ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານອົງການ ຕ້ານການສໍ້ລາດບັງຫຼວງ ແຫ່ງຊາດ ລາວ ຢືນຢັນວ່າ ຈະເປີດເຜີຍ ຄະດີສໍ້ລາດບັງຫຼວງໃນ ລາວ


ຄູບາຍ່າງຜ່ານສູນການສຶກສາທີ່ໄດ້ຮັບທຶນຊ່ວຍເຫຼືອຈາກປະເທດ ເຢຍຣະມັນ. 22 ມີນາ 2006.
ຄູບາຍ່າງຜ່ານສູນການສຶກສາທີ່ໄດ້ຮັບທຶນຊ່ວຍເຫຼືອຈາກປະເທດ ເຢຍຣະມັນ. 22 ມີນາ 2006.

ປະທານອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ລາວ ຢືນຢັນວ່າ ຈະເຜີຍແຜ່ກໍລະ
ນີ ຫຼື ຄະດີທຸຈະລິດຄໍຣັບຊັນ ໃນວົງການພັກ-ລັດອອກສູ່ການຮັບຮູ້ຂອງປະຊາຊົນ ລາວ
ຢ່າງກວ້າງຂວາງ.

ທ່ານ ບຸນທອງ ຈິດມະນີ ປະທານອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ຖະແຫຼງ
ຢືນຢັນວ່າຄະນະກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້
ມີມະຕິຕົກລົງ ແລະ ມອບໝາຍໃຫ້ອົງການກວດກາພັກ-ລັດເປັນພາກສ່ວນທີ່ຮັບຜິດ
ຊອບໃນການພິຈາລະນາ ກ່ຽວກັບ ການນຳສະເໜີ ແລະ ເຜີຍແຜ່ກໍລະນີ ຫຼື ຄະດີທຸ
ຈະລິດຄໍຣັບຊັນຂອງບັນດາພະນັກງານພັກ-ລັດອອກສູ່ການຮັບຮູ້ຂອງປະຊາຊົນ ລາວ
ຢ່າງກວ້າງຂວາງໂດຍຜ່ານເຄືອຂ່າຍສື່ມວນຊົນໃນທົ່ວປະເທດ ຫາກແຕ່ວ່າຈະມີການ
ຍົກເວັ້ນບາງກໍລະນີ ຫຼື ຄະດີທີ່ຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດເປັນສຳຄັນ
ດັ່ງທີ່ທ່ານ ບຸນທອງ ໄດ້ໃຫ້ການຢືນຢັນວ່າ.

"ຜົນຂອງການກວດກາໃດທີ່ໄດ້ເຊັນຮັບຮອງແລ້ວ ຈະໄດ້ເອົາອອກເປີດເຜີຍເປັນແຕ່
ລະກໍລະນີ ເພື່ອໃຫ້ສັງຄົມຮັບຊາບ ໂດຍຜ່ານສື່ຕ່າງໆ ແຕ່ວ່າມັນກໍຕ້ອງໄດ້ເລືອກເຟັ້ນ
ບາງກໍລະນີ ເພາະວ່າມັນຂຶ້ນກັບຂັ້ນເທິງວ່າອັນໃດທີ່ເຮົາຄວນອອກເປີດເຜີຍກວ້າງ
ຂວາງ ແລະ ອັນໃດທີ່ພວກເຮົາເວົ້າກັນຢູ່ພາຍໃນ ເພາະວ່າຜົນຂອງການກວດກາ ກ່ຽວ
ກັບ ການສໍ້ລາດບັງຫຼວງ ການປະຕິບັດໂຄງການຕ່າງໆທີ່ພວກເຮົາເຮັດຜ່ານ ມັນມີອັນ
ຫຼໍ່ແຫຼມຫຼາຍ ມັນພົວພັນນຳທັງພະນັກງານ, ການນຳ ແລະ ກະທັ້ງວິຊາການທີ່ຈັດຕັ້ງປະ
ຕິບັດ."

