ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາຍແດນລາວກັບຫວຽດນາມ ຍັງປະເຊີນກັບບັນຫາຫຍໍ້ທໍ້ຫລາຍດ້ານ ໂດຍສະເພາະແມ່ນບັນຫາ ລັກລອບຂົນສົ່ງໄມ້ ທີ່ຕັດໂດຍຜິດກົດໝາຍຈາກລາວໄປ ຫວຽດນາມ


​ໄມ້​ທ່ອນທີ່ກຳລັງຈະຖືກຂົນສົ່ງໄປປະເທດເພື່ອນບ້ານ ຢູ່​ເຂດ​ຊາຍ​ແດນ​ລາວ-ຫວຽດ​ນາມ
​ໄມ້​ທ່ອນທີ່ກຳລັງຈະຖືກຂົນສົ່ງໄປປະເທດເພື່ອນບ້ານ ຢູ່​ເຂດ​ຊາຍ​ແດນ​ລາວ-ຫວຽດ​ນາມ

ຊາຍແດນລາວກັບ​ຫວຽດນາມຍັງຄົງປະເຊີນກັບບັນ​ຫາ​ຫຍໍ້​ທໍ້ຫລາຍດ້ານ ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາການຄ້າຜິດ​ກົດ​ໝາຍ ແລະການ​ລັກ​ລອບຂົນສົ່ງໄມ້ທີ່ຕັດ​ໂດຍຜິດກົດໝາຍຈາກລາວໄປ ຫວຽດນາມນັ້ນ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ມາ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະການຄ້າເປີດເຜີຍວ່າ ການຄ້າຊາຍແດນລະ​ຫວ່າງລາວ ກັບຫວຽດນາມ ຍັງປະສົບກັບ ບັນ​ຫາ​ຫຍໍ້​ທໍ້ຫລາຍດ້ານ ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາການຄ້າໜີ​ພາ​ສີນັ້ນ ຖື​ເປັນ​ບັນ​ຫາ​ທີ່​ເກີດຂຶ້ນ​ຢ່າງກວ້າງ​ຂວາງ ເພາະຊາຍແດນ ລາວ-ຫວຽດນາມ ມີຄວາມຍາວ 2,160 ກິໂລແມັດ ປະ​ກອບກັບທາງ​ການ​ລາວກໍ​ມີ​ກຳ​ລັງຈໍາກັດອີກ​ແລ້ວ ຈຶ່ງ​ເປັນ​ການ​ຍາກທີ່ຈະກວດ​ກາ ແລະສະກັດກັ້ນໄດ້ຢ່າງທົ່ວ​ເຖິງ ດັ່ງຈະເຫັນໄດ້ຈາກການລັກລອບຂົນສົ່ງໄມ້ຜິດກົດໝາຍຈາກລາວໄປຫວຽດນາມ ຍັງເກີດຂຶ້ນຢູ່ເລື້ອຍ​ມາ ​ເຖິງ​ແມ່ນ​ວ່ານາຍົກລັດຖະມົນຕີລາວ ​ໄດ້​ອອກ​ຄຳ​ສັ່ງ​ສະບັບ​ເລກທີ 15/ນຍ ຫ້າມສົ່ງອອກໄມ້ ໄປຕ່າງປະເທດຢ່າງເດັດ​ຂາດ ນັບຕັ້ງແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ​ກໍ​ຕາມ ແຕ່ດ້ວຍການຈັດຕັ້ງເຄືອຂ່າຍການຄ້າໄມ້ເຖື່ອນທີ່ມີລັກສະນະຂ້າມຊາດ ແລະມີພະນັກງານລັດເຂົ້າໄປ ມີ​ຜົນ​ປະ​ໂຫຍດ​ຮ່ວມ​ອີກ​ດ້ວຍນັ້ນ, ມັນເປັນການຍາກຕໍ່​ການ​ປາບ​ປາມ​ໃຫ້​ໄດ້ຢ່າງແທ້ຈິງ.

