ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວລາວອາເມຣິກັນ ໄດ້ຮັບຜົນກະທົບ ຈາກໄຟໄໝ້ປ່າ ທີ່ຮ້າຍແຮງ ແລະໂຄວິດ-19 ຢູ່ລັດຄາລີຟໍເນຍ


ມ້າໂຕນຶ່ງທີ່ເຫັນກັກໄວ້ຢູ່ໃນຮົ້ວໃນຂະນະທີ່ໄຟປ່າ ກຳລັງໄໝ້ໃກ້ເຂົ້າມາເຂດຮ່ອມພູ Napa ລັດຄາລິຟໍເນຍ ໃັນທີ 18 ສິງຫາ 2020.
ມ້າໂຕນຶ່ງທີ່ເຫັນກັກໄວ້ຢູ່ໃນຮົ້ວໃນຂະນະທີ່ໄຟປ່າ ກຳລັງໄໝ້ໃກ້ເຂົ້າມາເຂດຮ່ອມພູ Napa ລັດຄາລິຟໍເນຍ ໃັນທີ 18 ສິງຫາ 2020.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບຍານາງສຸວັນນີ ຈັນ ທະຄຳ ຢູ່ເມືອງແຊນໂຮເຊ ລັດຄາລີຟໍເນຍ ມາສະເໜີທ່ານ. ນັບແຕ່ອາທິດທີ່ແລ້ວ ຈົນເຖິງປັດຈຸບັນ ໄດ້ເກີດໄຟໄໝ້ປ່າຢ່າງຮ້າຍແຮງເປັນປະຫວັດການ ຢູ່ ໃນລັດຄາລີຟໍເນຍ ແລະສົ່ງຜົນກະທົບ ນຳເອົາຄວນໄຟ ແລະຂີ້ເທົ່າຕົກລົງມາ ໃສ່ບ້ານເຮືອນ ຂອງຜູ້ທີ່ຢູ່ຫ່າງໄກ. ນອກຈາກນັ້ນແລ້ວ ເຂົາເຈົ້າຍັງປະສົບກັບ ການແຜ່ລະບາດໂຄວິດ-19 ທີ່ຍັງດໍາເນີນຢູ່ຕໍ່ໄປ. ການໃຊ້ຊີວິດຢູ່ພາຍໃຕ້ສະ ພາບການດັ່ງກ່າວຂອງຊາວລາວໃນລັດຄາລໍຟໍເນຍເປັນຢ່າງໃດນັ້ນ ກິ່ງສະຫວັນ ມີລາຍລະອຽດ ມາສະເນີທ່ານ ໃນອັນດັບຕໍ່ໄປ


ໜ່ວຍດັບເພີງກຳລັງຢືນສັງເກດເບິ່ງໄຟໄໝ້ ທີ່ບູລເດີ ກຣິກ ລັດຄາລີຟໍເນຍ ວັນທີ 21, 2020.
ໜ່ວຍດັບເພີງກຳລັງຢືນສັງເກດເບິ່ງໄຟໄໝ້ ທີ່ບູລເດີ ກຣິກ ລັດຄາລີຟໍເນຍ ວັນທີ 21, 2020.

ຫົວຂໍ້ຂ່າວສຳຄັນຢູ່ໃນສະຫະລັດໃນປັດຈຸບັນນີ້ ແມ່ນຮວມທັງໄຟໄໝ້ປ່າຄັ້ງ ປະຫວັດສາດຢູ່ທີ່ລັດຄາລີຟໍເນຍ ຊຶ່ງເປັນລັດໃຫຍ່ອັນດັບສາມ ຂອງສະຫະລັດ ຮອງຈາກລັດອາລາສກາ ແລະເທັກຊັສ.

ລັດຄາລີຟໍເນຍຕັ້ງຢູ່ທາງພາກຕາເວັນ ຕົກສຸດ ຕິດແຄມມະຫາສະໝຸດປາຊິຟິກ. ລັດຄາລີຟໍເນຍ ມີດິນຟ້າອາກາດອົບ ອຸ່ນແລະແຫ້ງແລ້ງ. ເພາະສະນັ້ນໃນແຕ່ລະປີ ຈະເກີດໄພໄໝ້ປ່າ ຈາກຄວາມ ບໍ່ລະວັງຂອງຄົນເວລາໄປກິນເຂົ້າປ່າຫຼືປິກນິກ ບາງຄັ້ງກໍມີຜູ້ຕັ້ງໃຈຈູດ ຫຼືເກີດ ຈາກຟ້າຜ່າທີ່ເປັນໄພທຳມະຊາດເຫລົ່ານີ້ເປັນຕົ້ນ. ແຕ່ລະຄັ້ງທີ່ເກີດໄຟໄໝ້ປ່າ ເຮືອນຊານຫຼາຍຮ້ອຍຫຼັງທີ່ຢູ່ໃນຂົງເຂດຖືກເຜົາຜານ ຈົນຮາບຄາບ ເຮັດໃຫ້ຫຼາຍໆຮ້ອຍຄອບຄົວ ບໍ່ມີທີ່ຢູ່ອາໄສ. ນອກຈາກນັ້ນແລ້ວ ເຫດການດັ່ງກ່າວ ໄດ້ນໍາເອົາຄວັນໄຟພ້ອມດ້ວຍຂີ້ເທົ່າປີວໄປຕົກໃສ່ບ້ານເຮືອນ ລົດລາຂອງຜູ້ຄົນທີ່ຢູ່ຫ່າງໄກ ຍິ່ງໄປກວ່ານັ້ນ ຍັງເຮັດໃຫ້ລະບົບຫາຍໃຈທີ່ໄດ້ມີ ຄວາມລະມັດລະວັງ ການແຜ່ລະບາດຂອງໂຄວິດ-19 ຢູ່ແລ້ວນັ້ນ ມີຄວາມລໍາບາກຕື່ມອີກ.