ທາງດ້ານທ່ານ ຄຳພັນ ວິພາວັນ ຮອງປະທານປະເທດ ຢືນຢັນວ່າການສໍ້ລາດບັງຫຼວງ
ໂດຍພະນັກງານພັກ-ລັດຍັງເກີດຂຶ້ນຢ່າງກວ້າງຂວາງທັງຢູ່ໃນຂັ້ນສູນກາງ ແລະ ທ້ອງ
ຖິ່ນທົ່ວປະເທດ ໃນຂະນະທີ່ການດຳເນີນມາດຕະການປາບປາມນັ້ນກໍບໍ່ມີປະສິດທິພາບ
ຈຶ່ງເຮັດໃຫ້ເກີດການເສຍຫາຍທາງດ້ານງົບປະມານ ແລະ ຊັບສິນຂອງລັດໄປຢ່າງຫຼວງ
ຫຼາຍ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດ ລາວ ຕ້ອງມີມະຕິ
ຄຳສັ່ງໃຫ້ດຳເນີນມາດຕະການປາບປາມ ແລະ ລົງໂທດຢ່າງເດັດຂາດຕໍ່ຜູ້ກະທຳຜິດໃນ
ໄລຍະຕໍ່ໄປນີ້.

ທັງທີ່ໂດຍອົງການກວດກາລັດຖະບານ ລາຍງານວ່າ ໄດ້ກວດພົບໂຄງການນອກແຜນ
ການຂອງລັດຖະບານ ລາວ ໃນສົກປີ 2017 ຈຳນວນ 285 ໂຄງການທີ່ແຂວງຫຼວງນໍ້າ
ທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາ
ສັກ, ອັດຕະປື ແລະ ວຽງຈັນ ທີ່ມີມູນຄ່າຫຼາຍກວ່າ 4,483 ຕື້ກີບ ທີ່ມີການຈັດຕັ້ງປະຕິ
ບັດບໍ່ເປັນໄປຕາມລະບຽບກົດໝາຍໃນດ້ານງົບປະມານລາຍຮັບລາຍຈ່າຍ ແລະ ບໍ່
ຜ່ານການຮັບຮອງໂດຍສະພາແຫ່ງຊາດ ລາວ ຊຶ່ງຍັງບໍ່ລວມເຖິງຜົນເສຍຫາຍທີ່ເກີດຂຶ້ນ
ຈາກການລັກລອບຂົນສົ່ງໄມ້ໄປຕ່າງປະເທດໃນມູນຄ່າເກີນກວ່າ 2,407 ຕື້ກີບໃນປີ
2015-2016 ຊຶ່ງການຈັດຕັ້ງປະຕິບັດໄດ້ຄືແນວນີ້ຍ່ອມຈະຕ້ອງມີການຮ່ວມມືກັນຢ່າງ
ເປັນຂະບວນການທັງພາກສ່ວນທີ່ເປັນພະນັກງານລັດ, ນັກທຸລະກິດເອກະຊົນ ລາວ
ແລະ ນັກທຸລະກິດຊາວຕ່າງຊາດທີ່ລົງທຶນຢູ່ໃນ ລາວ ນັ້ນເອງ.

ກ່ອນໜ້ານີ້ ຄະນະກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ມີຄຳສັ່ງໃຫ້
ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນຂອງພັກ, ໜ່ວຍງານຂອງລັດ ແລະ ອຳນາດ
ການປົກຄອງແຂວງໃນທົ່ວປະເທດ ລາວ ໃຫ້ແຕ່ງຕັ້ງຄະນະຮັບຜິດຊອບເພື່ອຕິດຕາມ
ກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາສະມາຊິກພັກ ແລະ ພະນັກງານໃນສັງ
ກັດຂອງພວກຕົນຢ່າງໃກ້ຊິດ ດ້ວຍເປົ້າໝາຍເພື່ອການຈັດແບ່ງລະດັບຊັ້ນ ແລະ ຄຸນ
ນະພາບໃນການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະ ພະນັກງານລັດໃນທົ່ວປະເທດ
ໂດຍໃຫ້ກົມຈັດຕັ້ງ ແລະ ກົມກວດກາເປັນພວກສ່ວນທີ່ຮັບຜິດຊອບຮ່ວມກັນ.

ສ່ວນອົງການກວດກາແຫ່ງລັດກໍໄດ້ລົງໂທດທາງວິໄນຕໍ່ບັນດາພະນັກງານພັກ-ລັດທີ່
ກ່ຽວຂ້ອງໃນການສໍ້ລາດບັງຫຼວງຈຳນວນ 165 ຄົນໃນນີ້ກໍມີເຖິງ 38 ຄົນທີ່ຖືກສານປະ
ຊາຊົນ ລາວ ຕັດສິນລົງໂທດຈຳຄຸກໃນຄວາມຜິດ ກ່ຽວກັບ ການສໍ້ລາດບັງຫຼວງດັ່ງກ່າວ.

XS
SM
MD
LG