ທັງນີ້ ໜ່ວຍສະເພາະກິດຂອງລັດຖະບານລາວ ໄດ້ປະຕິບັດການກວດກາໂຮງງານແປຮູບໄມ້ 3,454 ແຫ່ງ ໃນໄລຍະ 5 ປີທີ່ຜ່ານມາ ພົບວ່າ 2,364 ໂຮງງານທີ່ມີສ່ວນກ່ຽວຂ້ອງໃຫ້ການສົ່ງເສີມ ແລະຮັບຊື້ໄມ້ ຈາກຂະບວນການລັກ ລອບຄ້າໄມ້ໂດຍຜິດກົດໝາຍ ຈຶ່ງໄດ້ມີຄຳສັ່ງໃຫ້ ຢຸດກິດຈະ ການທັງ 2,364 ໂຮງງານ. ສ່ວນທີ່ເຫຼືອ 1,090 ໂຮງງານນັ້ນ ຍັງຕ້ອງຕິດຕາມ ກວດກາການ ດຳເນີນກິດຈະການຢ່າງໃກ້ຊິດ ເພາະຈາກ​ການກວດ​ກາ ຍັງພົບ​ວ່າ ການລະເມີດຄຳສັ່ງ ນາຍົກລັ ດຖະມົນຕີເກີດ​ຂຶ້ນ​ຫລາຍກວ່າ 670 ກໍລະນີນັ້ນ ມີຜູ້ກະທຳຜິດທີ່ເປັນພະນັກງານລັດ ຫລາຍກວ່າ 580 ຄົນ. ນັກ​ທຸ​ລະ​ກິດຄ້າໄມ້ 290 ຄົນ ແລະປະຊາຊົນທີ່ເປັນແຮງງານຮັບຈ້າງ ຫລາຍກວ່າ 850 ຄົນ ທັງຍັງຢຶດເລື່ອຍໄຟຟ້າໄດ້ເຖິງ 15,549 ໜ່ວຍ ເຄື່ອງຊອຍໄມ້ 1,816 ຊຸດ ລົດໄຖ-ລົດບັນທຸກ-ລົດຍົກ-ລົດຂຸດ -ລົດບັສ-ລົດຕູ້-ລົດກະບະແລະລົດຈັກ ລວມກັນຫລາຍກວ່າ 550 ຄັນ ແລະຢຶດໄມ້ໄດ້ກວ່າ 8 ແສນແມັດກ້ອນ ຄິດເປັນມູນຄ່າເສຍຫາຍກວ່າ 450 ລ້ານໂດລາ.

ພ້ອມກັນນັ້ນ ສະເພາະປະຕິບັດການໃນເຂດຊາຍແດນ ຍັງສາມາດຈັບສະມາຊິກ ໃນຂະບວນການ ຄ້າໄມ້ເຖື່ອນໄດ້ອີກ​ຫລາຍກວ່າ 1,200 ຄົນ ຊຶ່ງໃນນີ້ກໍເປັນພະນັກງານຂອງລັດ 270 ກວ່າຄົນ ຊຶ່ງສະພາການດັ່ງກ່າວນີ້ ຍັງຖືເປັນສາເຫດສຳຄັນ ທີ່ຄະນະຜູ້ຕາງໜ້າທາງການຄ້າສະຫະ ພາບຢູໂຣບ (EU) ຍັງບໍ່ອະນຸຍາດໃຫ້ນຳເຂົ້າຜະລິດຕະພັນໄມ້ຈາກລາວ ເພາະບໍ່ໝັ້ນ​ໃຈວ່າ ລັດຖະບານ ລາວຈະຢຸດຢັ້ງການລັກລອບຕັດ ແລະຄ້າໄມ້ເຖື່ອນໄດ້ຢ່າງຄັກແນ່ ຈຶ່ງ​ໄດ້​ກຳ​ນົດ​ເງື່ອນ​ໄຂໃນ 6 ດ້ານທີ່​ທາງ​ການ​ລາວ​ຕ້ອງ​ປະ​ຕິ​ບັດ​ໃຫ້ໄດ້​ຢ່າງ​ຄົບ​ຖ້ວນ ກໍ​ຄືການ​ກຳ​ນົດ​ໃຫ້​ນຳ​ເອົາຈາກ​ປ່າຜະ​ລິດ​ເທົ່າ​ນັ້ນ ​ມາ​ແປ​ຮູບເປັນສິນ​ຄ້າ, ການ​ກຳ​ນົດ​ພັນ​ທະໃນ​ດ້ານແຮງງານກັບການຜະລິດ, ການຂືຶ້ນທະບຽນ ຫົວໜ່ວຍທຸລະກິດຄ້າໄມ້, ການພັດທະນານິ​ຕິ​ກຳກ່ຽວ​ກັບປ່າໄມ້, ການພັດທະນາ ລະບົບການຄ້ຳປະກັນໄມ້ທີ່ຖືກກົດໝາຍໃຫ້​ເປັນ​ເອ​ກະ​ສານ​ທີ່​ສົມ​ບູນ ແລະ​ການຈັດ​ຕັ້ງ​ປະ​ຕິ​ບັດທີ່​ມີປະ​ສິດ​ທິ​ພາບ​ຢ່າງ​ແທ້​ຈິງ.