ຍານາງສຸວັນນີ ຈັນທະຄຳ ກໍແມ່ນຊາວອາເມຣິກັນເຊື້ອສາຍລາວຄົນນຶ່ງ ຕັ້ງຖິ່ນ ຖານຢູ່ເມືອງແຊນໂຮເຊ ມາໄດ້ກວ່າ 40 ປີແລ້ວ. ປັດຈຸບັນນີ້ ຕ້ອງໄດ້ກັກຕົນເອງຢູ່ໃນບ້ານເຮືອນເນື່ອງຈາກໂຄວິດ-19 ແລະຜົນກະທົບຈາກໄຟໄໝ້ປ່າ ຊຶ່ງ ຍານາງສຸວັນນີ ໄດ້ຈົ່ມທຸກສູ່ ວີໂອເອ ຟັງດັ່ງນີ້

ໄຟກຳລັງໄໝ້ຢູ່ເນີນພູ ໃນເມືອງ Azusa ລັດຄາລີຟໍເນຍ ຫ່າງຈາກນະຄອນ ລອສແອລເຈີສິສ 25 ໄມລ.
ໄຟກຳລັງໄໝ້ຢູ່ເນີນພູ ໃນເມືອງ Azusa ລັດຄາລີຟໍເນຍ ຫ່າງຈາກນະຄອນ ລອສແອລເຈີສິສ 25 ໄມລ.

ລິງໂດຍກົງ

ປັດຈຸບັນມີໄຟໄໝ້ປ່າຢູ່ປະມານ 560 ກວ່າແຫ່ງ ຮວມເນື້ອທີ່ທັງໝົດເກືອບ 1 ລ້ານເຮັກຕາ ມີພວກດັບເພີງປະຕິບັດງານກວ່າ 1,300 ຄົນແລະຍັງໄດ້ຮ້ອງ ຂໍໜ່ວຍມອດໄຟຈາກລັດອື່ນໆ ຮວມທັງພວກນັກໂທດຢູ່ໃນຄຸກອອກມາ ຊ່ວຍ ມອດໄຟ. ຍານາງສຸວັນນີ ເຖິງແມ່ນຢູ່ຫ່າງຈາກບ່ອນໄຟໄໝ້ ປະມານ 100 ໄມລ໌ ແຕ່ກໍຍັງໄດ້ຮັບຜົນກະທົບ ຈາກຄວັນໄຟ ແລະຂີ້ເທົ່າ ທີ່ປີວມາຕົກໃສ່ ຊຶ່ງຍານາງສຸວັນນີ ກ່າວວ່າ:

ເຮືອບິນກຳລັງຖີ້ມສານເຄມີມອດໄຟ.
ເຮືອບິນກຳລັງຖີ້ມສານເຄມີມອດໄຟ.

ລິງໂດຍກົງ

ການແຜ່ລະບາດໂຄວິດ-19 ຜ່ານມາເປັນເວລາສີ່ເດືອນແລ້ວ ຕິດຕາມມາດ້ວຍ ໄຟໄໝ້ປ່າ ທີ່ເຮັດໃຫ້ຊີວິດຂອງຊາວຄາລີຟໍເນຍ ປ່ຽນແປງໄປ ຢ່າງບໍ່ຄາດຝັນ. ໃນຂະນະດຽວກັນຢູ່ໃນສະຫະລັດວຽກງານທີ່ບໍ່ມີຄວາມຈຳເປັນໄປປະຈຳຢູ່ຫ້ອງ ການເພື່ອຫລີກລ່ຽງ ຈາກການຕິດພະຍາດໂຄວິດ ບັດນີ້ ຕ້ອງໄດ້ຕິດຕໍ່ກັນທາງ ຄອມພີວເຕີຈາກບ້ານເຮືອນຂອງໃຜລາວທີ່ຮ້ອງວ່າ ເວີຈູ (virtual) ທີ່ກຳລັງໃຊ້ ກັນຢູ່ໃນແຕ່ລະວັນ. ຍານາງສຸວັນນີ ໄດ້ກ່າວມ້ວນທ້າຍເຖິງວິທີການນັດພົບກັບ ທ່ານໝໍຜ່ານທາງຄອມພິວເຕີ (virtual) ໂດຍທີ່ບໍ່ຕ້ອງໄດ້ພົບກັນໜ້າ ຕໍ່ໜ້າສູ່ວີ ໂອເອຟັງດັ່ງນີ້:

ໜ່ວຍດັບເພີງກຳລັງມອດໄຟ.
ໜ່ວຍດັບເພີງກຳລັງມອດໄຟ.

ລິງໂດຍກົງ

ປັດຈຸບັນນີ້ຍານາງສຸວັນນີ ຈັນທະພອນ ແລະສາມີ ພ້ອມດ້ວຍປະຊາຊົນອາເມຣິ ກັນຄົນອື່ນໆ ຍັງພາກັນກັກຕົນເອງຢູ່ໃນບ້ານເຮືອນຂອງໃຜລາວ ແລະປະກອບ ກິດຈະການຢູ່ຂ້າງນອກໜ້ອຍທີ່ສຸດ. ເວລານີ້ ຍັງບໍ່ເປັນທີ່ຊາບໄດ້ວ່າ ມຶ້ໃດຊີວິດ ການເປັນຢູ່ຈະກັບຄືນເຂົ້າສູ່ສະພາບປົກກະຕິ.

XS
SM
MD
LG