ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວໜຸ່ມ ອາເມຣິກັນ ເຊື້ອສາຍ ລາວ ເຂົ້າຮ່ວມການປະທ້ວງ ກ່ຽວກັບ ການຕາຍຂອງທ້າວ ຈອຣຈ໌ ຟລອຍ ໃນນະຄອນຫຼວງ ວໍຊິງຕັນ


ຜູ້ຊາຍ ແລະ ແມ່ຍິງຈັບມືກັນໃນລະຫວ່າງການປະທ້ວງ ກ່ຽວກັບ ການເສຍຊີວິດຂອງທ້າວ ຈອຣຈ໌ ຟລອຍ. 03 ມິຖຸນາ, 2020.
ຜູ້ຊາຍ ແລະ ແມ່ຍິງຈັບມືກັນໃນລະຫວ່າງການປະທ້ວງ ກ່ຽວກັບ ການເສຍຊີວິດຂອງທ້າວ ຈອຣຈ໌ ຟລອຍ. 03 ມິຖຸນາ, 2020.

ການປະທ້ວງຄັ້ງໃຫຍ່ ກ່ຽວກັບ ການຕາຍຂອງທ້າວ ຈອຣຈ໌ ຟລອຍ ແມ່ນໄດ້ ຖືກຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາໃນຫຼາຍລັດທົ່ວປະເທດ ເຊິ່ງສ່ວນໃຫຍ່ແມ່ນ ມີຄວາມສະຫງົບ. ເປັນການປະທ້ວງທີ່ຖືກຈັດຂຶ້ນເປັນສອງອາທິດລຽນຕິດ ນັບຕັ້ງແຕ່ວັນທີ 26 ພຶດສະພາ ນຶ່ງວັນຫຼັງຈາກການຕາຍຂອງລາວເປັນຕົ້ນມາ.

ການປະທ້ວງດັ່ງກ່າວໄດ້ດຶງດູດປະຊາຊົນໃຫ້ອອກມາເຕົ້າໂຮມກັນເປັນຈຳນວນຫຼວງຫຼາຍ, ແລະ ໃນນັ້ນ ກໍມີຊາວໜຸ່ມ ລາວ ອາເມຣິກັນ, ທີ່ອາໄສຢູ່ໃນລັດ ເວີຈິເນຍ ເຊິ່ງຕັ້ງຢູ່ບໍ່ໄກຈາກນະຄອນ ຫຼວງ ວໍຊິງຕັນ, ເຂົ້າຮ່ວມ. ເຂົາເຈົ້າຍັງ ໄດ້ລະດົມໝູ່ເພື່ອນ ໃຫ້ໄປປະທ້ວງ ແລະ ໃຫ້ການຊ່ວຍເຫຼືອຜູ້ປະທ້ວງ ດ້ວຍການອອກເງິນກັນ ແລະ ປະກາດຂໍການຊ່ວຍເຫຼືອຈາກໝູ່ເພື່ອນ ແລະ ພີ່ນ້ອງ ຢູ່ຕາມເຟສບຸກໃຫ້ບໍລິຈາກເງິນເພື່ອໄປຊື້ນໍ້າ ແລະ ອາຫານໃຫ້ບັນດາຜູ້ປະທ້ວງ.

ເຂົາເຈົ້າໄດ້ໄປຊື້ນໍ້າ ແລະ ອາຫານຕ່າງໆຢູ່ຮ້ານຊັບພະສິນຄ້າ ແລະ ຊ່ວຍກັນ ເອົາຂຶ້ນລົດຕູ້ ແລະ ລົດກະບະເພື່ອສົ່ງໄປໃຫ້ຜູ້ປະທ້ວງໃນນະຄອນຫຼວງ ວໍຊິງຕັນ. ຜູ້ປະທ້ວງແມ່ຍິງໄວໜຸ່ມ ລາວອາເມຣິກັນ ຄົນນຶ່ງໄດ້ໃຫ້ຄຳເຫັນເປັນຫຍັງ ລາວຈຶ່ງໄປປະທ້ວງເປັນພາສາ ອັງກິດ ວ່າ

“ຂ້ານ້ອຍໄປປະທ້ວງຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ. ຂ້ານ້ອຍໄປກັບພີ່ນ້ອງ ແລະ ຂ້ານ້ອຍຄິດວ່າມັນສຳຄັນຫຼາຍ ເພາະວ່າມັນຈະກໍ່ໃຫ້ເກີດການປ່ຽນແປງ ແລະ ພວກເຮົາຢາກໃຫ້ສຽງຂອງພວກເຮົາຖືກໄດ້ຍິນເພື່ອໃຫ້ເກີດມີການປະຕິ ຮູບ. ພວກເຮົາຢາກທຳການກົດດັນໃຫ້ບັນດານັກການເມືອງ ແລະ ທຸກຄົນໃຫ້ ຢຸດ ການຈຳແນກເຊື້ອຊາດຜິວພັນ.”

ການປະທ້ວງນັ້ນຍັງໄດ້ມີຜູ້ທີ່ມີຊື່ສຽງຄືນັກສະແດງ ແລະ ນັກການເມືອງຄົນສຳຄັນເຂົ້າຮ່ວມ, ເຊັ່ນທ່ານ ມິດ ຣອມນີ ສັງກັດພັກຣີພັບບລີກັນ. ພິທີສົ່ງສະການ ຂອງ ທ້າວ ຈອຣຈ໌ ຟລອຍ ຈະຈັດຂຶ້ນໃນວັນອັງຄານມື້ອື່ນນີ້.

XS
SM
MD
LG