໍາຂ້າມຊາດ ໃນປີ 2018-2020.

ສ່ວນທ່ານບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວຍອມຮັບວ່າ ການກໍ່ອາດຊະຍາກໍາ ແມ່ນກ່ຽວຂ້ອງກັບການຄ້າຢາເສບຕິດ ການຄ້າມະນຸດ ແລະການຫຼິ້ນການພະນັນທີ່ພົວພັນກັບແກັງຈາກຈີນ ໂດຍມີພະນັກງານລັດເຂົ້າໄປພົວພັນດ້ວຍນັ້ນແມ່ນມີທ່າອ່ຽງເພີ້ມຂຶ້ນນັບມື້ ເຫັນໄດ້ຈາກການຈັບແລະຢຶດຢາບ້າຫຼາຍກວ່າ 77 ລ້ານເມັດໃນເດືອນຕຸລາ 2021, ເຖິງແມ່ນວ່າຈະເກີດບັນຫາການລະບາດໄວຣັສໂຄວິດ-19 ນັບແຕ່ປີ 2020 ເລື້ອຍມາ ອັນໄດ້ເຮັດໃຫ້ລັດຖະບານລາວຕ້ອງດໍາເນີນມາດຕະການປິດຊາຍແດນທຸກດ້ານທີ່ຕິດຕໍ່ກັບປະເທດເພື່ອນບ້ານກໍຕາມແຕ່ ກໍຍັງປາກົດມີການ ລັກລອບຂົນສົ່ງຢາເສບຕິດເກີດຂຶ້ນຢູ່ເລື້ອຍມາ ຈຶ່ງເຮັດໃຫ້ທາງການແຂວງບໍ່ແກ້ວໄດ້ເພີ້ມມາດຕະການເຂັ້ມງວດເຂົ້າໃນການປາບປາມຫຼາຍຂຶ້ນຢູ່ທີ່ເຂດ 39 ບ້ານຂອງເມືອງຕົ້ນເຜິ້ງ ອັນເປັນທີ່ຕັ້ງຂອງເຂດເສດຖະ ກິດພິເສດສາມຫຼ່ຽມຄໍາ ແລະຍັງໄດ້ລົງໂທດພະນັກງານລັດ 100 ກວ່າຄົນທີ່ພົວພັນໃນອາດຊະຍາກໍາດັ່ງກ່າວ. ທັງນີ້ ໂດຍແກັ່ງຄ້າຢາໃນລາວ ຮັບຜິດຊອບການຂົນຢາເສບຕິດຈາກເຂດສາມຫຼ່ຽມຄໍາຜ່ານລາວໄປຈີນ ແລະອາຊຽນ ເຊິ່ງຄະນະກໍາມະການປ້ອງກັນ ປາບປາມຢາເສບຕິດແຫ່ງຊາດໄທປະເມີນວ່າ ມີຢາບ້າ ແລະຢາໄອຊ໌ທີ່ຜະລິດຢູ່ເຂດສາມຫຼ່ຽມຄໍາກວ່າ 7 ໝື່ນລ້ານໂດລາຕໍ່ປີ.

XS
SM
MD
LG