ຄົນເຊື້ອສາຍລາວໃນສະຫະລັດ ແລະການາດາບາງຄົນໄດ້ເຂົ້າຮ່ວມກອງປະຊຸມທາງໄກທີ່ຈັດຂຶ້ນໂດຍແນວລາວສ້າງຊາດໃນທ້າຍອາທິດຜ່ານມານີ້. ໃນນັ້ນ ກໍມີທ່ານເສຣີ ເທບພາພອນທີ່ຜູ້ນຳອະວຸໂສໃນການພັດທະນາປະຊາຄົມລາວໃນເຂດພາກເໜືອລັດຄາລິຟໍເນຍຜູ້ທີ່ມີຄວາມສົນໃຈຢາກມີສ່ວນຮ່ວມໃນການສົ່ງເສີມການຄ້າ ລະຫວ່າງລາວ-ສະຫະລັດ ຊຶ່ງປັດຈຸບັນນີ້ ຍັງຢູ່ໃນລະດັບຕ່ຳ.
ທັງນີ້ກໍຍ້ອນວ່າ ລາວຍັງຂາດສິດທິພິເສດທາງການຄ້າ ຊຶ່ງພາສາອັງກິດເອີ້ນວ່າ Generalized System of Preferences ຫລື GSP ທີ່ອະນຸຍາດໃຫ້ສິນຄ້າຫລາຍພັນຊະໜິດຈາກປະເທດທີ່ທຸກຈົນທີ່ສຸດຂອງໂລກ ເຂົ້າມາຂາຍໃນສະຫະລັດໂດຍບໍ່ຕ້ອງເສຍພາສີຂາເຂົ້າ. ສິນຄ້າຂອງ 9 ປະເທດອື່ນໃນອາຊຽນ ທີ່ໄດ້ GSP ແມ່ນມີຄວາມສາມາດແຂ່ງຂັນຢູ່ໃນຕະຫລາດຂອງສະຫະລັດສູງກວ່າສິນຄ້າຂອງລາວຫລາຍເທົ່າ. ແມ່ນແຕ່ປະເທດເພື່ອບ້ານເຊັ່ນຫວຽດນາມ ແລະກຳປູເຈຍທີ່ລາວມີການພົວພັນຢ່າງໃກ້ຊິດມາແຕ່ດົນນານນັ້ນກໍໄດ້ GSP ຕັ້ງແຕ່ດົນແລ້ວ ຊຶ່ງທ່ານຕັ້ງຄຳຖາມແລະເລົ່າເລື້ອງຂອງບັນຫານີ້ສູ່ຟັງວ່າ:
ເນື່ອງຈາກຂາດສິດທິພິເສດທາງການຄ້າເຊັ່ນນີ້ ທ່ານບອກວ່າ ມັນເຮັດໃຫ້ການສົ່ງເສີມການພົວພັນລະຫວ່າງປະຊາຊົນລາວ ແລະອາເມຣິກັນທີ່ນອນຢູ່ໃນ 20 ຂໍ້ຂອງຖະແຫລງການຮ່ວມລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ໃນເດືອນກັນຍາ, 2016 ໂດຍອະດີດປະທານາທິບໍດີບາຣັກ ໂອບາມາແລະອະດີດປະທານປະເທດ ບຸນຍັງ ວໍລະຈິດນັ້ນ ປະຕິບັດໄດ້ ໃນຂອບເຂດຈຳກັດ.
ໃນການເຂົ້າຮ່ວມກອງປະຊຸມຊຸດນີ້ ທ່ານເສຣີໄດ້ເຫັນອີກວ່າ ທາງການລາວໄດ້ຈັດຕັ້ງຄະນະກຳມະການສະເພາະກິດອັນນຶ່ງ ທີ່ຮັບຜິດຊອບວຽກງານພົວພັນກັບຕ່າງປະເທດ ຊຶ່ງທ່ານຫຽມ ພົມມະຈັນ, ເປັນປະທານມາໄດ້ຫລາຍປີແລ້ວ.