ແຕ່​ຢ່າງ​ໃດ​ກໍ​ຕາມ​ທາງ​ການລາວກັບຫວຽດນາມ ກໍ​ໄດ້​ຕົກ​ລົງຈະ​ຮ່ວມ​ມືກັນ ເຂົ້າ​ໃນ​ການກວດ​ກາ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ມີ​ປະສິດທິ​ພາບ​ສູງ​ຂຶ້ນ​ເພື່ອເຮັດ​ໃຫ້​ເປັນ​ຊາຍ​ແດນ​ແຫ່ງ​ສັນຕິພາບ ​ແລະ ການ​ພັດທະນາ​ຢ່າງ​ແທ້​ຈິງ ໂດຍ​ສະ​ເພາະແມ່ນການໃຫ້ບໍລິການແບບປະຕູດຽວ ເພື່ອອຳນວຍຄວາມ ສະດວກໃຫ້ແກ່ການຄ້າ, ການລົງທຶນ, ການບໍລິການ ແລະການເຊື່ອມຕໍ່ດ້ານ​ຄົມ​ມະ​ນາ​ຄົມ ລະຫວ່າງປະເທດ, ດັ່ງ​ທີ່ທ່ານຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໃຫ້​ການຢືນຢັນວ່າ:
“ລາວ-ຫວຽດນາມ ໄດ້​ຮ່ວມ​ມື​ກັນແກ້​ໄຂ​ບັນຫາຂໍ້​ຫຍຸ້ງ​ຍາກທາງ​ດ້ານ​ການ​ຄ້າ, ການ​ລົງທຶນ ເປັນ​ຕົ້ນ​ແມ່ນການ​ອຳນວຍ​ຄວາມ​ສະດວກ​ແກ່ຄົນ​ເຂົ້າ-​ອອກ ຫລື​ວ່າພາຫະນະ ​ແລະສິນຄ້າ​ຜ່ານ​ດ່ານ​ຊາຍ​ແດນ, ບັນຫາຫຍຸ້ງ​ຍາກ ແລະ​ບັນ​ຫາຄ້າງ​ຄາ ແລະການ​ສ້າງ​ເງື່ອນ​ໄຂໃຫ້ແກ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານການ ກວດ​ກາ​ປະ​ຕູ​ດຽວ ໂດຍສະເພາະແມ່ນຢູ່ດ່ານສາກົນສະຫວັນ-ລາວບາວ ແລະດ່ານນໍ້າອ້ອນ-ແທ່ງຖຸຍ ບັນຫາ​ການກວດ​ກາ​ສິນຄ້າ ​ທີ່​ຍັງ​ບໍ່​ທັນໄປ​ຕາມ​ເນື້ອ​ໃນ​ຂອງ​ສັນຍາ​ການ​ຄ້າ​ຊາຍ​ແດນ ​ແລະການກວດ​ກາ ​ສຸຂະ​ອະນາ​ໄມພືດ-ສັດ​ໂດຍ​ບໍ່​ມີ​ການແຈ້ງ​ລ່ວງ​ໜ້າ.”

ນອກ​ຈາກນີ້​ລາວ ແລະ​ຫວຽດ​ນາມ​ກໍ​ຍັງ​ໄດ້​ຕົກ​ລົງຮ່ວມ​ມືພັດທະນາດ້ານ Logistics ດ້ວຍການພັດທະນາທ່າເຮືອ Vung Ang ທີ່​ແຂວງ​ຮ່າ​ຕິງ, ການກໍ່​ສ້າງທາງ​ລົດ​ໄຟເຊື່ອມ​ຕໍ່​ນະ​ຄອນ​ຫລວງວຽງ​ຈັນ-ທ່ານ​ເຮືອ Vung Ang, ການ​ພັດ​ທະ​ນາ​ສູນ Logistics ທ່າ​ນາ​ແລ້ງ ແລະ ການກໍ່​ສ້າງ ໂຮງ​ໄຟ​ຟ້າ 2,000 ເມ​ກາ​ວັດ ທີ່​ແຂວງ​ຄຳ​ມ່ວນ.

XS
SM
MD
LG